ສະຫະຣັດເປີດຫ້ອງການ ຊ່ອຍດ້ານ ຍຸຕິທັມ
2020.10.16

ຊາວລາວຫລາຍຄົນໃນປະເທດລາວ ໂດຍສະເພາະ ຢູ່ເຂດຊົນນະບົດ ຫ່າງໄກ ຍັງບໍ່ຮູ້ເຣື່ອງກົດໝາຍ ດີເທົ່າທີ່ຄວນ. ບາງຄົນບໍ່ຮູ້ເຣື່ອງ ກົດໝາຍເລີຍ ເພາະບໍ່ໄດ້ສຶກສາ ຮໍ່າຮຽນ, ບາງຄົນອາຈຮູ້ ແຕ່ກໍບໍ່ໄດ້ ເຂົ້າໃຈດີ ຂນະທີ່ມີຄະດີຄວາມ ຕ່າງໆທີ່ຕ້ອງການຈະຕໍ່ສູ້ ແຕ່ກໍບໍ່ກ້າ ດໍາເນີນການໃດໆ ເພາະຄິດວ່າ ເຮັດໄປກໍອາຈເສັຽເວລາ ແລະ ເສັຽເງິນໄປຊື່ໆ.
ສະຫະຣັຖອາເມຣິກາ ມາຊ່ອຍສນັບສນູນ ຊ່ອຍສ້າງຫ້ອງການ “ຊ່ວຍເຫລືອທາງດ້ານກົດໝາຍໃນຂັ້ນຕົ້ນ” ແຫ່ງທໍາອິດ ຢູ່ນະຄອນຫລວງ ວຽງຈັນ ເພື່ອຊ່ອຍປະຊາຊົນໂດຍບໍ່ໄດ້ເສັຍຄ່າ ໃນການດໍາເນີນ ຄະດີຄວາມ ໂດຍສະເພາະ ຜູ້ດ້ອຍໂອກາດ ຫລື ບໍ່ມີເງິນ ກໍຈະເປັນການ ດີຫລາຍ ເພື່ອເຮັດໃຫ້ຊາວລາວ ທຸກຄົນ ເຂົ້າເຖິງຄວາມຍຸຕິທັມ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ແຂວງ ຈໍາປາສັກ ທີ່ຂໍບໍ່ອອກຊື່ຕໍ່ RFA ໃນມື້ວັນທີ 14 ຕຸລາ ນີ້.
“ເອີ໋ ມັນກະດີລະເອີ໋ຍ ຕັ້ງເພື່ອຊ່ວຍເຫລືອຜູ້ດ້ອຍໂອກາດ ຄືວ່າບໍ່ຮູ້ບໍ່ມີເງິນເນາະ ເຂົ້າບໍ່ເຖິງພວກ. ເຣື່ອງເຮົາຈະຕໍ່ສູ້ຄະດີກົດໝາຍ ອິຫຍັງໆ ເນາະ ຄົນສ່ວນຫລາຍມັນກະເຂົ້າໃຈຄົນລະແບບ ຄົນນີ້ຈະເຂົ້າໃຈ ໝົດສູ່ຄົນ ຄົນມັນກະບໍ່ຄືກັນເນາະ ຣະບຽບກົດໝາຍ ມັນບໍ່ທົ່ວເຖິງກັນ ຫັ້ນນ່າ.”
ໃນຂນະດຽວກັນ ຊາວນະຄອນຫລວງວຽງຈັນ ນາງນຶ່ງກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ມີຫ້ອງການຊ່ອຍເຫລືອ ດ້ານກົດໝາຍ ໃຫ້ຄົນລາວ ໂດຍບໍ່ໄດ້ເສັຍຄ່າ ກໍເປັນການດີ ແລະວ່າ ຢູ່ເຂດນະຄອນຫລວງ ວຽງຈັນ ກໍມີຫ້ອງການຊ່ອຍເຫລືອ ດ້ານກົດໝາຍ ຫລື ທະນາຍຄວາມຢູ່ ແຕ່ສ່ວນໃຫຍ່ ເປັນຂອງເອກຊົນ ເໝາະ ສໍາລັບຄົນມີເງິນ ທີ່ຕ້ອງການ ຈະຕໍ່ສູ້ຄະດີຄວາມ. ແຕ່ສໍາລັບຜູ້ບໍ່ມີເງິນ ກໍບໍ່ໄດ້ສູ້ຄະດີ.
