ປະຊາຊົນ 2 ຄອບຄົວຢູ່ບ້ານສີສະຫວ່າງ ເມືອງໄຊພູທອງ ແຂວງສວັນນະເຂດ ຮຽກຮ້ອງ ຂໍຄວາມເປັນທັມ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ຍ້ອນຖືກມ້າງເຮືອນ ແລະ ຖືກອາດີດເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງສວັນນະເຂດຄົນນຶ່ງ ໃຊ້ເອກະສານຄໍາຕັດສິນ ຂອງສານແຂວງ ສວັນນະເຂດ ຂົ່ມຂູ່ຍຶດເອົາດິນຂອງພວກເຂົາເຈົ້າ. ເຣື່ອງດັ່ງກ່າວໄດ້ເກີດຂຶ້ນມາຕັ້ງແຕ່ປີ ປີ 2020, ມາເຖິງເດືອນ ຕຸລາ ທີ່ຜ່ານມານີ້ ປະຊາຊົນຜູ້ເສັຽຫາຍເວົ້າວ່າ ມີເຈົ້າໜ້າທີ່ ຂັ້ນແຂວງ ຈໍານວນນວນນຶ່ງ ໃຫ້ຄວາມຮ່ວມມືກັບອາດີດເຈົ້າໜ້າທີ່ ທ້ອງຖິ່ນຄົນດັ່ງກ່າວ ມາມ້າງເຮືອນ ແລະຍຶດເອົາດິນຂອງພວກຕົນ ດັ່ງຊາວບ້ານຜູ້ນຶ່ງ ທີ່ເຮືອນຂອງຕົນໄດ້ຖືກມ້າງ ແລະຖືກຍຶດ ທີ່ດິນຕັ້ງແຕ່ປີກາຍ ກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 17 ພຶສຈິການີ້ວ່າ:
" ມີ 2 ຄອບຄົວ ເຂົາມ້າງຫັ້ນນ່າ. ຄອບຄົວຂ້າພະເຈົ້ານີ້ແຫຼະ ເຂົາໄປມ້າງ ເຮືອນ ແວ່ວໆ ວ່າເປັນຄົນຢູ່ໃນຜແນກໄຟຟ້າ ແຕ່ດຽວນີ້ອອກແລ້ວ. ສານເພິ່ນໄດ້ຕັດສິນມາແລ້ວ ກົດ ດັນວ່າໃຫ້ເຈົ້າຕ້ອງໄດ້ເຮັດອັນນັ້ນ ເພາະວ່າຕັດສິນລົງມາແລ້ວຫັ້ນນ່າ ຍັງບໍ່ມີໜ່ວຍງານໃດຊ່ວຍນ່າ."
ທ່ານກ່າວຕື່ມອີກວ່າ ອາດີດເຈົ້າໜ້າທີ່ທ້ອງຖິ່ນຄົນດັ່ງກ່າວ ອ້າງວ່າ ດິນທີ່ພວກຕົນໄດ້ອາ ສັຍຢູ່ນັ້ນ ເປັນດິນຂອງເຂົາ ແລະເວົ້າວ່າ ພວກຕົນໄດ້ໄປເອົາຫຼັກຖານຢັ້ງຢືນ ນໍາເຈົ້າໜ້າທີ່ບ້ານດົງໝາກໄຟ ທີ່ເປັນບ້ານຢູ່ຕິດກັບບ້ານສີສະຫວ່າງ ແຕ່ເຈົ້າໜ້າທີ່ ບໍ່ໃຫ້ຫຼັກຖານນັ້ນແກ່ນາຍບ້ານ ບ້ານສີສະຫວ່່າງ ແລະຄອບຄົວຂອງຕົນ. ດັ່ງນັ້ນຕົນຈຶ່ງເຫັນວ່າ ບໍ່ຖືກຕ້ອງ ແລະບໍ່ມີຄວາມເປັນທັມ ທີ່ອາດີດເຈົ້າໜ້າທີ່ທ້ອງຖິ່ນຄົນນັ້ນ ສັ່ງໃຫ້ຄົນມາມ້າງເຮືອນ ແລະຍຶດເອົາດິນ ຂອງພວກຕົນ ທັ້ງໆທີ່ດິນຕອນນັ້ນ ຕົນໄດ້ຊື້ຈາກຄອບຄົວນຶ່ງ ຢູ່ບ້ານສີສະຫວ່າງມາຕັ້ງແຕ່ປີ 2003. ໃນຂະນະດຽວກັນ ຊາວບ້ານອີກຄອບຄົວນຶ່ງ ຢູ່ບ້ານສີສະຫວ່າງ ກໍຖືກມ້າງເຮືອນ ແລະຖືກຍຶດດິນ ໃນມື້ວັນທີ 5 ຕຸລາທີ່ຜ່ານມາ ເວົ້າວ່າ ຫຼັງຈາກທີ່ຜູ້ເອົາໃບຕາດິນປອມມາຂົ່ມຂູ່ ເອົາດິນໄປ ແລະເຮືອນຖືກມ້າງແລ້ວ ຄອບຄົວຂອງຕົນ ບໍ່ມີບ່ອນຢູ່ອາສັຍ, ຕ້ອງໄດ້ມາພັກເຊົາ ຢູ່ບໍລິເວນຕລາດດົງ ທີ່ຂຶ້ນກັບບ້ານສີສະຫວ່າງ ດັ່ງທີ່ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
" ຈະຂ້ອຍຫັ້ນຢູ່ແຕ່ເຫິງ ເພິ່ນວ່າດີນເພິ່ນ ມາໄລ່ໜີ ແລ້ວກໍມ້າງເຮືອນ ມ້າງຊານແລະບໍ່ມີບ່ອນຢູ່ດຽວນີ້ນ່າ ໃບຊື້ຂາຍກະບໍ່ີ ໃບຫຍັງກະບໍ່ມີ ເພິ່ນມາເຮັດເອົາ ໂລດເດ໋ ມາມ້າງເອົາໂລດ ໃບຕາດິນຖືກຕ້ອງຕາມກົດໝາຍ ເພິ່ນວ່າ ຖືກໃບຕາດິນປອມດອກ ມາຂົ່ມຂູ່ ເອົາໄປວ່າຊັ້ນ ຢູ່ໃສກະເຈົ້ານາຍໝົດ."
ນາງເວົ້າວ່າ ດິນຂອງຕົນ ທີ່ຖືກຍຶດເອົາໄປນັ້ນ ເປັນດິນມໍລະດົກ ສືບທອດມາຕັ້ງແຕ່ສມັຍ ລຸ້ນພໍ່, ລຸ້ນແມ່ ທີ່ຕົນໄດ້ຮັບ ເຖິງແມ່ນວ່າຈະບໍ່ມີໃບຕາດິນ ແຕ່ກໍໄດ້ເສັຽພາສີ ທີ່ດິນໃຫ້ຣັຖທຸກປີ. ນາງເວົ້າຕື່ມວ່າ ຜູ້ທີ່ມາຢຶດເອົາດິນ ໄດ້ອ້າງວ່າ ພໍ່ແມ່ຂອງນາງ ທີ່ເສັຽຊີວິດໄປແລ້ວນັ້ນ ໄດ້ມອບດິນຕອນດັ່ງກ່າວໃຫ້ຕົນມາແຕ່ດົນແລ້ວ ແລະຜູ້ກ່ຽວໄດ້ພົວພັນກັບເຈົ້າໜ້າທີ່ຄົນນຶ່ງ ເຮັດໃບຕາດິນປອມຂຶ້ນມາ ແລ້ວເອົາມາຂົ່ມຂູ່ຄອບຄົວຂອງນາງ ແລະເອກກະສານ ການເສັຽພາສີທີ່ດິນ ຂອງຄອບຄົວນາງ ກໍຖືກຜູ້ກ່ຽວຍຶດເອົາໄປ.
