ການຣະເມີດສິດທິມະນຸດ ຢູ່ລາວ

0:00 / 0:00

ສິດທິມະນຸດຢູ່ ສປປລາວ ຖືກລ່ວງຣະເມີດຢ່າງຮ້າຍແຮງຫລາຍຢູ່. ຣັຖບານລາວປະຕິເສດຢ່າງເປັນຣະບົບສິດທິພົລເຮືອນແລະສິດທິທາງການ ເມືອງຂອງພົລເມືອງລາວ.

ກໍຣະນີທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຖືກລັກພາຕົວໄປແລະຣັຖບານ ສປປລາວ ບໍ່ຍອມໃຫ້ຂໍ້ມູນກ່ຽວກັບວ່າ ມີຫຍັງເກີດຂຶ້ນ ກັບທ່ານ.ການທີ່ທາງການ ຄວບຄຸມສື່ມວນຊົນ, ບໍ່ມີສະຖານີວິທຍຸ,ໂທຣະທັດຫລືໜັງສືພິມໃດເປັນເອກຣາດຢູ່ລາວນັ້ນເຮັດໃຫ້ຜູ້ຄົນທົ່ວໄປບໍ່ຮູ້ ເຣື່ອງດັ່ງກ່າວ ແລະຍັງສະແດງໃຫ້ເຫັນເຖິງການຣະເມີດສິດເສຣີພາບທີ່ວ່ານັ້ນ ແລະສປປລາວ ກໍຍັງເປັນປະເທສ ທີ່ປົກຄອງດ້ວຍຣະບອບຜະ ເດັດການປົກປິດ ຫລາຍສິ່ງຫລາຍຢ່າງ. ດັ່ງທີ່ທີ່ທ່ານ Phil Robertson ເຈົ້າໜ້າທີ່ ອາວຸໂສ ອົງການ ຕິດຕາມສິດທິມະນຸດ Human Rights Watch ທີ່ມີສູນກາງຢູ່ນະຄອນນິວຢ໊ອກ ສະຫະຣັຖອະເມຣິກາ ເວົ້າເມື່ອມໍ່ໆມານີ້ວ່າ:

"ເຈົ້າບໍ່ໄດ້ຍິນຫລາຍກ່ຽວກັບການຣະເມີດ ສິດທິມະນຸດຢູ່ລາວ, ຫລາຍສິ່ງຫລາຍຢ່າງຖືກປົກປິດໄວ້ແຕ່ວ່າຣັຖບາລລາວຕ້ອງການເຮັດແນວນັ້ນ, ຕ້ອງການ ເຮັດບໍ່ໃຫ້ຄົນອື່ນພໍໃຈນໍາ ໃນເວລາທີ່ຄົນໃດຄົນນຶ່ງ ສິ້ງຊອມເບິ່ງ ໂດຍສະເພາະຜູ້ປົກປ້ອງສິດທິມະນຸດ".

ເມື່ອທຽບໃສ່ປີກາຍ ທ່ານ Phil Robertson ເວົ້າວ່າສະພາບສິດທິມະນຸດຢູ່ ສປປລາວ ແນ່ນອນຂີ້ຮ້າຍລົງ.ຜູ້ຄົນມີຄວາມຢ້ານກົວຫລາຍ.ທ່ານ ວ່າຜູ້ຄົນທີ່ພວກທ່ານໄດ້ໂອ້ລົມນໍາຢູ່ປະເທສລາວພວກຂະເຈົ້າຮູ້ສຶກຖືກຈໍາກັດສິດເສຣີພາບແລະຖືກຂົ່ມຂູ່.ພວກເຂົາເຈົ້າເວົ້າວ່າການຫາຍສາບ ສູນໄປຂອງທ່ານສົມບັດສົມພອນຜູ້ທີ່ມີສື່ສຽງໃນວົງການປະຊາສັງຄົມຂອງລາວ ກໍໝາຍຄວາມວ່າຣັຖບານລາວສາມາດກະທໍາກັບຜູ້ໃດກໍໄດ້, ເອົາຕົວຜູ້ໃດໄປກໍໄດ້. ກຸ່ມປະຊາສັງຄົມລາວເວົ້າວ່າ ພວກເຂົາເຈົ້າບໍ່ສາມາດເວົ້າຫຍັງທີ່ຂັດກັບສິ່ງທີ່ຣັຖບາລເຮັດນັ້ນໄດ້ເລີຍ.ຖ້າເວົ້າກໍອາດຈະ ປະເຊີນກັບບັນຫາຄືດັ່ງທີ່ທ່ານສົມບັດສົມພອນໄດ້ປະສົບມານັ້ນ.

