ຈ.ມ ຈາກຜູ້ຟັງ 12/04/21

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວຣັຖບານລາວ ເດີນໜ້າເປີດ ທາງຣົຖໄຟ ລາວ-ຈີນ, ເຫດການ ເຈົ້າໜ້າທີ່ຕຳຣວດ ບັງຄັບໃຫ້ ຊາວບ້ານ 36 ຄອບຄົວ ອອກຈາກ ທີ່ດິນ ບ້ານໂພນສີນວນ, ຕ​ຣຽມເປີດດ່ານ ຊາຍແດນ ໜອງຄາຍ-ນະຄອນຫຼວງວຽງຈັນ, ຫຼາຍຄົນ ຕ້ອງການ ໃຫ້ພາກສ່ວນ ກ່ຽວຂ້ອງ ພິຈາຣະນາ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ໃຫ້ສອດຄ່ອງ ກັບສະພາບຕົວຈິງ ຂອງເສຖກິຈ ແລະ ຂ່າວອື່ນໆ.

ຄວາມ ເຫັນ ບາງ ຕອນ:

ກ່ຽວ​ກັບຂ່າວ, "ຫຼາຍຝ່າຍ ກັງວົນເຣື່ອງຜົລກທົບດ້ານສິ່ງແວດລ້ອມ ແລະສັງຄົມ ແລະຄວາມບໍ່ປອດພັຍ ຈາກໂຄງການເຂື່ອນຊະນະຄາມ."

“ໃຫ້ເບີ່ງຜົນກະທົບ ຈາກການສ້າງເຂື່ອນທີ່ຜ່ານມາ: ເຂື່ອນນ້ຳທາ, ເຂື່ອນນ້ຳອູ, ເຂື່ອນດອນສະໂຮງ ແລະເຂື່ອນອື່ນໆ ຄື: ປະຊາຊົນສູນເສັຍ ເຮືອນ ທີ່ດິນ ປູກຝັງ. ຄ່າຊົດເຊີຍບໍ່ສົມເຫດສົມຜົນ, ບາງຄອບຄົວ ບໍ່ໄດ້ຄ່າຊົດເຊີຍເລີຍ. ທຸກໆແຜນການພັທນາ ຂອງພັກລັດ ປະຊາຊົນເປັນ ພວກທີ່ ເສັຍຜົນປະໂຍດຫລາຍທີ່ສຸດ. ສ່ວນພວກ ທີ່ໄດ້ຮັບຜົນປະໂຍດແມ່ນພວກກຳອຳນາດພັກລັດ ແລະ ພວກນາຍທຶນ!”

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ​ບັນ​ທຶກ​ໄວ້)