ອັດຕາເງິນເຟີ້ ຍັງສູງ ຢູ່ສປປລາວ ຍ້ອນເງິນກີບອ່ອນຄ່າ: ຈົດໝາຍ ຈາກຜູ້ຟັງ

ໄມ​ໂຊ​ລີ
2024.07.14
ອັດຕາເງິນເຟີ້ ຍັງສູງ ຢູ່ສປປລາວ ຍ້ອນເງິນກີບອ່ອນຄ່າ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດ ຄວາມເຫັນ ກ່ຽວກັບຂ່າວ ອົງການສາກົນວ່າ ເສຣີພາບສື່ມວນຊົນ ໃນລາວ ໜ້າເປັນຫ່ວງໜັກ, ລາວ-ຫວຽດນາມ ເພີ່ມທະວີ ຄວາມຮ່ວມມື ທາງດ້ານການຄ້າ ລະຫວ່າງ ສອງປະເທດ ໃນຫລາຍໆດ້ານ, ອັດຕາເງິນເຟີ້ ຍັງສູງ ຢູ່ ສປປລາວນັ້ນ ໂດຍລວມ ແມ່ນຍ້ອນເງິນກີບອ່ອນຄ່າ ເມື່ອທຽບກັບ ເງິນຕາຕ່າງປະເທດ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ຄວາມເຫັນ ກ່ຽວກັບຂ່າວ ອັດຕາເງິນເຟີ້ ຍັງສູງ ຢູ່ ສປປລາວນັ້ນ ໂດຍລວມ ແມ່ນຍ້ອນ ເງິນກີບອ່ອນຄ່າ ເມື່ອທຽບກັບເງິນຕາຕ່າງປະເທດ ເຊັ່ນເງິນໂດລ້າ, ເງິນບາດ ແລະ ເງິນຢວນ ເຊິ່ງເປັນສະກຸນຫຼັກ ໃນການສະສາງສິນຄ້າ ແລະການນໍາເຂົ້າ.”

ເງິນເພີ້ ກະເພາະວ່າ ການຜະລິດຜົນພາຍໃນ ຕົກຕໍ່າ. ບໍ່ວ່າດອກ ເຮັດລົດເຮັດລາງ...ອາຫານ ໃສ່ປາກຫັ້ນນາ ກະບໍ່ມີການປະດິດ ຫຼື ວ່າຊຸກຍູ້.. ເສດຖີ ແມ່ນໄປ ຕະລາດເມືອງໄທໝົດ.”

ຂໍເວົ້ານ້ອຍນຶ່ງ ເດີ້ເຈົ້າ ຜລິດພາຍໃນ ເຄີຍມີເຈົ້າ ຜລິດໄດ້ຫລາຍ ແຕ່ບໍ່ມີ ບ່ອນຂາຍບ່ອນສົ່ງ ຈົນໄດ້ເທຖິ້ມ ບາງຄົນ ຍັງຕ້ອງຈ້າງລົດ ມາແກ່ໄປຖິ້ມ ບາງຢ່າງ ຜລິດພາຍໃນຍັງຂາຍແພງ ກວ່າຫວຽດກວ່າໄທອີກ ເຮັດໃຫ້ຂາຍບໍ່ອອກ.”

ບັນຫາຫລັກ ບໍ່ກ່ຽວກັບ ຮ້ານແລກເງິນດອກ ເພາະວ່າ ຫລາຍສິບປີກ່ອນ ກ່ອນຈະມາປັດຈຸບັນ ເງິນເຟີ້ຢູ່ລາວ ບໍ່ມີ ເພາະ 3 ຂໍ້ ທີ່ຂ້າພະເຈົ້າ ຂຽນໄວ້ຂ້າງເທີງ ປະເທດລາວ ໃນຊ່ວງນັ້ນ ບັງບໍ່ເກີດ ບັນຫາ 3 ຂໍ້ ທີ່ເວົ້ານັ້ນ.”

... 

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.