ປ່ອຍໂຕ ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນຂັດແຍ່ງທີ່ດິນ

0:00 / 0:00

ຊາວ​ບ້ານ ຫ້ວຍ​ນ້ຳ​ເຢັນ 5 ຄົນ ທີ່​ຖີກ​ຈັບເຈົ້າ​ໜ້າ​ທີ່ທະ​ຫານ ນະ​ຄອນ​ຫລວງວຽງ​ຈັນ ຈັບ​ໂຕ ໃນ​ເດືອນ ເມ​ສາ ທີ່​ຜ່ານ​ມາ ໄດ້​ຮັບ​ການ​ປ່ອຍ​ໂຕ​ແລ້ວ.

ຊາວ​ບ້ານທັງ 5 ຄົນ ໄດ້​ຮັບ​ການ​ປ່ອຍ​ໂຕໃນ​ທ້າຍ​ເດືອນ ກໍ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ ຫຼັງ​ຈາກ​ ທີ່ເຂົາ​ເຈົ້າຖືກ​ຈັບ​ຂັງ​ ຢູ່​ຄຸກ​ໜອງ​ເຂັງ ທີ່​ເປັນ​ຄຸກ​ທະ​ຫານ ຢູ່​ເມືອງໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ.

ລາຍ​ຊື່​ ຊາວ​ບ້ານທີ່​ຖືກ​ຈັບ ແລະ ຖືກປ່ອຍ​ໂຕ ມີດັ່ງ​ນີ້:

  1. ນາງ ບຸນ​ມີ ອາ​ຍຸ 55 ປີ
  2. ທ້າວ ຫງັດ ອາ​ຍຸ 58 ປີ
  3. ທ້າວ ບຸນ​ທະ​ວີ ອາ​ຍຸ 36 ປີ
  4. ທ້າວ ຄຳ​ພຸດ ອາ​ຍຸ ​49 ປີ
  5. ພໍ່​ຕູ້ ອຸ່ນ ອາ​ຍຸ 72 ປີ

ຫຼັງ​ຈາກ​ຖືກ​ປ່ອຍ​ໂຕ ​ໃນ​ເດືອນ​ກໍ​ຣະ​ກະ​ດາ ແລ້ວ ຕໍ່​ມາ​ໃນ​ເດືອນ​ກັນ​ຍາ ຊາວ​ບ້ານ​ ຈຶ່ງ​ໄດ້​ຮັບ​ຄຳ​ສັ່ງ​ ໃຫ້ມາ​ຮັບ​ຟັງ​ຄຳ​ຕັດ​ສິນ​ ຕາມ​ພາຍ​ຫຼັງ.

ຊາວ​ບ້ານ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

" ເຈົ້າ ​ໜ້າ​ທີ່​ປ່ອຍ​ໂຕ ໃນ​ທ້າຍ​ເດືອນ ກໍ​ຣະ​ກະ​ດາ ຫຼັງ​ຈາກ​ນັ້ນ ເພິ່ນ​ຈັ່ງຮ້ອງ​ໄປ​ຕັດ​ສິນ ໃນ​ວັນ​ທີ 22 ກັນ​ຍາ ທີ່​ຜ່ານ​ມາ."

ຊາວ​ບ້ານ​ທ່ານນີ້ ກ່າວ​ວ່າ:

" ເຂົາ ​ເຈົ້າ​ພຽງ​ແຕ່​ຖືກ​ຂໍ້​ຫາ ທີ່​ໄປມ້າງ​ປ້າຍ​ ຢູ່​ປະ​ຕູ​ໂຂງ​ ທາງ​ເຂົ້າ​ຄ້າຍ​ທະ​ຫານ ທີ່​ເຈົ້າ​ໜ້າ​ທີ່​ ທະ​ຫານມາ​ສ້າງ​ໃສ່ດິນ​ບ້ານ​ ຂອງ​ເຂົາ​ເຈົ້າ ເທົ່າ​ນັ້ນ."