ເມື່ອເວົ້າເຖິງວ່າທ່ານມີຂໍ້ມູນຄວາມຈິງຫັຍງອີກບໍ່ ເມື່ອທ່ານເວົ້າວ່າສະພາບສິດທິມະນຸດຢູ່ລາວຂີ້ຮ້າຍລົງ? ທ່ານບອກວ່າບັນຫາບໍ່ແມ່ນຢູ່ບ່ອນ ວ່າຂີ້ຮ້າຍລົງ,ແຕ່ມັນຢູ່ບ່ອນວ່າມັນບໍ່ດີຫລາຍແທ້ໆ.ມັນບໍ່ມີສິດເສຣີພາບໃນການສະແດງອອກເຖິງ ການຕໍານິຕິຕຽນການກະທໍາທີ່ບໍ່ຖືກຕ້ອງ ຂອງຣັຖບານໄດ້. ຣັຖບາລສາມາດເອົາເຈົ້າເຂົ້າໄປຢູ່ໃນຄຸກໄດ້.ມວນຊົນບໍ່ມີສິດເສຣີພາບໃນການໂຮມຊຸມນຸມ,ບໍ່ສາມາດຈັດການປະທ້ວງໄດ້ ເວັ້ນເສັຽແຕ່ວ່າ ການໂຮມ ຊຸມນຸມນັ້ນ ໄດ້ຮັບອະນຸຍາດຈາກທາງຣັຖບານ. ທ່ານວ່າ ສິດເສຣີພາບໃນການ ຈັດຕັ້ງສະມາຄົມ ຖືກຈໍາກັດຫລາຍ.

ຍົກຕົວຢ່າງພວກຄົນງານທີ່ຕ້ອງການຈັດຕັ້ງອົງການແຮງງານເອກຣາດຂອງຕົນກໍບໍ່ສາມາດເຮັດໄດ້. ເວົ້າລວມແລ້ວ ແມ່ນມີການຈໍາກັດສິດທິ ຕ່າງໆຂອງພົລເມືອງລາວຢ່າງເປັນຣະບົບ. ດັ່ງທ່ານ Phil Robertson ເວົ້າອີກວ່າ:

"ສະພາບສິດທິມະນຸດຢູ່ປະເທສລາວ ຄືຂ້າພະເຈົ້າໄດ້ອະພິປາຍຜ່ານມາມີການປະຕິເສດສິດທິພົລເຮືອນແລະສິດທິທາງການເມືອງຢ່າງເປັນ ຣະບົບສປປລາວ ເປັນປະເທດທີ່ມີການປົກຄອງ ດ້ວຍຣະບົບພັກດຽວ ທີ່ບໍ່ຢ້ານໃນການໃຊ້ອໍານາດ ຂອງຕົນໜີບຮັດ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່ແລະຈັບກຸມປະຊາຊົນ ທີ່ລຸກຂຶ້ນຮຽກຮ້ອງເອົາສິດທິອັນຊອບທັມຂອງພວກເຂົາເຈົ້ານັ້ນເຂົ້າຄຸກຄຸມຂັງ.

