ການປະທ້ວງທີ່ໜ້າຮຽນຮູ້ ຢູ່ໄທຍ
2020.10.23

ປະຊາຊົນ ລວມທັງນັກວິຊາການ ຢູ່ລາວ ແລະ ຢູ່ຕ່າງປະເທດ ເຫັນວ່າ ການປະທ້ວງຢູ່ປະເທດໄທຍ ເປັນບົດຮຽນສຳລັບຄົນລາວກ່ຽວກັບ ເສຣີພາບໃນການຮັບຮູ້ຂໍ້ມູນຂ່າວສານ ແລະ ໃນການສະແດງອອກ ຄວາມຄິດເຫັນ. ປະຊາຊົນລາວທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ຕຸລາ ວ່າ:
"ເອີ; ສະເພາະວ່າການປະທ້ວງຢູ່ໄທຍ ມັນໃຫ້ບົດຮຽນບ່ອນວ່າ ລາວກະຢາກມີລະບອບ ປະຊາທິປະໄຕ ຄື ປະເທດເຂົາ ທີ່ ຈະເລີນເນາະ ໃຫ້ມີສິດ ມີປາກມີສຽງ."
ປະຊົນທ່ານນີ້ ກ່າວຕື່ມອີກວ່າ ການນຳສະເໜີເລື່ອງຂໍ້ມູນຂ່າວສານກໍເປັນບົດຮຽນໃຫ້ເຮົາ ແລະ ຕ້ອງໃຫ້ປະຊາຊົນ ມີສ່ວນຮ່ວມໃນການ ພັທນາ. ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
`ຄືໃຫ້ປະຊາຊົນມີສ່ວນ, ຢາກໃຫ້ປະຊາຊົນເຂົ້າເຖິງແຫຼ່ງການພັທນາ ເອີໃນດ້ານຂໍ້ມູນ ຂ່າວສານ ນີ້ ກະເປັນບົດຮຽນໃຫ້ເຮົາ."
ການສື່ສານທີ່ບໍ່ມີພົມແດນ ແລະ ຍາກທີ່ຈະມີການປິດກັ້ນຂໍ້ມູນຂ່າວສານໄດ້ຢ່າງຊັດເຈນ ມັນໄດ້ສ້າງໃຫ້ເປັນ ກາຍເປັນກະຈົກສະທ້ອນ ແລະ ມີຜູ້ຄົນຕັ້ງຄຳຖາມ ກັບຕົວເອງ ຍ້ອນວ່າ ຄົນສ່ວນໃຫຍ່ເຂົາ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ໄດ້ຢ່າງວ່ອງໄວ.
ນັກວິຊາການລາວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ພະລັງງານຄົນຮຸ້ນໃຫມ່ ປົດແອກ ການກົດຂີ່ ການສື່ສານ ທີ່ບໍ່ສາມາດປິດກັ້ນໄດ້ ມັນຈະມີການແຜ່ລາມໄປ ໃນການສະແດງຄຳຄິດຄຳເຫັນ ຫຼື ການສະແດງອອກ ໃນດ້ານຕ່າງໆ ຊຶ່ງມັນຈະມີຜົນໄລຍະຍາວ.
ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີຫ້ອງການຢູ່ ປາຣີ ປະເທດຝຼັ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ຕຸລາ 2020 ວ່າ:
“ແນ່ນອນວ່າ ການປະທ້ວງຢູ່ປະເທດໄທຍ ສ້າງຄວາມສົນໃຈ ສ້າງຄວາມສົນໃຈ ຢ່າງຍິ່ງແກ່ຜູ້ນຳ ສປປລາວ ແລະ ປະຊາຊົນລາວ ນັກເຄື່ອນໄຫວໃນລາວ ຄົງປາຖນາ ຢາກສາມາດຕຸ້ມໂຮມກັນໄດ້ແບບ ກ້າຫານ ແລະ ເດັດດ່ຽວຄືເພື່ອນບ້ານ ແຕ່ເຮົາກໍຮູ້ດີວ່າ ລະບົບ ຜະເດັດການ ສປປລາວ ຄອບຄຸມເຝົ້າແນມ ນັກສຶກສາ ສື່ສັງຄົມ ແລະ ທຸກໝູ່ບ້ານຢ່າງຮັດແໜ້ນ.”
