ຜູ້ນໍາຊຸດໃໝ່ແລະບັນຫາ ໃນລາວ

ອຸ່ນແກ້ວ ສຸກສະຫວັນ
2016.02.09
F-Laos ຄນະຜູ້ນໍາສູງສຸດ ຂອງ ສປປລາວ
Screen captured from Pasaxon news video

ກອງປະຊຸມ ໃຫຍ່ ຜູ້ຂອງພັກ ຄັ້ງທີ 10 ໃນເດືອນ ມົກກະຣາ ໄດ້ມີ ການຄັດເລືອກ ເອົາຄນະ ກໍາມະການ ສູນກາງພັກ ຊຸດໃໝ່ ຫລື ຄນະ ບໍຣິຫານ ງານ ຊຸດໃໝ່. ກອງປະຊຸມ ໄດ້ ຄັດເລືອກເອົາ ຄນະ ກໍາມະການ ສູນກາງພັກ 69 ທ່ານ ໃນນັ້ນມີ ຜູ້ທີ່ຖືກ ຄັດເລືອກ ເປັນ ກໍາມະການ ກົມການເມືອງ 11 ທ່ານ.

ແຕ່ສິ່ງທີ່ ສັງຄົມ ໃຫ້ຄວາມສົນໃຈ ແມ່ນ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ, ທ່ານ ສອງສິງ ທໍາມະວົງ ນາຍົກ ຣັຖມົນຕຼີ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຼີ ບໍ່ສາມາດ ທີ່ຈະຕິດ ຢູ່ໃນຄນະ ກໍາມະການ ສູນກາງ ຊຸດໃໝ່.

ຖ້າເບິ່ງ ຜິວເຜີນ ກໍຄື ທັງສາມ ທ່ານ ໝົດວາຣະ, ແຕ່ ຖ້າເບິ່ງໄປ ເລິກໆກວ່ານັ້ນ ມັນ ມີທີ່ໄປ ທີ່ມາວ່າ ເປັນຫຍັງ ທັງສາມ ທ່ານ ຈຶ່ງ ບໍ່ຢູ່ໃນ ຣາຍຊື່ ຄນະ ກໍາມະການ ຊຸດໃໝ່. ນັບຕັ້ງແຕ່ ທ່ານ ຈູມມາລີ ໄຊຍະສອນ ທີ່ ມີຕໍາແໜ່ງ ເປັນ ປະທານ ປະເທດ ມາໄດ້ 2 ສະໄໝ, ມີຂ່າວ ການໄປພົວພັນ ເລື້ອງການ ສໍາປະທານ ບໍ່ແຮ່ ແລະ ການ ສໍາປະທານ ຕັດໄມ້ ຢູ່ພາກກາງ ແລະ ພາກໃຕ້ ເປັນ ຈໍານວນຫຼວງຫຼາຍ ໂດຍ ອະນຸຍາດ ໃຫ້ ກຸ່ມ ບໍຣິສັດ ພອນສັກ ເປັນຜູ້ ສໍາປະທານ ຕັດໄມ້ ອີງຕາມ ບົດຣາຍງານ ຂອງ ອົງການ ສືບສວນ ດ້ານ ສິ່ງແວດລ້ອມ ສາກົນ ຫລື EIA ໃນປີ 2011.

ທີ່ຜ່ານມາ ຫ້ອງວ່າການ ຣັຖບານ ໄດ້ອອກແຈ້ງການ ໃນເດືອນ ກັນຍາ 2015 ທີ່ ມີເນື້ອໃນ ຫ້າມບໍ່ໃຫ້ ສົ່ງອອກ ໄມ້ທ່ອນ ແລະ ໄມ້ຕັບ ອອກໄປ ຕ່າງປະເທດ ຢ່າງ ເດັດຂາດ, ແຕ່ ພະນັກງານ ບໍຣິສັດ ບໍ່ແຮ່ ທີ່ເຮັດວຽກ ປະຈໍາຢູ່ ແຂວງ ເຊກອງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

