ຊາຍແດນ ລາວ,ກຳພູຊາ ເຄັ່ງຕຶງ

ຈໍາປາທອງ
2018-05-29
ອີແມວລ໌
ຄໍາເຫັນ
Share
ພິມ
ການກໍ່ສ້າງ ໃນເຂດຊາຍແດນ ທີ່ທາງຝ່າຍລາວ ເວົ້າວ່າເປັນການສ້ອມແປງ ອາຄານເກົ່າ ທີ່ຊຸດໂຊມ ບໍ່ແມ່ນສ້າງຂຶ້ນໃໝ່, ແຕ່ຕ່າງຝ່າຍ ກໍມີຄໍາເຫັນ ທີ່ແຕກຕ່າງກັນ ຈຶ່ງເກີດມີຂໍ້ຂັດແຍ່ງກັນ
ການກໍ່ສ້າງ ໃນເຂດຊາຍແດນ ທີ່ທາງຝ່າຍລາວ ເວົ້າວ່າເປັນການສ້ອມແປງ ອາຄານເກົ່າ ທີ່ຊຸດໂຊມ ບໍ່ແມ່ນສ້າງຂຶ້ນໃໝ່, ແຕ່ຕ່າງຝ່າຍ ກໍມີຄໍາເຫັນ ທີ່ແຕກຕ່າງກັນ ຈຶ່ງເກີດມີຂໍ້ຂັດແຍ່ງກັນ
RFA

ພາຍຫລັງທີ່ນາຍົກຣັຖມົນຕຣີ ລາວແລະກຳພູຊາ ໄດ້ພົບພໍ້ກັນໃນມື້ວັນທີ 12 ສິງຫາ ປີກາຍ ແລະໄດ້ຮ່ວມກັນຖແລງຂ່າວ ຕໍ່ສື່ມວນຊົນ ທີ່ ນະຄອນຫຼວງວຽງຈັນ ຊຶ່ງເບິ່ງຄ້າຍຄືວ່າ ບັນຫາຂໍ້ຂັດແຍ້ງ ດ້ານຊາຍແດນຣະຫວ່າງ 2 ປະເທສ ຄົງຈະຖືກແກ້ໄຂໄດ້ ໂດຍດີ.

ແຕ່ໃນຄວາມເປັນຈິງ, ບັນຫາຊາຍແດນຂອງ ທັງ 2 ປະເທສ ຍັງບໍ່ມີທ່າທີວ່າຈະຖືກແກ້ໄຂໄດ້ ແຕ່ຢ່າງໃດ ຍ້ອນທັສນະ ຂອງແຕ່ລະຝ່າຍ ບໍ່ຄືກັນ ເຮັດໃຫ້ສະຖານະການຕາມແນວຊາຍແດນ ເຄັ່ງຕຶງຢູ່ ເພາະຕ່າງຝ່າຍຕ່າງຕຶງກຳລັງ ເພື່ອປົກປ້ອງ ອະທິປະຕັຍ ຂອງຕົນເອົາໄວ້ ຢ່າງເຕັມທີ່, ໂດຍສະເພາະ ຝ່າຍກຳພູຊາ ແມ່ນໄດ້ມີການສັບປ່ຽນກຳລັງທະຫານ ຂອງຕົນເປັນປະຈຳ ແລະ ຢູ່ໃນທ່າກຽມພ້ອມທຸກເວລາ.

ຍ້ອນກັບໄປເມື່ອວັນທີ 12 ສິງຫາ ປີ 2017, ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ແລະຄູ່ຮ່ວມຕຳແໜ່ງຂອງທ່ານ ຝ່າຍກໍາພູຊາ ກໍຄື ທ່ານ ຮຸນ ເຊນ ພ້ອມດ້ວຍຣັຖມົນຕຼີ ກະຊວງປ້ອງກັນປະເທສ ທັງສອງຝ່າຍ ຄືພົລໂທ ຈັນສະໝອນ ຈັນຍາລາດ ແລະ ພົລເອກ ເຕັ່ຽ-ບັ່ນ ໄດ້ກ່າວໃຫ້ຄຳໝັ້ນສັນຍາ ຮ່ວມກັນວ່າ ຈະສືບຕໍ່ແກ້ໄຂບັນຫາ ຊາຍແດນ ທີ່ຄົງຄ້າງແບບສັນຕິວິທີ ດ້ວຍວິທີທາງການທູຕ, ໂດຍ ເຣີ້ມຈາກການຖອນກຳລັງທະຫານ ຂອງແຕ່ລະຝ່າຍ ອອກຈາກເຂດ ທີ່ຍັງບໍ່ສາມາດຕົກລົງກັນໄດ້ນັ້ນ ເພື່ອເປີດທາງໃຫ້ຄນະກັມມະການ ຊາຍແດນສອງຝ່າຍ ໄປສຳຣວດ ແລະຫາວິທີແກ້ໄຂຂໍ້ຂັດແຍ່ງ ໃນຂັ້ນຕໍ່ໄປ.

ມາເຖິງເດືອນພຶສພາ 2018 ນີ້ ບັນຫາຊາຍແດນຣະຫວ່າງ 2 ປະເທສນີ້ ກໍຍັງບໍ່ມີທ່າທີວ່າຈະຖືກແກ້ໄຂ ດ້ວຍສັນຕິວິທີໄດ້ແຕ່ຢ່າງໃດ. ກົງກັນຂ້າມ, ສະຖານະການຕາມແນວຊາຍແດນ ຂອງລາວ ແລະກໍາພູຊາ ຍັງເຄັ່ງຕຶງຢູ່. ຝ່າຍກໍາພູຊາໄດ້ສັບປ່ຽນ ກຳລັງຂອງໜ່ວຍຣົບ 128 ທີ່ຂຶ້ນກັບແຂວງຊຽງແຕງ ຊຶ່ງຖືກຈັດຕັ້ງຂຶ້ນໃໝ່ ເມື່ອເດືອນສິງຫາ 2017 ນັ້ນຢ່າງເປັນປະຈຳ, ດັ່ງເຈົ້າໜ້າທີ່ ຣະດັບສູງ ປກຊ-ປກສ ໃນເຂດພາກໃຕ້ຂອງລາວ ໄດ້ຢືນຢັນຕໍ່ວິທຍຸ ເອເຊັຽເສຣີ ໃນເດືອນພຶສາພາ ນີ້ວ່າ:

“ຍັງຄືເກົ່າ ຍັງເຄັ່ງຕຶງຢູ່ຄືເກົ່າ, ຫາກແຕ່ວ່າມັນກະຫຼຸດຜ່ອນລົງກວ່າເກົ່າ ເຂົາກະໂຍະຍານໃຫ້ເຮົາ ໄດ້ໄປໄດ້ມາ, ແຕ່ຄົນເຮົາຫາກບໍ່ຫານໄປ, ທໍ່ນັ້ນ. ປະຊາຊົນເຮົາຢູ່ແຖວເບື້ອງອັດຕະປືຫັ້ນ ບໍ່ຫານຂ້າມໄປ ແຖວສົ້ມປ່ອຍຫັ້ນບໍ່ຫານໄປແລ້ວ. ເຂົາໃຫ້ໄປຢູ່, ແຕ່ເຮົາບໍ່ຫານ ເຮົາຢ້ານ ບາດມັນປ່ຽນແປງໄປ ລະເຂົາຊິບໍ່ໄດ້ມາ, ຫັ້ນນ່າ. ຄັນຄົນເຮົາ ປະຊາຊົນຝັ່ງເຮົາຂ້າມໄປຫັ້ນ ເຂົາກະມີແຕ່ເຣື້ອງແບບວ່າຈັບ ລະກະໄປໄຖ່ ເອົາ ຜູ້ລະ 4-5 ລ້ານກີບ ເຮົານີ້ແຫຼະ.”

ທ່ານໄດ້ກ່າວຕື່ມວ່າ ໃນຣະຍະຕົ້ນເດືອນພຶສພານີ້ ທະຫານລາວພຍາຍາມສ້ອມແປງຖນົນທີ່ເປ່ເພ ໃນລະຍະຣະດູຝົນ ໃນເຂດເວີນຄາມ ແຕ່ທະຫານຝ່າຍກຳພູຊາ ໄດ້ສັ່ງຫ້າມບໍ່ໃຫ້ສ້ອມແປງ ທັ້ງໆທີ່ຖນົນນັ້ນຢູ່ໃນເຂດຂອງລາວ. ຍ້ອນບໍ່ຢາກໃຫ້ເກີດມີ ການຂັດແຍ່ງກັນ ຮຸນແຮງຂຶ້ນ ຝ່າຍລາວ ກໍໄດ້ໂຈະການສ້ອມແປງຖນົນນັ້ນໄວ້ກ່ອນ, ດັ່ງທີ່ທ່ານກ່າວວ່າ:

“ໂຕມັນເດັ່ນໃນເດືອນນີ້ ລະຖືວ່າທາງບ່ອນເວີນຄາມຫັ້ນເນາະ ມັນເປັນດິນຂອງເຮົາແລ້ວ ແມ່ນຂອບເຂດອະທິປະຕັຍ ຂອງລາວແລ້ວເຮົາ ກະເລີຍແປງມັນຖົມມັນ ມັນເປັນຂຸມຫຼາຍເລີຍຖົມ, ຖົມແລ້ວມັນກະເລີຍປະທ້ວງບໍ່ໃຫ້ພວກເຮົາເຮັດ, ມັນວ່າເຮົາ ຫັ້ນໄປເຮັດລ່ວງລ້ຳ ອະທິປະຕັຍຢູ່ເຂດຂອງມັນ. ມັນບໍ່ແມ່ນ ຢູ່ຂອບເຂດນັ້ນນ່າ ມັນບໍ່ທັນຮອດ. ແຕ່ມັນຫາກວ່າເປັນຂອງມັນ ເຮົາກະເລີຍບໍ່ທັນໄດ້ເຮັດຫຍັງ ຕໍ່ໄປ, ໂຕນີ້ຫັ້ນນ່າ .”

ຂໍ້ຂັດແຍ້ງດ້ານຊາຍແດນຣະຫວ່າງ ລາວ-ກຳພູຊາ ເຮັດໃຫ້ປະຊາຊົນລາວແລະກຳພູຊາ ໄດ້ຮັບຜົລກະທົບອັນບໍ່ດີໂດຍກົງ ໃນການດຳຣົງ ຊີວິຕ ເພາະຜ່ານມາເຄີຍໄປມາຫາສູ່ ແລະທຳມາຫາກິນ ຕາມເຂດຊາຍແດນຮ່ວມກັນ, ຮວມທັງຕາມລໍານ້ຳເຊກອງ ຊຶ່ງຂນະນີ້ ບໍ່ສາມາດ ໄປຫາກິນໄດ້ຕາມປົກກະຕິ ເພາະຢ້ານວ່າຈະເກີດມີອັນຕະຣາຍ. ແມ້ກະທັງງົວຄວາຍຂອງຊາວບ້ານຫຼາຍ 10 ໂຕ ໃນເຂດບ້ານສົ້ມປ່ອຍ ແລະບ້ານໃກ້ຄຽງ ຂອງແຂວງອັດຕະປື ທີ່ຊາວບ້ານໄດ້ປ່ອຍໄປກິນຫຍ້າ ກໍຍັງບໍ່ສາມາດ ນຳຄືນມາໄດ້ ນັບຕັ້ງແຕ່ຊາຍແດນຂອງສອງ ປະເທສ ມີຄວາມເຄັ່ງຕຶງທາງທະຫານ ເມື່ອປີກາຍມາ.

ນອກຈາກນັ້ນແລ້ວ, ເມື່ອເດືອນເມສາທີ່ຜ່ານມາ ຣາຊບັນດິດສະພາແຫ່ງຣາຊອານາຈັກກຳພູຊາ ໄດ້ພິມປື້ມກ່ຽວກັບການພົວພັນ ກໍາພູຊາ -ລາວ ເຜີຍແຜ່ໃຫ້ແກ່ ສາທາຣະນະຊົນ ຂອງກຳພູຊາ ເຂົ້າໃຈກ່ຽວກັບຄວາມສຳພັນຣະຫວ່າງ ກຳພູຊາ ແລະລາວ ໂດຍເນັ້ນໃສ່ບັນຫາ ຊາຍແດນ ຣະຫວ່າງສອງປະເທສ ແລະການແກ້ໄຂບັນຫາດັ່ງກ່າວ ແລະເຈາະຈົງໃສ່ບັນຫາຊາຍແດນ ໃນເຂດທີ່ຍັງຕົກລົງກັນບໍ່ໄດ້ ຮວມທັງເຂດແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ເຊິ່ງຝ່າຍກຳພູຊາອ້າງວ່າ ເປັນເຂດອະທິປະຕັຍຂອງຕົນ ທີ່ຖືກຮັບຮູ້ໂດຍນາໆປະເທສ.

ໃນໜ້າທີ 37 ຂອງປຶ້ມຫົວດັ່ງກ່າວ ຝ່າຍກຳພູຊາໄດ້ມີການກ່າວຫາຝ່າຍລາວ ຢ່າງຈະແຈ້ງວ່າ;

“ຝ່າຍລາວໄດ້ສົ່ງທະຫານພ້ອມອາວຸດເສິກຂນາດເບົາຄົບຊຸດ ເຂົ້າມາໃນເຂດອະທິປະຕັຍ ຂອງກຳພູຊາ ແລະ ມີການຂຸດຂຸມ ສ້າງບັ່ງເກີ້, ໂດຍປາສຈາກ ການ ແຈ້ງເຕືອນ ແລະ ການຂໍອະນຸຍາດ, ອັນທີ່ຝ່າຍກຳພູຊາເຫັນວ່າ ຝ່າຍລາວໄດ້ເຮັດຜິດກົດໝາຍ ຣະຫວ່າງປະເທສ ແລະ ເປັນການເຮັດຜິດຕໍ່ກົດບັດອ່າຊ້ຽນ ທີ່ທັງ 2 ປະເທສເປັນສະມາຊິກຮ່ວມກັນ”.

ຕໍ່ປຶ້ມຫົວດັ່ງກ່າວນັ້ນ, ຍັງບໍ່ມີຣາຍງານວ່າ ຝ່າຍລາວໄດ້ມີການຕອບໂຕ້ ຫຼືເອົາທ່າທີຢ່າງເປັນທາງການແນວໃດແດ່ ແຕ່ຕົກມາໃນຕົ້ນເດືອນ ພຶສພາ ຈົນມາເຖິງປະຈຸບັນ, ຫຼາຍພາກສ່ວນໃນຂັ້ນສູນກາງ ຂອງຣັຖບານລາວ, ໂດຍສະເພາະ ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ແລະ ຂັ້ນກະຊວງຕ່າງໆ ໄດ້ມີການຈັດສັມມະນາ ເຜີຍແຜ່ເອກສານກ່ຽວກັບ ບັນຫາຂໍ້ຂັດແຍ້ງດ້ານຊາຍແດນ ລາວ-ກຳພູຊາ ຢ່າງເປັນ ຂະບວນການ ແລະລຽນຕິດ.

ເຖິງຢ່າງໃດກໍ່ຕາມ, ທາງການລາວ ກໍຍັງບໍ່ໄດ້ມີການເປີດເຜີຍ ຕໍ່ສາທາຣະນະຊົນ ໃຫ້ໄດ້ຮັບຮູ້ເທື່ອວ່າ ເອກສານດັ່ງກ່າວ ທີ່ມີການເຜີຍແຜ່ ຕາມຫ້ອງການຂອງຣັຖຕ່າງໆນັ້ນມີເນື້ອໃນແນວໃດ ຫຼືເວົ້າເຖິງບັນຫາໃດແດ່ ມີພຽງແຕ່ບອກວ່າເປັນການເຜີຍແຜ່ ເອກສານ ເພື່ອໃຫ້ ພະນັກງານຣັຖກອນທຸກຣະດັບ ໄດ້ເຊື່ອມຊຶມ ໄປຕາມແນວທາງນະໂຍບາຍຂອງພັກ ແລະ ຣັຖບານທີ່ໄດ້ວາງອອກ.

ແຕ່ເຖິງຢ່າງໃດກໍຕາມ ໃນການແກ້ໄຂບັນຫາດ້ານຊາຍແດນຣະຫວ່າງ ລາວ-ກໍາພູຊາ ເຈົ້າໜ້າທີ່ຣະດັບສູງຂອງທັງ 2 ປະເທສ ທັງຂັ້ນ ຣັຖບານແລະຂັ້ນທ້ອງຖິ່ນ ກໍໄດ້ພົບພໍ້ກັນຫຼາຍຄັ້ງ ເພື່ອປຶກສາຫາລືແກ້ໄຂບັນຫາດັ່ງກ່າວ.

ຫຼ້າສຸດ ເມື່ອວັນທີ 16 ເດືອນພຶສພາ ຜ່ານມານີ້ ຣັຖມົນຕຣີກະຊວງການຕ່າງປະເທສລາວ ທ່ານ ສະເຫຼີມໄຊ ກົມມະສິດ ແລະຄູ່ຮ່ວມ ຕຳແໜ່ງ ຂອງທ່ານຝ່າຍກຳພູຊາ ທ່ານ ປຣາກ ໂສຄົນ ກໍໄດ້ປະຊຸມປຶກສາຫາລືກັນ ເພື່ອແກ້ໄຂບັນຫາຂໍ້ຂັດແຍ້ງ ຊາຍແດນຣະຫວ່າງ 2 ປະເທສ ທີ່ໄດ້ຈັດຂຶ້ນ ໃນນະຄອນຫຼວງວຽງຈັນ, ແຕ່ທັງ 2 ຝ່າຍ ກໍຍັງບໍ່ສາມາດບັນລຸຂໍ້ຕົກລົງໃດໆໄດ້ ຍ້ອນແຕ່ລະຝ່າຍມີທັສນະຕ່າງກັນ ຕໍ່ບັນຫາຊາຍແດນທີ່ເກີດຂຶ້ນນັ້ນ, ແຕ່ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສນັບສນູນໃຫ້ຄນະ ກັມມະການດ້ານຊາຍແດນຂອງທັງ 2 ປະເທສ ໄດ້ມີການພົບພໍ້ກັນຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງນັ້ນຢ່າງສັນຕິວິທີ.

ໃນມື້ວັນທີ 23 ພຶສພາ ນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ຢ້ຳໃນກອງປະຊຸມຣັຖບານປະຈຳເດືອນພຶສາພາວ່າ ໃຫ້ພາກສ່ວນຮັບຜິດຊອບ ຕິດຕາມຢ່າງໃກ້ຊິດ ວຽກງານຮັກສາຄວາມສງົບ ຕາມຊາຍແດນແລະຈຸດຫຼໍ່ແຫຼມຕ່າງໆ ຊຶ່ງຫຼາຍຄົນເຂົ້າໃຈວ່າ ທ່ານນາຍົກຄົງຈະໝາຍເຖິງ ເຂດຊາຍແດນ ລາວ-ກຳພູຊາ ທີ່ພວມມີຂໍ້ຂັດແຍ່ງກັນຢູ່.

ປະຈຸບັນ, ຍັງບໍ່ມີຂໍ້ພິສູດທີ່ຈະແຈ້ງໃດໆເທື່ອວ່າ ເຂດຊາຍແດນຣະຫວ່າງ ລາວ-ກຳພູຊາ ທີ່ມີການຂັດແຍ່ງກັນນັ້ນ ເປັນຂອງຝ່າຍໃດກັນແທ້, ຍ້ອນວ່າແຕ່ລະຝ່າຍຕ່າງກໍອ້າງກັມສິດມາຕລອດວ່າ ເຂດທີ່ມີການຂໍ້ຂັດແຍ້ງກັນນັ້ນ ແມ່ນເຂດອະທິປະຕັຍ ຂອງຕົນ ແລະຕ່າງຝ່າຍຕ່າງກໍ ກ່າວຫາກັນວ່າ ທະຫານອີກຝ່າຍໄດ້ທຳການລ່ວງຣະເມີດອະທິປະຕັຍຂອງຕົນ.

ເປັນທີ່ຮັບຮູ້ກັນໂດຍທົ່ວໄປວ່າ ນາຍົກຣັຖມົນຕຣີທັງ 2 ປະເທສ ໄດ້ຮ່ວມກັນຂຽນຈົດໝາຍ ຮ້ອງຂໍແຜນທີ່ຈາກປະທານາທິບໍດີປະເທສ ຝຣັ່ງເສດ ເມື່ອເດືອນ ຕຸລາ 2017 ນັ້ນແລ້ວ, ແຕ່ຈົນມາເຖິງປະຈຸບັນ, ຍັງບໍ່ທັນມີຣາຍງານ ກ່ຽວກັບຄວາມຄືບໜ້າ ໃນເຣຶ່ອງແຜນທີ່ ນັ້ນເທື່ຶອ.

ເຕັມຫນ້າ