ຄຣູອາສາລາອອກ ປ່ຽນອາຊີບ

ສຸພັດຕາ
2020-07-17
ອີແມວລ໌
ຄໍາເຫັນ
Share
ພິມ
ຄຣູອາສາສມັກຖ່າຍຮູບ ຮ່ວມກັບນັກຮຽນ ຊັ້ນປະຖົມ ແຂວງຫຼວງພຣະບາງ
ຄຣູອາສາສມັກຖ່າຍຮູບ ຮ່ວມກັບນັກຮຽນ ຊັ້ນປະຖົມ ແຂວງຫຼວງພຣະບາງ
ນັກຂ່າວພົລເມືອງ

ຫຼາຍປີມານີ້ຄຣູອາສາ ຫຼື ຄຣູອາສາສມັກ ທັງຢູ່ແຂວງພາກເໜືອ ແລະພາກໃຕ້ຂອງລາວ ຕ້ອງປະສົບກັບຊາຕາກັມ ທີ່ຍາກລໍາບາກບາງຄົນ ສອນມາຮອດ 5 ປີແລ້ວ ກໍຍັງບໍ່ຖືກບັນຈຸ ເປັນຣັຖກອນຍ້ອນໂຄຕ້າ ຈາກຣັຖບານມີໜ້ອຍ ຂນະທີ່ຄຣູຈົບໃໝ່ ກໍເພີ່ມຂຶ້ນທຸກປີ ເຮັດໃຫ້ຄຣູ ອາສາເລົ່ານັ້ນ ຕ້ອງສອນໄປແບບ ບໍ່ມີເງິນເດືອນກິນ ແລະ ບໍ່ມີສວັດດີການໃດໆ ເຮັດໃຫ້ ທໍ້ໃຈ.

ແລະອີກຢ່າງນຶ່ງ ທາງຄອບຄົວ ກໍບໍ່ມີຄວາມສາມາດ ບໍ່ມີທຶນຮອນສົ່ງຕໍ່ໄປແລ້ວ ກໍເລີຍຕັດສິນໃຈລາອອກ ຈາກການເປັນຄຣູອາສາເພື່ອໄປ ຊອກຫາອາຊີບໃໝ່ເຮັດ, ດັ່ງອາດີດຄຣູອາສາ ຄົນນຶ່ງ ທີ່ເຄີຍສອນຢູ່ໂຮງຮຽນປະຖົມ ເມືອງນໍ້າບາກ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

“ເປັນອາສາສມັກມາແຕ່ປີ 2015 ຈົນມາຮອດປີ 2020 ເຄີຍໄປຮ້ອງຂໍຄວາມຊ່ວຍເຫຼືອ ຖາມຜູ້ໃຫຍ່ເພິ່ນ ເພິ່ນກະວ່າໃຫ້ອົດທົນ ລໍຖ້າໂກຕ້າ ເພາະວ່າໂກຕ້າຫັ່ນ ເພິ່ນຈະແບ່ງໃຫ້ເປັນ ໄລຍະໄລຍະໄປ ໃຫ້ຜູ້ທີ່ວ່າຈໍາເປັນທີ່ສຸດກ່ອນ ບ່ອນໃດກະບ່ອນຈໍາເປັນຫັ່ນແຫຼະ ຍາມເດີ ກະບໍ່ ຮອດເຮົາຈັກເທື່ອ ກະຄຶດຄືວ່າ ຊິບໍ່ໄດ້ລະແຫຼະ;

ກ່ອນທີ່ຊິຕັດສິນໃຈ ອອກຈາກການເປັນ ຄຣູອາສາມັກຫັ່ນ ມັນກະມີຫຼາຍສາເຫດ ເປັນຕົ້ນກະແມ່ນ ຄວາມຫຍຸ້ງຍາກທາງຄອບຄົວ ບໍ່ວ່າຈະ ເປັນການເດີນທາງ ໄປຫາບ່ອນເຮົາສອນ ເນາະ ນ້ອງຢູ່ປາກລາຍ ຢູ່ແຂວງໄຊຍະພີ້ ແລ້ວໄປສອນຢູ່ເມືອງນໍ້າບາກ ພຸ້ນແຫຼະ ໄກຄອບຄົວ ບາດນີ້ທາງຄອບຄົວ ກະຫຍຸ້ງຍາກແດ່ ຄັນຊິເວົ້າແລ້ວ ກະແມ່ນສົ່່ງຫັ່ນແຫຼະ ສົ່ງທຽວໄປ ການຫັ່ນຖືວ່າເໝິດ, ເໝິດອັນຊິສົ່ງກັນແລ້ວ ຈຶ່ງ ຄອບອອກຫັ່ນນະ;

ທາງຄອບຄົວ ກະບໍ່ມີຄວາມສາມາດ ຊິໃຫ້ນໍ້າມັນຣົດ ອໍານວຍຄວາມສະດວກ ໃຫ້ມາຫຼາຍປີ ຖືວ່າເສັຍທຶນເສັຍຮອນ ມາໃສ່ຫຼາຍລະນາ ເລີຍບໍ່ກ້າທີ່ຈະສູ້ຕໍ່ແລ້ວ ກະໄດ້ຍິນທາງຣັຖບານ ເພິ່ນປະກາດວ່າແນວນັ້ນ ເຮົາກະທໍ້ຖອຍໃຈ ມັນກກະຫຼາຍສາເຫດ ທີ່ເຮັດໃຫ້ຕັດສິນໃຈ ລາອອກ ຈາກການເປັນຄຣູອາສາ ເນາະກະຄື ຄັນຖ້າທຽບໃສ່ບ່ອນທີ່ເຮົາປະຈໍາການເນາະ;

ອີກຢ່າງນຶ່ງ ມັນກະເປັນເຂດພູດອຍເນາະ ບ່ອນນ້ອງໄປສອນ ກະແມ່ແຕ່ ຣົດໄປໄດ້ ກະມີພຽງແຕ່ຣົດຈັກ ລະກະຣົດຊີງ ເຂົາເອີ້ນວ່າຣົດຊີງ ບາງເທື່ອກະໄດ້ຍ່າງເຂົ້າໄປ ລະບາດນີ້ບ້ານທີ່ນ້ອງໄປສອນຫັ່ນ ພົບຄວາມຫຍຸ້ງຍາກເນາະ ປີທີ່ແລ້ວມັນຖືກໄພນໍ້າຖ້ວມເດ້ ພໍ່ແມ່ປະຊາຊົນ ເຂົາກະບໍ່ໄດ້ເຂົ້າໄດ້ນໍ້າ ສອນມາ 4-5 ປີ ກະມີແຕ່ ປະຊາຊົນ ເຂົາເກັບເຂົ້າໃຫ້ກິນ ແຕ່ວ່າມາພົບຄວາມຫຍຸ້ງຍາກ ແນວນັ້ນລະ ປະຊາຊົນ ເຂົາກະຊິບໍ່ລ້ອນລ້ຽງຫຼາຍປີ ປະຊາຊົນສ່ວນນຶ່ງ ກະມີສ່ວນນຶ່ງເຂົາຊ່ວຍ ຄັນຖ້າບໍ່ມີປະຊາຊົນຊ່ວຍ ກະຄືຊິຢູ່ບໍ່ໄດ້ ຫັ່ນແຫຼະ ອີກສ່ວນນຶ່ງ ກະທາງຄອບຄົວ.”

ທ່ານເວົ້າວ່າ ເພື່ອຊ່ອຍປະຢັດຣາຍຈ່າຍຂອງຄອບຄົວ ໃນຕອນທີ່ຍັງເປັນຄຣູອາສາ ວັນເສົາວັນທິດ ຕົນກໍໄປຫາເກັບຜັກ, ຫາໝໍ່ໄມ້ໄປຂາຍ ຫຼືບາງຄັ້ງກໍໄປຮັບຈ້າງກ່ຽວເຂົ້າ ນໍາຊາວບ້ານ:

“ວັນເສົາວັນທິດ ວັນພັກ ປະຊາຊົນ ແຖວພູດອຍເຂົາ ກະຫາພາສາບ້ານນອກຫັ່ນແຫຼະ ຄືຫາໜໍ່ມາຂາຍບໍ່ ຊອກເຄືອເຂົາ ເຄືອຫຍັງມາຂາຍ ກະໄປນໍາເຂົາ ຫານໍາເຂົາ ບາງຄົນເຂົາເຮັດ ກ່ຽວເຂົ້າໄຮ່ ເຂົ້ານັ້ນຮັບຈ້າງ ເຮົາກະໄປກ່ຽວເຂົ້າໄຮ່ຮັບຈ້າງ ເອົາເງິນມາໝູນໃຊ້ຊ່ວຍຄອບຄົວ ໄດ້ທໍ່ໃດກະເອົາ ຊາວບ້ານເຂົາ ຈ້າງກັນ ສ່ວນຫຼາຍເຂົາຈ້າງກັນ ແຮງງານສູງສຸດ ກະມື້ນຶ່ງ 40 ພັນກີບ.”

ອາດີດຄຣູອາສາຄົນນີ້ ກ່າວຕື່ມວ່າຕົນຕັດສິນໃຈລາອອກມາ ກໍຍັງບໍ່ຮູ້ເລີຍວ່າ ຈະໄປຊອກຫາຫຍັງເຮັດ ເພາະສາຍທີ່ຮຽນມາກໍແມ່ນສາຍຄຣູ ໄປສມັກເຮັດວຽກອື່ນ ກະຢ້ານເພິ່ນ ບໍ່ຮັບ:

“ກະຍັງບໍ່ຮູ້ເລີຍວ່າຊິໄປເຮັດວຽກຫຍັງ ເພາະວ່າຮຽນຈົບມາ ກະແມ່ນຈົບສາຍຄຣູ ບໍ່ຮູ້ວ່າຊິໄປສມັກວຽກອື່ນ ທາງຂແນງການອື່ນ ເຂົາກະຄື ຊິບໍ່ຮັບແລ້ວເນາະ ເຮົາຈົບສາຍຄຣູ ໄປເຮັດ ວຽກຂແນງການອື່ນ ເຂົາກະຄືຊິບໍ່ຮັບ ຊອກວຽກຍາກ ຢູ່ແບບນີ້ ບໍ່ຮູ້ຊິເຮັດແນວໃດ ກະຢູ່ນໍາ ຄອບຄົວ ນິ່ແຫຼະ ຢູ່ນໍາພໍ່ແມ່ ເພິ່ງພໍ່ແມ່ນິ່ແຫຼະ ຊ່ວຍເຫຼືອພໍ່ແມ່ ເຮັດໄຮ່ເຮັດນາ ຄືປະຊາຊົນ ທັມມະດານີ້ ແຫຼະຕໍ່ໄປ.”

ອະດີດຄຣູອາສາອີກຄົນນຶ່ງ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ກໍເວົ້າໃນທໍານອງດຽວກັນວ່າ ຕົນເອງຫາກໍລາອອກ ຈາກການເປັນຄຣູອາສາ ປີນີ້ແລະກໍຍັງບໍ່ຮູ້ວ່າ ຈະໄປຊອກວຽກຫຍັງເຮັດ:

“ຍັງ ກໍາລັງຫາວຽກເຮັດຢູ່ ກະຍັງບໍ່ຮູ້ເລີຍ ບໍ່ຈັກຊິໄປເຮັດວຽກຫຍັງ ຕັດສິນໃຈລາອອກ ກະຍ້ອນວ່າ ສອນມາໄດ້ຫຼາຍປີແລ້ວ, ແຕ່ວ່າບໍ່ໄດ້ ບັນຈຸກະເລີຍຕັດສິນໃຈລາອອກ ຫາກະອອກ ປີນີ້ ໄປເສັງທຸກປີ ກະໝັ້ນໃຈ ຫັ່ນແຫຼະ ຮູ້ວ່າບໍ່ຜ່ານລະກະ ບໍ່ໄດ້ໄປຖາມຫຍັງເລີຍ ຄັນຊິໄປ ຖາມນິ່ໂອ່ຍ ຢ້ານຜົນງານເຮົາແຮ່ງຊິ ຫຼຸດລົງ ຢ້ານມີຜົລກະທົບ ຕໍ່ເຮົາຕື່ມ.”

ໃນຂນະທີ່ຜູ້ເປັນຄຣູ ອາສາສມັກຢູ່ແຂວງບໍຣິຄໍາໄຊ ໃນປັດຈຸບັນກໍຕ້ອງອົດທົນສູ້ຕໍ່ໄປ ເຖິງຈະບໍ່ມີເງິນເດືອນ ຫຼືເງິນໃດໆກໍຕາມເພາະຮັກ ໃນອາຊີບ:

“ບໍ່ມີເງິນຫຍັງເລີຍ ພໍ່ແມ່ເອົາໃຫ້ ແຫຼະຖ້າວ່າຢູ່ບ້ານນີ້ ຂະເຈົ້າຈ້າງໄປເຮັດວຽກກະໄປ ແມ່ນແຫຼະວັນເສົາວັນທິດ ຖ້າວ່າເຂົາຈ້າງເຮັດວຽກ ນັ້ນເຮັດວຽກນີ້ ກະໄປຈ້າງ ໃສ່ນໍ້າມັນຣົດໄປ ໂຮງຮຽນຢູ່ບ້ານນີ້ ແຫຼະມີໂຄງການປູກເບັ້ຍວິກເດ້ ແຫຼະຂະຈ້າງໄປປູກເບັ້ຍວິກ ໄດ້ມື້ນຶ່ງ 70 ພັນ ແຕ່ວ່າເຮົາຍ່າງໄປໄກໆ ຂຶ້ນພູແດ່.”