ໃນວັນ ທີ 31 ທັນວາ ຢູ່ແຂວງ ເຊກອງ ຍັງມີການ ສົ່ງໄມ້ທ່ອນ ອອກໄປ ປະເທດ ວຽດນາມ ດ່ານ ຊາຍແດນ ລາວ-ວຽດນາມ ລາໄລ ຢູ່ ແຂວງ ສາຣະວັນ ແລະ ຍັງມີຫຼາຍໆ ຕົວຢ່າງ ທີ່ເກີດຂຶ້ນ ຢູ່ແຂວງ ພາກກາງ ແລະ ພາກໃຕ້ ຂອງລາວ ກ່ຽວກັບ ເລື້ອງ ການຕັດໄມ້.

ອົງການ WWF ໄດ້ຣາຍງານ ວ່າ ປີ 2013 ມີການສົ່ງອອກ ໄມ້ທ່ອນ ແລະ ໄມ້ຕັບ ໄປ ປະເທດ ວຽດນາມ ແລະ ຈີນ 1.4 ລ້ານ ແມັດກ້ອນ ໃນນັ້ນ ສ່ວນຫຼາຍ ເປັນໄມ້ທີ່ ຜິດກົດໝາຍ ແລະ ມູນຄ່າ ການສົ່ງອອກໄມ້ ແມ່ນ 1.7 ຕື້ ໂດລາ ສະຫະຣັຖ.

ສະເພາະ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຼີ ຈາກສາເຫດ ທີ່ທ່ານ ບໍ່ຖືກຄັດເລືອກ ຢູ່ໃຣາຍຊື່ ຄນະ ສູນກາງພັກ ຊຸດໃໝ່ ເຖິງວ່າ ມີຂ່າວວ່າ ທ່ານ ຈະຂໍຢູ່ ຕໍ່ໄປອີກ ສະໄໝນຶ່ງ ກໍຕາມ. ມີຣາຍງານ ຈາກ ແຫລ່ງຂ່າວ ພາຍໃນວ່າ ສາເຫດ ທີ່ທ່ານ ບໍ່ມີຊື່ ໃນຄນະ ກໍາມະການ ຊຸດໃໝ່ ກໍຄື ຄອບຄົວ ໄປພົວພັນ ເລື້ຶ້ອງ ທຸຣະກິຈ ການກໍ່ສ້າງ ແມ່ນ ມີລູກຊາຍ ທ່ານ ເດດສົງຄາມ ທໍາມະວົງ ເປັນຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ຊຶ່ງ ມີບໍຣິສັດ ກໍ່ສ້າງ ໃນເຄືອຂ່າຍ ຫຼາຍ ບໍຣິສັດ ຊຶ່ງ ເຮັດໃຫ້ວຽກງານ ຮັບເໝົາ ກໍ່ສ້າງ ຖະໜົນຢູ່ ນະຄອນຫຼວງ ສ່ວນໃຫຍ່ ແມ່ນ ບໍຣິສັດ ໃນເຄືອຂ່າຍ ຂອງ ທ່ານ ເດດສົງຄາມ ທີ່ເປັນ ລູກຊາຍ ຂອງ ທ່ານ ທອງສິງ ທໍາມະວົງ ໄດ້ຮັບ ສໍາປະທານ.

ຫລ້າສຸດໂຄງການ ກໍ່ສ້າງ ເສັ້ນທາງ ດົງໂດກ ຫາ ສາມແຍກ ສີເກີດ ແມ່ນ ມີຄໍາສັ່ງ ໂດຍກົງ ຈາກ ທ່ານ ທອງສິງ ທໍາມະວົງ ໃຫ້ເລີ້ມລົງ ມືກໍ່ສ້າງ ໃນ ມູລຄ່າ 54 ລ້ານ ໂດລາ ສະຫະຣັຖ ໃນຂນະທີ່ ລາຄາ ທີ່ ນັກວິຊາການຈາກ ກະຊວງ ໂຍທາ ທິການ ຄິດໄລ່ ອອກມາ ແມ່ນ 45 ລ້ານ ໂດລາ ສະຫະຣັຖ ຊຶ່ງ ຖືວ່າ ຫລຸດລືີ່ນກັນ ປະມານ 9 ລ້ານໂດລາ.

