ຊາວອາເມຣິກັນ ສລອງ “ວັນຂອບຄຸນພຣະເຈົ້າ” ຢ່າງມ່ວນຊື່ນ
ວັນ Thanksgiving ຫຼື ມື້ຂອບຄຸນພຣະເຈົ້າ ຢູ່ສະຫະຣັຖອາເມຣິກາ ມີຂຶ້ນ ໃນວັນພະຫັດ ທີ 4 ຂອງເດືອນພຶສຈິກາທຸກປີ, ຊາວອາເມຣິກັນທັງມວນ ພາກັນສລອງ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນ.
-
ຈຳປາທອງ
2022-11-24 -
-
-
Your browser doesn’t support HTML5 audio
ຢູ່ສະຫະຣັຖອາເມຣິກາ ການສເລີມສລອງບຸນ ບຸນຂອບຄຸນພຣະເຈົ້າ (Thanksgiving) ມີຂຶ້ນໃນມື້ວັນພະຫັດ ທີ 4 ຂອງເດືອນພຶສຈິກາ ທຸກປີ ຊຶ່ງໃນປີ 2022 ນີ້ແມ່ນຕົກຖືກວັນທີ 24 ອັນເປັນໄລຍະອາກາດເຣີ່ມໜາວເຢັນ ເປັນຕົ້ນຢູ່ທາງພາກເໜືອ ຂອງສະຫະຣັຖອາເມຣິກາ, ໃບໄມ້ລົ່ນລົງຫລາຍ, ແຕ່ກໍມີຕົ້ນໄມ້ບາງ ຊະນິດ ຮວມທັງຕົ້ນແປກ-ຕົ້ນ ຄຣິສຕ໌ມາສ (Christmas) ທີ່ຍັງຄົງຮັກສາ ຄວາມຂຽວງາມເອົາໄວ້ດັ່ງເດີມ.
ກ່ອນຈະມີການສລອງວັນ Thanksgiving ຫລື ມື້ຂອບຄຸນພຣະເຈົ້າ ຄົບຮອບ 75 ປີໃນປີ 2022 ນີ້ ເພື່ອສະແດງຄວາມຮູ້ບຸນ ຄຸນພຣະເຈົ້າ ແລະຄວາມຂອບອົກ ຂອບໃຈ ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະຣັຖ ອາເມຣິກາ ມີກໍານົດ ຈັດພິທີຊ່ອຍ ຊີວິຕ ໄກ່ງວງ ໂດຍປ່ອຍໄກ່ງວງ 2 ໂຕ ຢູ່ສນາມຫຍ້້າດ້ານໃຕ້ ຂອງທໍານຽບຂາວ ຫລື ທໍານຽບ ປະທານາທິບໍດີ ນະຄອນຫລວງ ວໍຊິງຕັນ ດີ.ຊີ. ໃນມື້ວັນທີ 21 ພຶສຈິກາ ຄື 3 ວັນກ່ອນມື້ສລອງ Thanksgiving. ໄກ່ຊວງ 2 ໂຕທີ່ທ່່ານປ່ອຍນັ້ນ ແມ່ນນໍາມາຈາກເມືອງ ມອນໂຣ (Monroe) ຣັຖ ໂນຕ ຄາໂຣຣາຍນ໋າ (North Carolina) ແລະເມື່ອປີກາຍ ຄືປີ 2021 ປະທານາທິບໍດີ Joe Biden ກໍໄດ້ປ່ອຍໄກ່ງວງ 2 ໂຕ, ເປັນການປ່ອຍ ປະຈໍາປີ ຄັ້ງທີ 74 ໃນມື້ວັນສຸກ ທີ 19 ພຶສຈິກາ.
ການສເລີມ ສລອງວັນ Thanksgiving, ມື້ຂອບຄຸນພຣະເຈົ້າ ຢູ່ສະຫະຣັຖອາເມຣິກາ ປີນີ້ ມີຂຶ້ນໃນຂະນະທີ່ ການແພ່ຣະບາດ ຂອງເຊື້ອໂຄວິດ-19 ຜ່ອນຄາຍລົງ ເຮັດໃຫ້ຊາວອາເມຣິກັນ ໃນທົ່ວປະເທດ ແລະຢູ່ຕ່າງປະເທດ ມີໂອກາດກັບມາສລອງກັນ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນ ຂຶ້ນຕື່ມ ຊຶ່ງໃນນັ້ນ ມີທັງຊາວລາວ ກໍພາກັນສເລີມ ສລອງນໍາດ້ວຍ.
ຍາປ້າ ບຸນເຮືອງ ວົງນະພອນ ທີ່ຣັຖເວີຣ໌ຈິເນັຽ ສະຫາຣັຖອາເມຣິກາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ພຶສຈິກາ ເຖິງການສລອງວັນ Thanksgiving ນີ້ວ່າ ມີພີ່ນ້ອງລູກຫລານ ໃກ້ຊິດມາກິນເຂົ້າຊຸມແຊວກັນ ແລະຍານາງ ຄໍາເຄື່ອງ ພະຂັນສາ ທີ່ເມືອງຣິສມອນ ຣັຖເວີຣ໌ຈິເນັຽ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 18 ພຶສຈິກາ ເຖິງການສລອງ ວັນຂອບຄຸນພະເຈົ້າ ຄືກັນນັ້ນວ່າ ມີການສລອງ ຮ່ວມກັນສູ່ປີໃນຄອບຄົວ.