ສ່ວນຫ້ອງ ການກົດໝາຍ ຂອງຣັຖບານ ກໍມີຢູ່ ແຕ່ຕ້ອງໂທໄປສາຍດ່ວນກ່ອນ ຄືມີຄວາມຫຍູ້ງຍາກຫລາຍຂັ້ນຕອນ. ຊາວບ້ານທົ່ວໄປ ຢູ່ນະຄອນ ຫລວງວຽງຈັນ ສ່ວນໃຫຍ່ກໍຮູ້ເຣື່ອງກົດໝາຍ ພໍປະມານຢູ່, ແຕ່ພໍມີບັນຫາ ຫລື ມີຄະດີຄວາມ ກໍບໍ່ມີຜູ້ໃດກ້າຕໍ່ສູ້ ຮຽກຮ້ອງ ເປັນຕົ້ນບັນຫາ ທີ່ດິນ ຫລື ຄ່າຊົດເຊີຍທີ່ດິນ ທີ່ຖືກຜົລກະທົບ ຈາກໂຄງການຕ່າງໆຂອງຈີນ ແລະ ວຽດນາມ, ໃຫ້ຄ່າຊົດເຊີຍ ເທົ່າໃດ ຊາວບ້ານ ກໍເອົາເທົ່ານັ້ນ ເພາະບໍ່ສາມາດເຮັດຫຍັງໄດ້ ຮຽກຮ້ອງໄປກໍບໍ່ມີປໂຍດ
“ເຂົາເຈົ້າຮຽນສູງ ເຂົາເຈົ້າກະຮູ້ ຄັນບໍ່ໄດ້ຮຽນກະບໍ່ຮູ້ແຫລະ ສ່ວນຫລາຍຄັນເລັກນ້ອຍ ເຂົາເຈົ້າກະປ່ອຍໄປເລີຍ ຜ່ານມານັ້ນ ເຣື່ອງດິນ ເຣື່ອງດອນ ຄ່າຊົດເຊີຍໝູ່ນີ້ ນີ໋ເນາະ ກະຮຽກຮ້ອງຢູ່ ໃຫ້ເພິ່ນມາສໍ່າໃດ ກະບໍ່ໂຕ້ຕອບ ພາກຣັຖເພິ່ນໃຫ້ຈັ່ງໃດ ກໍເອົາຈັ່ງຊັ້ນແຫລະ ພາກຣັຖເຮັດຈັ່ງຊັ້ນເຮັດຈັ່ງໃດ ຢູ່ນໍາເພິ່ນ ໄປຂັດເພິ່ນຈັ່ງໃດ.”
ຊາວບ້ານຢູູ່ແຂວງຫລວງພຣະບາງ ທ່ານນຶ່ງ ຜູ້ຂໍບໍ່ອອກຊື່ຄືກັນ ກໍເວົ້າຕໍ່ RFA ໃນມື້ວັນທີ 14 ຕຸລານີ້ວ່າ ເວົ້າເຣື່ອງກົດໝາຍ ສະຫະຣັຖ ອາເມຣິການ ສ້າງຫ້ອງການ ຊ່ວຍເຫລືອດ້ານກົດໝາຍ ໃຫ້ປະຊາຊົນ ກໍຈະເປັນການດີ. ຢູ່ຫລວງພຣະບາງ ສ່ວນໃຫຍ່ຊາວບ້ານ ຢູ່ໃນເມືອງ ຮູ້ເຣື່ອງກົດໝາຍ ພໍສົມຄວນ ມີແຕ່ຢູ່ຊົນນະບົດ ຍັງບໍ່ຄ່ອຍເຂົ້າໃຈ ກົດໝາຍບ້ານເມືອງ, ມີຄະດີຄວາມ ກໍຈະມີແຕ່ແຈ້ງ ໃຫ້ພາກສ່ວນ ກ່ຽວຂ້ອງ ເປັນຕົ້ນ ອໍານາດການປົກຄອງບ້ານ ຕໍາຣວດ ຮັບຮູ້ ແລະໄກ່ເກັ່ຍແກ້ໄຂກັນໄປ:
“ປະຊາຊົນສ່ວນໃຫຍ່ ບໍ່ຄ່ອຍຢາກຈະເຂົ້າໃຈດອກ ກ່ຽວກັບກົດໝາຍ ຂອງບ້ານເມືອງເຮົານີ໋ ຢູ່ພາຍໃນເທສບານນີ໋ ອາຈເຂົ້າໃຈຢູ່ ເຂດ ຊົນນະບົດ ກໍຈະຫຍູ້ງຍາກຢູ່ ຈະຕ້ອງໃຊ້ເວລາ ຈະຍັງອີກດົນເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ໃຫ້ຄໍາປຶກສາ ດ້ານກົດໝາຍ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ທ່ານ ນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນ ນີ້ວ່າ ສະຫະຣັຖ ອາເມຣິກາ ຊ່ອຍສນັບສນູນ ໂຄງການສ້າງຕັ້ງ ຫ້ອງການ ຊ່ວຍເຫລືອດ້ານກົດໝາຍ ໃນຂັ້ນຕົ້ນ ໃຫ້ແກ່ລາວ ກໍຖືເປັນ ເຣື່ອງດີຫລາຍ ຈະເຮັດໃຫ້ຊາວລາວ ຢູ່ເຂດຊົນນະບົດ ທີ່ປະຊາຊົນ ບໍ່ມີເງິນ ແລະ ບໍ່ຮູ້ເຣື່ອງກົດໝາຍ ສາມາດເຂົ້າເຖິງ ຄວາມຍຸຕິທັມໄດ້:
“ມີຜົລດີຫລາຍເລີຍ ປະຊາຊົນເນາະ ຄືຢູ່ເຂດຫ່າງໄກສອກຫລີກ ຜູ້ທີ່ວ່າທຸກຍາກ ດ້ອຍໂອກາດ ເຂົາເຈົ້າເຂົ້າເຖິງຂະບວນການ ຍຸຕິທັມນີ້ໄດ້ ຍາກຫລາຍຫລືວ່າເດັກຜູ້ຍິງ ທີ່ຖືກທາ ຣຸນທາງດ້ານເພດບໍ່ ແລ້ວ ເຂົາເຈົ້າຫັ້ນ ບໍ່ຮູ້ກ່ຽວກັບຂະບວນການ ຍຸຕິທັມ ວ່າຈະດໍາເນີນໄປແບບໃດ ໄດ້ຟ້ອງໄປຫ້ອງການບ້ານ ຜູ້ມີອໍານາດຫລາຍກວ່າຫັ້ນ ຖືກຂົ່ມເຫັງເອົາລັດເອົາປຽບ.”
ທ່ານກ່າວຕື່ມວ່າ ສ່ວນໃຫຍ່ຊາວລາວ ທີ່ດໍາເນີນການສູ້ຄະດີ ແລ້ວຖືກເອົາລັດເອົາປຽບທາງດ້ານກົດໝາຍ ຍ້ອນຜູ້ມີອໍານາດ ຍ້ອນບໍ່ຮູ້ ກົດໝາຍ ແລະບໍ່ມີຜູ້ໃດໃຫ້ຄໍາປຶກສາ ເຮັດໃຫ້ແພ້ຄະດີໄປ ຊຶ່ງຢູ່ລາວ ຄະດີຟ້ອງຮ້ອງທີ່ພົບເຫັນຫລາຍ ແມ່ນຄະດີເຣື່ອງດິນ ຫລາຍເປັນ ອັນດັບນື່ງ ຮອງລົງມາ ກໍແມ່ນການຢ່າຮ້າງ ແລະກໍຢາເສບຕິດ:
“ອັນດັບຕົ້ນໆ ກ່ຽວຄະດີຢູ່ໃນ ສປປລາວ ອັນທີນຶ່ງ ກະຄືເຣື່ອງທີ່ດິນ ອາຈມີການກູ້ຢືມເງິນ ແລ້ວເອົາທີ່ດິນນີ໋ ເປັນຫລັກຄໍ້າປະກັນ ແລ້ວມີການໄປ ໂອນໂດຍບໍ່ຖືກຕ້ອງ ຕາມກົດໝາຍຢູ່ທຸກແຂວງເລີຍ ແລ້ວອັນທີ 2. ກ່ຽວກັບການຢ່າຮ້າງ ຫລາຍພໍສົມຄວນເລີຍ ກ່ຽວກັບຜົວເມັຽ ແລະກະອັນທີ 3. ກ່ຽວກັບຢາເສບຕິດຫັ້ນ ຄະດີທາງອາຍາ ກະຖືວ່າຫລາຍ.”
