ຈີນກັບປະເທດລຸ່ມນໍ້າຂອງ

ສົມເນ
2016-02-28
Share
F-Lancang ແມ່ນໍ້າລ້ານຊ້າງ ເຂດທາງໃຕ້ ຂອງ ຈິງຫົງ
Courtesy of International river

ເມື່ອຕົ້ນເດືອນ ກຸມພາ ປີ 2016 ນີ້ ຈີນ ຢໍ້າອີກວ່າ ຢາກຮ່ວມມື ກັບ ບັນດາ ປະເທດ ສະມາຊິກ ອ່າງ ແມ່ນໍ້າຂອງ ຫລືວ່າ ແມ່ນໍ້າຂອງ ຕອນລຸ່ມ ກ່ຽວກັບ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ການນໍາໃຊ້ ຊັພຍາກອນ ໃນ ແມ່ນໍ້າ ສາຍນີ້ ທີ່ມີການ ຂັດແຍ້ງກັນ ຫຼາຍດ້ານ.

ຄໍາເວົ້າ ດັ່ງກ່າວມີຂຶ້ນ ຫລັງຈາກ ຣັຖມົນຕຣີ ຕ່າງປະເທດ ຈີນ ກັບ ຣັຖມົນຕຣີ ຕ່າງປະເທດ ຂອງ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ  ລາວ ກໍາພູຊາ ພະມ້າ ວຽດນາມ ແລະ ໄທ ໄດ້ບັນລຸ ຂໍ້ຕົກລົງ ການຮ່ວມມື ທີ່ ມີຊື່ວ່າ: “ຂອບການຮ່ວມມື ແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງ” ຫລື ມີຊື່ຫຍໍ້ວ່າ LMC ເມື່ອ ວັນທີ 13 ເດືອນ ພຶສຈິກາ ປີ 2015 ຢູ່ເມືອງ ຈິງຫົງ ແຂວງ ຢຸນນ່ານ.

ນັກວິເຄາະ ບາງ ສະຖາບັນ ວ່າ ແຕ່ໃດໆມາ ຈີນ ບໍ່ເຄີຽສົນໃຈ ວ່າຢາກເຂົ້າຮ່ວມ ຢູ່ໃນ ກັມມາທິການ ແມ່ນໍ້າຂອງ MRC ທີ່ 4 ປະເທດ ລຸ່ມ ແມ່ນໍ້າຂອງ ຕັ້ງຂຶ້ນ ໃນປີ 1995, ແຕ່ຂໍເປັນພຽງ ຄູ່ຮ່ວມ ສົນທະນາ ເທົ່ານັ້ນ. ມາບັດນີ້ ພັດຫັນມາ ສົນໃຈ ຮ່ວມມືກັບ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ຫລັງຈາກຈີນ ໄດ້ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ສໍາເຣັດ ແລ້ວ 7 ເຂື່ອນ.

ໃນວັນທີ 24 ກຸມພາ 2016 ເຈົ້າໜ້າທີ່ ຣະດັບສູງ ຈາກ 6 ປະເທດ ຈີນ ລາວ ກໍາພູຊາ ພະມ້າ ໄທ ແລະ ວຽດນາມ ໄດ້ຮ່ວມ ປະຊຸມ ຢູ່ ເມືອງ ຊັນຢາ ແຂວງ ຮາຍນານ ເພື່ອ ຕຣຽມການ ໃຫ້ຜູ້ນໍາ ບັນດາ ປະເທດ ເລົ່ານີ້ ພົບປະກັນ ໃນເດືອນ ມີນາ ເປັນເທື່ຶອ ທໍາອິດ ນັບແຕ່ກົນໄກ ການຮ່ວມມື ໃໝ່ນີ້ໄດ້ ຖືກຕັ້ງຂຶ້ນ ໂດຍການ ລິເລີ້ມ ຂອງ ຈີນ.

ກົນໄກ ການຮ່ວມມື ແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອ,ມີຈຸດສຸມ ທໍາອິດ 3 ຈຸດໃຫ່ຽ ຄື ຄວາມໝັ້ນຄົງ ທາງການເມືອງ ເສຖກິດ ແລະ ການພັທນາ ຍືນຍົງ  ແລະ ກິຈການ ທາງສັງຄົມ ກ່ຽວກັບ ການ ແລກປ່ຽນ ຫລື ໄປມາ ຫາສູ່ກັນ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ.