ແຕ່ເຖິງຢ່າງໃດກໍຕາມ 2 ຄອບຄົວທີ່ເສັຽຫາຍນັ້ນ ໄດ້ຊີ້ແຈງຕື່ມວ່າ ມື້ທີ່ມີການຕັດສິນຄະດີ ຢູ່ສານແຂວງສວັນນະເຂດ ພວກຕົນບໍ່ຖືກເອີ້ນ ໄປເຂົ້າຮ່ວມຮັບຟັງນໍາແຕ່ຢ່າງໃດ. ດັ່ງ ນັ້ນ ຈຶ່ງໄດ້ຍື່ນໃບຮ້ອງທຸກ ໄປຫາສານປະຊາຊົນສູງສຸດ ທີ່ນະຄອນຫຼວງວຽງຈັນ ເພື່ອຮ້ອງຂໍຄວາມເປັນທັມ ໃຫ້ເພິ່ນພິຈາຣະນາ ຄະດີໃຫ້. ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ສານປະຊາຊົນສູງສຸດ ທີ່ນະຄອນ ຫຼວງວຽງຈັນ ເພື່ອຂໍຮູ້ເຖິງຄວາມຄືບໜ້າເພີ່ມຕື່ມ, ໄດ້ຮັບຄໍາຕອບພຽງສັ້ນໆ ຈາກເຈົ້າໜ້າ ທີ່ທ່ານນຶ່ງວ່າ ຍັງຈະຕ້ອງມີການກວດກາ ຂໍ້ມູນຄືນກ່ອນ ແລະຍັງບໍ່ສາມາດໃຫ້ຄໍາເຫັນໄດ້ເທື່ອ. ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາສານປະຊາຊົນ ແຂວງສວັນນະເຂດ ແລະເຈົ້າໜ້າທີ່ຂັ້ນບ້ານບ້ານສີສະຫວ່າງ ແລະບ້ານດົງໝາກໄຟ ເມືອງໄຊພູທອງ ແລະຫ້ອງການປົກຄອງ ເມືອງໄຊພູທອງ, ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດສະດວກ ທີ່ຈະໃຫ້ຄໍາເຫັນ ແລະ ວ່າ ບໍ່ຮູ້ເຫດການດັ່ງກ່າວ. ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງໄຊພູທອງ ຊຶ່ງເປັນພາກສ່ວນທີ່ເຮັດວຽກ ຕິດຕາມເຣື່ອງທີ່ດິນນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານຍັງບໍ່ທັນໄດ້ຮັບແຈ້ງຂໍ້ມູນກ່ຽວກັບເຣື່ອງນີ້ ຈາກພາກສ່ວນໃດເທື່ອ, ດັ່ງນັ້ນຈຶ່ງຍັງບໍ່ທັນໃຫ້ຄວາມເຫັນໄດ້:
" ເຣື່ອງດິນເບາະ ເພິ່ນຍັງບໍ່ທັນ ວ່າແນວໃດ ຄືບໍ່ເຫັນ ບໍ່ທັນເຫັນວ່າແນວໃດ ບໍ່ເຫັນມາພົວພັນກັນແນວໃດ."
ນັກກົດໝາຍທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ພຶສຈິກາ ນີ້ວ່າ “ກ່ອນໜ້ານີ້ ທ່ານກໍໄດ້ຮັບຄໍາຮ້ອງ ຂໍຄວາມຊ່ອຍເຫຼືອ ຈາກຊາວບ້ານທັງ 2 ຄອບຄົວ ທີ່ວ່ານັ້ນ ແຕ່ກໍຍັງບໍ່ທັນຊ່ອຍຫຍັງໄດ້ ຈົນກວ່າ 2 ຄອບຄົວນັ້ນ ຈະໄດ້ເອກກະສານ ກ່ຽວກັບຄໍາຕັດສິນຂອງສານ ແຂວງ ສວັນນະເຂດ ເພື່ອນໍາມາເປັນຫຼັກຖານ ໃນການ ຟ້ອງຮ້ອງນັ້ນກ່ອນ.”
ດິນຕອນທີ່ມີບັນຫານີ້ ຕັ້ງຢູ່ຕິດກັບຕລາດດົງ ບ້ານສີສະຫວ່າງ ເມືອງໄຊພູທອງ ມີເນື້ອທີທັງໝົດປະມານ 168,000 ຕາແມັດ, ແຕ່ກ່ອນເປັນດິນຂອງສອງຜົວເມັຍ ຄອບຄົວນຶ່ງ ທີ່ຈັບຈ່ອງໄວ້ຕັ້ງແຕ່ປີ 1948, ໄດ້ຖາງ ແລະນໍາໃຊ້ຕັ້ງແຕ່ນັ້ນມາ ແລະປີ 1975 ເປັນ ຕົ້ນມາ ສອງຜົວເມັຍນັ້ນ ກໍໄດ້ມອບດິນນັ້ນໃຫ້ພວກລູກໆ ທັງ 8 ຄົນ ເປັນຜູ້ຄຸ້ມຄອງ ແລະໄດ້ເສັຽພາສີທີ່ດິນມາ, ອີງຕາມຂໍ້ມູນເອກສານ ຂອງຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງສວັນນະເຂດ.