ລາວ-ວຽດນາມ ເສີມສ້າງສໍາພັນ

0:00 / 0:00

ຜູ້ນໍາ ສອງ ປະເທສ ສປປລາວ ແລະ ສສວຽດນາມ ພົບປະ ກັນ ໃນ ທ້າຍເດືອນ ມິນາ 2015 ພາຍຫຼັງ ການ ສລອງ ວັນ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 60 ປີ ຊຶ່ງ ຜູ້ນໍາ ລາວ ຖືວ່າ ເປັນ ພັກ ທີ່ ສືບທອດ ພາລະກິດ ຂອງ ພັກ ຄອມມິວນິສ ອິນດູຈີນ ຄື ພັກ ຄອມມິວນິສ ວຽດນາມ ທີ່ ຈະມີການ ສລອງ ວັນ ສ້າງຕັ້ງ ຄົບຮອບ 85 ປີ ໃນທ້າຍ ປີນີ້.

ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ປະທານ ປະເທດ ສປປລາວ ແລະ ທ່ານ ເຈືອງ ເຕິນ ຊາງ ກຳມະການ ກົມ ການເມືອງ ສູນກາງ ພັກ ກອມມິວນິສ ວຽດນາມ, ປະທານ ປະເທດ ວຽດນາມ ໄດ້ ພົບປະ ກັນ ທີ່ ທຳນຽມ ປະທານ ປະເທດ ໃນ ນະຄອນ ຫລວງ ວຽງຈັນ ເມື່ອ ຕອນບ່າຍ ວັນທີ 23 ມິນາ 2015.

ການ ພົບປະ ຂອງ ຜູ້ນໍາ 2 ປະເທສ ຄັ້ງນີ້ ມີຜົລ ຫລາຍຢ່າງ ສໍາລັບ ທັງ 2 ຝ່າຍ ຊຶ່ງ ແຕ່ລະ ຝ່າຍ ໄດ້ແຈ້ງ ໃຫ້ ກັນຊາບ ເຖິງ ສະພາບການ ພາຍໃນ ປະເທດ ຂອງຕົນ ຄືດັ່ງ ທີ່ ຜ່ານມາ ແລະ ເວົ້າວ່າ ເຖິງ ສະພາບການ ພາກພື້ນ ແລະ ສາກົນ ຈະ ຜັນແປ ໄປ ຢ່າງ ສັບສົນ ແນວໃດ ກໍຕາມ ແຕ່ ສາຍພົວພັນ ແບບ ພິເສດ ແລະ ການ ຮ່ວມມື ຮອບດ້ານ ຂອງ ສອງ ພັກ ສອງຣັຖ ແລະ ປະຊາຊົນ ສອງ ປະເທສ ລາວ-ວຽດນາມ ກໍຍັງ ຈະໄດ້ ຮັບການ ເພີ່ມພູນ ຄູນສ້າງ ແລະ ຂຍາຍຕົວ ຢ່າງ ຕໍ່ເນື່ອງ ເພື່ອ ແນໃສ່ ເຮັດໃຫ້ ວຽກງານ ການ ພັທນາ ເສຖກິດ-ສັງຄົມ ຂອງ ສອງ ປະເທສ ນີ້ ດີຂຶ້ນ ແລະ ທັງ ຢືນຢັນ ວ່າ ຈະສ້າງ ປະເທສ ກ້າວ ຂຶ້ນສູ່ ສັງຄົມ ນິຍົມ ຕໍ່ໄປ.

ພ້ອມກັນ ນັ້ນ ກໍໄດ້ ເວົ້າເຖິງ ຫລາຍ ບັນຫາ ພາກພື້ນ ແລະ ບັນຫາ ໂລກ ຮວມທັງ ການ ຮັກສາ ສັນຕິພາບ ແລະ ສະເຖັຽ ຣະພາບ ໃນ ທະເລ ຈີນ ໃຕ້ ຊຶ່ງ ວຽດນາມ ເອີ້ນວ່າ ທະເລ ຕາເວັນອອກ ແລະ ການໃຊ້ ນໍ້າ ໃນ ແມ່ນໍ້າຂອງ ແບບ ຍືນຍົງ, ການ ສນັບສນູນ ຊຶ່ງ ກັນ ແລະ ກັນ ໃນ ເວທີ ສະຫະ ປະຊາຊາດ, ໃນ ອາຊຽນ, ຣັຖສະພາ ອາຊຽນ, ໃນ ກອງ ປະຊຸມ ເອເຊັຽ-ຢູໂຣບ ແລະ ຢູ່ ເວທີ ອື່ນໆ ຣະດັບ ໂລກ ແລະ ພາກພື້ນ. ພ້ອມກັນ ນັ້ນ ປະທານ ປະເທດ ວຽດນາມ ກໍຍັງ ຮັບປະກັນ ທີ່ຈະ ສນັບສນູນ ບົດບາດ ຂອງລາວ ໃນການ ເປັນ ປະທານ ວຽນ ອາຊຽນ ໃນປີ 2016 ທີ່ ຈະ ມາເຖິງນີ້ ຂນະທີ່ ຜູ້ນໍາ ລາວ ຖືວ່າ ຣະຍະ ຫຼາຍສີບ ປີ ຜ່ານມາ ວຽດນາມ ໃຫ້ ການ ຊ່ວຍເຫຼືອ ລາວ ໃນການ ພັທນາ ເສຖກິດ-ສັງຄົມ ຢ່າງ ຮອບດ້ານ ເປັນຕົ້ນ ແມ່ນ ການ ຊ່ວຍເຫຼືອ ສ້າງ ພື້ນຖານ ໂຄງຮ່າງ, ການ ພັທນາ ເສຖກິດ ແລະ ພັທນາ ບຸຄລາກອນ ເພື່ອ ປະກອບ ສ່ວນເຂົ້າ ໃນ ການ ຈັດຕັ້ງ ປະຕິບັດ ແນວທາງ ນະໂຍບາຍ ຂອງ ພັກ ໃຫ້ ປະສົບ ຜົນ ສຳເຣັດ ຕາມ ຄາດໝາຍ ທີ່ ໄດ້ ວາງ ເອົາໄວ້.

ພ້ອມກັນ ນັ້ນ ກໍຍັງ ຖືວ່າ ການ ພົບປະ ກັບ ປະທານ ປະເທສ ວຽດນາມ ຄັ້ງນີ້ ເປັນ ການ ປະກອບ ສ່ວນ ສຳຄັນ ເຂົ້າໃນ ການ ເສີມຂຍາຍ ສາຍ ພົວພັນ ມິຕພາບ ທີ່ ເປັນ ມູນເຊື້ອ, ຄວາມ ສາມັກຄີ ແບບ ພິເສດ ແລະ ການ ຮ່ວມມື ຮອບດ້ານ ຣະຫວ່າງ 2 ພັກ 2 ຣັຖ ແລະ ປະຊາຊົນ 2 ປະເທສ ໃຫ້ ກ້າວສູ່ ລວງເລິກ ຍິ່ງຂຶ້ນ ແລະ ຖືວ່າ ພັກ ຄອມມິວນິສ ວຽດນາມ ຫລື ພັກ ຄອມມິວນິສ ອິນດູຈີນ ແມ່ນ ມີຄວາມ ສໍາຄັນ ແບບ ເປັນຕາຍ ສໍາລັບ ພັກ ປະຊາຊົນ ປະຕິວັດ ລາວ ຊຶ່ງ ສ່ວນນຶ່ງ ຈະຮູ້ໄດ້ ຢູ່ໃນ ພິທີ ສລອງ ວັນ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 60 ປີ ຊຶ່ງ ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວ ວ່າ:

"ໂດຍ ສືບທອດ ແລະ ຂຍາຍ ມູນເຊື້ອ ພາຣະກິດ ຂອງ ພັກ ຄອມມິວນິສ ອິນດູຈີນ ພັກເຮົາ ຈຶ່ງ ສາມາດ ກໍານົດ ແນວທາງ ຕໍ່ສູ້ ປະຕິວັດ ທີ່ ຖືກຕ້ອງ ຍາດໄດ້ ຈິດໃຈ ຮັກຊາດ ຕິດກັບ ຣັດທິ ມາກ-ເລນິນ, ເອົາ ຂະບວນ ການ ປະຕິວັດ ຂອງ ປະເທສ ເຮົາຕິດພັນ ກັບ ຂະບວນ ການ ປະຕິວັດ ຂອງ ວຽດນາມ".

