ອ່າງເກັບນໍ້າ ເຂື່ອນໄຟຟ້ານໍ້າທາ 1 ກາຍເປັນສີຂຽວເຂັ້ມ: ຈົດໝາຍ ຈາກຜູ້ຟັງ
2024.06.30

ຄວາມຄຶດ ຄວາມເຫັນ ກ່ຽວກັບຂ່າວ ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າທາ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ, ຍຶດຢາບ້າໄດ້ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ, ຊາວບ້ານ ບໍ່ເຕ່ນ 380 ຄອບຄົວ ຕ້ອງການ ລະບົບນໍ້າປະປາ ແລະ ອື່ນໆ ພາຍຫຼັງ ທີ່ຖືກຍົກຍ້າຍ ອອກຈາກ ພື້ນທີ່ຂອງເຂົາເຈົ້າ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ຄວາມເຫັນ ກ່ຽວກັບຂ່າວ “ອ່າງເກັບນໍ້າ ເຂື່ອນໄຟຟ້ານໍ້າທາ 1 ກາຍເປັນສີຂຽວເຂັ້ມ”
ສົ່ງກິ່ນເໝັນຈົນເຮັດໃຫ້ເກີດປາຍຕາຍ ແລະ ຊາວບ້ານ ໃນພື້ນທີ່ ບໍ່ກ້າໃຊ້ນໍ້າ ເພື່ອ ອຸປະໂພກ-ບໍລິໂພກ”
“ສາເຫດ ຫລາຍປັດຈັຍ ກ່ຽວກັບການດູແລ ແລະ ຮັກສາສຸຂພາບ ແວດລ້ອມ ທີ່ຖືກ ສຸຂະ ລັກສະນະ ຂອງແຫລ່ງນໍ້າ ສາທາຣະນະ ຮວມທັງ ສານເຄມີ ແລະສານປົນເປື້ອນ ຫລື ເສດ ຂີ້້ເຫຍື່່ອ ເປື້ອນ ເປີະ ເນົ່າເຫມັນ ທີ່ ຖືກຖິ້ມລົງ ໃນ ອ່າງເກັບນໍ້ານັ້ນ ເປັນເຫດ…”
“ຄັນແມ່ນ ເພາະສານເຄມີ ສະນິດສົ້ມ ນ້ຳຈະໃສ. ຄັນແມ່ນ ຍ້ອນສານເຄັມ ອາດຂຸ້ນ. ແຕ່ປະກົດວ່າ ແມ່ນເທົາສະນິດນຶ່ງ. ແຕ່ອັນນີ້ ຍ້ອນຂີ້ສັດ ຈາກບ່ອນລ້ຽງໝູ ຕົວຢ່າງ. ໃນນ້ຳມີ ທາດອາຫານ, ເທົາແຜ່ຜາຍ ແລະ ກະຕາຍໄປ... ກິ່ນເໝັນອອກ...”
“ຍັງຊິເຮັດເຂື່ອນ ເພີ່ມຕື່ມອີກຢູ່ ຢ່າຟ້າວ ຕື່ນຕົກໃຈເດີ ຈັກໜ້ອຍນ້ຳຂຽວ ຊິກາຍເປັນນ້ຳຕາ ແທນແລ້ວ ຊາວລາວເຮົານະ ໂອຍນໍ!”
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!