ເມື່ອຖາມວ່ານັ້ນເປັນສິ່ງທີ່ທ່ານຂຽນຢູ່ໃນຣາຍງານແມ່ນບໍ່? ທ່ານ Phil Robertson ຕອບວ່າພວກເຮົາບໍ່ໄດ້ຂຽນກ່ຽວກັບລາວສະເພາະເຈາະ ຈົງໃນປີນີ້ເພາະພວກເຮົາໄດ້ເວົ້າແຈ່ມແຈ້ງຫລາຍແລ້ວໃນຣາຍງານປີຜ່ານມາ. ຢ່າງໃດກໍຕາມເປັນທີ່ຈະແຈ້ງວ່າ ການຈໍາກັດສິດທິພົລເຮືອນ ແລະສິດທິທາງການເມືອງຢູ່ລາວ ໄດ້ເພີ່ມທະວີຂຶ້ນ ແລະອັນຂ້ອນຂ້າງບໍ່ດີກໍຈະມີຢູ່ຕໍ່ໄປ. ທ່ານວ່າ ທີ່ຜ່ານມາ ຫລືວ່າໃນປັຈຈຸບັນ ພວກທ່ານ ບໍ່ເຫັນສັນຍານຂອງຄວາມກ້າວໜ້າໃດໆຈາກຣັຖບານລາວ ທີ່ວ່າມີຄວາມພ້ອມທີ່ຈະປ່ຽນແປງ ແລະກໍບໍ່ເຫັນສັນຍານຂອງການເລີ່ມນັບຖືສິດ ທິຂອງພົລເມືອງລາວນັ້ນຢູ່ ຂະນະທີ່ຊາວລາວ ຜູ້ຂໍສງວນທ່ານນຶ່ງເວົ້າເຖິງຄວາມຮູ້ສຶກກ່ຽວກັບສິດທິຂອງຕົນໃນມື້ວານນີ້ວ່າ:

"ກ່່ຽວກັບສິດທິມະນຸດບໍ່ມີຫຍັງດອກຢູ່ບ້ານເຮົາ,ຢູ່ສະບາຍ,ມີຢູ່ມີກິນກະແລ້ວໄປແບບສະບາຍໂລດນະ".

ເມື່ອເວົ້າເຖິງວ່າທາງຣັຖບານລາວ ມີປະຕິກິຣິຍາຕໍ່ຣາຍງານຂອງພວກທ່ານແນວໃດບໍ່ນັ້ນ ທ່ານກໍວ່າໃນກໍຣະນີຂອງທ່ານສົມບັດສົມພອນຣັຖ ບານລາວມີແຕ່ປະຕິເສດທຸກຢ່າງຢູ່ຕໍ່ໄປແຕ່ກໍບໍ່ມີໃຜເຊື່ອຄໍາກ່າວອ້າງຂອງເພີ່ນນັ້ນດອກ. ສະຫະພາບຢູໂຣບກໍບໍ່ເຊື່ອ, ຣັຖບານສະຫະຣັຖກໍ ບໍ່ເຊື່ອແລະຣັຖບານລາວ ກໍພຽງແຕ່ສ້າງພາບລວງຕໍ່ໄປ ແລະໃນທີ່ສຸດຣັຖບານລາວ ກໍຈໍາຕ້ອງໄດ້ຮັບຮູ້ວ່າຂໍ້ອ້າງຂອງຕົນເຫລົ່ານັ້ນ ບໍ່ມີຜົລຕໍ່ ຜູ້ໃດເລີຍ.ທ່ານ Phil Robertson ເວົ້າວ່າຣັຖບານລາວ ໃຊ້ອໍານາດພັກດຽວປົກຄອງປະເທດ, ຄວບຄຸມຢ່າງມີປະສິດທິພາບບໍ່ໃຫ້ປະຊາຊົນ ສະແດງຄວາມເຫັນ ທາງການເມືອງຂອງຕົນຢູ່ລາວ ຮວມທັງໃນຮູບແບບລ່ວງIະເມີດສົນທິສັນຍາສາກົນຕ່າງໆ ກ່ຽວກັບການປະຕິບັດສິດທິ ມະນຸດ.ດັ່ງນັ້ນ ເພື່ອທີ່ຈະຮູ້ ພວກທ່ານຈຶ່ງບໍ່ຈໍາເປັນ ທີ່ຈະເບີ່ງຫລາຍເຫດການເຈາະຈົງທີ່ີເກີດຂຶ້ນ ຍ້ອນວ່າ ໂຕຣະບອບການເມືອງຂອງທາງ ການລາວເອງກໍເປັນຣະບອບກົດຂີ່ຂົ່ມເຫັງຢູ່ແລ້ວ.

