ການຕັດສິນທີ່ບໍ່ ເປັນທັມ

ສິດນີ
2017.05.16
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

ແຫລ່ງຂ່າວທີ່ເຊື່ອຖືໄດ້ ຣາຍງານວ່າ ຄົນງານລາວສາມຄົນ ຈາກໄທ ທີ່ຖືກທາງການລາວ ຈັບໃນຂໍ້ຫາ ທາງການເມືອງ ໃນນັ້ນມີ, ທ້າວ ສົມພອນ ພີມມະສອນ ທ້າວ ສຸການ ໃຈທັສ ແລະ ນາງຫລອດຄຳ ທັມມະວົງ ຖືກສານລາວ ຕັດສີນ ເມື່ອບໍ່ດົນມານີ້ ໃຫ້ຖືກຈໍາຄຸກ ເປັນເວລາ ຫລາຍສິບປີ ເປັນຕົ້ນ ທ້າວ ສົມພອນຖືກ 20 ປີ ທ້າວ ສຸການຖືກ 18 ປີ ແລະ ນາງຫລອດຄຳຖືກ 12 ປີ ທັງສາມ ຈະຖືກຂັງຢູ່ ຄຸກຊໍາເຄ້ ນະຄອນຫລວງວຽງຈັນ.

ການຕັດສິນດັ່ງກ່າວ ບໍ່ໄດ້ຜ່ານ ຂະບວນການ ຍຸຕິທັມ ແລະ ບໍ່ມີຣາຍງານ ໃນສື່ມວນຊົນ ໃນລາວ. ການຕັດສິນ ລົງໂທດ ຢ່າງຫນັກ ຕໍ່ຄົນງານລາວ ສາມຄົນ ຈາກໄທ ຂອງສານລາວ ເປັນການ ຕົກຕະລຶງ ຂອງອົງການ ຕ່າງຊາດ ແລະສາກົນ ຍ້ອນວ່າ ກຸ່ມດັ່ງກ່າວ ມີແຕ່ຮຽກຮ້ອງ ຄວາມເປັນທັມ ຈາກ ຣັຖບານລາວ ເປັນກຸ່ມຕໍ່ສູ້ ແບບສັນຕິ ທາງດ້ານ ສິດມະນຸດ ສີດທິ ການປາກເວົ້າ ສິດທິ ການສະແດງອອກ ແລະ ສິດທິ ຂັ້ນພື້ນຖານ ປະເພດຕ່າງ ໃນລາວ ເທົ່ານັ້ນ.

ສະຫະພັນ ສິດທິມະນຸດ ສາກົນ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ຮຽກຮ້ອງ ອີກໃຫມ່ ໃຫ້ທາງການລາວ ປ່ອຍຕົວ ຄົນງານລາວ ສາມຄົນໂດຍ ປາສຈາກ ເງື່ອນໄຂໃດໆ.

ທ່ານ ດີມີຕຣີ CHRISTOPOULOS ປະທານ ສະຫະພັນ ສິດທິມະນຸດ ສາກົນ ກ່າວວ່າ:

“ການຈຳຄຸກນັກເຄື່ອນໄຫວ ຄົນງານລາວ ເປັນເວລາເຖິງ 2 ທົສວັດ ນັ້ນຣັຖບານລາວ ໄດ້ປະລະການ ປະຕິບັດ ຕໍ່ສັນຍາ ສາກົນ ດ້ານສິດທິມະນຸດ ທີ່ລາວ ໄດ້ລົງນາມ. ມັນເຖິງ ເວລາແລ້ວ ທີ່ປະຊາຄົມ ສາກົນ ຈະຍົກເລີກ ການພົວພັນ ກັບ ລາວ ແລະປະນາມ ຣັຖບານລາວ ຢ່າງແຮງກ້າ ໃນການໂຈມຕີ ທັບມ້າງ ຂະບວນການ ຈັດຕັ້ງ ທາງສັງຄົມ ໃນລາວ".

ອິງຕາມຂໍ້ມູນ ທີ່ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ຮັບ, ໃນຕົ້ນເດືອນ ເມສາ ປີ 2017, ສານລາວ ໄດ້ຕັດສິນ ລົງໂທດ ຄົນງານລາວ ຈາກໄທ ທ້າວ ສົມພອນ ພິມມະສອນ ອາຍຸ 30 ປີ ເປັນເວລາ 20 ປີ ແລະ ທ້າວ ສຸການ ໃຈທັດ ອາຍຸ 33 ເປັນເວລາ 18 ປີ ແລະນາງ ຫລອດຄຳ ທັມມະວົງ ອາຍຸ 30 ປີ ເປັນ ເວລາ 12 ປີ.

ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສູນກາງ ຢູ່ ປະເທດຝຣັ່ງເສດ ຖແລງວ່າ ຍ້ອນຂາດ ຂໍ້ມູນ ແລະ ຄວາມກະຈ່າງແຈ້ງ ໃນເຣື້ອງນີ້ ຈື່ງເປັນການຍາກ ທີ່ຈະຮູ້ໄດ້ ຢ່າງແທ້ຈີງ ວ່າ ຄົນງານລາວ ສາມຄົນນີ້ ຖືກຕັດສິນ ໃນຂໍ້ກ່າວຫາ ຫຍັງແທ້ ທີ່ຂະເຈົ້າ ມີຄວາມຜິດ. ອົງການ ດັ່ງກ່າວ ຖແລງວ່າ:

”ການລົງໂທດຈຳຄຸກ ທ້າວ ສົມພອນ ທ້າວ ສຸການ ແລະ ນາງຫລອດຄຳ ສົ່ງສັນຍານ ທີ່ຢ້ານກົວໄປສູ່ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ທີ່ວ່າ ຣັຖບານລາວ ຈະບໍ່ຢັບຢັ້ງ ການທັບມ້າງ ກຸ່ມນັກເຄື່ອນໄຫວ ແລະ ກຸ່ມຕໍ່ຕ້ານ ອຳນາດ ການປົກຄອງ ແບບຜະເດັດການ ຂອງຕົນ ໃນລາວ".

ດັ່ງຍານາງ ວະນີດາ ເທພສຸວັນ ປະທານ ອົງການ ກ່າວກ່ຽວກັບ ເຣື້ອງນີ້ ໃນຕອນນື່ງວ່າ:

"ການຕັດສີນລົງໂທດ ສົມພອນ ສຸການ ແລະນາງຫລອດຄຳ ຢ່າງຮ້າຍໂຫດ ເປັນສັນຍານ ເຕືອນວ່າ ຣະບອບ ຜະເດັດການ ສປປລາວ ບໍ່ມີການ ໂຍະຍານ ໃດໆທັງສິ້ນ ຕໍ່ຜູ້ທີ່ຕິ ແລະວິຈານ ຄວາມບົກຜ່ອງ ແລະບໍ່ຖືກຕ້ອງ ຂອງເຈົ້າຫນ້າທີ່ ພັກ-ຣັດ".

ການຈັບກຸມແລະລົງໂທດ ຄົນງານລາວ ສາມຄົນ ຈາກໄທ ທ້າວ ສົມພອນ ທ້າວ ສຸການ ແລະ ນາງຫລອດຄຳ ຊື່ງທາງການລາວ ຕູ່ຫາວ່າ ພວກຂະເຈົ້າ ວິຈານ ຣັຖບານລາວ ຢ່າງຕໍ່ເນື່ອງ ໃນຂນະທີ່ ພວກຂະເຈົ້າ ເຮັດວຽກໃນໄທ, ທັງສາມ ໄດ້ລົງ ຂໍ້ມູນໃນ FACEBOOK ໂຈມຕີ ຣັຖບານລາວ ກ່ຽວກັບ ການສໍ້ຣາຊ ບັງຫລວງ ໃນລາວ ການຕັດໄມ້ ທຳລາຍປ່າ ການຣະເມີດ ສີດທິມະນຸດ. ໃນມື້ວັນທີ 2 ທັນວາ ປີ 2015 ນາງຫລອດຄຳ ທ້າວ ສຸການ ແລະ ທ້າວ ສົມພອນ ແມ່ນຢູ່ໃນ ຂະບວນການ ຄົນງານລາວ 30 ຄົນ ທີ່ໄປປະທ້ວງ ຕໍ່ຫນ້າ ສະຖານທູດລາວ ທີ່ບາງກອກ.

ທ້າວ ສົມພອນ ທ້າວ ສຸການ ແລະ ນາງຫລອດຄຳ ຖືກຈັບ ໃນເດືອນ ມີນາ ປີ 2016 ຫລັງຈາກ ເມື່ອຍາມບ້ານ ໃນມື້ວັນທີ 18 ກຸມພາ ປີ 2016 ເພື່ອໄປຕໍ່ ຫນັງສື ໃບຜ່ານແດນ ເຂົ້າມາເຮັດວຽກ ໃນໄທ ແບບຖືກຕ້ອງ ຕາມກົດຫມາຍ ຫລັງຈາກ ຫນັງສື ຫມົດກຳນົດ.