ແລະເຈົ້າໜ້າທີ່ໃຫ້ຄໍາປຶກສາດ້ານກົດໝາຍ ແຂວງຫລວງພຣະບາງ ຜູ້ຂໍສງວນຊື່ອີກທ່ານນຶ່ງ ກໍເວົ້າຕໍ່ RFA ໃນມື້ດຽວກັນນັ້ນວ່າ ປັດຈຸບັນ ກໍຍັງ ມີຫລາຍຢູ່ ຊາວບ້ານທີ່ຍັງບໍ່ໄດ້ເຂົ້າເຖິງ ຂະບວນການຍຸຕິທັມ ຖືກເອົາລັດເອົາປຽບ ຍ້ອນຍັງບໍ່ຮູ້ເຣື່ອງກົດໝາຍ ວ່າຈະຕ້ອງດໍາເນີນ ການແນວໃດ ພົວພັນກັບຜແນກໃດ ໂດຍສະເພາະ ປະຊາຊົນ ຢູ່ເຂດຫ່າງໄກສອກຫລີກ ຍັງເຂົ້າເຖິງເຣື່ອງນີ້ຍາກ:
“ອັນນັ້ນກະມີຫລາຍຢູ່ແລ້ວ ມັນທີ່ຢູ່ຫ່າງໄກ ບໍ່ເຂົ້າເຖິງກົດໝາຍໄດ້ ຫລືຄອບຄົວບາງບຸກຄົນ ບໍ່ຮູ້ຊອກຮູ້ຫາ ບໍ່ຮູ້ທີ່ໄປທີ່ມາ ມັນມີຫລາຍບ່ອນ ທີ່ສາມາດ ຊ່ວຍເຫລືອໄດ້ເນາະ ອາຈຊ່ວຍ ເຫລືອແບບຄິດໄລ່ຄ່າບໍ່ ຫລືແບບຊ່ວຍເຫລືອຟຣີບໍ່.”
ອີງຕາມຣາຍງານຂ່າວວຽງຈັນທາມ ວັນທີ 14 ຕຸລາ 2020, ອົງການເພື່ອການພັທນາຣະຫວ່າງປະເທດ ສະຫະຣັຖ ອາເມຣິກາ ຫລື USAID ໄດ້ສນັບສນູນ ກະຊວງຍຸຕິທັມຂອງລາວ ເປີດຫ້ອງການ ຊ່ວຍເຫຼືອດ້ານກົດໝາຍ ໃນຂັ້ນຕົ້ນ ໃຫ້ແກ່ປະຊາຊົນລາວ ເປັນຄັ້ງ ທໍາອິດ ຢູ່ນະຄອນຫລວງວຽງຈັນ ເພື່ອເພີີ່ມການ ເຂົ້າເຖິງຂະບວນການຍຸຕິທັມ ສໍາລັບຄົນລາວທຸກຄົນ ຊຶ່ງພິທີເປີດໄດ້ຈັດຂຶ້ນ ທີ່ ກະຊວງ ຍຸຕິທັມ ໃນມື້ວັນຈັນ ທີ 12 ຕຸລາ 2020 ນີ້ ໂດຍມີທ່ານ ບຸນສະຫວັດ ບຸຜາ ຮອງຣັຖມົນຕຣີ ກະຊວງຍຸຕິທັມ, ທູດ ສະຫະຣັຖ ອາເມຣິກາ ປະຈໍາລາວ ດຣ. ປີເຕີ ເຮມັອນ ເຂົ້າຮ່ວມເປັນ ສັກຂີພະຍານ.