ອີງ​ຕາມ​ຂໍ້​ມູນ​ ຈາກ​ຊາວ​ບ້ານ, ຊາວ​ບ້ານບໍ່​ໄດ້ຖືກ​ນຳ​ໂຕ ​ໄປ​ຂຶ້ນ​ສານ​ທະ​ຫານ ແຕ່ເຂົາ​ເຈົ້າ​ພຽງ​ແຕ່​ໄປ​ຮັບ​ຟັງ​ຄຳ​ຕັດ​ສິນ ຂອງ​ສານຢູ່​ໃນຄຸກ ເທົ່າ​ນັ້ນ.

ໃນ​ການ​ດຳ​ເນີນ ​ຄະ​ດີແບບນີ້, ມັນ​ເປັນ​ສິ່ງບໍ່​ຄ່ອຍ​ໄດ້​ຍິນ​ກັນ ໃນ​ການ​ຕັດ​ສິນ ​ຂອງ​ສານ ໂດຍ ຊາວ​ບ້ານບໍ່ໄດ້​ຖືກ​ນຳ​ມາ​ຂຶ້​ນ​ສານ ແຕ່​ເຈົ້າ​ໜ້າ​ທີ່​ ສັ່ງ​ໃຫ້​ຊາວ​ບ້ານ ມາ​ຮັບ​ຟັງ​ຄຳ​ຕັດ​ສິນ ​ຂອງ​ສານ ຢູ່​ໃນຄ້າຍ​ຄຸມ​ຂັງ.

ນັກ​ກົດ​ໝາຍນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ກ່າວຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ​ ​ວ່າ:

" ເຣື່ອງ ​ດັ່ງ​ກ່າວ ຈະ​ມີ​ເຣື່ອງ​ຜົ​ລ​ປ​ໂຍດ​ເຂົ້າ​ກ່ຽວ​ຂ້ອງ ຫຼື ຂັດ​ກັບ​ຜົ​ລ​ປ​ໂຍດ​ຜູ້​ໃດ​ຜູ້​ນຶ່ງ, ແຕ່​ວ່າ ບໍ່​ແມ່ນ​ເຣື່ອງ​ປົກ​ຕິ ທີ່​ຈະ​ມີ​ເຣື່ອງ​ໃນ​ຮູບ​ແບບ​ ລັກ​ສະ​ນະ​ແບບນີ້."

​ຊາວ​ບ້ານທ່ານນີ້ ກ່າວ​ວ່າ:

" ເຂົາ ​ເຈົ້າ​ຖືກ​ຕັດ​ສິນ​ຈຳ​ຄຸກທັງ​ໝົດ 8 ເດືອນ ໃນ​ຂໍ້​ຫາ​ ມ້າງປ້າຍ ​ຢູ່​ປະ​ຕູ​ໂຂງ​ ຄ້າຍ​ທະ​ຫານ ແຕ່ໃຫ້​ຕິດ​ຄຸກ 3 ເດືອນ ແລະ ຝາກ​ໂທດ​ໄວ້ 5 ເດືອ​ນ."

ບັນ​ຫາ ​ຂໍ້​ຂັດ​ແຍ່ງ​ທີ່​ດິນ ກໍ​ຍັງ​ບໍ່ທັນ​ໄດ້ໄກ່​ເກັ່ຽກັນ ແລະ ທາງ​ການ​ ກໍ​ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ວ່າ ທີ່​ດິນ​ເຂດ​ທີ່​ມີ​ຂໍ້​ຂັດ​ແຍ່ງນັ້ນ ຈ​ະ​ໃຫ້ຊາວ​ບ້ານ ຫຼື ເຈົ້າ​ໜ້າ​ທີ່ ​ທະ​ຫານຄ້າຍ 513 ເປັນ​ຜູ້​ຄອບ​ຄອງ ເຊິ່ງ​ຍັງ​ບໍ່​ທັນ​ມີ​ຄວາມ​ແຈ້ງ​ຂາວ​ ອອກ​ມາ​ຈາກ​ເຈົ້າ​ໜ້າ​ທີ່​ ທາງ​ການ.