ພ້ອມກັນ ນັ້ນ ຜູ້ນໍາ ສປປລາວ ຍັງຫວັງ ທີ່ ຈະເຮັດໃຫ້ ປະເທດ ຫຼຸດພົ້ນ ອອກຈາກ ສະພາບ ດ້ອຍ ພັທນາ ແລະ ນໍາພາ ປະເທສ ໄປສູ່ ຈຸດໝາຍ ສັງຄົມ ນິຍົມ ໂດຍ ຈະໝູນໃຊ້ ຣັດທິ ມາກ-ເລນິນ ຊຶ່ງ ມີການ ວິພາກ ວິຈານ ກັນວ່າ ເປັນ ຣັດທິ ທີ່ ຈະໝົດໄປ ແລ້ວ ດັ່ງທ່ານ ບຸນສາ ສີສຸຣາດ ນັກ ເຄື່ອນໄຫວ ເພື່ອ ປະຊາ ທິປະໄຕ ໃນລາວ ທີ່ ເມືອງ ຟອດເວີດ ຣັຖ ອາກັນຊໍ ສະຫະຣັຖ ອະເມຣິກາ ເວົ້າວ່າ:

"ທ່ານ ຄໍາເຜີຍ ເພິ່ນເວົ້າ ນີ້ ຖືກຄວາມ ເພິ່ນແລ້ວ ເພິ່ນ ເວົ້າຫັ້ນ ແນ່ນອນ ແຫຼະ ເພາະວ່າ ທິສດີ ຂອງ ມາກ-ເລນິນ ນີ້ ແປວ່າ ມັນກະ ສິໝົດໄປ ກະໝົດ ໄປ ແຫຼະ ເພາະວ່າ ໃນໂລກ ນີ້ ຫັ້ນ ຄັນເວົ້າ ໄປແລ້ວ ກະຄື ຜູ້ຂ້າ ເວົ້າຫັ້ນ ແຫລະ ຣະບອບ ຜະເດັດການ ນີ້ ປະຊາຊົນ ແມ່ນ ບໍ່ມັກ ສິຢູ່ ປະເທສ ໃດ ກໍຕາມ ແມ່ນບໍ່ ມັກ ຣະບອບ ຜະເດັດການ ນີ້ ນະ ຄັນ ປະຊາຊົນ ບໍ່ມັກ ແລ້ວ ມັນກະ ຕ້ອງໝົດ ໄປ ເຣຶ່ອງ ນັ້ນນະ ມັນຢູ່ ຍືນຍົງ ຄົງທີ່ ບໍ່ໄດ້ ໃດ໋ ປະຊາຊົນ ບໍ່ມັກ ແລ້ວ
ມັນ ກໍໝົດ ຣັຖບາລ ສິເກັ່ງ ປານໃດ ກະໝົດ ໄດ້ ບໍ່ສູ້ ປະຊາຊົນ".

ຢ່າງໃດ ກໍຕາມ ຜູ້ນໍາ ລາວ ກໍຍັງ ກ່າວ ໂດຍ ຍອມຮັບ ຢູ່ໃນ ພິທີ ສລອງ ວັນ ສ້າງຕັ້ງ ພັກ ຄົບຮອບ 60 ປີ ນັ້ນວ່າ ໃນການ ພັທນາ ເສຖກິດ ພວກຕົນ ໄດ້ໃຊ້ ກົນໄກ ເສຖກິດ ຮວມສູນ ອາດຍາສິດ ບໍຣິຫານ ເກື້ອກູນ ແລະ ໃນການ ຄຸ້ມຄອງ ຣັຖ, ຄຸ້ມຄອງ ເສຖກິດ-ສັງຄົມ ກໍແມ່ນ ໃຊ້ ຣະບອບ ອາດຍາສິດ, ເອກາທິປະໄຕ, ຣະເມີດ ສິດ ປະຊາທິປະໄຕ, ໃຊ້ ຣະບອບ ເອກກະຊົນ ຄັບແຄບ, ພາກ ສ່ວນ, ກຸ່ມກ້ອນ ຜົລປໂຍດ, ບໍ່ເຄົາຣົບ ຣະບຽບ ວິໄນ, ມີການ ໂຍະຍານ, ເອົາໃຈ ກັນ, ເຮັດແບບ ຜິວເຜີນ ຂນະທີ່ ໃນ ຣະຫວ່າງ ການ ຢ້ຽມຢາມ ລາວ ເປັນ ເວລາ 3 ວັນ ນີ້ ປະທານ ປະເທສ ວຽດນາມ ກໍວ່າ ຈະໃຫ້ ການຝຶກ ອົບຮົມ ບຸຄລາກອນ ຂອງລາວ ຕື່ມອີກ ແລະ ຜູ້ນໍາ 2 ປະເທສ ນີ້ ຍັງໄດ້ ຕົກລົງ ທີ່ ຈະ ອໍານວຍ ຄວາມ ສະດວກ ໃຫ້ ແກ່ການ ຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນ ທຸກ ຣະດັບ, ຈະ ປະຕິບັດ ຂໍ້ ຕົກລົງ ທີ່ ບັນລຸ ໄດ້ ໃນ ກອງປະຊຸມ ຣະຫວ່າງ ຄນະ ກັມການ ຣັຖບາລ ລາວ-ວຽດນາມ ຄັ້ງທີ 37 ຢ່າງມີ ປະສິດ ທິພາບ ແລະ ວາງ ນະໂຍບາຍ ສົ່ງເສີມ ການຄ້າ 2 ຝ່າຍ ແລະ ການ ລົງທຶນ ແລະ ທັງ ເວົ້າວ່າ ຈະເຮັດ ໃຫ້ ມູນຄ່າ ການຄ້າ ເພິ່ມຂຶ້ນ ໃນ ແຕ່ລະ ປີ 24.5% ຊຶ່ງ ໃນ ປີ 2014 ຜ່ານມາ ມີມູນຄ່າ ເກືອບ ເຖິງ 1 ຕື້ 400 ລ້ານ ໂດລາ ສະຫະຣັຖ.