ສ່ວນວ່າ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຼີ ທີ່ເຄີຍ ຮັບຜິດຊອບ ວຽກງານ ເສຖກິຈ ທີ່ຜ່ານມາ ເຄີຍໃຫ້ ສໍາປະທານ ທີ່ດິນ ໃຫ້ ສ້າງເຂດ ເສຖກິຈພິເສດ 99 ປີ ຢູ່ ສາມລ່ຽມຄໍາ ເມືຶອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ແລະ ໃຫ້ຈີນ ສໍາປະທານ ບຶງ ທາດຫລວງ ສ້າງເຂດ ເສຖກິຈສະເພາະ ແລກກັບ ການສ້າງ ສະໜາມກິລາ ແຫ່ງຊາດ ຫລັກ 16 ເພື່ອ ຮອງຮັບ ການແຂ່ງຂັນ ກະລິ ຊີເກມສ ໃນປີ 2009.

ມີຣາຍງານ ອີກວ່າ ມີການອອກ ພັນທະບັດ ໂຄງການ ບໍ່ມີຕົວຕົນ ຊຶ່ງ ໃນເວລານັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຮອງ ນາຍົກ ຣັຖມົນຕຼີ ຮັບຜິດຊອບ ເສຖກິຈ. ແຫລ່ງຂ່າວ ທີ່ໃກ້ຊິດ ກັບການນໍາ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ທ່ານ ສົມສະຫວາດ ເຄີຍໃຫ້ ບໍຣິສັດ ເອລີ ກໍ່ສ້າງ ໄດ້ຮັບ ສໍາປະທານ ສ້າງສະໜາມ ກິລາ ແຫ່ງຊາດ ຢູ່ແຂວງ ອຸດົມໄຊ ເພື່ອຈັດ ກິລາ ແຫ່ງຊາດ ແລກກັບ ການທີ່ ບໍຣິສັດ ເອລີ ກໍ່ສ້າງ ປຸກເຮືອນ ມູລຄ່າ 20 ຕື້ກີບ ຢູ່ຫລັກ 6 ທາງເຂົ້າ ບ້ານໜອງນ່ຽງ ໃຫ້ ທ່ານ ສົມສະຫວາດ ເລັ່ງສະຫວັດ.

ນອກຈາກນີ້ ທ່ານ ສົມສະຫວາດ ຍັງເປັນຜູ້ທີ່ ມີບົດບາດ ສໍາຄັນ ໃນການ ຂັບເຄື່ອນ ຊູກຍູ້ ໂຄງການ ຂະໜາດໃຫຍ່ ຄື ທາງຣົດໄຟ ລາວ-ຈີນ ມູລຄ່າ ການກໍ່ສ້າງ ປະມານ 6 ຕື້ ໂດລາ ສະຫະຣັຖ, ແຕ່ວ່າ ການທີ່ ທ່ານ ສົມສະຫວາດ ບໍ່ຖືກ ຄັດເລືອກ ໃນຄັ້ງນີ້ ເປັນ ຍ້ອນວ່າ ສະໜັບ ສະໜູນຈີນ ຈົນເກີນໄປ ຈົນເຮັດໃຫ້ ວຽດນາມ ທີ່ເປັນເພື່ອມິດ ຮອບດ້ານ ທາງຍຸທສາດ ຂອງລາວ ບໍ່ພໍໃຈ. ອີງຕາມການ ບອກເລົ່າ ຂອງ ແຫລ່ງຂ່າວ.