ຊາວ​ບ້ານ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

" ເຂົາ ​ເຈົ້າ​ຍັງ​ຈ​ະ​ຢູ່ ແລະ ທຳ​ມາ​ຫາ​ກິນ ໃສ່​ທີ່​ດິນ​ຕອນ​ດັ່ງ​ກ່າວ​ຢູ່ ແຕ່​ວ່າ ຖ້າມີ​ໂຄງ​ການ ​ຂອງ​ຣັ​ຖ​ບານເຂົ້າ​ມາ ເຂົ້າ​ເຈົ້າ​ກໍ​ມອບດິນ​ໃຫ້ ແຕ່ເຂົາ​ເຈົ້າ ຕ້ອງໄດ້​ຮັບ​ຄ່າ​ຊົ​ດ​ເຊີຍ ເພາະ​ວ່າຢູ່​ທີ່​ດິນ​ຕອນ​ດັ່ງ​ກ່າວ ມາ​ແຕ່​ພໍ່ແຕ່​ແມ່."

ສ່ວນ​ວ່າ ເຈົ້າ​ໜ້າ​ທີ່​ທະ​ຫານຄ້າຍ 513 ທີ່​ເປັນ​ຄູ່​ກໍ​ຣະ​ນີ ກັບ​ຊາວ​ບ້ານ ກໍ​ຍັງ​ຄົງຢູ່​ໃນ​ທີ່​ດິນ ດັ່ງ​ກ່າວ ຄື​ກັນ.

ທີ່​ຜ່ານ​ມາ ຊາວ​ບ້ານ ໄດ້​ຂຽນ​ຄຳ​ຮ້ອງ​ທຸກ ​ໄປ​ຫາໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ ລົງ​ມາ​ແກ້​ໄຂ ແຕ່ໜ່ວຍ​ງານ​ກ່ຽວ​ຂ້ອງ ກໍ​ຖິ້ນ​ພຸ້ນ, ຖິ້ມ​ພີ້ ແຕ່ຖ້າ​ເປັນ​ແນວ​ນັ້ນ ຊາວ​ບ້ານ​ກໍ​ຢືນ​ຢັນ​ວ່າ ຍັງ​ຈະ​ສືບ​ຕໍ່​ເຮັດ​ກິນ, ປູກ​ຝັ​ງ, ​ລ້ຽງ​ສັດ ຢູ່​ຕອນ​ດິນ​ດັ່ງ​ກ່າວ.

ຊາວທ່ານນີ້ ກ່າວ​ຕື່ມ​ອີກວ່າ:

" ເຈົ້າ ​ໜ້າ​ທີ່​ກໍ​ບໍ່​ເວົ້າ​ຫຍັງ ພຽງ​ແຕ່ບໍ່​ຂ້າ ບໍ່​ຕີ​ກັນ​ ລະ​ກະ​ແລ້ວ."

ເຈົ້າ​ໜ້າ​ທີ່ ທະ​ຫານ ໄດ້​ປ່ອຍ​ຊາວ​ບ້ານ​ ອອກ​ຈາກ​ຄຸກ ແຕ່ຫ້າມບໍ່​ໃຫ້​ຊາວ​ບ້ານ ໄປ​ເວົ້າ ຫຼື ອອກ​ຂ່າວ​ອີກ.

