ຣັຖກອນທີ່ປະພຶດຜິດ ຍັງຖືກປົກປິດ, ເກີດຄຳຖາມ ເຖິງການລົງໂທດ
2023.10.09
ທາງການແຂວງຫົວພັນ ໄດ້ປະຕິບັດວິໄນພະນັກງານຣັຖກອນ ຈໍານວນ 55 ຄົນ ຍ້ອນລະເມີດກົດລະບຽບພັກຄື ມົ້ວສຸມຢາເສບຕິດ ແລະ ອື່ນໆ ໂດຍໃນນັ້ນໄດ້ຖືກຕິຕຽນ 19 ຄົນ, ກ່າວເຕືອນ 5 ຄົນ ໂຈະການເຂົ້າຮ່ວມຊີວິດ 13 ຄົນ, ປົດຕຳແໜ່ງ 2 ຄົນ ແລະ ໄລ່ອອກຈາກພັກ 16 ຄົນ, ແຕ່ບໍ່ໄດ້ມີການເປີດເຜີຍຊື່ແລະ ໜ່ວຍງານ ຂອງຜູ້ຖືກປະຕິບັດວິໄນ ໃຫ້ຮູ້ຢ່າງລະອຽດແຕ່ຢ່າງໃດ. ອີງຕາມການຣາຍງານ ຂອງ ທ່ານ ຮີນທອງ ດວງຈັນສຸກ ປະທານອົງການກວດກາພັກ-ຣັຖ ແຂວງຫົວພັນ ເມື່ອວັນທີ 05 ຕຸລາ 2023 ເນື່ອງໃນໂອກາດ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ຫົວໜ້າຕ້ານການສໍ້ຣາສບັງຫຼວງ ຂັ້ນສູນກາງລົງເຮັດວຽກ ຢູ່ແຂວງຫົວພັນ ໂດຍການຣາຍງານ ອອກຊື່ສະຖານີໂທຣະທັດ ແຂວງຫົວພັນ ເມື່ອວັນທີ 07 ຕຸລາ 2023.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະກວດກາ ພັກຣັຖ ແຂວງຫົວພັນທ່ານນຶ່ງກ່າວວ່າ ສໍາລັບພະນັກງານຣັຖກອນທີ່ຖືກປະຕິບັດວິໄນ ດັ່ງກ່າວນັ້ນ ແມ່ນຜູ້ທີ່ເຮັດວຜິດເມື່ອປີຜ່ານມາ ເຊິ່ງສ່ວນໃຫຍ່ຖືກປະຕິບັດວິໄນດ້ວຍການ ຖືກຕິຕຽນ, ກ່າວເຕືອນ ແລະ ຖືກດຳເນີນຄະດີ ຈຳນວນນຶ່ງແຕ່ບໍ່ສາມາດໃຫ້ຣາຍລະອຽດໄດ້ ຫຼາຍກ່ວານີ້.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນ ທີ 09 ຕຸລານີ້ວ່າ:
“55 ເປົ້າໝາຍຫັ້ນກວດກາ ປີຜ່ານມານີ້ເບາະ. ແມ່ນແຫຼະ ມີແຕ່ກ່າວເຕືອນໝົດ ມີແຕ່ຜູ້
ນຶ່ງຫັ້ນ ຖືກດຳເນີນຄະດີ.”
ເຈົ້າໜ້າທີ່ໜ່ວຍງານ ຂອງຣັຖໜ່ວຍແຫ່ງນຶ່ງ ໃນແຂວງຫົວພັນ ທີ່ຂໍສງວນຊື່ ແລະສຽງ ກ່າວວ່າ:
“ສໍາລັບພະນັກງານຣັຖກອນ ປະຈໍາໜ່ວຍງານ ຂອງທ່ານກໍໄດ້ຖືກລົງວິໄນ ດ້ວຍການໄລ່ອອກ ຈາກພັກຈຳນວນ 2 ຄົນ ໂດຍຜູ້ທີ່ຖືກໄລ່ອອກນັ້ນ ກໍເປັນພະນັກງານຣັຖອາວຸໂສ ທີ່ໃກ້ຮອດອາຍຸ ບຳນານແລ້ວ ແຕ່ກໍບໍ່ສາມາດເປີດເຜີຍຊື່ ແລະ ຕຳແໜ່ງໄດ້.”