ທ່ານ ປິເຕີ ເຮມັອນ ກ່າວຕໍ່ພິທິເປີດນັ້ນຕອນນຶ່ງວ່າ ໂຄງການນີ້ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງສະຫະຣັຖ ອາເມຣິກາ ໃນການ ຊ່ວຍຣັຖບານລາວ ສ້າງໃຫ້ປະເທດລາວ ເປັນຣັຖແຫ່ງກົດໝາຍ ດ້ວຍການເພີ່ມການ ເຂົ້າເຖິງຄວາມຍຸຕິທັມ ສໍາລັບ ປະຊາຊົນລາວ ທຸກຄົນ. ທ່ານກ່າວຕື່ມວ່າ ສະຫະຣັຖອາເມຣິກາ ພູມໃຈ ທີ່ໄດ້ສນັບສນູນເປົ້າໝາຍຂອງ ສປປລາວ ໃນການພັທນາໃຫ້ເປັນສະມາຊິກ ຂອງອາຊຽນ ທີ່ມີອໍານາດ ອະທິປະຕັຍ, ເຂັ້ມແຂງ ແລະ ສົມບູນພູນສຸກ.
ຫ້ອງການຊ່ວຍເຫລືອທາງດ້ານກົດໝາຍນີ້ ຈະຊ່ວຍພົລເມືອງລາວ ໃນເຣື່ອງການບໍຣິການທີ່ສໍາຄັນ ທາງດ້ານກົດໝາຍ ອັນມີຮວມທັງການ ໃຫ້ຄໍາປຶກສາທາງດ້ານກົດໝາຍ, ການປະກອບເອກສານ ແລະການສເນີຂອງສານເພື່ອຄວາມສເມີພາບ ຕໍ່ໜ້າກົດໝາຍ.
ຫ້ອງການຊ່ວຍເຫລືອທາງກົດໝາຍ ເປັນສ່ວນນຶ່ງຂອງວຽກງານ ພາຍໃຕ້ໂຄງການສນັບສນູນໃຫ້ການຊ່ວຍເຫລືອ ທາງກົດໝາຍ ຊຶ່ງ ສະຫະຣັຖ ອາເມຣິກາ ເປັນຜູ້ໃຫ້ທຶນ ໂດຍທີ່ມູນນິທິເອເຊັຽ Asia Foundation ເປັນຜູ້ດໍາເນີນການ.
ໂຄງການດັ່ງກ່າວ ຈະຊ່ວຍກະຊວງຍຸຕິທັມລາວ ໃນການເປີດຫ້ອງການ ຊ່ວຍເຫລືອດ້ານກົດໝາຍ ໃນຣະດັບແຂວງ ຢູ່ແຂວງ ອຸດົມໄຊ, ຜົ້ງສາລີ, ສວັນນະເຂດ, ຫລວງນໍ້າທາ, ຈໍາປາສັກ, ໄຊຍະບູຣີ, ຫລວງ ພຣະບາງ, ສາລະວັນ ຕື່ມອີກ ໂດຍຈະມີຫ້ອງການ ຊ່ວຍເຫລືອ ທາງດ້ານ ກົດໝາຍ 90 ປາຍ ຫ້ອງການຢູ່ໃນຂັ້ນເມືອງ. ແລະ ຢູ່ໃນແຜນແມ່ບົດຂແນງກົດໝາຍ ໄດ້ຣະບຸໄວ້ວ່າ ໂຄງການສນັບສນູນ ຊ່ວຍເຫລືອ ທາງກົດໝາຍນັ້ນ ຊ່ວຍໃຫ້ເປົ້າໝາຍຂອງຣັຖບານລາວ ທີ່ຈະໃຫ້ປະເທດເປັນຣັຖແຫ່ງກົດໝາຍ.
ນອກຈາກນັ້ນ ສະຫະຣັຖອາເມຣິກາກໍເປັນພາຄີຮ່ວມມືກັບລາວ ໃນກິຈກັມຫລາຍຢ່າງ ຢ່າງກວ້າງ ຂວາງ ເພື່ອປັບປຸງສຸຂພາບ ແລະ ໂພຊນາການ, ອໍານວຍຄວາມສະດວກ ໃຫ້ແກ່ການຄ້າ ແລະການລົງທຶນ, ແລະຕ້ານອາສຍາກັມຂ້າມຊາດ ນໍາດ້ວຍ.