ຍານາງ ກ່າວຕື່ມອີກວ່າ:
“ມັນບໍ່ມີພື້ນທີ່ ແລະ ສິດທິການປະທ້ວງ ວິທີ ແລະ ເຫດການໃນປະເທດໄທຍ ຈະຖືກແກ້ໄຂ ແລະ ຈົບລົງແບບໃດນັ້ນ ຈະມີຜົນກະທົບ ແນ່ນອນ ຕໍ່ທັສນະຄະຕິ ຂອງນັກເຄື່ອນໄຫວນໃນລາວ ແລະ ຂອງຜູ້ນຳ ລາວ.”
ນັກວິຊາການລາວອີກທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ຕຸລາ ວ່າ:
"ເຫັນຢູ່ ເປັນການສະທ້ອນບັນຫາ ທີ່ຄົນຢາກເວົ້າຢູ່ພາຍໃນ ແຕ່ຄົງບໍ່ປອດພົຍ ຈຶ່ງໃຊ້ສື່ ນີ້ອ້າງອີງອອກນອກເວົ້າແທນ. ຫຼັກໆ ຄົງແມ່ນສິດທິ ໃນການປາກເວົ້າ ຊຸມນຸມ ແລະ ສະແດງອອກໄດ້ ໂດຍການຊຸມນຸມ ແຕ່ກ້ອນກຳລັງ ປຊ ຄືເຈົ້າຂອງປະເທດແທ້."
ນັກວິຊາການທ່ານນີ້ ກ່າວຕື່ມອີກວ່າ:
"ສຳລັບຄົນລາວຢູ່ໃນລາວ ຜ່ານມາກາແມ່ນ ສື່ສັງຄົມອ່ອນລາຍ ແຕ່ຖືກຄຸມແລ້ວ ຄົງເຮັດຫຍັງບໍ່ໄດ້ຫຼາຍ ເພາະຖືກຄຸມທຸກດ້ານ ຢູ່ແລ້ວ ຈຶ່ງໄດ້ແຕ່ເຊັຽ ແລະ ຊົມຄົນອື່ນ ທີ່ເວົ້າໄດ້ ຜ່ານສື່ທາງເລືອກຈະດີສຸດໆ."
ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ຕຸລາ ວ່າ:
"ຄົນລາວຜູ້ໃດທີ່ມີຫົວກ້າວໜ້າ ແລະ ກ້າສະແດງ ຄຳຄິດຄຳເຫັນ ກໍຈະຖືກເວົ້າໃຫ້ວ່າມີແນວຄິດຕໍ່ຕ້ານ ແລະ ບາງຄັ້ງກໍຖືກເຮັດ ໃຫ້ຫາຍ ສາບສູນ ຄືກໍຣະນີ ທີ່ເກີດຂຶ້ນຜ່ານມາ."
ປະຊາຊົນຢູ່ແຂວງພາກໃຕ້ຂອງລາວໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ:
ນັກຂ່າວ: ເຮົາເຫັນການປະທ້ວງຢູ່ໄທຍ ແລ້ວ ເຮົາໄດ້ຮຽນຮູ້ຫຍັງຈາກການປະທ້ວງຄັ້ງນີ້?
ປະຊາຊົນ: ເຮົາກະໄດ້ຮຽນຮູ້ ຊົນຊັ້ນປົກຄອງ ທີ່ກົດຂີ່ຂົ່ມເຫັງ ຊົນຊັ້ນຖືກປົກຄອງ ຣັຖທັມມະນູນ ກະຂຽນຂຶ້ນເພື່ອຊົນຊັ້ນ ຜູ້ຖືກປົກຄອງ.
ນັກຂ່າວ: ໃນສ່ວນຂອງລາວເດ້?