ກ່ຽວກັບເຣື່ອງທີ່ວ່ານີ້ ເອເຊັຍເສຣີ ໄດ້ຖາມໄປຍັງພາກສ່ວນທີ່ກ່ຽວຂ້ອງກະຊວງຍຸຕິທັມ ສປປລາວ ເມື່ອວັນທີ 18 ກຸມພາ 2014 ເພື່ອຂໍຮູ້ວ່າ ເປັນແນວໃດນັ້ນ ກໍໄດ້ຄໍາຕອບຈາກເຈົ້າໜ້າທີ່ທ່ານນຶ່ງ ທີ່ບໍ່ຂໍອອກສຽງວ່າ:

"ເວົ້າເຣື່ອງສິດທິມະນຸດຢູ່ ສປປລາວ ພັກ-ຣັຖບາລກໍໄດ້ເອົາໃຈໃສ່,ມັນບໍ່ແມ່ນຄືດັ່ງເຂົາເຈົ້າເວົ້າດອກເພາະວ່າພັກ-ຣັຖເພີ່ນກໍໄດ້ເອົາໃຈໃສ່ ເຣື່ອງສິດທິມະນຸດ. ທ່ານວ່າ ສິດທິມະນຸດຂອງພວກເຮົາ ກໍໄດ້ຮັບປະກັນ ທາງກົດໝາຍທຸກອັນ".

ແຕ່ທີ່ຜ່ານມາມີປະຫວັດວ່າປະຊາຊົນທີ່ໄດ້ທໍາການປະທ້ວງນັ້ນຖືກຈັບໄປໃສ່ຄຸກ. ນັ້ນເປັນກຸ່ມຄົນທີ່ໜ້າເປັນຫ່ວງນໍາຫລາຍແລະອັນທີ່ໜ້າ ເປັນຫ່ວງນໍາຫລາຍອີກຄືວິທີການ ທີ່ທາງການລາວປະຕິບັດຕໍ່ຜູ້ຄົນ ທີ່ຖືກກ່າວຫາວ່າກ່ຽວຂ້ອງກັບຢາເສບຕິດ. ຍົກຕົວຢ່າງຢູ່ສູນສົມສະງ່າ ໃນນະຄອນຫລວງວຽງຈັນ ຊຶ່ງເປັນສູນກັກຂັງຜູ້ຄົນ ທີ່ກ່ຽວຂ້ອງກັບຢາເສບຕິດ. ຢູ່ທີ່ນັ້ນຜູ້ຄົນຖືກບັງຄັບໃຫ້ອອກແຮງງານ ແລະມີການລ່ວງ ຣະເມີດສິດທິຕ່າງໆ ຂອງພວກເຂົາເຈົ້າ. ພວກເຂົາບໍ່ໄດ້ຮັບການປິ່ນປົວບໍາບັດພໍເທົ່າໃດ. ໂດຍພື້ນຖານແລ້ວ ພວກເຂົາຖືກເອົາລັດເອົາປຽບ ແລະກໍບໍ່ໄດ້ຮັບ ການຊ່ວຍເຫລືອອັນຈໍາເປັນທາງດ້ານການແພດ ເພື່ອໃຫ້ເຊົາຕິດຢາເສບຕິດນັ້ນ. ບາງກໍຣະນີພວກເຂົາກໍຕິດຢາເສບຕິດແທ້ ແລະບາງກໍຣະນີ ກໍບໍ່ຈະແຈ້ງວ່າ ພວກເຂົາຕິດແທ້ຫລືບໍ່. ແຕ່ພວກເຂົາກໍຖືກຕັດສິນແບບບໍ່ມີຈົບສິ້ນຈັກເທື່ອ.

