ຜູ້ນໍາພັນທະມິດຮ່ວມປະຊຸມ ສປຊ

ຈໍາປາທອງ
2016.09.27
F-ADL ຄນະຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ 17 ທ່ານ ນຳໂດຍ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່ ສະຫະປະຊາຊາດ
RFA/ADL

ໃນຣະຫວ່າງ ສະມັດຊາໃຫຍ່ ສະຫະ ປະຊາຊາດ ຄັ້ງທີ 71 ທີ່ ມີປະມຸກຣັຖ ແລະ ຫົວໜ້າ ຣັຖບາລຈາກ 130 ປາຍປະເທສ ເຂົ້າຮ່ວມ ຢູ່ນັ້ນ ຄນະ ຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ 17 ທ່ານ ນຳໂດຍ ດຣ. ບຸນທອນ ຈັນທະລາວົງ ວີເຊີ ໄດ້ ເຂົ້າຮ່ວມ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ ກ່ຽວກັບ ການພັທນາ ແບບຍືນຍົງ ທີ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ໃນ ວັນທີ 23 ກັນຍາ 2016.

ຕໍ່ກອງປະຊຸມໃຫຍ່ ທີ່ມີຜູ້ແທນ ຣັຖບາລ ປະເທສຕ່າງໆ ປະຈຳ ສະຫະປະຊາຊາດ ແລະ ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບາລ ໃນທົ່ວ ໂລກ ຮວມທັງ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ຖືກ ສະຫະ ປະຊາຊາດ ຮັບຮູ້ເອົາ ແລະໄດ້ ລົງທະບຽນ ຢ່າງ ເປັນທາງການ ເຂົ້າຮ່ວມ ຊຶ່ງ ມີທັງໝົດ ປະມານ 600 ຄົນ ຄັ້ງນີ້. ທ່ານ ບານກີມູນ ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ກ່າວ ປາສັຍ ກ່ຽວກັບ ການພັທນາ ແບບຍືນຍົງ ນັ້ນ.

ໃນນາມປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ດຣ. ບຸນທອນ ຈັນທະລາວົງ ວີເຊີ ໄດ້ຕອບ ຄຳຖາມ ຂອງ ວິທຍຸ ເອເຊັຽ ເສຣີ ໃນບັນຫາທີ່ ເປັນໃຈກາງ ຂອງ ກອງປະຊຸມໃຫຍ່ ນັ້ນ ຕອນນຶ່ງວ່າ: ສຽງ...

ແລະ ຕໍ່ຄຳຖາມທີ່ວ່າ ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ຮັບຜົລ ແລະ ມີຜົລດີແນວໃດ ໃຫ້ແກ່ການ ທີ່ຈະເຮັດ ໃຫ້ ສປປລາວ ມີການພັທນາ ແບບຍືນຍົງ, ເຮັດໃຫ້ ປະຊາຊົນ ລາວ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ, ດຣ. ບຸນທອນ ຕອບວ່າ: …ສຽງ

ການເຄື່ອນໄຫວ ວຽກງານ ການເມືອງ ທັງການປະທ້ວງ ທວງໃຫ້ ທາງການລາວ ປະຕິຮູບ ໄປສູ່ ປະຊາທິປະຕັຍ ແລະ ໃຫ້ວຽດນາມ ຍຸຕິ ຄອບຄອງລາວ ແລະ ທັງການ ເຂົ້າຮ່ວມ ກອງປະຊຸມໃຫຍ່ ສະຫະປະຊາຊາດ ຊຶ່ງ ເປັນຄັ້ງ ປະຫວັດສາດ ທີ່ ພັນທະມິດ ເພື່ອ ປະຊາທິ -ປະຕັຍ ໃນລາວ ຖືວ່າ ມີຄວາມ ສຳຄັນຍິ່ງ ບໍ່ພຽງແຕ່ ສຳລັບ ອົງການ ພັນທະມິດ ເພື່ອ ປະຊາ -ທິປະຕັຍ ໃນລາວ ເທົ່ານັ້ນ ແຕ່ຫາກຍັງ ມີຄວາມ ສຳຄັນ ສຳລັບ ປະຊາຊົນລາວ ທີ່ຮັກຫອມ ຄວາມເປັນທັມ ທັງຊາດ ເພາະວ່າ ຕາມໃຈ ຣັຖບາລ ສປປລາວ ແລ້ວ ມາເຂົ້າຮ່ວມ ແລະ ກ່າວຄຳປາສັຍ ຕໍ່ ສະມັດຊາໃຫຍ່ ສະຫະປະຊາຊາດ ນັ້ນມີແຕ່ ຣາຍງານ ດອກໄມ້, ປິດບັງ ຄວາມເປັນຈິງ ທີ່ເກີດຂຶ້ນຢູ່ ລາວ. ຕາມຄຳເວົ້າ ຂອງ ດຣ. ບຸນທອນ ຈັນທະລາວົງ ວີເຊີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.