ຊາວ​ບ້ານ ​ອີກ​ຄົນ​ນຶ່ງ​ເວົ້າ​ວ່າ:

" ເຈົ້າ ​ໜ້າ​ທີ່​ຫ້າມ ບໍ່​ໃຫ້​ໄປ​ເວົ້າ​ ໄປ​ໂຄ​ສະ​ນາ​ຫຍັງ ຖ້າ​ອອກ​ຂ່າວ​ຫຼາຍ ເຈົ້າ​ໜ້າ​ທີ່ ຈະ​ຈັບ​ໃສ່​ຄຸກ​ອີກ​."

ຊາວ​ບ້ານ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ເວ​ລາ​ເຮົາ​ເວົ້າ​ໄປເວົ້າ ເຈົ້າ​ໜ້າ​ທີ່​ກະ​ຖາມ​ວ່າ ແມ່ນ​ໃຜ​ເປັນ​ຄົນ​ໄປ​ບອກ ເຮົາ​ກະ​ເລີຍ​ມິດ​ເລີຍ ເຮົາ​ກະ​ເລີຍບໍ່​ເວົ້າ​ຫຍັງ​ເລີຍ​.”

ນັກ​ກົດ​ໝາຍ ທ່ານ​ດຽວ​ກັນ​ນີ້ ​ກ່າວ​ວ່າ:

“ເຖິງວ່າ​ຊິ​ຜິດ​ ຊິ​ຖືກ​ແນວ​ໃດ ກະ​ຕ້ອງ​ອີງ​ໃສ່​ກົດ​ໝາຍ ທີ່​ມີ​ຊ່ອງ​ທາງ​ ໃນ​ການ​ແກ້​ໄຂ ໄວ້​ຊັດ​ເຈນ​ແລ້ວ.”

ໃນ​ຄວາມ​ຄິດ​ເຫັນ ​ຂອງ​ນັກ​ສິທ​ທິ​ມະ​ນຸ​ສ​ແລ້ວ ເຈົ້າ​ໜ້າ​ທີ່ ​ຄວນ​ເຈ​ລະ​ກັບ​ຊາ​ວບ້ານ ແທນ​ທີ່​ຈະ​ໃຊ້​ອຳ​ນາດຈັບ​ກຸມ​ຊາວ​ບ້ານ.

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ ສິ້ງ​ຊອມ​ ດ້ານ​ສິ​ທທິ​ມະ​ນຸ​ສ ຫຼື Human Rights Watch ປະ​ຈຳ​ຂົງເຂດ​ເອ​ເຊັຽ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

" ເຈົ້າ​ໜ້າ​ທີ່​ທະ​ຫານ ຄວນ​ຈະ​ຕ້ອງ​ເຈ​ລະ​ຈາ​ ກັບ​ຊາວ​ບ້ານ ໃນ​ກໍ​ຣະ​ນີ​ຂໍ້​ຂັດ​ແຍ່ງ​ທີ່​ດິນ ແທນ​ທີ່​ຈະ​ໃຊ້​ອຳ​ນາດ​ ໄປ​ຈັບ​ເຂົາ​ເຈົ້າ​ໃສ່​ຄຸກ ເ​ປັນ​ເວ​ລາ​ຫຼາຍ​ເດືອນ ຍ້ອນ​ວ່າ ຊາວ​ບ້ານ​ ກໍ​ອ້າງ​ສິທ​ຂອງ​ເຈົ້າ​ ໃນ​ທີ່​ດິນ​ດັ່ງ​ກ່າວ ການ​ໃຊ້​ອຳ​ນາດ​ ໄປ​ກັກ​ຂັງ​ຊາວ​ບ້ານ ເປັນ​ການ​ລະ​ເມີດ​ສິທ​ທິ​ມະ​ນຸ​ສ ແລະ ສົມ​ຄວນ​ຈະ​ຖືກ​ປະ​ນາມ ."

ຢູ່​ໃນ​ປະ​ເທດ​ລາວ ຍັງ​ບໍ່​ມີ​ໜ່ວຍ​ງານ ​ທີ່​ເປັນ​ອິ​ສ​ຣະ ໃນ​ການກວດ​ກາ ການ​ໃຊ້​ອຳ​ນາດ​ ຂອງ​ເຈົ້າ​ໜ້າ​ທີ່ ຜູ້​ທີ່​ໃຊ້​ອຳ​ນາດ​ ກັກ​ຂັງ​ຊາວ​ບ້ານ.