ຄຣູອາສາ ໃນແຂວງດຽວກັນນີ້ ອີກຄົນນຶ່ງ ກໍເວົ້າວ່າສໍາລັບຕົນເອງແລ້ວ ຄົງຈະສູ້ໄປອີກປີນຶ່ງເພາະຖ້າວ່າ ປີໜ້າບໍ່ຖືກບັນຈຸເປັນຣັຖກອນ ກໍຕ້ອງຂໍຖອນໂຕ:

“ວ່າຊິສູ້ຕໍ່ໄປອີກ ປີນຶ່ງ ຄັນບໍ່ໄດ້ ກະຊິໄດ້ໄປຊອກທາງອື່ນ ລະເບາະ ເພາະວ່າຫຼາຍປີລະເນາະ ເຮັດວຽກມາກະບໍ່ໄດ້ເງິນ ມີລູກອີກເງິນໃຊ້ ຈ່າຍກະບໍ່ມີຫັ່ນນະ ເງິນຄ່ານໍ້າມັນຣົດ ກະພໍ່ແມ່ ເອົາໃຫ້ຕອນນັ້ນ ລະບາດນີ້ເອົາຜົວ, ຜົວກະເປັນຜູ້ຮັບຜິດຊອບ ຄັນຢູ່ຫໍພັກກະນັ້ນແຫຼະ ຊອກຜັກຊອກນັ້ນຊອກນີ້ ກ້ານແມງ ກ້ານເອີ່ຍກາງຄືນ ແຖວໂຮງຮຽນ ຂະເຈົ້າໃຕ້ໄຟເດ້ ໄທບ້ານ ບໍ່ໄດ້ຊ່ວຍເຫຼືອ ມີແຕ່ເພິ່ນຊ່ວຍເຂົ້າ ບ້ານທີ່ເຮົາໄປສອນ ເກັບເຂົ້າໃຫ້ ມີແຕ່ເຂົ້າຫັ້ນແຫຼະ ເຂົ້າຫັ້ນເພິ່ນໃຫ້ ເປັນປີ ຜູ້ນຶ່ງກະຊິໄດ້ລ້ອຍ, ລ້ອຍປາຍໂລນິ່ແຫຼະເຂົ້າສານ ແຕ່ລະ ຄອບຄົວ ເພິ່ນເກັບມາໆ ລະເພິ່ນກະຈະແບ່ງ ໃຫ້ຄຣູອາສາ ແຕ່ລະຄົນແຕ່ລະຄົນ ມີ 3 ຄົນ ເພິ່ນກະແບ່ງອອກ 3.”

ນອກຈາກນັ້ນ ຄຣູອາສາສມັກຜູ່ນຶ່ງ ທີ່ສອນນັກຮຽນຢູ່ເມືອງ ແລະແຂວງຈໍາປາສັກມາໄດ້ 6 ປີແລ້ວນີ້ ກໍເວົ້າວ່າຕົນ ກໍຕຣຽມທຸກຢ່າງແລ້ວ ຄິດວ່າປີນີ້ຈະໄດ້ເປັນຣັຖກອນ ແຕ່ສຸດທ້າຍ ມາກໍບໍ່ໄດ້ ກະມີແຕ່ຊ່ອຍສອນ ໝົດປີນີ້ ແລ້ວກໍຈະລາອອກ ໄປຊອກເຮັດວຽກໃໝ່:

“ຢາກຊ່ອຍເພິ່ນກ່ອນ ເພາະໂຮງຮຽນ ກະມີຄຣູແບບ ຍັງຖືພາຖືຫຍັງຢູ່ນະ ຄຣູກະຂາດໆ ບໍ່ສະບາຍແນ່ ກະເອີ່ ຄິດວ່າຊິອາສາຊ່ອຍສອນ ຈົນຈົບປີນີ້ ກະຊິສອນຊ່ອຍກ່ອນ ຄິດວ່າປີນີ້ ບໍ່ໄດ້ມັນບໍ່ຫຍັງຊັດເຈນ ທາງໂຮງຮຽນກະທາງບ້ານເມືອງກະຮູ້ ບໍ່ມີວິທີແບບເປັນຮູປທັມ ເລີຍນະ ມີແຕ່ແບບໃຜຢູ່ໄດ້ກະຢູ່ ໃຜທົນໄດ້ ກະທົນ ບໍ່ທົນກະໄປ ກະທໍານອງແບບນີ້ ເພາະວ່າ ຫຼາຍຄົນກະວ່າ ເຮົາມັນບໍ່ມີເສັ້ນມີສາຍ ຄືເຂົາຫັ່ນນະ ເພາະວ່າເງິນຄໍາ ຊິແລ່ນຊິນັ້ນເຕັ້ນກະບໍ່ມີ.”

