ສານເຄມີ ຮົ່ວໄຫຼ ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບ ຂອງຊາວບ້ານ: ຈົດໝາຍ ຈາກຜູ້ຟັງ
2023.11.06

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ສານເຄມີ ແອມໂມເນັຽ ຮົ່ວໄຫຼ ຢູ່ເຂດບ້ານວຽງຈະເລີນ ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບຂອງປະຊາຊົນ, ແມ່ຍິງຄົນນຶ່ງ ຖືກສຶກສາອົບຮົມ ແລະ ປັບໃໝ ຍ້ອນຖາຍຮູບຕຳຣວຈ ລົງສື່ສັງຄົມອອນລາຍນ໌ ແລະ ປະຊາຊົນຢາກໃຫ້ແກ້ໄຂ ບັນຫາເສຖກິຈ ເປັນວາຣະດ່ວນ ໃນການປະຊຸມສະພາ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ເກີດເຫດ ສານເຄມີຮົ່ວໄຫຼ ຢູ່ບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ”
“ຈອດຢູ່ໄຟແດງ ລະຢູ່ໆແສບຕາ, ນ້ຳຕາເລີ່ມໄຫລ, ແສບດັງຫາຍໃຈ ຈົນບໍ່ໄດ້, ໃສ່ຜ້າອັດປາກ ຈົນໄດ້ປົດອອກ ມັນແສບຮອດປາກ ຮອດຫນ້າ ບ່ອນມີແນວປົກປິດດີ ແຕ່ໄຟຂຽວ ຂີ່ຂື້ນຄ້ອຍຕະຫຼາດ ລະຈັງໄຄຂື້ນ ຕອນນັ້ນວ່າ ແມ່ນສິຕາຍຄາ ແຖວນັ້ນ ລະແສບຕານ້ຳຕາໄຫຼ…”
“ສົມພໍດອກ ຄົນຢູ່ເຂດໃກ້ຄຽງ ເປັນຫວັດເປັນໄອບໍ່ເຊົາ ພາກສ່ວນກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນແລ້ວ ຊ່ວຍລາຍງານ ໃຫ້ສັງຄົມ ຮັບຮູ້ນຳແດ່ ວ່າສານເຄມີນີ້ ແມ່ນເປັນຂອງໃຜ ຫຼື ຂອງພາກສ່ວນ ບໍລິສັດໃດ. ເປັນຫຍັງ ຈຶ່ງນຳມາເກັບໄວ້ ບ່ອນຊຸມຊົນ ແລະ ສານນີ້ ເອົາມາ ເພື່ອປະໂຫຍດຫຍັງ ກັນແທ້ ແລະ ຖ້າໄດ້ສຳພັດ ຫຼື ສູດດົມເຂົ້າໄປມັນມີຜົນອັນຕະລາຍ ຕໍ່ສຸຂພາບຄົນ ຫຼາຍໜ້ອຍຊ່ຳໃດ. ຖ້າມິດງຽບ ມັນບໍ່ມີຜົນດີ ຕໍ່ສຸຂພາບ ຂອງ ປະຊາຊົນ ເຂດຊຸມຊົນ ບ້ານໃກ້ຄຽງ ແລະ ເຂດອື່ນໆ ນຳອີກເດີ ເພາະຜົນ ອັນຕະລາຍຈາກກິ່ນເຄມີ ມັນໄປ ຕາມລົມຕາມອາກາດ.”
“ເປັນຫຍັງ ໃຈກາງເມືອງແທ້ໆ ຈິ່ງອະນຸຍາດ ໃຫ້ມີບ່ອນເກັບ ສານເຄມີແບບນີ້,ພາກສ່ວນກຽວຂ້ອງ ຄວນພິຈາລະນາ”
“ມັນບໍ່ມີ ແຕ່ເຂດນີ້, ມັນມີໄປ ທົ່ວປະເທດລາວແລ້ວ ມັນບໍ່ມີ ຄົນສົນໃຈ ຖ້າມີຄົນເຈັບ ຄົນໄຂ້ ຄົນຕາຍ ກໍ່ເວົ້າວ່າ ຕາຍຍ້ອນ ພະຍາດຜູ້ກ່ຽວເອງ ຖືກເປະ.”
“ສານອຳໂມເນຍ ເປັນສານ ທີ່ເຮັດໃຫ້ ມີຄວາມເຢັນ ແຕ່ຖ້າມັນຮົ່ວໄຫຼ່ ຫຼາຍເກີນໄປ ກໍ່ຈະມີ ຜົນອັນຕະລາຍ ຕໍ່ສຸຂະພາບ”
“ກາຍໄປ ມື້ນັ້ນ ເກືອບໃຈຂາດ ນ້ຳຕາໄຫລ ຫາຍໃຈ ບໍ່ໄດ້…”
“ຄັນຄຶຢູ່ ເມກາ ຫ້າງຮ້ານ ຖືກປັບໄຫມ ປະຊາຊົນ ເຂດອ້ອມຮອບ ທີ່ຖືກຜົນກະທົບ ໄດ້ເງິນຄ່າ ປວ່ຍການ ຄ່າເສຍເວລາ ຄ່າຖືກຄຸກຄາມ ສ້າງຄວາມເດືອດຮ້ອນ”
“ຕາຍຄັກ ແລ້ວຊິເອົາ ຄວາມຜິດກັບໃຜນໍ້ ບາດນີ້”
“ຢາພາກັນ ຖືເບົາຫຼາຍ ເລື້ງສານເຄມີ ໃຫ້ບໍລິສັດ ຮັບຜິດຊອບ”
“ເປັນມານານ ກາຍແຖວຂົວຮອ່ງແຊງ ຍາມແລງ ຈົນວິນຫົວ ຄົນແຖວນັ້ນ ຢູ່ໄດ້ຈັ່ງໃດ”
“ກົມໃດເບິ່ງແຍງນໍ? ຄືປ່ອຍໃຫ້ສານດັ່ງກ່າວ ມາເກັບໄວ້ ໃນຕົວເມືອງ ເຮືອນຄົນເຕັມປານນັ້ນ. ຢ່າຄິດແຕ່ ສິຫວານຈຽບ ຕະຫຼອດໃດ?”
“ປະຊາຊົນທຳມະດາ ມີບັນຫາ ກະບໍ່ໄດ້ ມີສິດ ແຕ່ນັ່ງເປັນເຈົ້າ ລໍຖ້າໃຫ້ ເພີ່ນປະກາດໃຫ້ຫຼຸດພົ້ນ ຈາກຄວາມທຸກຍາກ ຢະເອີຍ!!!”
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!