ໝາກຜົນຂອງສັນຍາ ມິຕພາບ ລາວ-ວຽດນາມ

ຈໍາປາທອງ
2019.07.17
Share on WhatsApp
Share on WhatsApp
f-lao-viet ສປປ ລາວ ສສວຽດນາມ ມີຄວາມສັມພັນ ແບບພິເສດ
Public Domain

ສົນທິສັນຍາມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ທີ່ນາຍົກຣັຖມົນຕຣີ 2 ປະເທດຄື ທ່ານ ຟາມວັນດົງ ແລະທ່ານ ໄກສອນ ພົມວິຫານ ລົງນາມ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 18 ກໍຣະກະດາ 1977, ມາເຖິງປີນີ້ ກໍຄົບຮອບ 42 ປີ.

ກ່ຽວກັບວ່າ ສົນທິສັນຍາສະບັບນີ້ ມີຜົນປະໂຫຍດຫຍັງແດ່ໃຫ້ແກ່ລາວ ແລະຝ່າຍວຽດນາມເດ ເປັນຄືຫຼາຍຄົນເວົ້າບໍວ່າ ເປັນເຄຶ່ອງມື ຄອບຄອງລາວ ແລະກອບໂກຍເອົາຊັພຍາກອນທັມຊາດ ອັນມີຄ່າໄປນັ້ນ ວິທຍຸເອເຊັຽເສຣີໄດ້ສຳພາດ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຽຣະມັນ ໃນວັນທີ 10 ກໍຣະກະດາ ແລະ ທ່ານ ອິນຊີທອງ ຄນະນຳ ແລະທັງເປັນໂຄສົກ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ໃນສອງມື້ຕໍ່ມາ ແລະທັງໄດ້ສຳພາດ ເຈົ້າໜ້າທີ່ທາງການ, ອາດີດ ພະນັກງານຣັຖ ແລະທັງປະຊາຊົນ ລາວ ນຳດ້ວຍ.

ໃນເບື້ອງຕົ້ນ ດຣ. ບຸນທອນ ກ່າວເຖິງສົນທິສັນຍາ ມິຕພາບ ແລະ ການຮ່ວມມືລາວ-ວຽດນາມ ນັ້ນວ່າ ເປັນສົນທິສັນຍາ ທີ່ຝ່າຍວຽດນາມ ເອົາລັດເອົາປຽບລາວ:

"ຂ້າພະເຈົ້າເຫັນວ່າ ສັນຍານີ້ເປັນການເອົາລັດເອົາປຽບ ທາງຝ່າຍລາວ ຢ່າງແທ້ຈິງ ເພາະວ່າຢູ່ໃນສັນຍານັ້ນ ໄດ້ເປີດໂອກາດໃຫ້ວຽດນາມ ເຂົ້າມາຄອບຄອງລາວ ໄດ້ຢ່າງສະບາຍ ເປັນສັນຍາ ທີ່ໃຫ້ວຽດນາມ ເຂົ້າມາຄອບຄອງລາວ ໄດ້ໃນທຸກດ້ານ ບໍ່ວ່າຈະເປັນ ດ້ານການເມືອງ ການທະຫານ ເສຖກິດ-ສັງຄົມ ແລະອື່ນໆ ຝ່າຍລາວ ເປັນຜູ້ທີ່ເສັຽປຽບ ທຸກດ້ານ ບໍ່ມີຄວາມສເມີພາບກັນເລີຍ."

ຢູ່ໃນສົນທີສັນຍາໄດ້ບົ່ງໄວ້ວ່າ ທັງສອງຝ່າຍຈະບໍ່ແຊກແຊງ ເຂົ້າກິຈການພາຍໃນ ຂອງກັນແລະກັນ ດຣ. ເຫັນວ່າມັນເປັນຄືແນວນັ້ນ ແທ້ບໍ ໃນການພົວພັນຮ່ວມມື ຣະຫວ່າງສອງຝ່າຍ?

"ໃນຕົວຈິງແລ້ວແມ່ນທາງວຽດນາມ ນີ້ໄດ້ແຊກແຊງກິຈການພາຍໃນຂອງລາວ ໃນທຸກດ້ານ ເຊັ່ນວ່າການສົ່ງທີ່ປຶກສາພິເສດ ທີ່ມາສັງກັດ ຢູ່ໃນຂັ້ນສຳຄັນ ໃນການບໍຣິຫານຢູ່ໃນ ສປປລາວ ຫລືວ່າ ສົ່ງກອງທະຫານ ໃນແລະນອກເຄື່ອງແບບ ທີ່ມາຢູ່ໃນແຕ່ລະທ້ອງຖິ່ນ ຢູ່ໃນ ສປປລາວ ແລະການປ່ອຍໂອກາດ ໃຫ້ຊາວວຽດນາມເຂົ້າມາຢູ່ລາວ ຕາມສະບາຍ ແລະຍັງບໍ່ພໍຍັງບີບ ໃຫ້ທາງການ ສປປລາວ ນີ້ໃຫ້ ຄວາມສະດວກ ໃນການມອບສັນຊາດລາວ ໃຫ້ແກ່ຊາວວຽດນາມ ທີ່ມາຢູ່ລາວ ອັນນີ້ມັນສະແດງ ໃຫ້ເຫັນວ່າ ວຽດນາມໄດ້ແຊກແຊງ ກິຈການພາຍ ໃນຂອງລາວ ອັນນີ້ເປັນການທີ່ສະແດງ ໃຫ້ເຫັນຢ່າງ ຈະແຈ້ງວ່າ ວຽດນາມຄວບຄຸມລາວ."

ຢູ່ໃນສົນທິສັນຍາມິຕພາບ ແລະການຮ່ວມມືໄດ້ບົ່ງໄວ້ວ່າ ທັງສອງຝ່າຍຈະຊ່ອຍເຫລືອ ຊຶ່ງກັນແລະກັນ ດຣ. ເຫັນວ່າເປັນແນວໃດນໍ ບັນຫານີ້?

"ຂ້າພະເຈົ້າເຫັນວ່າ ການຊ່ອຍເຫລືອຊຶ່ງກັນແລະກັນນີ້ ເປັນຄຳເວົ້າທີ່ຈົບງາມ ແຕ່ເນື້ອແທ້ແລ້ວ ມັນແມ່ນການກົດຂີ່ຝ່າຍລາວ ເປັນສ່ວນໃຫຍ່ ເພາະວ່າເຮົາສັງເກດ ເຫັນຂົນເອົາຊັພສິນຂອງລາວ ໄປວຽດນາມ ແຕ່ຝ່າຍລາວ ບໍ່ເຄີເຫັນວ່າຈະໄດ້ຫຍັງ ມາຈາກວຽດນາມ ມີແຕ່ທາງເສັຽ ບໍ່ໄດ້ເຫັນວ່າການຊ່ອຍເຫລືອ ອັນແທ້ຈິງນໍ ເຊັ່ນວ່າສົ່ງຄົນລາວ ໄປຮຽນຢູ່ວຽດນາມບໍ ອັນນັ້ນກໍບໍ່ແມ່ນການຊ່ອຍເຫລືອ ແມ່ນການ ສົ່ງໄປ ຮຽນທິສດີ ທີ່ວຽດນາມ ສິດສອນໃຫ້ ເພື່ອວ່າຈະໄດ້ມາຄວບຄຸມລາວ ໄດ້ໃນຂັ້ນຕໍ່ໄປ."

ແລະທ່ານ ອິນຊີທອງ ກໍກ່າວເຖິງການຮ່ວມມື ແລະການຊ່ອຍເຫລືອ ຊຶ່ງກັນແລະກັນ ໃນທຸກດ້ານ ດັ່ງທີ່ໄດ້ກຳນົດໄວ້ ຢູ່ໃນມາດຕຣາ 1 ຂອງສົນທິສັນຍາ ນັ້ນວ່າ ເປັນການໃຊ້ລາວ ເປັນເຄື່ອງມືຮັບໃຊ້ ແລະ ໃຫ້ລາວປະຕິບັດຕາມຄຳສັ່ງ ຂອງ ວຽດນາມຢູ່ຕລອດ:

"ຂ້າພະເຈົ້າເຫັນວ່າ ເວົ້າງຮາຍໆກະແມ່ນໃຊ້ເວລານີ້ ເປັນເຄຶ່ອງມືຂອງເຂົາ ຕ້ອງໃຫ້ລາວນີ້ປະຕິບັດ ຕາມຄຳສັ່ງຂອງວຽດນາມ ເພື່ອໃຫ້ຂຶ້ນ ກັບເຂົາ ເຂົາຈັ່ງສິໄດ້ອຳນາດທາງການເມືອງ ອຳນາດທາງເສຖກິດ ແລະອຳນາດອື່ນໆນັ້ນ ປົກຄອງລາວນີ້ຕລອດໄປ ລາວນີ້ເສັຽຜົນປໂຍດ ເລື້ອຍໆ ກະຄືເຮົາເຫັນສູ່ມື້ນີ້ແຫລະນໍ ການສ້າງຫຸ່ນໂຮຈິມິນ ຂຶ້ນຢູ່ໃນເມືອງລາວນີ້. ນັບຕັ້ງແຕ່ເພິ່ນເຊັນສັນຍາ ກັນມານີ້ ວຽດນາມ ນັ້ນ ສາມາດນຳເອົາ ກອງທັບຂອງເຂົານັ້ນເຂົ້າມາ ປະເທດລາວນີ້ ໄດ້ຕລອດເວລາ ສອງມາເຂົາສາມາດກອບໂກຍ ເອົາຊັພຍາກອນຂອງລາວ ນີ້ຕັ້ງແຕ່ເຂົາເຂົ້າມາຈົນ ຮອດປັດຈຸບັນນີ້ ກະຄືເຮົາເຫັນກັນ ຄູ່ມື້ນີ້ ແລ້ວ ຖ້າວ່າວຽດນາມຢາກໄດ້ຫຍັງນັ້ນ ແມ່ນມີສິດເຮັດໄດ້ເບິດ ເຂົາ ສາມາດສ້າງເສຖກິດ ຫລືວ່າເອົາຄົນເຂົ້າມາຢ່າງຫລວງຫລາຍ ຈົນວ່າຄົນລາວເຮົານີ້ນີ່ໄປ ເປັນແຮງງານຢູ່ປະເທດເພື່ອນບ້ານ ແລ້ວ ໝາຍຄວາມວ່າ ຄນະປະເທດລາວ ພໍແຕ່ເປັນຫຸ່ນເຊີດ ຂອງວຽດນາມຊື່ໆ ເວົ້າງ່າຍໆໃນປັດຈຸບັນນີ້ ສິເຮັດຫຍັງກໍຕ້ອງແມ່ນຂຶ້ນກັບ ວຽດນາມເປັນຜູ້ຕັດສິນໃຫ້ ສິໄປເຮັດການທູດ ຢູ່ຕ່າງປະເທດ ກະແມ່ນ ວຽດນາມ ນີ້ຕ້ອງເປັນຜູ້ແນະນຳຊີ້ແນະ ທຸກດ້ານທຸກຢ່າງຫັ້ນນະ."

ສົນທິສັນຍາມິຕພາບ ແລະການຮ່ວມມືຫັ້ນ ໃນມາດຕຣາ 2 ຫັ້ນກະໄດ້ບົ່ງໄວ້ເຖິງວ່າ ສອງຝ່າຍໃຫ້ຄຳໝັ້ນສັນຍາ ວ່າຈະສນັບສນູນ ແລະຊ່ອຍເຫືອຊຶ່ງກັນແລະກັນ ໃນການປ້ອງກັນປະເທດ ກ່ຽວກັບບັນຫານີ້ ທ່ານເຫັນວ່າແນວໃດ?

"ລາວນີ້ເວົ້າງ່າຍໆແລ້ວ ບໍ່ມີແຮງຫລືວ່າກຳລັງ ທາງດ້ານການທະຫານ ທີ່ຈະພໍໄປປົກປ້ອງ ວຽດນາມໄດ້ ສະນັ້ນແລ້ວອັນຄຳເວົ້າຈັ່ງຊັ້ນ ກະເປັນແຜນຂອງວຽດນາມ ຈະສາມາດເອົາກຳລັງ ປະກອບອາວຸດ ຂອງ ເຂົາຫັ້ນເຂົ້າມາປົກຄອງລາວນີ້ໄດ້ ຖ້າຫາກວ່າມີຄົນລາວ ຫລືວ່າປະຊາຊົນລາວ ບໍ່ເຫັນພ້ອມ ໃນການປົກຄອງ ຂອງຄນະປະເທດລາວ ລຸກຂຶ້ນຕໍ່ສູ້ເພື່ອ ເອກກະຣາດ ຫຼືວ່າເພື່ອປະຊາທິປະໄຕນີ້."

ຢູ່ໃນ ມາດຕຣາ 4 ຂອງສົນທິສັນຍາ ມິຕພາບແລະການຮ່ວມມື ຫັ້ນໄດ້ກຳນົດໄວ້ວ່າ ສອງຝ່າຍຢືນຢັນເຖິງຄວາມຕັດສິນໃຈ ເຮັດໃຫ້ ຊາຍແດນ ລາວ-ວຽດນາມ ເປັນຊາຍແດນ ມິຕພາບ ຖານອ້າຍນ້ອງ ແລະ ຍາວນານ ກ່ຽວກັບບັນຫານີ້ ທ່ານເຫັນວ່າມັນສິເປັນໄປໄດ້ບໍ?

"ອັນເຣຶ່ອງຊາຍແດນນີ້ໜາ ມັນກະມີຫລັກປັກ ຢູ່ແລ້ວນໍ ສມັຍກ່ອນກະມີຝຣັ່ງ ໄດ້ປັກຫລັກຊາຍແດນ ໃຫ້ວຽດນາມ ແລະລາວເຮົາ ແຕ່ວ່າ ວຽດນາມ ນີ້ຈະພຍາຍາມຍ້າຍຫລັກ ຊາຍແດນ ນີ້ເຂົ້າມາເລື້ອຍໆ ເວົ້າງ່າຍໆທາງ ສະຫວັນນະເຂດ ນີ້ກະຈົນສິຮອດ ເມືອງພະລານ ເມືອງພີນພີ້ແຫຼະ ອັນນີ້ແຫຼະແມ່ນແທ້ໃດ໋ ເຂົາເຈົ້າບໍ່ໄດ້ເວົ້າຫລິ້ນໃດ໋ປະຊາຊົນ ເພາະວ່າຢູ່ຫັ້ນມາຫຼາຍປີ້ວເດ ແຕ່ວ່າເຮັດຈັ່ງໃດ ໃນເມື່ອ ພັກ-ຣັຖ ເພິ່ນໄດ້ຍິນປະຊາຊົນ ເວົ້າແລ້ວເພິ່ນກະ ເສີຍຊື່ໆ ເອີອັນນີ້ນີ່ ເປັນບັນຫາໃຫຍ່."

ເຖິງຢ່າງໃດກໍຕາມ ເມື່ອວິທຍຸເອເຊັຍເສຣີ ກໍໄດ້ຖາມໄປຍັງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 10 ກໍຣະກະດາ ກ່ຽວກັບວ່າ ການພົວພັນຮ່ວມມືຣະຫວ່າງ ລາວແລະວຽດນາມ ເປັນຄືແນວໃດນັ້ນ ທ່ານຕອບວ່າ ໂດຍລວມແລ້ວເປັນ ການພົວພັນຢ່າງປົກກະຕິ ບໍ່ມີບັນຫາຫຍັງ:

"ການພົວພັນຣະຫວ່າງລາວ-ວຽດນາມນີ້ ເປັນການພົວພັນທີ່ມີມາແຕ່ໂບຮານນະການແລ້ວ ສິເວົ້ານໍ ການພົວພັນໂດຍລວມ ແມ່ນມີການ ພົວພັນກັນ ຢ່າງເປັນປົກກະຕິ ວ່າອັນສິແປກປ່ຽນ ຫລືວ່າທີ່ມີອັນໃດ ທີ່ວ່າ ບໍ່ເລາະຊ່ອງຫລືວ່າອັນໃດທີ່ອັນນີ້ ກະບໍ່ມີບັກຫາຫຍັງດອກ ເພາະພວກເຮົາກະມີການພົວພັນກັນ ຢ່າງປົກກະຕິນໍ."

ແຕ່ເມື່ອຖາມໄປຍັງກົມການຂ່າວ, ກົມສົນທິສັນຍາ ແລະກົດໝາຍ, ກົມອາຊີ-ປາຊີຟິກ ແລະ ອາຟຣິກກາ ກະຊວງການຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ ເມື່ອອາທິດແລ້ວນີ້ ກ່ຽວກັບວ່າໃນວັນຄົບຮອບ 42 ປີ ຂອງສົນທິສັນຍາມິຕພາບແລະການຮ່ວມມື ລາວ-ວຽດນາມ ໃນປີນີ້ ທາງການລາວ ຈະສະຫຼອງ ຫລືບໍ່ ແລະສົນທິສັນຍານີ້ ມີຜົນດີໃຫ້ລາວຄືແນວໃດນັ້ນ ໄດ້ຮັບຄຳຕອບຈາກເຈົ້າໜ້າທີ່ ກົມສົນທິ ສັນຍາ ແລະ ກົດໝາຍວ່າ:

"ຍັງບໍ່ຮູ້ຈັກເຣຶ່ອງນີ້ເທື່ອ."

ໃນມື້ດຽວກັນນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ຖາມໄປຍັງປະຊາຊົນລາວທ່ານນຶ່ງ ຜູ້ຂໍສະຫງວນຊື່ແລະສຽງ ຢູ່ພາກກາງຂອງລາວ ທີ່ຮູ້ເຣຶ່ອງ ສົນທິສັນຍານີ້, ທ່ານຕອບວ່າ:

"ປີນີ້ຍັງບໍ່ຮູ້ວ່າເພິ່ນຈະສະຫລອງຫລືບໍ່ ຍັງບໍ່ທັນໄດ້ຍິນຂ່າວ ກະຄືສິສະຫລອງຢູ່ຕິເບາະ. ທ່ານເວົ້າວ່າ ສົນທິສັນຍາມິຕພາບນັ້ນ ເປັນການ ພົວພັນຮ່ວມມື ລາວ-ວຽດນາມ, ຊ່ອຍເຫລືອຊຶ່ງກັນແລະກັນ, ເພິ່ນໄດ້ ເຊັນກັນ ຣະຫວ່າງ ທ່ານ ຟາມວັນດົງ ນາຍົກຣັຖມົນຕຣີ ວຽດນາມ ແລະ ທ່ານ ໄກສອນ ນາຍົກຣັຖມົນຕຣີລາວ ຕອນທີ່ທ່ານ ເລຢວນ ເລຂາທິການໃຫຍ່ພັກຄອມມິວນິສວຽດນາມ ມາຢ້ຽມຢາມລາວ ໃນທ້າຍເດືອນ ກໍຣະກະດາ 1977 ນັ້ນ."

ແລະເມື່ອຖາມໄປຍັງປະຊາຊົນຢູ່ພາກໃຕ້ຂອງປະເທດ ໄດ້ຮັບຄຳຕອບວ່າ:

"ບໍ່ຮູ້ວ່າເພິ່ນຈະສະຫລອງວັນສົນທິສັນຍາ ນີ້ຫລືບໍ່, ຍັງ ບໍ່ທັນໄດ້ຍິນໃຜວ່າຫຍັງ. ຕາມປົກກະຕິ ເມື່ອມີງານໃຫຍ່ ເພິ່ນຈະເອີ້ນເອົາໄປລວມ. ແຕ່ປີນີ້ມິດຢູ່. ທ່ານເວົ້າວ່າ ຢູ່ແຂວງນີ້ ມີຄົນວຽດນາມ ເຂົ້າມາຫາຢູ່ ຫາກິນຫລາຍ, ຂາຍເຄຶ່ອງຕາມຕລາດ, ເລາະຂາຍຕາມບ້ານ,ຕັດຜົມ, ເສີມສວຍ, ເປັນກຳມະກອນ, ຍາດແຍ່ງອາຊີບຂອງຄົນລາວ. ແຕ່ຄົນລາວກໍມັກຈ້າງ ເພາະຄົນງານວຽດນາມ ອົດທົນ ເອົາໃຈໃສ່ເຮັດວຽກ ໃຫ້ແລ້ວຕາມກຳນົດເວລາ ບໍ່ຄືກັນກັບຄົນງານລາວ ທີ່ເວົ້າທົ່ວໄປແລ້ວ ແມ່ນບໍ່ມັກເອົາໃຈໃສ່."

ເມື່ອເວົ້າເຖິງການພົວພັນກັນ ຣະຫວ່າງຄົນລາວກັບຄົນວຽດນາມ ວ່າເປັນແນວໃດນັ້ນ ປະຊາຊົນລາວຜູ້ນຶ່ງຢູ່ພາກໃຕ້ ສຸດຂອງລາວທີ່ບໍ່ໄກ ຈາກພາກໃຕ້ວຽດນາມ ກໍເວົ້າໃຫ້ວິທຍຸເອເຊັຍເສຣີຮູ້ວ່າ:

"ມີການພົວພັນກັນດີ ບໍ່ເຫັນວ່າມີຫຍັງກັນ."

ເມື່ອເວົ້າເຖິງການພົວພັນຮ່ວມມື ທາງດ້ານການເມືອງ, ເສຖກິດ-ການຄ້າ ຣະຫວ່າງ 2 ປະເທດລາວ ແລະວຽດນາມ ໃນມື້ວັນທີ 24 ມິຖຸນາ ຜ່ານມາ ທ່ານ ຈິງ ດິງ ຢຸງ ຮອງນາຍົກຣັຖມົນຕຣີ ວຽດນາມ ກໍໄດ້ໄປ ລາວ ແລະໄດ້ພົບພໍ້ກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ຣັຖມົນຕຣີ ຊຶ່ງໃນນັ້ນໄດ້ເວົ້າວ່າ ໃນ 5 ເດືອນ ຕົ້ນປີ 2019 ນີ້ ມູນຄ່າການຄ້າ 2 ຝ່າຍ ເພິ່ມຂຶ້ນ 13,24% ຊຶ່ງປີກາຍບັນລຸໄດ້ 1 ຕື້ ໂດລາ ສະຫະຣັຖ. ນັບແຕ່ປີ 1989 ເປັນຕົ້ນມາ ວຽດນາມລົງທຶນ ຢູ່ລາວ 413 ໂຄງການ, ມູນຄ່າ 4 ຕື້ກັບ 100 ລ້ານໂດລາ ສະຫະຣັຖ, ເປັນອັນດັບທີ 3 ຂອງການລົງທຶນ ຕ່າງປະເທດຢູ່ລາວ.

ໃນປີນີ້ ວຽດນາມຊ່ອຍເຫຼືອລາວ 711 ຕື້ດົງ ຊຶ່ງປັດຈຸບັນກຳລັງ ກໍ່ສ້າງຫໍສະພາແຫ່ງຊາດ ສປປລາວ ຫລັງໃໝ່, ໂຮງໝໍແຂວງຊຽງຂວາງ, ໂຮງໝໍແຂວງຫົວພັນ ແລະການກໍ່ສ້າງສນາມບິນ ໜອງຄ້າງ -ຕາມຣ່ຍງານຂອງທາງການລາວ.

ແລະເມື່ອເວົ້າເຖິງວ່າ ສົນທິສັນຍາມິຕພາບ ແລະການຮ່ວມມືລາວ-ວຽດນາມ ທີ່ມາເຖິງປີນີ້ກໍໄດ້ 42 ປີແລ້ວນັ້ນ ຫຼາຍຄົນສົນໃຈວ່າ ເມື່ອຄົບ 45 ປີແລ້ວ ທາງ ການ ສປປລາວ ຈະຕໍ່ອາຍຸໄປ ຕື່ມອີກ 10 ປີຫລືບໍ່ ໃນຂນະທີ່ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຕ້ອງການໃຫ້ ຍົກເລີກ ດັ່ງ ດຣ. ບຸນທອນ ຈັນທະວົງ-ວີເຊີ ປະທານອົງການພັນທະມິດ ກ່າວວ່າ:

"ຂ້າພະເຈົ້າເຫັນວ່າ ສົນທິສັນຍາພິເສດ ລາວ-ວຽດນາມ ປີ 1977 ແລະມີອາຍຸ 25 ປີແລ້ວມີການຕໍ່ ອາຍຸທຸກໆ 10 ປີໃດນີ້ ມັນຈະຈົບໃນປີ 2020 ນີ້ ຕາມທີ່ໄດ້ຂຽນ ຢູ່ໃນສັນຍາວ່າຈະມີການ ຍົກເລີກໄດ້ ຫາກຝ່າຍໃດ ຝ່າຍນຶ່ງ ຫັ້ນສເນີ ໃຫ້ມີການຍົກເລີກ ສະນັ້ນຂ້າພະເຈົ້າ ເຫັນວ່າ ທາງຝ່າຍລາວ ນີ້ຄວນສເນີໃຫ້ຍົກເລີກ ສັນຍານີ້ສາ ເພາະມັນບໍ່ໄດ້ນຳຜົນປະໂຫຍດ ຫຍັງໝົດມາໃຫ້ແກ່ຊາດ ແລະ ປະຊາຊົນລາວ ຂ້າພະເຈົ້າເຫັນວ່າມີ ຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງມີການຍົກເລີກ ສັນຍານີ້."

ສິ່ງທີ່ເວົ້າມານັ້ນ ຄືການພົວພັນຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ໃນໄລຍະ 42 ປີ ທີ່ມີສົນທິສັນຍາມິຕພາບ ແລະການ ຮ່ວມມືນຳກັນ ຊຶ່ງຫລາຍຄົນເວົ້າວ່າ ເປັນການພົວພັນຮ່ວມມື ທີ່ບໍ່ສເມີພາບກັນ ອຳນວຍຜົນປໂຍດໃຫ້ແກ່ວຽດນາມ ທີ່ຫວັງຄອບຄອງ ລາວ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.