ເຈົ້າໜ້າທີ່ ປະຈຳຫ້ອງການໄອຍະການແຂວງຫົວພັນ ກ່າວວ່າການລົງວິໄນ ພະນັກງານຣັຖກອນ ຈຳນວນ 55 ຄົນ ສ່ວນໃຫຍ່ແລ້ວ ບໍ່ມີການສົ່ງຟ້ອງ ແລະ ຂຽນສຳນວນຄະດີການດຳເນີນຄະດີ ໃຫ້ທາງໄອຍະການແຂວງ ມີພຽງແຕ່ຈຳນວນ 1 ກໍຣະນີ ທີ່ສົ່ງຟ້ອງມາຍັງໄອຍະການແຂວງ.
ດັງຍານາງກ່າວວ່າ:
“ສະເພາະໄອຍະການຫວາ ຍັງບໍ່ທັນເຫັນນ່າ ຄັນ 55 ຄົນ ຄືວ່າເຫັນແຕ່ໂຕດຽວ ລົງວິໄນນ່າ ຈະອອກເປັນຂໍ້ຕົກ ຂອງໄອຍະການເຮົາໄດ໋.”
ຊາວບ້ານ ທີ່ຢູ່ໃນແຂວງຫົວພັນ ກ່າວວ່າ ເປັນເຣື່ອງທີ່ດີ ທີ່ມີການລົງວິໄນພະນັກງານຣັຖກອນ ທີ່ເຮັດໃນສີ່ງບໍ່ເໝາະສົມ ແຕ່ກໍຖືວ່າຍັງບໍ່ໄດ້ເປັນການລົງໂທດ ຂັ້ນເດັດຂາດເພາະວ່າ ມີແຕ່ຕິຕຽນ, ກ່າວເຕືອນ ແລະ ໄລ່ອອກຈາກພັກເປັນສ່ວນໃຫຍ່ ດັ່ງນັ້ນຈຶ່ງບໍ່ໜ້າຈະເຮັດໃຫ້ພະນັກງານ ຣັຖກອນຄົນອື່ນໆ ຢ້ານກົວ ແລະ ການສໍ້ຣາສບັງຫຼວງ ຫຼືເຮັດຜິດວິໄນອື່ນໆ ກໍຈະຍັງສືບຕໍ່ເລື້ອຍໆ.
ດັ່ງທ່ານກ່າວວ່າ:
“ຄັນເຮັດແທ້ກາຊີດີໂອ ຄັນເຮັດແທ້ ມີແຕ່ເວົ້າແລ້ວລະບໍ່ເຫັນການປະຕິບັດ ກາຢາກໃຫ້ຜູ້ເຮັດຫັ້ນຫຼາບແດ່ ຜູ້ຕໍ່ໄປມັນກາບໍ່ຢາກເຮັດຄັນວ່າ ເຮັດແລ້ວລົງໂທດແທ້ ປະຕິບັດລະບຽບແທ້ ອັນນີ້ເວົ້າລະແລ້ວ ບໍ່ແຮັດຜູ້ເຮັດໄປມັນກາບໍ່ຢ້ານເດເນາະ.”