ປະຊາຊົນ: ເຂົາກະເບິ່ງກັນ ກະລົມກັນ ເອີກະມີຄວາມຮູ້ສຶກວ່າ ພ້ອມນັກປະທ້ວງສ່ວນໃຫຍ່ໃດ໊.
ນັກຂ່າວ: ແຕ່ສຳລັບຢູ່ລາວເດ້ ຂອບເຂດໃນການນຳສະເໜີຄວາມຄິດ ຄວາມເປັນຂອງເຮົາເປັນຄືແນວໃດ?
ປະຊາຊົນ: ສະເໜີຄວາມຈິງ ເຮົາສະເໜີຕາມຄວາມຈິງມັນກະໄດ້ຢູ່ ແຕ່ວ່າ ຄວາມຈິງທີ່ເຮົາສະເໜີຫັ້ນ ມັນຢູ່ຈຸດໃດລະ ແລະ ໃຜມີອຳນາດ ຢູ່ໃນເຂດນັ້ນ ຄັນວ່າ ກູ [ເຈົ້າໜ້າທີ່] ວ່າ ມັນຜິດ ກະຄືຜິດ ກູຢູ່ນີ້ ກູວ່າ ຜິດມັນຄືຜິດ.
ນັກຂ່າວ: ຢູ່ລາວນີ້ ເຮົາຕ້ອງການຊິໃຫ້ມັນເປີດກ້ວາງຂຶ້ນກວ່າເກົ່າບໍ່ ໃນການສະແດງຄຳຄິດ ຄຳເຫັນ.
ປະຊາຊົນ: ເພິ່ນກະເລີ່ມເປີດແລ້ວ ໃນເມື່ອໂລກມັນເປີດ ເພິ່ນບໍ່ເປີດກະບໍ່ໄດ້ ເພິ່ນກະເລີ່ມເປີດ ຫາກແຕ່ເປີດຫຼາຍມັນກະບໍ່ໄດ້ ເພາະວ່າ ກະແສໂລກະພິວັດ ມັນຮຸນແຮງລະ ເຮົາຍັງອ່ອນດ້ອຍ ໃນການຮັບເອົາ ກະແສໂລກາພິວັດ ຖ້າວ່າເຮົາຊິໄປອັດໄວ້ຕະຫຼອດບໍ່ໄດ້ ເປັນໄປ ບໍ່ໄດ້ ຄົນລຸ້ນໃໝ່ເກີດຂຶ້ນມາ ຮັບສິ່ງໃໝ່ມາຈາກສື່ອອນລາຍ ເທັກໂນໂລຢີ ພາໃຫ້ເຂົາເປັນຄົນຄິດໃໝ່.
ໃນຕົ້ນອາທິດທີ່ຜ່ານມາ ກໍມີຜູ້ໃຊ້ Twitter ໄດ້ຕັ້ງກະທູ້ ຕິດ Hashtag ຊຶ່ງມີເນື້ອໃນວ່າ ຖ້າການເມືອງລາວດີ, ບັນຫາຄວາມທຸກຍາກ ໃນລາວ ຄົງຈະໝົດໄປ ແຕ່ເປັນຫຍັງຄົນທຸກ ຄົນຍາກໃນປະເທດລາວ ຈຶ່ງບໍ່ໄດ້ຮຽນຕໍ່, ເປັນຫຍັງນັກສຶກສາ ທີ່ຈົບມາແລ້ວ ຈຶ່ງບໍ່ມີວຽກ ເຮັດງານທຳ, ເປັນຫຍັງຄົນລວຍຈຶ່ງໄດ້ເຮັດວຽກໄວກ່ອນ, ເປັນຫຍັງຄົນລາວຈຶ່ງ ເຮັດວຽກໜັກເຖີງ 13-15 ຊົ່ວໂມງ, ເປັນຫຍັງຄົນລາວ ຕ້ອງ ອົພຍົບມາເຮັດວຽກຢູ່ ປະເທດໄທ, ເປັນຫຍັງໄຟຟ້າ ຢູ່ປະເທດລາວຈຶ່ງດັບທຸກວັນ, ເປັນຫຍັງຄວາມຫຼຸດໂຕນ ກັນຈຶ່ງເກີດຂຶ້ນ.
