ສັມພາດ ທ.ບຸນຍັງ ຖານະປາລະມີ
2015.04.23
ເນື່ອງ ໃນ ໂອກາດ ຄົບຮອບ 60 ປີ ຂອງການ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ວັນທີ 22 ມີນາ 2015, ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ແລະ ເລຂາທິການ ໃຫຽ່ ຂອງ ພັກ ໄດ້ ຮຽກຮ້ອງ ໃຫ້ ສະມາຊິກ ພັກ ຍຶດໝັ້ນ ຢູ່ກັບ ແນວທາງ ຂອງ ພັກ ແລະ ຫລັກການ ປະຕິວັດ ເພື່ອ ກ້າວ ຂຶ້ນສູ່ ສັງຄົມນິຍົມ, ແຕ່ວ່າ ນັກ ຮຽນຮູ້ ປັນຍາຊົນ ຫລາຍຄົນ ໃຫ້ ທັສນະ ວ່າ ມັນ ເປັນໄປ ບໍ່ໄດ້ດອກ ເພາະວ່າ ຜູ້ນໍາ ລາວ ທຸກມື້ນີ້ ເປັນ ນາຍທຶນ ໝົດແລ້ວ, ດັ່ງທ່ານ ໄດ້ ກ່າວວ່າ: ສຽງ..
ພ້ອມກັນ ນັ້ນ ກໍ ເດັດດ່ຽວ ຍຶດໝັ້ນ ນໍາ ອຸດົມການ ຂອງ ພັກ ເອົາໃຈໃສ່ ຄົ້ນຄວ້າ ທິສດີ ສລຸບ ພຶຕີກັມ ເສີມ ຂຍາຍ ຫົວຄິດ ປະດິດ ສ້າງ ແລະ ສະຕິ ປັນຍາ ໃນທົ່ວ ພັກ ເພື່ອ ສ້າງ ພື້ນຖານ ທາງດ້ານ ທິສດີ ສໍາລັບ ກໍານົດ ແນວທາງ ແຫ່ງ ການສືບຕໍ່ ຂຍາຍ ແລະ ບູຣະນະ ຣະບອບ ປະຊາທິປະໄຕ ປະຊາຊົນ ສ້າງ ປະຖົມ ປັດໄຈ ເພື່ອ ກ້າວຂຶ້ນສູ່ ສັງຄົມນິຍົມ ເທື່ອ ລະກ້າວ ຢູ່ ປະເທດ ເຮົາ ໃຫ້ ນັບມື້ ນັບ ຈະແຈ້ງ.
ຄໍາກ່າວ ຂອງ ທ່ານ ຈູມມະລີ ທີ່ ຢືນຢັນ ວ່າ ລາວ ຕ້ອງ ກ້າວຂຶ້ນສູ່ ຣະບອບ ສັງຄົມ ນິຍົມ ນີ້ ບໍ່ແມ່ນ ແຕ່ ສະເພາະ ໃນ ໂອກາດ ຄົບຮອບ 60 ປີ ຂອງການ ຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ເທົ່ານັ້ນ. ໃນ ກອງປະຊຸມ ໃຫຽ່ ຂອງ ພັກຄັ້ງ ທີ 9 ເດືອນ ມິນາ ປີ 2011 ທ່ານ ກໍໄດ້ກ່າວ ເຊັ່ນ ດຽວກັນ, ແລະ ຢູ່ ກອງປະຊຸມ ໃຫຽ່ ຂອງ ພັກ ທີ່ ກໍານົດ ມີຂຶ້ນ ໃນ ເດືອນ ມິນາ ປີ 2016 ກໍຄາດວ່າ ຈະເວົ້າ ຄືເກົ່າ.
ຊາວລາວ ຫລາຍໆ ຄົນ ບໍ່ວ່າ ຢູ່ ໃນປະເທດ ຫລື ຢູ່ ຕ່າງ ປະເທດ ຕ່າງ ກໍມັກຖາມ ກັນວ່າ ສັງຄົມ ນິຍົມ ແບບໃດ ທີ່ ພັກ ປະຊາຊົນ ປະຕິວັດ ລາວ ຈະ ນໍາພາ ປະຊາຊົນ ແລະ ປະເທດ ຊາຕ ກ້າວໄປສູ່ ນີ້? ເພາະວ່າ ເມື່ອໄດ້ ຟັງ ຫລາຍ ສິບ ປີ ມາແລ້ວ ການນໍາ ຂອງ ລາວ ກໍຍັງ ຍຶດໝັ້ນ ຢູ່ ໃນ ຄວາມເວົ້າ ອັນເກົ່າ ຄ້າຍຄື ກັນກັບ ບອກໃຫ້ ປະຊາຊົນ ຮູ້ວ່າ ມື້ນຶ່ງ ໃນ ຕໍ່ໜ້ານີ້ ພຣະສີອາຣິຍະເມຕໄຕ ຈະລົງມາ ໂຜດ.
ກ່ຽວກັບ ເຣື້ອງນີ້ ຂ້າພະເຈົ້າ ໄດ້ ມີ ໂອກາດ ຖາມ ຄໍາເຫັນ ຂອງ ທ່ານ ບຸນຍັງ ຖານະປາລະມີ ນັກຮຽນຮູ້ ປັນຍາຊົນ ຜູ້ ອາວຸດໂສ ຄົນນຶ່ງ ຈາກ ນະຄອນ ມົງເຣອານ ປະເທດ ຄານາດາ ເມື່ອ ຕົ້ນເດືອນ ເມສາ ປີ 2015 ນີ້. .ສຽງສັມພາດ.
ຄົນລາວ ທົ່ວໄປ ກໍມັກ ເວົ້າວ່າ ການທີ່ຈະ ເຮັດໃຫ້ ສັງຄົມ ມີຄວາມ ສະເໝີພາບ ໃນທຸກໆ ດ້ານ ຕາມ ອຸດົມການ ລັດທິ ສັງຄົມນິຍົມ ນັ້ນ ມັນ ເປັນການ ຝ່າຝືນ ກົດເກນ ທັມມະຊາຕ ຂອງ ມະນຸດ. ໃນ ທຸກ ມື້ນີ້ ຊາວລາວ ຢູ່ ໃນ ປະເທດ ໂດຍ ທົ່ວໄປ ແລ້ວ ເວົ້າວ່າ ຈະ ປົກຄອງ ດ້ວຍ ຣະບອບໃດ ກໍຢ່າ ຂໍແຕ່ ໃຫ້ ມີ ສິດ ເສຣີພາບ ໃນການ ຕໍານິ ຕິຊົມ ການ ນໍາພາ ຂອງພັກ ຂອງຣັຖ, ສິດທິ ພື້ນຖານ ຖືກ ຮັບປະກັນ ດ້ວຍ ຣະບຽບ ກົດໝາຍ ທີ່ ມີ ຄວາມ ເປັນທັມ ສາມາດ ສະແດງ ອອກ ໂຮມ ຊຸມນຸມ ຕັ້ງ ສະມາຄົມ ຢ່າງ ປາສຈາກ ການ ນາບຂູ່ ແລະ ມີສິດ ກໍານົດ ໂຊກ ຊະຕາກັມ ຂອງ ປະເທດ ຊາຕ ຮ່ວມກັບ ອໍານາດ ການ ນໍາພາ ກໍເປັນ ການດີ ຫລາຍແລ້ວ. ສະບາຍດີ