ກົນໄກ ການຮ່ວມມື ໃໝ່ ໃນອານຸ  ພູມີພາກ ນີ້ ມີຂອບເຂດ ກວ້າງກ່ວາ ກົນໄກ ການຮ່ວມມື ທີ່ມີຢູ່ ໃນປັດຈຸບັນ ເຊັ່ນ ກັມມາທິການ ແມ່ນໍ້າຂອງ MRC, ການຮ່ວມມື ອານຸ ພູມີພາກ ແມ່ນໍ້າຂອງ GMS, ການຮ່ວມມື ແມ່ນໍ້າຂອງ ແມ່ນໍ້າ ອິຣາວະດີ ຂອງ ພະມ້າ ການຮ່ວມມື ແມ່ນໍ້າຂອງ ຕອນລຸ່ມ ຂອງ ສະຫະຣັຖ LMI ແລະ ທະນາຄານ ພັທນາ ເອເຊັຽ.

ກົນໄກ ການຮ່ວມມື ນີ້ ບໍ່ໄດ້ກວມເອົາ ບັນຫາ ການເມືອງ ແລະ ຄວາມໝັ້ນຄົງ ເຂົ້ານໍາ. ຕາມຈິດໃຈ ຂໍ້ຕົກລົງ ການຮ່ວມມື ນັ້ນ ແມ່ນຢາກໃຫ້ ມີການ ຢ້ຽມຢາມ ຣະຫວ່າງ ເຈົ້າໜ້າທີ່ ຣະດັບສູງ ເລື້ອຍໆ, ແກ້ໄຂ ບັນຫາ ຄວາມປອດພັຍ ທີ່ ເກີດຂຶ້ນ ໃນຮູບແບບ ທັມມະດາ ແລະ ແບບຄາດ ບໍ່ເຖິງ ຮ່ວມກັນ ປັບປຸງ ເຊື່ອມໂຍງ ແລະ ຄວາມ ສາມາດໃນດ້ານ ອຸດສະຫະກັມ ເຮັດໃຫ້ ການຮ່ວມມື ທາງ ເສຖກິດ ຂ້າມຊາຍແດນ ເລິກ ຊຶ້ງຂຶ້ນ ນໍາໃຊ້ ຊັພຍາກອນ ທັມມະຊາຕ ໃນທາງທີ່ ເໝາະສົມ ແລະ ບັນລຸ ການພັທນາ ຍືນຍົງ.

ຄໍາເວົ້າຢໍ້າ ຄັ້ງທີສອງ ຈີນວ່າ ຈີນ ສົນໃຈ ຮ່ວມມື ຢ່າງໃກ້ຊິດ ໃນດ້ານ ເຂື່ອນ ໃນ ແມ່ນໍ້າຂອງ ແລະການຈັດ ການຄຸ້ມຄອງ ນໍ້າ ໂດຍກ່າວວ່າ ຍັງມີຫຼາຍ ບັນຫາ ທີ່ ຂັດແຍ້ງ ກັນນັ້ນ ບໍ່ທັນຖືກ ແກ້ໄຂ. ຊຶ່ງ ຄວາມຈິງແລ້ວ ບັນຫາ ທີ່ບໍ່ຖືກແກ້ໄຂ ໃນຫຼາຍປີ ມານີ້ ແມ່ນ ຍ້ອນຈີນ ບໍ່ຢາກເຂົ້າ ຮ່ວມນໍາ ກັມມາທິການ ແມ່ນໍ້າຂອງ.

ການທີ່ ຈີນ ຢູ່ໃນຖານະ ເປັນ ພຽງຄູ່ ສົນທະນາ ແມ່ນໍ້າຂອງ ໃນຫຼາຍປີ ມານີ້ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ບໍ່ໄດ້ ຮັບການ ຮ່ວມມື ພໍເທົ່າໃດ ຈາກຈີນ ໃນ ເວລາ ທີ່ ປະຊາຊົນ ຢູ່ນໍ້າຂອງ ຕອນລຸ່ມ ໄດ້ຮັບຄວາມ ເດືອດຮ້ອນ ຈາກ ການເປີດ-ປິດ ນໍ້າ.