ເມື່ອເວົ້າເຖິງບາດກ້າວຫລືຂໍ້ແນະນໍາສໍາລັບຣັຖບານລາວໃນເຣື່ອງສິດທິມະນຸດມີແນວໃດບໍ່ນັ້ນທ່ານ Phil Robertson ບອກວ່າເປັນບັນຫາ ຂອງຣັຖບານລາວ ໃນການຮັບຮູ້ວ່າຣັຖບານຈໍາເປັນຕ້ອງນັບຖື,ເປີດກ້ວາງແລະເລີ່ມປະຕິບັດສິດທິຕ່າງໆຂອງພົລເມືອງລາວໝາຍຄວາມວ່າ ນະໂຍບາຍເຫລົ່ານັ້ນ ເປັນຈິດສໍານຶກຂອງການຕັດສິນໃຈຂອງຣັຖບານ ທີ່ກ່ຽວຂ້ອງກັບພັກປະຊາຊົນປະຕິວັດລາວ ຊຶ່ງຕ້ອງການຮັກສາອໍາ ນາດໄວ້ແລະຣັຖບານລາວ ກໍສາມາດຕັດສິນໃຈວ່າ ມັນຈະເຮັດໃຫ້ລາວຂ້າມຜ່ານ ເພື່ອໃຫ້ປະຊາຊົນໃຊ້ສິດທິຕ່າງໆຂອງພວກເຂົາເຈົ້າ ເພື່ອ ປະຊາທິປະຕັຍແລະການມີຫລາຍຂົ້ວທາງການເມືອງ, ໃຫ້ປະຊາຊົນສາມາດເຮັດທຸກສິ່ງທຸກຢ່າງເຫລົ່ານັ້ນໄດ້.ນີ້ເປັນສິ່ງທີ່ຢູ່ໃນອໍານາດຂອງ ຣັຖບານຈະເຮັດໄດ້ທັງໝົດ. ແຕ່ຣັຖບານລາວຍັງບໍ່ທັນພ້ອມທີ່ຈະເຮັດໃນຂະນະນີ້ເທື່ອ.

ສລຸບແລ້ວ ເຣື່ອງການຣະເມີດສິດທິມະນຸດຢູ່ ສປປລາວ ອົງການຕິດຕາມສິດທິມະນຸດເວົ້າເມື່ອບໍ່ດົນມານີ້ວ່າການປະຕິບັດສິດທິມະນຸດຢູ່ ລາວຢູ່ໃນສະພາບຊຸດໂຊມ. ລາວເປັນບ່ອນທີ່ຜູ້ຄົນບໍ່ຄ່ອຍຈະໄດ້ຍິນ ກ່ຽວກັບການລ່ວງຣະເມີດ ສິດທິພົລເຮືອນ, ສິດທິທາງການເມືອງ ທີ່ ເກີດຂຶ້ນໃນລາວ ເພາະທາງການປົກປິດໄວ້ ບໍ່ເປີດເຜີຍໃຫ້ສາທາຣະນະຊົນຮູ້ແລະໜັງສືພິມ Bangkok Post ກໍລົງຂ່າວໃນບົດບັນນາທິ ການວ່າລາວເຂົ້າມາແທນທີ່ພະມ້າ ໃນຖານະເປັນປະເທສ ທີ່ກົດຂີ່ຂົ່ມເຫັງປະຊາຊົນໜັກທີ່ສຸດໃນພາກພື້ນ.