ປັດຈຸບັນ ວຽດນາມ ເປັນຜູ້ ລົງທຶນ ຣາຍໃຫຍ່ ທີ່ສຸດ ຢູ່ ສປປລາວ ຄື ມີ ໂຄງການ ທີ່ ຈົດ ທະບຽນ 413 ໂຄງການ ເປັນ ມູນຄ່າ ຫຼາຍກວ່າ 5 ຕື້ ໂດລາ ສະຫະຣັຖ. ແຕ່ ເຖິງຢ່າງໃດ ໃນ ຣະຫວ່າງ ການ ພົບປະ ກັບ ນັກ ທຸຣະກິດ ວຽດນາມ ຢູ່ ນະຄອນ ຫລວງ ວຽງຈັນ ໃນ ຣະຍະ ການ ຢ້ຽມຢາມ ນັກ ທຸຣະກິດ ວຽດນາມ ໄດ້ ຮຽກຮ້ອງ ໃຫ້ ປະທານ ປະເທສ ວຽດນາມ ເວົ້າກັບ ຜູ້ນໍາ ລາວ ກ່ຽວກັບ ການ ໃຫ້ຄວາມ ສະດວກ ແກ່ ພວກຕົນ ໃນ ດ້ານ ການຄ້າ ແລະ ການ ລົງທຶນ ຢູ່ ລາວ ຂນະທີ່ ຜູ້ນໍາ 2 ປະເທສ ໄດ້ ຕົກລົງ ທີ່ ຈະ ປະຕິບັດ ໂຄງການ ເພິ່ມ ແລະ ປັບປຸງ ຫລັກ ໝາຍ ຊາຍແດນ ໃຫ້ ສໍາເຣັດ ກ່ອນໝົດ ປີ 2015 ນີ້ ເພື່ອ ສລອງ ວັນ ສ້າງຕັ້ງ ພັກ ຄອມມິວນິສ ວຽດນາມ ຄົບຮອບ 85 ປີ.

ຕະຫຼອດ ຣະຍະ ການ ຢ້ຽມຢາມ 3 ວັນ ຄື ແຕ່ ວັນທີ 23 ເຖິງ ວັນທີ 25 ມິນາ 2015, ທ່ານ ເຈືອງ ເຕິນ ຊາງ ຍັງໄດ້ ພົບປະ ກັບ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ, ພົບປະ ກັບ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ລາວ ແລະ ພົບປະ ກັບ ດຣ. ພັນຄຳ ວິພາວັນ ຮອງ ນາຍົກ ຣັຖມົນຕຣີ, ປະທານ ສະມາຄົມ ມິຕພາບ ລາວ-ວຽດນາມ ແລະ ໄດ້ ໄປ ຢ້ຽມຢາມ ອະດີດ ຜູ້ນໍາ ພັກ-ຣັຖ ອີກ ຫລາຍ ທ່ານ ຮວມທັງ ທ່ານ ຄຳໄຕ ສີພັນດອນ ຊຶ່ງ ຜູ້ນໍາ ວຽດນາມ ເຊື່ອໝັ້ນ ວ່າ ລາວ ຈະບັນລຸ ເປົ້າໝາຍ ທີ່ ກອງ ປະຊຸມໃຫຍ່ ຄັ້ງທີ 9 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ກຳນົດ ເອົາໄວ້.