ບັນຫາ ທີ່ ຂ້ອງໃຈ ຣະຫ່ວາງ ປະເທດ ລຸ່ມ ແມ່ນໍ້າຂອງ ຕໍ່ຈີນ ມີຂຶ້ນ ຫລັງຈາກ ຈີນ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນແຂວງ ຢຸນນ່ານ 4 ເຂື່ອນ ທໍາອິດ ສໍາເຣັດ ເມື່ອປີ 2009 ທີ່ເຮັດໃຫ້ ປະຊາຊົນ ຢູ່ລຸ່ມ ແມ່ນໍ້າຂອງ ຫຼາຍ ສິບລ້ານຄົນ ໄດ້ຮັບ ຜົນກະທົບ ມາຫຼາຍປີ ແລ້ວ ເປັນຕົ້ນ ການຫາປາ ໄດ້ ຫນ້ອຍລົງ ຊາວສວນ ທີ່ ອາສັຍ ຫາດ ແຄມຂອງ ສໍາລັບ ການປູກຝັງ ບໍ່ສາມາດ ເກັບກູ້ ຜົນລະປູກ ໄດ້ ເພາະເກີດ ນໍ້າຖ້ວມ ຢ່າງກະຕວງ ເວລາ ບໍ່ໄດ້ ໃນເວລາ ເຂື່ອນ ຂອງຈີນ ປ່ອຍນໍ້າ ໃນຍາມແລ້ງ ເພື່ອ ໃຫ້ເຮືອ ສິນຄ້າ ຂອງຈີນ ແລ່ນໄດ້ ຫລື ບາງລະຍະ ເກີດຄວາມ ແຫ້ງແລ້ງ ເພາະເຂື່ອນ ຂອງຈີນ ກັກ ນໍ້າໄວ້.

ຍົກຕົວຢ່າງ ພັຍ ນໍ້າຖ້ວມ ຢູ່ທາງ ພາກເໜືອ ຂອງລາວ ແລະ ໄທ ເມື່ອປີ 2008 ມີ່ສ່ວນ ເຊື່ອມໂຍງ ກັບ ເຂື່ອນ ຈິງຫົງ ທີ່ ສ້າງ ສໍາເຣັດ ໃນ ປີ 2009 ນັ້ນ. ເມື່ອ ປີ 2010 ຈີນ ຖືກ ປະນາມ ຫຼາຍທີ່ສຸດ ຍ້ອນຣະດັບ ນໍ້າຂອງ ໃນຍາມ ລະດູ ຮອນຫລຸດ ລົງແບບ ຜິດ ປົກກະຕິ ແລະ ໃນຣະດູແລ້ງ ປີ 2016 ນີ້ ກໍເຊັ່ນກັນ ນໍ້າຂອງ ບົກ ແຫ້ງ ລົງຫລາຍ ເຖິງຂັ້ນວ່າ ປະເທດໄທ ຊຶ່ງ ແຕ່ລະປີ ສູບນໍ້າຂອງ ຂຶ້ນໄປໃຊ້ ສໍາລັບ ການ ກະເສດ ໃນພາກ ຕະເວັນອອກ ສ່ຽງເໜືອ ຫຼາຍລ້ານ ແມັດກ້ອນ ແຕ່ບໍ່ ສາມາດ ສູບນໍ້າຂອງ ໃນ ຈໍານວນ ທີ່ຕ້ອງການ ເລີຽ.

ປະຊາຊົນ ກໍາພູຊາ ແລະ ຫຼາຍແຂວງ ໃນເຂດສາມ ຫລ່ຽມ ແມ່ນໍ້າຂອງ ວຽດນາມ ທີ່ ອາໄສນໍ້າ ແລະ ຝຸ່ນຂີ້ຕົມໃນ ການປູກເຂົ້າ ແລະ ອຸດສະຫະກັມ ການປະໂມງ ໄດ້ຮັບຄວາມ ເດືອຮອ້ນ.

ຕໍ່ບັນຫານີ້ ຈີນ ເຄີຍ ອ້າງວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຈະຊ່ວຍ ຫລຸດຜ່ອນ ພັຍ ນໍ້າຖ້ວມ ແລະ ພັຍ ແຫ້ງແລ້ງ, ແຕ່ມັນ ບໍເປັນດັ່ງ ທີ່ ຈີນ ໄດ້ກ່າວ. ນັກວິເຄາະ ຈາກຫຼາຍ ສະຖາບັນ ໃນ ສະຫະຣັຖ ອະເມຣິກາ ເວົ້າວ່າ ມັນເຫັນໄດ້ ແຈ້ງ ທີ່ສຸດວ່າ ກົນໄກ ການຮ່ວມມື ແມ່ນໍ້າ ລ້ານຊ້າງ ແມ່ນໍ້າຂອງ ເປັນຄວາມ ສໍາເຣັດ ຂອງຈີນ ທີ່ ເອົາການເມືອງ ເສຖກິດ ຄວາມປອດພັຍ ແລະສັງຄົມ ເຂົ້າມາຜູກພັນ ກັບ ການຮ່ວມມື ທັງໝົດນີ້.

ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ, ເວັ້ນເສັຽ ຈາກ ວຽດນາມ, ເຫັນດີນໍາ ການມີ ບົດບາດ ທາງ ເສຖກິດ ຂອງຈີນ ໃນ ພູມີພາກ ໂດຍສະເພາະ ແລ້ວ ລາວ ກໍາພູຊາ ພະມ້າ ແລະໄທ ຊຶ່ງ ນັບມື້ ເພີ້ມການ ຮ່ວມມືກັນ ເຖິງຣະດັບ ຍຸທສາດ ຮອບດ້ານ ແລະ ໃນຣະດັບ ຄູ່ພາຄີ ການ ພັທນາ.

ຣັຖບານຈີນ ເຫັນວ່າ ການຮ່ວມມື ທາງເສຖກິດ ກັບ ບັນດາ ປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ມີຄວາມ ສໍາຄັນຍິ່ງ ໃນ ການເຮັດໃຫ້ ເສຖກິດ ຂອງຈີນ ແລະ ເສຖກິດ ພູມີພາກ ຂຍາຍຕົວ ແລະ ພ້ອມກັນນັ້ນ ແຜ່ຂຍາຍ ອິດທິພົນ ທັງໝົດ ທຸກດ້ານ ຂອງຕົນ ລົງສູ່ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ໂດຍໃຊ້ບາດ ກ້າວທໍາອິດ ຄື ຮ່ວມມກັນ ຈັດການ ແລະ ຄຸ້ມຄອງ ການໄຫລ ຂອງ ແມ່ນໍ້າຂອງ.

ກ່ອນໜ້າ ການຕັ້ງ ກົນໄກ ການຮ່ວມມື ແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງ ນີ້ ຣັຖມົນຕຣີ ຄວາມປອດພັຍ ຂອງ ແຕ່ລະ ປະເທດ ໄດ້ພົບປະກັນ ຢູ່ ກຸງປັກກິ່ງ ກ່ຽວກັບ ການ ຮ່ວມມື ດ້ານ ປະຕິບັດ ກົດໝາຍ ແລະ ການຮັກສາ ຄວາມປອດພັຍ ຕາມລໍາ ແມ່ນໍ້າຂອງ ເມື່ອ ວັນທີ 23 ຕຸລາ ປີ 2015 ແລ້ວ ໄດ້ຕົກລົງ ກັນ ໂອນເອົາ ກົນໄກ ການ ຮ່ວມມື ຄວາມດ້ານ ປອດພັຍ ຕາມລໍາ ແມ່ນໍ້າຂອງ ທີ່ ລາວ ພະມ້າ ໄທ ແລະຈີນ ມີຢູ່ແລ້ວ ເຂົ້າໄປຢູ່ ໃນຂອບ ຂອງ ການຮ່ວມມື ຣະດັບ ພູມີພາກ ແມ່ນໍ້າ ລ້ານຊ້າງ -ແມ່ນໍ້າຂອງ.

ພາຍໃຕ້ ຂອບການ ຮ່ວມມືໃໝ່ ນີ້ ແມ່ນ ຕົກລົງ ກັນ ຕັ້ງສູນກາງ ການຮ່ວມມື ເຈົ້າໜ້າທີ່ ປະຕິບັດ ກົດໝາຍ ແລະ ຮັກສາ ຄວາມປອດພັຍ ໃນນັ້ນ ກໍມີບັນຫາ ອາຊຍາກັມ ກ່ຽວຂ້ອງກັບ ຢາເສບຕິດ ການ ກໍ່ການຮ້າຍ ແລະ ອາຊຍາກັມ ທາງ ເຄືອຂ່າຍ ອິນເທີເນັດ. ຂນະດຽວກັນ ການຕ້ານ ການລັກລອບ ສົ່ງຄ້າ ມະນຸດ ຂ້າມຊາຕ ການເຂົ້າເມືອງ ຜິດ ກົດໝາຍ.