ຊາວລາວອີກທ່ານນຶ່ງ ກໍເຫັນວ່າຄັນມີການປະຕິບັດວິໄນ ພະນັກງານຣັຖກອນຢູ່ແຂວງໃດ ກໍຕາມ ຄວນມີການເປີດເຜີຍຊື່, ຕຳແໜ່ງ ແລະ ຣາຍລະອຽດ ຂອງພະນັກງານຣັຖກອນຜູ້ເຮັດຜິດນັ້ນ ຢ່າງຈະແຈ້ງເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ວ່າແມ່ນໃຜຈຶ່ງຈະເຮັດໃຫ້ພະນັກງານ ຣັຖກອນຄົນອື່ນໆ ບໍ່ກ້າເຮັດຜິດຕື່ມ.
ດັ່ງທ່ານກ່າວວ່າ:
“ບໍ່ບໍ່ປານໃດແຫຼະ ບໍ່ຄັກປານໃດແຫຼະປິດລັບ ມັນເຮັດຫຍັງອອກຊື່ ອອກທີ່ຢູ່ ອອກໜ້າທີ່ຕຳແໜ່ງແຫຼະ ດີທີ່ສຸດ ຜູ້ໃຫຍ່ ຫຼືຜູ້ນ້ອຍ ກໍຕ້ອງລະບຸ ຈະແຈ້ງ ໄປປິດລັບບໍ່ດີປານໃດ.”
ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ຊີ້ແຈງວ່າ ຕາມປົກກະຕິແລ້ວການອອກຂ່າວ ກ່ຽວກັບການປະຕິບັດວິໄນ ພະນັກງານຣັຖກອນສ່ວນໃຫຍ່ ທາງພາກສ່ວນທີ່ກ່ຽວຂ້ອງ ມີການສງວນຊື່ ແລະ ໜ່ວຍງານຂອງຣັຖກອນ ທີ່ຖືກປະຕິບັດວິໄນ ບໍ່ໃຫ້ຖືກເຜີຍແຜ່ຜ່ານສື່ມວນຊົນ.
ດັ່ງຍານາງກ່າວວ່າ:
“ບໍ່ສາມາດເປີດເຜີຍຊື່ກວດກາແຂວງ ມີລະບຽບເຂົາເນາະ ອັນນີ້ເນາະ ເພິ່ນກາແກ້ໄຂພາຍໃນ ແນວໃດນີ້ນ່າບໍ່ເປີດເຜີຍໄດ້.”
ອົງການຈັດຕັ້ງພັັກ-ຣັຖ ຂອງແຂວງຫົວພັນ ຍັງໄດ້ກວດກາເພີ່ມຕື່ມອີກ 5 ເປົ້າໝາຍ ເປັນຕົ້ນຫ້ອງວ່າການປົກຄອງແຂວງ, ຜແນກຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມແຂວງ, ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ແລະ ອື່ນໆເຊິ່ງກວດພົບວ່າງົບປະມານ ຂອງຣັຖມີການສູນຫາຍ ປະມານ 11 ຕື້ກີບ ແລະ ສາມາດເກັບກູ້ຄືນໄດ້ພຽງ 1 ຕື້ກີບ ເຊິ່ງການສູນຫາຍຂອງງົບປະມານດັ່ງກ່າວ ຕິດພັນກັບພະນັກງານຣັຖກອນ ຈຳນວນ 43 ຄົນ ແລະ ໄດ້ຖືກລົງວິໄນແລ້ວ. ອີງຕາມການຣາຍງານ ຂອງສະຖານີໂທຣະທັດ ແຂວງຫົວພັນ.
ເມື່ອວັນທີ 05 ຕຸລາ ທີ່ຜ່ານມາ ທາງການແຂວງຫົວພັນ ໄດ້ມີການປ່ຽນແປງຕໍາແໜ່ງ ເຈົ້າແຂວງໃໝ່ໂດຍ ທ່ານ ຄຳແພງ ໄຊສົມແພງ ໄດ້ຖືກແຕ່ງຕັ້ງເປັນເຈົ້າແຂວງຫົວພັນ ຄົນໃໝ່ ແທນ ທ່ານ ວັນໄຊ ແພງຊຸມມາ ອະດີດເຈົ້າແຂວງຫົວພັນ.