ອັນນີ້ ເປັນກະທູ້ ທີ່ສື່ມວນຊົນໄທຍ ບາງສຳນັກ ຍົກຂຶ້ນມາເວົ້າກັນຫຼາຍ. ກ່ຽວກັບເລື່ອງນີ້ ກໍມີຄົນລາວບາງຄົນ ກໍເຫັນດີກັບສິ່ງນີ້, ແຕ່ ບາງຄົນ ກໍບໍ່ເຫັນດີກັບສິ່ງນີ້.
ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ຄວາມໝາຍຫັ້ນນ່າ ແມ່ນຄວາມມັນແຫຼະ ຢູ່ບ້ານເຮົາມີພັກ ດຽວເນາະ ຂັ້ນມັນມີພັກດຽວອຳນາດ ຜະເດດການແມ່ນຂຶ້ນກັບ ຣັຖບານ ເນາະ ມັນຕ້ອງແມ່ນຜູ້ດຽວ ເປັນຜູ້ຕັດສິນຄື ພັກ ຍົກຕົວຢ່າງວ່າ ຊິມີນັກສຶກສາປະທ້ວງ ມັນຈະເຮັດບໍ່ໄດ້ຄືໄທຍ, ລາວ ເຮົາມັນເຮັດບໍ່ໄດ້ເລື່ອງໂຕນີ້.
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມອີກວ່າ:
"ຄວາມໝາຍມັນວ່າລາວເຮົາ ບໍ່ມີປະຊາທິປະໄຕ ກະແມ່ນຄວາມມັນໂຕນີ້ອ້າຍເວົ້າຫັ້ນ ມັນເວົ້າແມ່ນຄວາມມັນໄດ໋ ບໍ່ມີປະຊາທິປະໄຕ ຂັ້ນມີປະຊາທິປະໄຕ ມັນຊິບໍ່ເປັນແບບນີ້ ບ້ານເຮົາ ອັນນີ້ ເຮັດຫຍັງ ຣັຖບານ ຕ້ອງປົກປິດໄວ້."
ແຕ່ກໍມີຜູ້ທີ່ໃຊ້ສື່ສັງຄົມອອນລາຍໃນລາວ ທີ່ເຫັນວ່າ ຜູ້ທີ່ເຜີຍແຜ່ຂໍ້ຄວາມດັ່ງກ່າວ ເປັນກຸ່ມຕໍ່ຕ້ານ ຣັຖບານລາວ.
ຜູ້ໃຊ້ເຟສບຸກ ທີ່ມີຊື່ວ່າ ຂ້ອຍເປັນຄົນລາວຂ້ອຍ ຮັກຊາດລາວ ໄດ້ຂຽນຕອບໂຕ້ວ່າ: ຜູ້ທີ່ໃຊ້ທະວິດເຕີ ສ່ວນຫຼາຍແມ່ນຢູ່ ຕ່າງປະເທດ ທະວິດເຕີນີ້ ແມ່ນຂອງກຸ່ມອິດທິພົນ ກຳລັງປໍລະປັກ ທີ່ອາໄສຢູ່ ຕ່າງປະເທດ ທີ່ສ້າງກະແສກໍ່ຄວາມບໍ່ສະຫງົບ.
ແລະ ຜູ້ໃຊ້ເຟສບຸກ ທີ່ຊື່ວ່າ Vongvichit Poti Lars ໄດ້ສະແດງຄວາມເຫັນທາງເຟສບຸກວ່າ:
ຢ່າເອົາລາວໄປປຽບທຽບກັບໄທຍ ເລີຍ ມັນໄກກັນຫຼາຍ ເລື່ອງການເມືອງລາວ ມີຄວາມສງົບ ມີສະຖຽນຣະພາບ ປະຊາຊົນມີຄວາມສາມັກຄີ ບໍ່ແບ່ງພັກແບ່ງພວກ ສະນັ້ນຢ່າມາປ່ວນເລື່ອງພາຍໃນຂອງລາວ.