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ກ່າວ​ວ່າ:

" ຄວນ​ມີ​ການ​ສືບ​ສວນ ທີ່​ເປັນ​ອິ​ສ​ຣະ ແລະ ສະ​ເພາະບຸກ​ຄົນ ​ທີ່​ຈັບ​ຊາວ​ບ້ານ ແລະ ຜູ້​ທີ່​ກະ​ທຳ​ການ​ ແບບນີ້ ຈະ​ຕ້ອງ​ຮັບ​ຜິດ​ຊອບ​ ຕໍ່​ກ​ານ​ກະ​ທຳ​ຂອງ​ຕົນ​ເອງ ."

ທ່ານ ຟິລ ໂຣເບີ້ຣ໌ຕຊັນ (Phil Robertson) ກ່າວ​ຕື່ມ​ອີກວ່າ:

" ມັນ​ເປັນ​ເຣື່ອງ​ທີ່​ຮັບ​ບໍ່​ໄດ້ ທີ່​ເຈົ້າ​ໜ້າ​ທີ່​ທະ​ຫານ ປົກ​ປິດ​ການ​ລະ​ເມີດ​ສິທ ໂດຍມີ​ການ​ນາບ​ຂູ່​ ຊາວ​ບ້ານ ບໍ່​ໃຫ້ເວົ້າ​ເຖິງ ​ສິ່ງ​ທີ່​ເກີດ​ຂຶ້ນ​ . ​ເປັນ​ທີ່​ກະ​ຈ່າງ​ແຈ້ງ​ແລ້ວ​ວ່າ ຣັ​ຖ​ບານ​ລາວ ລົ້ມ​ແຫຼວ ໃນ​ການປົກ​ປ້ອງ ​ສິທນຳ​ໃຊ້​ທີ່​ດິນ​ ຂອງ​ປະ​ຊາ​ຊົນ​ລາວ."

ຊາ​ວ​ບ້ານ ບໍ່​ມີ​ບ່ອນ​ຢູ່​ອາ​ໃສ ແລະ ບໍ່​ຮູ້​ວ່າ ຈະ​ໄປ​ຢູ່​ບ່ອນ​ໃດ ສະ​ນັ້ນ​ເຂົາ​ເຈົ້າ​ ຈຳ​ເປັນ​ຕ້ອງ​ໄດ້​ຢູ່ ​ທີ່​ດິນ​ຕອນ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນທ່ານ​ນຶ່ງ ໄດ້​ກ່າວຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ​ວ່າ:

" ເຂົາ​ເຈົ້າ​ບໍ່​ມີບ່ອນ​ຢູ່​ເດ້ ບາງ​ຄົນ​ກະ​ຖືກ​ທາງ​ຣົ​ຖ​ໄຟ ດິນ​ໝົດ​ລະ​ກະ​ບໍ່​ມີ​ບ່ອນ​ຢູ່ ບາງ​ຄົນ​ກະ , ໂອ້​ຫຼາຍ​ຢ່າງ​ນະ ການ​ດຳ​ລົງ​ຊີ​ວິຕ ເຂົາ​ເຈົ້າ​ນະ. ບາງ​ຄົນ​ກະ​ບໍ່​ມີ​ບ່ອນ​ຢູ່ ໝົດ​ຕົນ​ ໝົດ​ໂຕ ລະ​ກະ​ພາ​ກັນ​ມາ​ຢູ່​ຈັ່ງ​ຊີ້​ນ່າ ແຕ່​ວ່າ​ດິນ​ນັ້ນ ເປັນ​ດິນ​ເດີມ​ ຂອງ​ເຈົ້າ​ແທ້ ກະ​ສືບ​ທອດ​ມາ ​ຫຼາຍ​ຊົ່ວ​ຄົນ​ແລ້ວ."