ຍ້ອນການຣະບາດ ຂອງເຊື້ອໂຄວິດ-19 ຜ່ອນຄາຍລົງ ເຮັດໃຫ້ການຕ້ອນຮັບວັນ Thanksgiving ປີນີ້ຄືກຄື້ນຂຶ້ນມາຕື່ມ. ຊາວອາເມຣິກັນ ຕ່າງກໍພາກັນຕົບແຕ່ງ ເອ້ຍ້ອງບ້ານເຮືອນ,ຕາມຖະໜົນຫົນທາງ ແລະຮ້ານຄ້າຕ່າງໆ ດ້ວຍແສງສີ ແລະເຄື່ອງເອ້ທີ່ຫລາກຫລາຍ ຍ້ອນການສລອງບຸນ Thanksgiving
ນີ້ ເປັນການສລອງ ບຸນສໍາຄັນປະຈໍາປີແຫ່ງຊາຕ ຊຶ່ງຫລັງຈາກບຸນນີ້ແລ້ວ ກໍຈະມີບຸນຄຣິສຕ໌ມາສ ແລະບຸນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຄືບຸນປີໃໝ່ສາກົນ 2023.
ກ່ອນໜ້າບຸນ ຂອບຄຸນພຣະເຈົ້ານີ້ ມີການປ່ອຍໄກ່ງວງ ແລະການປ່ອຍໄກ່ງວງນັ້ນ ເຣີ່ມມີພິທີປ່ອຍ ແບບເປັນປະເພນີ ຢ່າງເປັນທາງການ ຢູ່ທໍານຽບຂາວ (ທໍານຽບປະທານາທິບໍດີ) ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. ຊຶ່ງແມ່ນ ທ່ານ ຈອຣ໌ຈ ເອັຈ. ດັບໂບຢູ. ບູສ (George H.W. Bush) ປະທານາທິບໍດີ ສະຫະຣັຖອາເມຣິກາ ເປັນຜູ້ປ່ອຍ ຄົນທໍາອິດ ໃນ ປີ 1989.
ໃນໂອກາດ ສະຫລອງບຸນ Thanksgiving ຊຶ່ງຖືເປັນບຸນເຕົ້າໂຮມຄອບຄົວ ຊາວອາເມຣິກັນຫລາຍລ້ານຄົນ ພາກັນເດີນທາງກັບມາພົບພໍ້ ຢ້ຽມຢາມຖາມຂ່າວ ຮ່ວມພາເຂົ້າພາປາກັບພໍ່ແມ່ ຍາດຕິພີ່ນ້ອງ ຢູ່ທຸກຫົນແຫ່ງ ໃນສະຫະຣັຖອາເມຣິກາ. ການສະຫລອງບຸນ Thanksgiving ຊຶ່ງເປັນບຸນປະຈໍາປີ ສໍາຄັນ ທີ່ຊາວອາເມຣິກັນ ທັງມວນພາກັນສລອງ ເປັນຕົ້ນນັບຕັ້ງແຕ່ປະທານາທິບໍດີ ຄົນທີ 16 ທ່ານ ເອບຣາແຮມ ລິງຄອລ໌ນ (Abraham Lincoln) ໄດ້ປະກາດ ເປັນວັນບຸນແຫ່ງຊາຕ ຢ່າງເປັນທາງການ ໃນປີ 1863 ໂດຍຖືເອົາວັນພະຫັດ ທີ 4 ຂອງເດືອນພຶສຈິກາ ທຸກປີ ເປັນມື້ສລອງ.
ປີທໍາອິດທີ່ມີການສລອງ ວັນຂອບຄຸນພຣະເຈົ້າ ແມ່ນໄດ້ເຣີ່ມມີຂຶ້ນໃນປີ 1621 ພາຍຫລັງທີ່ ນັກສະແຫວງບຸນຊາວ (Pilgrims) ຈາກປະເທດອັງກິດ 102 ຄົນ ຂີ່ເຮືອ ຊື່ ເມຟລາວເວີ້ຣ໌ (Mayflower) ຂ້າມມະຫາສມຸດ ແອັດແລນຕິກ (Atlantic) ໂດຍໃຊ້ເວລາເດີນທາງ 66 ມື້ ຜ່ານຮ້ອນ ຜ່ານໜາວ, ອຶດຫິວ, ອ່ອນເພັຍ, ເຈັບປ່ວຍ ກ່ອນຈະມາເຖິງເມືອງ ພລາຍເມົາທ໌ (Plymouth) ຣັຖ ແມັສສາຈຸແຊັດສ໌ (Massachusetts) ພາກຕາເວັນອອກສ່ຽງເໜືອ ຂອງສະຫະຣັຖອາເມຣິກາ ແລະມີຊີວິຕໃໝ່ ໃນປີ 1620, ຮູ້ຈັກປູກສາລີ, ໂຮ່ເນື້ອ, ຫາປາ ທີ່ຊົນເຜົ່າທ້ອງຖິ່ນ ຊາວອິນເດັຽແດງ ສອນໃຫ້.
ນັ້ນຄືສ່ວນນຶ່ງ ຂອງຄວາມເປັນມາ ໂດຍສັງເຂບ ແລະການສເລີມ ສລອງ ວັນ Thanksgiving ຫລື ມື້ຂອບຄຸນພຣະເຈົ້າ ຢູ່ສະຫະຣັຖອາເມຣິກາ ປີທີ 75 ໃນມື້ວັນພະຫັດ ທີ 24 ພຶສຈິກາ 2022 ນີ້.
Happy Thanksgiving - ສຸກສັນ ວັນຂອບຄຸນ ພຣະເຈົ້າ. ສະບາຍດີ