ທ່ານວ່າ ໃນເມື່ອເຮົາບໍ່ເງິນເດືອນ ວັນພັກ ເສົາອາທິດ ກໍໄປຮັບຈ້າງ ເຮັດວຽກກໍ່ສ້າງ ເພື່ອເອົາເງິນມາຊື້ນໍ້າຣົດໃສ່ເມືອບ້ານ:

“ເຮົາບໍ່ມີເງິນເດືອນ ຂີ່ຣົດເມືອບາງເທື່ອກະ ຂໍແມ່ຫັ້ນແຫຼະ ບາງເທື່ອກະຂໍຢືມນໍາໝູ່ນໍາຫຍັງ ກະຢູ່ໂຮງຮຽນນີ້ແຫຼະ ບາງເທື່ອຄັນມີຄົນໃນ ບ້ານເພິ່ນຈ້າງເຮັດໂນ້ນ ເຮັດນີ້ກະໄປ, ໄປເຮັດ ຂຸດຫ້ອງໂນ່ງຫ້ອງນໍ້າ ເຮັດຫ້ອງນໍ້າກະໄປ ກະບໍ່ໄດ້ຫຼາຍດອກ ພໍໄດ້ຄ່ານໍ້າມັນ.”

ທ່ານກ່າວຕື່ມວ່າ ຖ້າອອກຈາກການເປັນຄຣູອາສາ ຄິດວ່າຈະໄປຊອກວຽກເຮັດຢູ່ໄທຍ:

“ກະຟັງເບິ່ງຣັຖກອນປີນີ້ແລ້ວ ກະສູ້ສຸດ ກະບໍ່ໄດ້ ກະຟັງເບິ່ງຈັກພັກຣັຖ ເພິ່ນຊິຊ່ອຍຈັ່ງໃດແຫຼະ ແຕ່ກະຄິດໄວ້ແລ້ວ ຖ້າບໍ່ໄດ້ນິ່ ຈັ່ງໃດກະ ມັນບໍ່ໄດ້ ກະຄິດວ່່າຊິເມືອໄທຍ ຄິດວ່າໄປຢາມ ພີ່ຍາມນ້ອງ ເພື່ອຫາງານກ່ອນ ຖ້າວ່າບໍ່ມີ ກະຊິໄດ້ກັບມາ ຫຼືວ່າຈັ່ງໃດ ຟັງເບິ່ງທາງບ້ານ ເມືອງເພິ່ນຊິມີແນວທາງແນວໃດແກ້ໄຂຖ້າວ່າເອີ່ມີ ມີຊ່ອຍທາງ ຄ່ານໍ້າມູກນໍ້າມັນຄ່າໂນ້ນນີ້ນັ້ນ ຄັນພໍໃຫ້ມີກໍາລັງໃຈສູ້ຕໍ່ ກະລອງຟັງເບິ່ງ ວ່າເພິ່ນຊິຊ່ອຍຈັ່ງໃດ.”

ເມື່ອທ້າຍປີ 2019 ທີ່ຜ່ານມາ ຣັຖບານລາວ ໄດ້ຈັດສັນໂຄຕ້າ ຣັຖກອນຄຣູ ທົ່ວປະເທດ ສໍາລັບສົກປີ 2020 ພຽງ 1,040 ຄົນ. ໃນຂນະທີ່ ຈໍານວນຄຣູອາສາສມັກ ທົ່ວປະເທດ ມີສູງເຖິງ 10 ປາຍພັນຄົນ, ເຊິ່ງກໍຄົງເປັນໄປໄດ້ຍາກ ທີ່ ຈະສາມາດບັນຈຸ ຄຣູອາສາສມັກ ໃຫ້ເປັນ ຣັຖກອນຄຣູໄດ້.

ຄໍາເຫັນ (1)
Share

John Doe

ຈາກ Serie

Education should be priority for the country future. Country Security, infrastructural, economy, health, education and freedom are key ingredient for country success and life harmony. I think the government is more worry about democracy ideology taking over communism than what is best for the country and the peoples.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Jul 29, 2020 12:23 PM

ເຕັມຫນ້າ