ສ່ວນ ວ່າ ເຈົ້າ​ໜ້າ​ທີ່ ​ທະ​ຫານ ກໍ​ຍັງ​ຕັ້ງ​ຄ້າຍ​ ຢູ່​ໃນ​ເຂດ​ດັ່ງ​ກ່າວ ແລະ ຍັງ​ບໍ່​ທັນ​ໄດ້​ຍ້າຍ ​ໄປ​ທາງໃດ.

ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ ທ່ານນີ້ ໄດ້​ກ່າວ​ຕື່ມ​ວ່າ:

" ໂອ ເພິ່ນ ​ກະ​ຍັງ​ຢູ່​ແທ້ ແລະ ທາງ​ເທິງກະ​ຍັງ​ບໍ່​ທັນ​ເຫັນ​ວ່າ ຈັ່ງ​ໃດ ຍັງ​ບໍ່​ທັນ​ລົງ​ມາ​ແກ້​ບັນ​ຫາ."

ວິທຍຸ ເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ ທະ​ຫານ ຄ້າຍ 513 ທີ່​ເປັນຄູ່​ກໍ​ຣະ​ນີ​ ກັບ​ຊາວ​ບ້ານ ແລະ ເຈົ້າ​ໜ້າ​ທີ່ ​ທະ​ຫານ ຢູ່​ຄຸກໜອງ​ເຂັງ, ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ກໍ​ໃຫ້​ເຫດ​ຜົ​ລ​ວ່າ ທີ່​ດິນ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ກັນ​ນັ້ນ ເປັນ​ດິນ​ຂອງ​ຣັ​ຖ.

ທ່ານ ພູ​ວອນ ພົງ​ລາດ​ແກ້ວ ຮອງ​ເຈົ້າ​ເມືອງ ​ນາ​ຊາຍ​ທອງ ເຄີຍ​​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ບໍ່ ​ແມ່ນດອກ​ເນາະ ອັນ​ພໍ່​ແມ່​ປະ​ຊາ​ຊົນ​ເວົ້າ​ຫັ້ນ ມັນ​ບໍ່​ແມ່ນ​ຄວາມ​ຈິງດອກ ​ອັນ​ນັ້ນ​ຫັ້ນ​ນ່າ ສຳ​ຄັນ ກະ​ມີ​ແຕ່​ເບິ່ງ​ທາງ​ນະ​ຄອນ​ຫລວງ​ ເພິ່ນ​ຊິ​ແກ້​ແນວ​ໃດ ເພິ່ນ​ຊິ​ວ່າ​ແນວ​ໃດກ່ອນ​ຫັ້ນ​ນ່າ."

ທ່ານ ພູ​ວອນ ພົງ​ລາດ​ແກ້ວ ຍັງ​ກ່າວ​ຕື່ມ​ວ່າ:

" ຂາຍ ​ທອດ​ກັນ​ວ່າ​ຈັ່ງ​ຊີ້​ຊາ ຈັບ​ຈອງ​ຊັບ​ຊ່າວ ຊື້​ຂາຍ ຂາຍ​ທອດ​ກັນ​ມາ ເພາະ​ວ່າ ມັນ​ມີ​ເອກ​ສານ​ເດ້​ທາງ​ຜ​ແນກ​ກະ​ສິ​ກັມ ເພິ່ນມອບ​ໃຫ້​ທາງ ກອງ​ບັນ​ຊາ​ການ ​ທະ​ຫານ​ ນະ​ຄອນ​ຫລວງວຽງ​ຈັນ ເພິ່ນ​ມີ​ເອກ​ສານ​ ປະ​ສານ​ນຳ​ ນະ​ຄອນ​ຫລວງ​ເພິ່ນ​ມີ​ເດ້."

