0:00 / 0:00
ຫົວຂໍ້ ທີ່ ພວກເຮົາ ຈະ ລົມກັນ ມື້ນີ້ ກໍຄື ຂໍ້ຂັດແຍ້ງ ທີ່ດິນ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໂດຍ ສະເພາະ ໂຄງການ ສ້າງ ສນາມບິນ ຊຶ່ງ ເປັນນຶ່ງ ໃນ ໂຄງການ ເຂດ ເສຖກິດ ພິເສດ. ເມື່ອວັນທີ 30 ເມສາ ໜັງສືພິມ ວຽງຈັນ ທາມສ໌ ໄດ້ ຣາຍງານ ວ່າ ຣັຖບານ ລາວ ໂດຍ ສະເພາະ ຄະນະ ກັມມະການ ຄຸ້ມຄອງ ເຂດ ເສຖກິດ ພິເສດ ໄດ້ ປະຊຸມ ກັບ ເຈົ້າຂອງ ບໍຣິສັດ ດອກງີ້ວຄຳ ຫລື ບໍຣິສັດ ຄິງໂຣແມນສ໌ ເພື່ອ ໃຫ້ມີການ ດັດແກ້ ຂໍ້ ຕົກລົງ ທີ່ ເຊັນກັນ ໄວ້ກ່ອນ. ຜ່ານມາ ພວກເຮົາ ກໍໄດ້ ນຳມາ ສົນທະນາ ສູ່ທ່ານ ຜູ້ຟັງ ໄປແລ້ວ ແຕ່ ໄດ້ເອົາມາ ສົນທະນາ ກັນອີກ ໃນມື້ນີ້ ກໍຍ້ອນ ໄດ້ຍິນວ່າ ທາງ ຣັຖບານ ຈະມີການ ດັດແກ້ ຂໍ້ ຕົກລົງ ຫລື ປັບປຸງ ຂໍ້ ຕົກລົງ ໃໝ່.
