ກອງປະຊຸມຣັຖມົນຕຣີ ການຕ່າງ ປະເທດ ອາຊຽນ ຄັ້ງທີ 52

ໄມຊູລີ
2019.07.31
F-Asean ທ່ານ ສະເຫລິມໄຊ ກົມມະຊິດ ຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ ລາວ(ຊ້າຍ) ທ່ານ ປຣະຢຸດ ຈັນໂອຊາ ນາຍຍົກຣັຖມົນຕຣີ ພຣະຣາຊອານາຈັກໄທ
RFA/AS

ກອງປະຊຸມຣັຖມົນຕຣີ ຕ່າງປະເທດອາຊຽນ ຄັ້ງທີ 52 ແລະກອງປະຊຸມ ທີ່ກ່ຽວຂ້ອງອື່ນໆໄດ້ໄຂຂຶ້ນ ຢ່າງເປັນທາງການແລ້ວ ທີ່ ບາງກອກ ປະເທດໄທ ໃນວັນທີ 31 ກໍຣະກະດາ ນີ້ ໂດຍມີຣັຖມົນຕຣີ ບັນດາປະເທດອາຊຽນ ແລະຈາກປະເທດພາຄີເຄືອຂ່າຍ ເຂົ້າຮ່ວມ, ດັ່ງ ທ່ານ ປຣະຢຸດ ຈັນໂອຊາ ນາຍຍົກຣັຖມົນຕຣີ ໄທ ໄດ້ກ່າວ ເປິດກອງປະຊຸມໃນຕອນນຶ່ງວ່າ:

“ວັນນີ້ພວກເຮົາໄດ້ກັບມາສະຖານທີ່ ກໍຕັ້ງອາຊຽນ ອີກຄັ້ງນຶ່ງ ຄືທີ່ນະຄອນຫຼວງບາງກອກ ປະເທດໄທ ເພື່ອຈະຕໍ່ເຕີມຄວາມມຸ້ງໝັ້ນ ທີ່ຈະ ສ້າງ ຄວາມເປັນປະຊາຄົມອາຊຽນຂອງເຮົາ ທີ່ມີປະຊາຊົນເປັນສູນກາງ ໂດຍບໍ່ຖິ້ມໃຜໄວ້ເບື້ອງຫລັງ ແລະ ເບິ່ງໄປເຖິງອະນາຄົດ ພາຍໃຕ້ ແນວຄິດຫລັກຂອງເຮົາ ຄືຮ່ວມມືຮ່ວມໃຈ ກ້າວໄກຍັ້ງຍຶນ.”

ທ່ານປຣະຢຸດ ກ່າວຕື່ມວ່າ ໃນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ່ 34 ເມື່ອເດືອນ ມິຖຸນາ ຜ່ານມາ ຜູ້ນໍາປະເທດອາຊຽນ ໄດ້ຮ່ວມກັນ ຣະດົມສາງເກັບເຄື່ອງຂອງ ເພື່ອຊ່ວຍເ}nອຜູ້ປະສົບພັຍພິບັດ ທັມມະຊາດ ທີ່ເກິດຂຶ້ນໃນເຂດເອເຊັຍ ແລະ ຍົກຣະດັບ ສູນແພດທະຫານ ອາຊຽນ ໃຫ້ເປັນອົງກອນຂອງອາຊຽນໃນແະເທດໄທ ຢ່າງເປັນທາງການ ແລະໄດ້ຮັບຮອງສັນຍາວ່າດ້ວຍການ ຕໍ່ຕ້ານຂິ້ເຫຍື່ອໃນທະເລ ຂອງພູມມິພາກອາຊຽນ.

ກອງປະຊຸມເທື່ອນີ້ ຣັຖບານລາວ ໄດ້ແຕ່ງຕັ້ງ ທ່ານສະເຫລິມໄຊ ກົມມະຊິດ ຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ.ລາວ ພ້ອມດ້ວຍ ຄນະ ເຂົ້າຮ່ວມກອງປະຊຸມ ໃນຖານະ ຜູ້ຕາງໜ້າ ຂອງຣັຖບານລາວ.

ຢ່າງໃດກໍຕາມ ໃນກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງທີ່ 52 ແລະກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ກໍມີຫລາຍຫົວຂໍ້ ທີ່ໜ້າ ສົນໃຈເປັນຕົ້ນການປະຊຸມ ຄນະກັມມະການ ບໍຣິຫານ ສໍາລັບເຂດປອດອາວຸດ ນິວເຄລັຽ ໃນເອເຊັຽຕາເວັນອອກສຽງໃຕ້,

ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດອາຊ່ນ ກັບຜູ້ຕາງໜ້າຄນະກັມມະທິການ ຣະຫວ່າງ ອາຊຽນວ່າດ້ວຍ ສິດທິມະນຸດ, ການປະຊຸມ ຣັຖມົນຕຣີຕ່າງປະເທດ ອາຊຽນ-ຈີນ ແລະ ການປະຊຸມ ຣັຖມົນຕຣີ ລຸ່ມແມ່ນໍ້າຂອງ ຕອນໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.