ຈ.ມ ຈາກຜູ້ຟັງ 12/11/21

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ປະຊຸມ ສຳເຣັດ ແຕ່ບັນຫາ ຍາກແກ້ໄຂໄດ້ ສຳເຣັດ, ສິນຄ້າຈີນ ສ້າງຄວາມກັງວົນໃຈ ໃຫ້ທຸຣະກິຈລາວ, ຄົນງານ ສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ໃສ່ຫ້ວຍນ້ຳຊາວບ້ານ, ຜູ້ໃຊ້ບໍຣິການຣົຖໄຟ ລາວຈີນ ບາງຄົນ ເຫັນວ່າ ຍັງສັບສົນ ແລະ ຂ່າວອື່ນ.

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ "ຄົນງານສວນໝາກໂມຈີນ ໃນບ້ານໜອງປະຈິດ , ເມືອງບໍ່ແຕນ ແຂວງໄຊຍະບູຣີ ຖິ້ມສິ່ງເສດເຫຼືອ ລົງໃສ່ຫ້ວຍນ້ຳ ເຮັດໃຫ້ນ້ຳໃນຫ້ວຍ ປົນເປື້ອນ ແລະ ຕັນ ຊາວບ້ານ ຢາກໃຫ້ອຳນາດ ການປົກຄອງບ້ານ ຊ່ອຍແກ້ໄຂ."

" ຖ້າເປັນດັ່ງທີ່ ຂຽນຂ່າວ ນັ້ນສະແດງວ່າ ບໍລິສັດຈີນ ຂາດຄວາມເອົາໃຈໃສ່ ຕ່ໍລະບົບນິເວດ ແລະ ການເປັນຢູ່ ດຳລົງຊີບ ຂອງປະຊາຊົນ ສ້າງມົນລະພິດ ທາງອາກາດ ເຊັ່ນກິ່ນເຫນົ່າເໝັນ ບໍ່ມີທີ່ບຳບັດ ຂອງເຫນົ່າເສຍ ຈາກການດຳເນີນງານ , ສ່ວນຫນ່ວຍງານ ທີ່ກຽ່ວຂ້ອງ ທີ່ຮັບຜິດຊອບເບິ່ງແຍງ ໃນເຂດນັ້ນ ຖືວ່າ ຖືເບົາຕ່ໍຫນ້າທີ່ ຂາດການກວດສອບ ແລະ ລົງພື້ນທີ່ ເກັບກຳຂໍ້ມູນ ທາງເມືອງ ຄວນຮັບພິຈາລະນາ ແລະຮັບຟັງຈາກປະຊາຊົນ."

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)