ໃນມື້ວັນທີ 4 ມີນາ ປີ 2016 ເຈົ້າຫນ້າທີ່ ຕຳຣວດລາວ ໄດ້ຈັບນາງ ຫລອດຄຳ ແລະ ທ້າວ ສົມພອນ ທີ່ ເຮືອນ ຂອງຄອບຄົວ ນາງ ຫລອດຄຳ ທີ່ບ້ານວັງໃຕ້ ເມືອງ ຫນອງບົກ ແຂວງ ຄຳມ່ວນ ແລະ ທ້າວ ສຸການ ໃນມື້ວັນທີ 22 ມີນາ ປີ 2016 ຢູ່ຫອ້ງການ ຮັກສາ ຄວາມປອດພັຍ ພາຍໃນ ທີ່ແຂວງ ສວັນນະເຂດ ໃນ  ຂນະທີ່ລາວ ມາຕໍ່ ຫນັງສື.

ໃນວັນທີ 25 ພືສພາ ປີ 2016 ຜູ້ຕ້ອງຫາ ທັງສາມ ຖືກນຳມາ ປາກົດຕົວ ຕໍ່ ໂທລະທັດ ຫ້ອງການ ສູນກາງ ປກສ ທີ່ນະຄອນຫລວງ ວຽງຈັນ ເພື່ອໃຫ້ຮັບ ສາຣະພາບ ຄວາມຜິດ ໃນຂໍ້ກ່າວຫາ ນາບຂູ່ ຄວາມຫມັ້ນຄົງ ຂອງຊາດ ດ້ວຍການໃຊ້ ສື່ສັງຄົມ ອອນລາຍ ໃນການທັບມ້າງ ຊື່ສຽງ ແລະ ພາບພົດ ຂອງ ທາງການລາວ.

ກ່ຽວກັບການຕັດສີນ ຂອງສານລາວ ພັນທະມີດ ເພື່ອ ປະຊາທິປະຕັຍ ໃນລາວ ກ່າວວ່າ:

"ຂ້າພະເຈົ້າວ່າ ການຕັດສິນ ໂດຍທາງລັບ ຫມາຍຄວາມວ່າ ບໍ່ຖືກຕ້ອງ ຜິດກັບ ຈັນຍາບັນ ຂອງ ຄວາມເປັນຄົນ ເຮົາກະຍັງ ບໍ່ຮູ້ວ່າ ສາມຄົນນີ້ ຄື ທ້າວສົມພອນ ທ້າວ ສຸການ ແລະ ນາງຫລອດຄຳ ນີ້ ຄວາມຜີດ ເຂົາແມ່ນອັນໃດ ທີ່ເພີ່ນກ່າວຫາ  ຖ້າເພີ່ນສິກ່າວຫາ ລວມໆວ່າຜິດ ຂໍ້ຫາ ທາງການເມືອງ ຫລືຂໍ້ຫາ ຕໍ່ຕ້ານ ຣະບອບ ການປົກຄອງ ຂອງພວກເພິ່ນນັ້ນ ອັນນີ້ເພິ່ນ ກໍລະເມີດ ສິດທິການ ເປັນ ຜົລເມືອງລາວ ຂອງຂະເຈົ້າ, ຄັນຊັ້ນ ເພີ່ນຢາກຈັບຜູ້ໃດ ກໍຈັບໄປ ກ່າວຫາວ່າ ເປັນຜູ້ຕໍ່ຕ້ານ ການປົກຄອງ ຂອງເພີ່ນ ມັນກໍບໍ່ ສົມຄວນ ຖ້າວ່າເພີ່ນ ຢາກຢູ່ໃນສັງຄົມ ຂອງ ໂລກມະນຸດ".

