2020 ລາວ ຈະເປັນຣັດ ແຫ່ງ ກົດໝາຍ

0:00 / 0:00

ການສ້າງຣັຖ ທີ່ຄຸ້ມຄອງດ້ວຍກົດໝາຍ ຫລື ມັກເອີ້ນກັນວ່າ “ຣັຖແຫ່ງກົດໝາຍ” ແມ່ນແຕ່ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ທີ່ກຳອຳນາດ, ຜູກຂາດອຳນາດແບບ ຜະເດັດການຢູ່ ສປປລາວ ກໍເວົ້າວ່າຈະສ້າງສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ເປັນຣັຖແຫ່ງກົດໝາຍ ໃຫ້ໄດ້ໃນປີ 2020 ດັ່ງຈະຮູ້ໄດ້ຈາກມະຕິ 9 ຂອງພັກ ທີ່ກໍານົດເອົາໄວ້ວ່າ “ໃນຖານະພັກກໍາອໍານາດ... ຍິ່ງເຫັນແຈ້ງວ່າ ໃນເງື່ຶອນໄຂໃໝ່ນີ້ ມີຄວາມຈໍາເປັນເສີມຂຍາຍ ບົດບາດຂອງ ອົງການອໍານາດແຫ່ງຣັຖ ໃຫ້ສູງຂຶ້ນຕື່ມອີກ ແລະ ຕ້ອງບູຣະນະຣັຖ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນຣັຖ ແຫ່ງກົດໝາຍ... ”ແລະແຍກພາລະບົດບາດ ຣະຫວ່າງອົງການນິຕິບັນຍັດ, ອົງການບໍຣິຫານ ແລະອົງການຕຸລາການ ພາຍໃຕ້ ການນໍາພາຂອງພັກ.

ກ່ຽວກັບວ່າ ຜູ້ນໍາພັກປະຊາຊົນປະຕິວັດລາວ ຈະສ້າງ ສປປລາວ ເປັນຣັຖແຫ່ງ ກົດໝາຍ ໄດ້ຫລືບໍ່ນັ້ນ ຂ້າພະເຈົ້າ ຈໍາປາທອງ ໄດ້ສໍາພາດ ທ່ານ ອິນຊີທອງ ຜູ້ຕາງໜ້າອົງການ ລາວເສຣີ Free Laos Campaign ເປັນອົງການຂອງຊາວ ລາວລຸ້ນໜຸ່ມທີ່ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 30 ມົກກະຣາ 2018 ນີ້ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວວ່າ:

ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງການສ້າງຣັຖ ແຫ່ງກົດໝາຍຢູ່ ສປປລາວ ຊຶ່ງຜູ້ນໍາພັກປະຊາຊົນ ປະຕິວັດລາວ ເວົ້າຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ເຖິງການ ປັບປຸງຣະບົບ ການປົກຄອງ ບໍຣິຫານ ໃຫ້ມີຄວາມ ເຂັ້ມແຂງ, ສາມາດຄຸ້ມຄອງຣັຖ ຕາມກົດໝາຍ ແລະ ຣະບຽບການ ຢ່າງເຂັ້ມງວດ ໂດຍສຸມໃສ່ ຄົ້ນຄວ້າປັບປຸງກົງຈັກ ການບໍຣິຫານຣັຖ ທຸກຂັ້ນ, ປັບປຸງກົດໝາຍ ແລະອື່ນໆ ແລະໃນມື້ວັນທີ 18 ມົກກະາ 2018 ນີ້ ອົງການ GIZ ກໍໃຫ້ການຊ່ວຍເຫລືອລາວ ໂດຍທຶນຂອງ ສະຫະພາບຢູໂຣບ, ຣັຖບາລເຢັຍຣະມັນ ແລະຣັຖບາລ ປະເທສສະວິສເປັນມູນຄ່າ 17 ລ້ານຢູໂຣ ຫຼືປະມານ 172 ຕື້ກີບ ໃນຣະຍະ 2017-2020 ເພື່ອສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນ ໃນວຽກງານ ພັທນາເສຖກິດ-ສັງຄົມແຫ່ງຊາດ, ວຽກງານປົກຄອງ ທີ່ດີ ດ້ານສິດທິ ມະນຸດ ແລະການສ້າງຣັຖແຫ່ງກົດໝາຍ.

ຍ້ອນວ່າກົດໝາຍ ສປປລາວ ເຖິງປັດຈຸບັນ ກໍຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງພໍເທົ່າໃດ ແມ່ນແຕ່ຜູ້ນໍາສູງສຸດຂອງພັກ ກໍຍັງຮັບຮູ້ ຢູ່ໃນມະຕິ 9 ຂອງພັກວ່າ “ການຄຸ້ມຄອງຣັຖ, ຄຸ້ມຄອງສັງຄົມມີຫລາຍດ້ານ ບໍ່ທັນສັກສິດ, ເຂັ້ມງວດ ຕາມທີ່ໄດ້ ຣະບຸໄວ້ໃນ ກົດໝາຍ; ດັ່ງນັ້ນຈຶ່ງເຮັດໃຫ້ ສັງຄົມຢູ່ ສປປລາວ ໃນທີ່ຜ່ານມາ ແລະປັດຈຸບັນ ມີຄວາມຫຍຸ້ງຍາກ ສັບສົນ ວຸ້ນວາຍ.