ມີຊາວ​ບ້ານ​ຜູ້​ທີ່​ອ້າງ​ສິທ ເປັນ​ເຈົ້າ​ຂອງ​ທີ່​ດິນ ໃນ​ເຂດ​ດັ່ງ​ກ່າວ 42 ຄອບ​ຄົວ ຢູ່​ໃນ​ເນື້​ອ​ທີ່​ດິນ ປະ​ມານ 200 ປາຍ​ ເຮັກ​ຕ້າຣ໌ ທີ່​ຂຶ້ນ​ກັບ​ບ້ານສີ​ສະ​ຫວາດ ເມືອງນ​າ​ຊາຍ​ທອງ ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ໃນ​ນັ້ນ ມີ​ປະ​ຊາ​ຊົນບ້ານ ສີ​ສະ​ຫວາດ 7 ຄອບ​ຄົວ ແລະ ປະ​ຊາ​ຊົນບ້ານຫ້ວຍ​ນ້ຳ​ເຢັນ 35 ຄອບ​ຄົວ ອີງ​ຕາມ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

ຊາວບ​ບ້ານເຣີ່ມ​ມາ​ຢູ່ ແລະ ຕັ້ງ​ຫຼັກ​ປາກ​ຖານ ຢູ່​ໃນ​ເຂດ​ດັ່ງ​ກ່າວ ນັບ​ແຕ່​ປີ 1988-1989 ເປັນ​ຕົ້ນ​ມາ ຫຼັງ​ຈາກ​ທີ່​ມີ​ການ​ສ້າງ​ເຂື່ອນ(ອ່າງ)​ນ້ຳ​ຫຸມ ຍ້ອນ​ວ່າ ບ້ານ​ເກົ່າ​ຂອງ​ເຂົາ​ເຈົ້າ ຖືກ​ນ້ຳ​ຖ້ວມ.

1988-1989 ​ຜ​ແນກ​ກະ​ສິ​ກັມ ນະ​ຄອນ​ຫລວງວຽງ​ຈັນ ມາ​ເຮັດ​ນິ​ຄົມ​ລ້ຽງ​ງົວ ແລະ ໂຄງ​ການ​ນິ​ຄົມ​ລ້ຽງ​ສັດບໍ່​ສາ​ມາດ​ ດຳ​ເນີນ​ການ​ໄປ​ໄດ້ ແລະ ຕໍ່​ມາ ຜ​ແນກ​ກະ​ສິ​ກັມ ນະ​ຄອນ​ຫລວງວຽງ​ຈັນ ຈຶ່ງມອບ​ທີ່​ດິນ​ເຂ​ດ​ດັ່ງ​ກ່າວ ໃຫ້ກອງ​ບັນ​ຊາ​ການ ​ທະ​ຫານ ​ນະ​ຄອນ​ຫລວງວຽງ​ຈັນ ສ່ວນ​ວ່າ ຊາວ​ບ້ານ ອ້າງ​ສິທເປັນ​ເຈົ້າ​ຂອງ​ທີ່​ດິນ ໃນ​ເບື້ອງ​ຕົ້ນ ກໍ​ບໍ່​ຍ້ອມ ເພາະ​ວ່າ ເຂົາ​ເຈົ້າ​ເຫັນ​ວ່າ ທີ່​ດິນ​ຕອນ​ດັ່ງ​ກ່າວ ເປັນ​ດິນ​ເດີມ​ຂອງ​ເຂົາ​ເຈົ້າ ສະ​ນັ້ນ ຈຶ່ງ​ເກີດ​ຂໍ້​ຂັດ​ແຍ່ງ ​ລະ​ຫວ່າງ​ຊາວບ້ານ ກັບ ເຈົ້າ​ໜ້າ​ທີ່​ທະ​ຫານ ອີງ​ຕາມຂໍ້​ມູນ​ ຈາກເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.