ທີ່ຜ່ານມາ ອົງການ ຕ່າງຊາດ ຫລາຍອົງການໄດ້ ປະນາມ ຣັຖບານລາວ ໃນການຈັບກຸມ ຄົນງານລາວ ສາມຄົນ ຈາກໄທ ຢ່າງຮຸນແຮງ ເປັນຕົ້ນ ອົງການ ສີ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ຫລື HUMAN RIGHTS WATCH ໃນມື້ວັນທີ 5 ເດືອນ ມີນາ ຜ່ານມາກໍໄດ້ ອອກຖແລງການ ປະນາມ ຣັຖບານລາວ ໃນການຈັບກຸມ ແລະ ກັກຂັງ ກຸ່ມດັ່ງກ່າວ ຕ້ອງການ ຢາກໃຫ້ ທາງການລາວ ປ່ອຍຕົວ ພວກຂະເຈົ້າ ປາສຈາກ ເງື່ອນໄຂໃດໆ ທ່ານ PHIL ROBERTSON ຮອງ ຜູ້ອຳນວຍການ ອົງການ ດັ່ງກ່າວ ເວົ້າວ່າ ທຸກຢ່າງ ຖືກປົກປິດ ທາງການລາວ ບໍ່ໄດ້ເປີດເຜີຍ ຂໍ້ມູນ ກ່ຽວກັບການ ຈັບກຸມ ແລະວ່າ ເປັນການກະທຳ ທີ່ຂັດກັບ ສົນທິສັນຍາ ວ່າດ້ວຍ ສິດທິມະນຸດ ທີ່ຣັຖບານລາວ ໄດ້ຮັບຮອງ ເອົາ.

ຍານາງ ວະນິດາ ກ່າວເພີ້ມອີກວ່າ:

"ສປປລາວໄດ້ສະແດງ ອີກເທື່ອໃຫມ່ ຢ່າງຈະແຈ້ງ ໃຫ້ ປະຊາຄົມໂລກ ຮູ້ວ່າ ສປປລາວ ຢຽບຢໍ່ຳ ບໍ່ເຄົາຣົບ ແລະ ບໍ່ປະຕິບັດ ກົດສິດທິ ປະຊາທິປະຕັຍ ນານາຊາດ ຊື່ງລາວເອງ ໄດ້ເຊັນ ຮັບຮູ້".

ຫ້ອງການສິດທິມະນຸດ ສະຫະປະຊາຊາດ ປະຈຳບາງກອກ ກໍໄດ້ຕິດຕາມ ຄະດີ ດັ່ງກ່າວ ໂດຍໄດ້ ເຮັດຫນັງສື ໄປຫາ ຣັຖບານລາວ ໃນມື້ວັນທີ 25 ກໍຣະກະດາ ປີ 2016 ເພື່ອຕິດຕາມ ຄວາມຄືບຫນ້າ ຂອງຄະດີ ຊື່ງໃນເວລານັ້ນ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ.

ອົງການນິຣະໂທດກັມສາກົນ ໄດ້ຊັກຊວນ ໃຫ້ຄົນລາວ ແລະ ຄົນຕ່າງຊາດ ໃນທົ່ວໂລກ ຂຽນຫນັງສື ຫາ ຣັຖບານລາວ ໃຫ້ປ່ອຍ ຄົນງານລາວ ສາມຄົນນີ້ ແລະໃຫ້ຍຸຕິ ການບີບບັງຄັບ ການຫາຍສາບສູນ ໃນລາວ.

ຄົນງານລາວສາມຄົນ ເປັນລູກຫລານ ຂອງຄົນລາວ ຜູ້ທຸກຍາກ ເຂົ້າໄປຊອກຫາ ວຽກເຮັດງານທຳ ໃນປະເທດໄທ ເພື່ອຫາລາຍ ໄດ້ຊ່ອຍ ຄອບຄົວ ຫລາຍຄົນ ກໍສ່ຽງຕາຍໄປ ແລະ ຫລາຍຄົນ ກໍຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ແລະ ຄ້າປະເວນີ ໃນໄທ ຫລາຍຄົນ ກໍ ຫາຍສາບສູນ.

ເຖິງຢ່າງໃດກໍຕາມ ນັກວິຊາການ ລາວ ທ່ານນຶ່ງເວົ້າວ່າ ການຕັດສີນ ຂອງສານລາວ ກ່ຽວກັບ ຄົນງານລາວ ສາມຄົນ ຈາກໄທ ໃຫ້ຖືກຄຸກ ເປັນເວລາ ສອງ ທົສວັດ ດັ່ງກ່າວ ເປັນການຕັດສີນ ທີ່ບໍ່ເປັນທັມ ເປັນການຕັດສີນ ຄະດີ ຝ່າຍດຽວ ປາສຈາກ ຂໍ້ມູນ ແລະ ຜ່ານຂັ້ນຕອນ ຂະບວນການ ຍຸຕິທັມ ໂດຍ ຜູ້ຕ້ອງຫາ ບໍ່ມີ ທະນາຍຄວາມ ໃນການຕໍ່ສູ້ ຄະດີ ໃນສານ ແຕ່ຢ່າງໃດ. ສານລາວ ບໍ່ເປັນທີ່ຍອມຮັບ ຂອງ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.