ມີຄົນເວົ້າວ່າ ທາງຣົດໄຟ ລາວ-ຈີນ ພາ ທ່ານ ສົມສະຫວາດ ເລັ່ງສະຫວັດ ຕົກລາງ ແລະ ຍັງບໍ່ ແນ່ນອນວ່າ ໂຄງການ ທາງຣົດໄຟ ລາວຈີນ ຈະສາມາດ ດໍາເນີນໄປໄດ້ ຫລື ບໍ່.

ຂ່າວ ຫລ້າສຸດ ຣາຍງານວ່າ ທ່ານ ພູເພັດ ຄໍາພູນວົງ ອາດີດ ຣັຖມົນຕຼີ ວ່າການ ກະຊວງ ການເງິນ ຖືກກັກ ບໍຣິເວນ ໃນເດືອນ ທັນວາ ປີ 2015 ແລະ ພະນັກງານ ກະຊວງ ການເງິນເກືອບ 20 ຄົນ ຖືກຈັບຂັງຄຸກ ຢູ່ ໂພນທັນ ໃນຂໍ້ຫາມີສ່ວນຮ່ວມ ໂຄງການ ບໍ່ມີຕົວຕົນ ທີ່ເຮັດໃຫ້ ງົບປະມານ ຮົ່ວໄຫລ ຈໍານວນ ມະຫາສານ ແຕ່ວ່າ ທາງການລາວ ບໍ່ມີການ ປະກາດ ຕົວເລກ ຢ່າງ ເປັນທາງການ.

ໃນການຈັບ ທ່ານ ພູເພັດ ຄັ້ງນີ້ ຕາມ ຄໍາພາສິດ ບູຮານ ເຂົາເອີ້ນກັນ ວ່າການ ຕີຫົວປາ ສະເນືອນຫົວນາກ ຍ້ອນວ່າ ທ່ານ ພູເພັດ ຢູ່ໃນເຄືອຂ່າຍ ຂອງ ທ່ານ ຈູມມາລີ ໄຊຍະສອນ, ທ່ານ ທອງສິງ ທໍາມະວົງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ.

ການປັບປ່ຽນ ຄັ້ງໃຫຍ່ ຄນະ ບໍຣິຫານງານ ຊຸດໃໝ່ ໃນຄັ້ງນີ້ ແມ່ນ ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານ ປະເທດ ອາຍຸ 92 ປີ, ຊຶ່ງ ເປັນຜູ້ນໍາລາວ ສາຍ ຂອງສະຫາຍ ດົງກີ ໂດຍກົງ ຊຶ່ງ ທ່ານເອງ ຍັງມີບົດບາດ ຢູ່ໃນຍຸກນີ້ ເຖິງວ່າ ຈະກະສຽນ ອາຍຸ ໄປແລ້ວ ກໍຕາມ.

ຈະເຫັນໄດ້ວ່າ ຊ້ວງທີ່ກ່ອນ ຈະມີ ກອງປະຊຸມ ໃຫຍ່ ຂອງພັກ ຄັ້ງທີ 10 ທ່ານ ຄໍາໄຕ ສີພັນດອນ ມີການ ປ່ຽນເຄື່ອນໄຫວ ມາພົບປະ ພະນັກງານ ອາວຸໂສ ແລະ ພົບປະກັບ ການນໍາ ຄົນ ສໍາຄັນ ຂອງລາວ ຫຼາຍຄົນ ໃນເວລາ ດຽວກັນ ການນໍາ ຄົນສໍາຄັນ ກໍມາຢ້ຽມຢາມ ລາວ ແລະ ເຮັດວຽກ ຢູ່ ປະເທດລາວ. ຕໍ່ບັນຫາ ດັ່ງກ່າວ ນັກວິຊາການ ລາວ ທ່ານນຶ່ງ ໄດ້ຕັ້ງ ຂໍ້ສັງເກດ ກັບ ເອເຊັຍເສຣີ ວ່າ:

“ເວົ້າເລື້ອງ ໃນດ້ານ ການເມືອງ ກໍຄື ເພາະວ່າ ພັກ ປະຊາຊົນ ປະຕິວັດ ລາວ ກໍາເນີດ ມາຈາກ ພັກ ຄອມມູນນີສ ອິນໂດຈີນ ກໍຄື ພັກ ຄອມມູນນີສ ວຽດນາມ ນັ້ນແຫລະ ເພາະສະນັ້ນ ພັກ ປະຊາຊົນ ປະຕິວັດ ລາວ ຕ້ອງຢູ່ພາຍໃຕ້ ການຄວບຄຸມ ຂອງ ພັກ ຄອມມູນນີສ ອິນໂດຈີນ, ສະນັ້ນ ຜູ້ທີ່ເປັນ ສະມາຊິກ ພັກ ຄອມມູນນີສ ອິນໂດຈີນ ກໍຄື ທ່ານ ຄໍາໄຕ ສີພັນດອນ ທີ່ ຍັງແຂງແຮງ ຢູ່ ສະນັ້ນ ຜູ້ຄຸມ ອໍານາດ ແມ່ນ ທ່ານ ຄໍາໄຕ, ທ່ານ ຄໍາໄຕ ຈຶ່ງເປັນ ເຈົ້າກີ້ ເຈົ້າການ ເລື້ອງນີ້.”

ສ່ວນວ່າ ຜູ້ທີ່ເຂົ້າມາ ເປັນ ກໍາມະການ ກົມການເມືອງ ສູນກາງພັກ ທີ່ ໜໍ່ແໜງ ຂອງການນໍາ ຂອງລາວ ຮຸ້ນບຸກເບີກ ກໍຄື ທ່ານ ໄຊສົມພອນ ພົມວິຫານ ຊຶ່ງ ເປັນລູກຊາຍ ຂອງ ອະດີດ ປະທານ ປະເທດ ທ່ານ ໄກສອນ ພົມວິຫານ, ແລະ ທ່ານ ສອນໄຊ ສີພັນດອນ ລູກຊາຍ ຂອງ ອະດີດ ປະທານ ປະເທດ ຄື ທ່ານ ຄໍາໄຕ ສີພັນດອນ ຊຶ່ງວ່າ ກັນວ່າ ຈະເປັນ ແຄນດີດເດດ ນາຍົກ ຣັຖມົນຕຼີ ໃນ ອະນາຄົດ ຫລັງຈາກ ທ່ານ ທອງລຸນ ສີສຸລິດ.

ມີການຄາດການ ເອົາໄວ້ວ່າ ຈາກນີ້ຕໍ່ໄປ ທ່ານ ບຸນຍັງ ວໍລະຈິດ ຈະຮັບຕໍາແໜ່ງ ປະທານ ປະເທດ ແທນ ທ່ານ ຈູມມາລີ ໄຊຍະສອນ ທີ່ຈະໝົດ ວາລະໄປ, ແລະ ທ່ານ ທອງລຸນ ສີສຸລິດ ຈະຮັບຕໍາແໜ່ງ ນາຍົກ ຣັຖມົນຕຼີ ແທນ ທ່ານ ທອງສິງ ທໍາມະວົງ ທີ່ຈະ ໝົດວາລະ ເຊັ່ນດຽວກັນ.

ກ່ຽວກັບ ຄນະ ກໍາມະການ ສູນການພັກ ຊຸດໃໝ່, ນັກ ວິຊາການ ກໍຍັງບໍ່ມີ ຄວາມເຫັນຫຍັງ ຕໍ່ການ ບໍຣິຫານງານ ຂອງຊຸດນີ້ ແລະ ຈະບໍ່ສາມາດ ພາ ປະເທດຊາດ ຜ່ານຜ່າ ວິກິດການ ທາງດ້ານ ເສຖກິຈ ໄປໄດ້, ດັ່ງນັກ ວິຊາການ ລາວ ທ່ານນີ້ ກ່າວຕື່ມ ອີກວ່າ:

"ບໍ່ເຫັນ ຄວາມຫວັງ ທາງດ້ານ ເສຖກິຈ ຜູ້ທີ່ເຂົ້າມາ ມີແຕ່ຄົນ ໜຸ່ມນ້ອຍ ບໍ່ແມ່ນ ນັກເສຖກິຈ ທີ່ນໍາພາ ບ້ານເມືອງ ຟັນຝ່າ ທາງດ້ານ ວິກິດການ ທີ່ຍັງມີຢູ່ ປັດຈຸບັນ ນີ້ກໍຄື ປະເທດຊາດ ຍັງມີໜີ້ ມີສິນ ປະເທດຊາດ ເສຖກິຈ ຍັງມີບັນຫາ ບໍ່ສາມາດ ຕໍ່ສູ້ກັບ ອາຊຽນ ໄດ້ ພຽງແຕ່ ເຂົ້າມາ ສືບທອດ ເຈດຕະນາລົມ ທາງການ ດ້ານການເມືອງ ຂອງພັກ ເທົ່ານັ້ນ ແຫລະ".

ສ່ວນຄົນອີກ ກຸ່ມນຶ່ງ ກໍໃຫ້ ທັສນະວ່າ ຄນະ ບໍຣິຫານງານ ຊຸດໃໝ່ ທີ່ ຈະເຂົ້າມານີ້ ເພາະວ່າ ເຫດ ວິກິດການ ທາງ ດ້ານການເງິນ ທີ່ ຄນະ ບໍຣິຫານງານ ຊຸດເກົ່າໄດ້ ເຮັດເອົາໄວ້ນັ້ນ ໄດ້ກາຍເປັນ ກໍຣະນີ ສຶກສາ ທີ່ດີ ສໍາລັບ ຄນະ ບໍຣິຫານງານ ຊຸດໃໝ່.
ແຕ່ສະໄໝ ພຸດທະການ ມີ ສອງຕົວ ລະຄອນ ທີ່ເປັນ ຕົວຢ່າງ ໃຫ້ເຫັນ ຄື ຕົວລະຄອນ ທີ 1 ແມ່ນ ອົງຄຸລິມານ ຊຶ່ງເປັນ ຜູ້ທີ່ເຄີຍ ກະທໍາ ຄວາມຊົ່ວ ເປັນ ອາຊຍາກັມ ແຕ່ສຸດທ້າຍ ກໍກັບໃຈ ປະຕິບັດ ຕົວຈົນກາຍເປັນ ພຣະ ອໍຣະຫັນ.

ແລະ ອີກຕົວລະຄອນ ນຶ່ງ ກໍຄື ພຣະ ເທວະທັດ ທີ່ເປັນສັດຕູ ຂອງ ພຣະພຸດທະເຈົ້າ ແລະ ເປັນທີ່ຮູ້ຈັກ ກັນດີິວ່າ ພຣະ ເທວະທັດ ເປັນຄົນທີ່ ເຫຼີງອໍານາດ, ໃຊ້ ອໍານາດ ບາດໃຫຍ່ ມັກໃຫຍ່ ໄຝ່ສູງ ເຮັດທຸກສິ່ງ ທຸກຢ່າງ ເພື່ອ ໃຫ້ຕົນເອງ ໄດ້ ມີອໍານາດ ແລະ ຈຸດຈົບ ກໍຄື ພຣະ ເທວະທັດ ເສັຽຊີວິດ ຖ້າມກາງ ສຽງສາບແຊ່ງ ຂອງ ຜູ້ຄົນ.

ກ່ຽວກັບ ຄນະ ບໍຣິຫານງານ ຊຸດໃໝ່ ຂອງລາວ ມີຄົນເວົ້າກັນ ແບບ ປຽບທຽບ ວ່າ ຄນະ ບໍຣິຫານງານ ຊຸດໃໝ່ ຂອງລາວ ນີ້ ຈະເປັນ ອົງຄຸລິມານ ຫລື ວ່າ ຈະເປັນ ພຣະ ເທວະທັດ ກັບ ຊາດມາເກີດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.