ການຕິດຕາມ ຈັບຜູ້ ຫລົບໜີ ແລະ ຈັບສົ່ງຄືນ ປະເທດ ເດີມ ກໍຢູ່ໃນ ຣາຍການ ການຮ່ວມມື ນີ້ ເຊັ່ນກັນ. ໃນ ສົກປີ 2016-17 ນີ້ ຈະມີການ ປະຕິບັດ ການຮ່ວມກັນ ຂອງ ເຈົ້າໜ້າທີ່ ຕໍາຣວດ. ນອກເໜືອ ໄປກ່ວານັ້ນ ກອງປະຊຸມ ຣະດັບ ຣັຖມົນຕຣີ ຄວາມໝັ້ນຄົງ ແລະ ຮັກສາ ຄວາມປອດພັຍ ຈະຕ້ອງ ຈັດຂື້ນທຸກໆ 2 ປີ ໃນນັ້ນ ຜູ້ຕາງໜ້າ ຈາກ ວຽດນາມ ແລະ ກໍາພູຊາ ຈະ ເປັນພຽງ ຜູ້ ສັງເກດການ,

ສ່ວນ ກອງປະຊຸມ ເຈົ້າໜ້າທີ່ ຣະດັບ ການ ບັນຊາການ ປະຕິບັດ ການນັ້ນ ຕ້ອງໃຫ້ມີ ຂື້ນ ທຸກໆປີ. ຜ່ານມາ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ຕາມ ລໍາ ແມ່ນໍ້າຂອງ ຈີນ ລາວ ພະມ້າ ແລະໄທ ໄດ້ ປະຕິບັດ ການ ລາຕະເວນ ຕາມ ລໍາ ແມ່ນໍ້າຂອງ ຕອນເໜືອ ຕັ້ງແຕ່ ທ້າຍປີ 2011 ເປັນຕົ້ນມາ ຫລັງຈາກ ກຸ່ມແກັງ ໄດ້ຂຶ້ນໄປ ຈີ້ເຮືອ ສິນຄ້າ ຂອງຈີນ ແລະ ສັງຫານ ລູກເຮືອ ຈີນ 13 ຄົນ ເມື່ອວັນທີ່ 5 ຕຸລາ ປີ 2011.

ນັກວິເຄາະ ສລຸບວ່າ ເຖິງຢ່າງໃດ ກໍດີ ຈີນ ໄດ້ປຽບ ຢູ່ແລ້ວ ໃນ ຖານະເປັນ ປະເທດ ຢູ່ຕົ້ນ ລໍານໍ້າຂອງ. ຈີນ ໃຊ້ປະເດັນ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແລະການ ຄຸ້ມຄອງ ນໍ້າ ເປັນອາວຸດ ທີ່ ແຫຼມຄົມ ເພື່ອນໍາໄປສູ່ ຄວາມສໍາເຣັດ ໃນການ ເອົາຊນະ 5 ປະເທດ ລຸ່ມ ແມ່ນໍ້າຂອງ ຍອມຮັບເອົາ ກົນໄກ ການຮ່ວມມື ແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງ ໃນລະຍະ ສັ້ນໆ ຂອງຄວາມ ພຍາຍາມ ຂອງ ຈີນ.

ບົດບາດໃໝ່ ຂອງຈີນ ມີຄວາມ ແຂງແກ່ນ ກ່ວາຣະຍະ ຜ່ານໆມາ ເພາະ ມັນກວມເອົາ ການເມືອງ ການເສຖກິຈ ການຄ້າຂາຍ ການລົງທຶນ ການໃຊ້ ຊັພຍາກອນ ທັມມະຊາດ ຄວາມປອດພັຍ ແລະ ການເຄື່ອນຍ້າຍ ຂອງຄົນ ໂດຍທີ່ ຈີນ ເປັນຜູ້ວາງ ແນວທາງ ແລະ ຊ່ວຍເຫລືອ ທາງການເງິນ ຊຶ່ງ ທັງໝົດນີ້ ຈະຮັບໃຊ້ ແຜນການ ແຜ່ຂຍາຍ ອິດທິພົນ ຂອງຈີນ ໃນ ເອເຊັຽຕະເວັນ ອອກສ່ຽງໃຕ້ ຢ່າງວ່ອງໄວ ທີ່ສຸດໃນ ສັດຕະວັດ ທີ 21 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