ສະຫະພັນແມ່ຍິງລາວ ຮຽກຮ້ອງ ຄວາມສເມີພາບ

ສຸພັດຕາ
2020.03.06
F-Lao-women ແມ່ຍິງລາວ ຢູ່ແຂວງພາກໃຕ້ ຂອງລາວ
RFA/SS

ເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສວັນນະເຂດ ຢາກສເນີໃຫ້ຣັຖບານ ສນັບສນູນ ງົບປະມານໂຄສະນາ ຕ້ານການຄ້າມະນຸດ ໄປຍັງ ນະຄອນໄກສອນ ພົມວິຫານ ເນື່ອງຈາກວ່າ ນະຄອນໄກສອນ ພົມວິຫານ ບໍ່ເຄີຍໄດ້ຮັບງົບປະມານ ຫຼື ມີໂຄງການພາຍໃນ ແລະຕ່າງ ປະເທດ ເຂົ້າມາຊ່ອຍເຫຼືອວຽກງານດັ່ງກ່າວ.

ໃນຂນະທີ່ປັດຈຸບັນ ແມ່ຍິງຢູ່ເຂດຫ່າງໄກສອກຫຼີກສ່ວນໃຫຍ່່ ເມື່ອຮຽນຈົບຊັ້ນປະຖົມແລ້ວ ຈະອອກໂຮງຮຽນຂ້າມໄປເຮັດວຽກຢູ່ຝັ່ງໄທ ເພື່ອຫາເງິນມາລ້ຽງຄອບຄົວ ບາງເທື່ອໂຊກຮ້າຍ ກໍຕົກເປັນເຫຍື່ອຖືກຫຼອກລວງ ໄປຄ້າປະເວນີ ຍ້ອນພວກເຂົາເຈົ້າ ບໍ່ມີຄວາມຮູ້ກ່ຽວກັບ ການຄ້າມະນຸດ, ລະຍະຜ່ານມາ ກໍມີແມ່ຍິງລາວ ສອງເອື້ອຍນ້ອງ ໄປເຮັດວຽກຢູ່ປະເທດໄທ ກໍຖືກຄ້າປະເວນີ ແຕ່ເຈົ້າໜ້າທີ່ ກໍຊ່ອຍກັບຄືນ ລາວໄດ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 6 ມີນາ ນີ້ວ່າ:

“ບໍ່ມີທຶນຫຍັງເລີຍ ດຽວນີ້ນະ ໂຄງການຫຍັງກໍບໍ່ເຂົ້າມາເລີຍ ຢູ່ໃນນະຄອນໄກສອນ ນີ່ເນາະ ລະຍະຜ່ານມາຫຼາຍປີຫຼັງຫັ່ນ ມີ 2 ເອື້ອຍນ້ອງ ແມ່ນຢູ່ໄທ ບໍ່ມີພີ່ບໍ່ມີນ້ອງຢູ່ຝັ່ງນັ້ນ ຄືຖືກຫຼອກລວງໄປ ຈັ່ງໃດຕ້ອງໄດ້ລົງໂຄສະນາຊ່ວຍເຫຼືອຂະເຈົ້າຈະໄດ້ໃຫ້ ຄວາມຮູ້ຕື່ມແລະກໍເຂົາເຈົ້າ ມີຈິດສໍານຶກ ວ່າຄັນໄປທໍາງານ ຕ້ອງລະວັງ ຢາກໃຫ້ເຂົາເຈົ້າຮູ້ວ່າ ກ່ອນສິຕົກເປັນເຫຍື່ອ ມັນຈະມີແບບໃດແດ່.”

ທ່ານເວົ້າວ່າຢາກໃຫ້ຣັຖບານ ແລະພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂບັນຫາດັ່ງກ່າວ ເຖິງແມ່ນວ່ານະຄອນໄກສອນ ພົມວິຫານ ບໍ່ມີຊາຍແດນ ຕິດຈອດກັບປະເທດຈີນ ກໍຕາມ ແຕ່ປັດຈຸບັນ ຄົນຈີນໄດ້ເຂົ້າມາລົງທຶນ ປະກອບທຸຣະກິຈຢູ່ພາຍໃນແຂວງ ຫຼາຍຂຶ້ນອີກທັງແມ່ຍິງພາຍໃນ ນະຄອນໄກສອນ ພົມວິຫານ ຈໍານວນນຶ່ງ ກໍໄດ້ແຕ່ງງານກັບ ນັກທຸຣະກິຈຈີນ ແຕ່ຍັງບໍ່ໄດ້ຮັບຣາຍງານວ່າ ຖືກຕົວະຍົວະໄປ ຂາຍຢູ່ຈີນ ຄືກັບແຂວງຫຼວງນໍ້າທາ ຫຼືອຸດົມໄຊ ຫຼືບໍ່.

ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງຊຽງຂວາງ ຢາກສເນີໃຫ້ຣັຖບານ ສືບຕໍ່ວຽກງານສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ໃຫ້ກໍານົດອັດຕຣາສ່ວນ ຍິງ-ຊາຍ ໃຫ້ເທົ່າທຽມກັນ ໃນການປະກອບສ່ວນ ມີຮ່ວມຕັດສິນໃຈ ໃນທຸກບົດບາດ ວຽກງານ ແລະ ທຸກຕໍາແໜ່ງ ຍ້ອນວ່າ ລະຍະຜ່ານມາ ພາຍໃນແຂວງ ອັດຕຣາສ່ວນຜູ້ຊາຍ ທີ່ເປັນຫົວໜ້າແລະຮອງຜແນກຫ້ອງການ ແລະ ຮອງຂແນງການອື່ນໆຍັງມີ ຫຼາຍກວ່າຜູ້ຍິງ ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂອງຜແນກເຮົາ ຄັນຊິທຽບໃສ່ຫັ່ນ ຜູ້ຍິງເຮົາມັນກໍໜ້ອຍ ໜ້ອຍມັນກໍບໍ່ທັນຫຼາຍເນາະ 10 ຄົນນິ່ ສິມີປະມານ 1-2 ຄົນ ນິ່ແຫຼະນ້ອງ ກໍໜ້ອຍໆ ປັດຈຸບັນນີ້ ຍັງໜ້ອຍ ເພິ່ນກໍວ່າສິສ້າງ ສ້າງນັ້ນແຫຼະເນາະ ແຕ່ວ່າເບິ່ງຄວາມສາມາດ ໂຕຈິງ ຂອງອ້າຍນ້ອງແມ່ຍິງ ເຮົານັ້ນແຫຼະ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ຂໍ້ສເນີດັ່ງກ່າວບໍ່ແມ່ນເພື່ອປໂຍດແຕ່ສະເພາະແມ່ຍິງເທົ່ານັ້ນ ແຕ່ເພື່ອປໂຍດຕໍ່ທຸກເພດທຸກໄວໃນການປະຕິບັດ ວຽກງານນໍາດ້ວຍ ເພາະການເຄື່ອນໄຫວ ວຽກງານຕ່າງໆ ແມ່ຍິງກັບຜູ້ຊາຍ ຕ້ອງໄດ້ມີສ່ວນຮ່ວມນໍາກັນ.

ນອກຈາກນີ້ພະນັກງານແມ່ຍິງ ທີ່ເຮັດໃນໂຮງງານຕັດຫຍິບຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນກໍຢາກໃຫ້ຣັຖບານໃຫ້ຄວາມສໍາຄັນ ກັບແມ່ລູກອ່ອນ ໂດຍເພີ້ມວັນລາພັກເກີດລູກ ຈາກທີ່ກໍານົດໄວ້ 3 ເດືອນ ໃຫ້ເພີ້ມເປັນ 6 ເດືອນ ເພື່ອໃຫ້ແມ່ ມີເວລາໃຫ້ນົມລູກຢ່າງ ເຕັມເມັດເຕັມໜ່ວຍ ຕາມທີ່ອົງການອະນາມັຍໂລກ ໄດ້ແນະນໍາວ່າ ໃຫ້ແມ່ລ້ຽງລູກດ້ວຍນົມແມ່ ນັບແຕ່ມື້ເກີດ ຈົນຮອດ 6 ເດືອນ, ດັ່ງ ນາງກ່າວວ່າ:

“ຕອນຂ້ອຍເກີດລູກຫັ່ນ ຕອນນັ້ນແມ່ນ 3 ເດືອນເນາະລາພັກ ກົດໝາຍມາແນວນັ້ນ ຕາມໃຈເຮົາກໍຢາກໄດ້ຫຼາຍເດືອນ ແຕ່ວ່າບໍຣິສັດນີ້ ມີແຕ່ວ່າ ຄັນກາຍນັ້ນ ມີແຕ່ອອກເລີຍ.”  

ພະນັກງານຜູ້ນີ້ ກ່າວຕື່ມອີກວ່າ ທີ່ຜ່ານມາ ຕອນທີ່ຕົນຖືພາ ແລ້ວກໍໄດ້ໃຊ້ສິດ ລາພັກເກີດລູກ ກັບທາງບໍຣິສັດ ແຕ່ກໍຮູ້ສຶກວ່າ ບໍ່ພຽງພໍ ເນື່ອງຈາກວ່າ ພາຍຫຼັງເກີດລູກ 3 ເດືອນ ຕົນກັບຄືນມາເຮັດວຽກ ເຖິງເວລາພັກກິນ ເຂົ້າທ່ຽງ ຕົນຕ້ອງໄດ້ຂີ່ຣົດຈັກ ເມືອບ້ານເພື່ອໄປ ສົ່ງນົມລູກ ຫາກຕົນຈະລາພັກ ເກີດລູກ ຫຼາຍກວ່າ 3 ເດືອນນັ້ນ ທາງບໍຣິສັດ ກໍບໍ່ຍອມ ຕົນຈະຕ້ອງໄດ້ລາອອກ.

ແລະ ເຈົ້າໜ້າທີ່ ສູນພັທນາ ແມ່ຍິງພິການລາວ ຢາກສເນີວ່າ ຢາກໃຫ້ສູູນກາງສະຫະພັນແມ່ຍິງລາວ ນໍາເຣື່ອງງົບປະມານສນັບສນຸນ ແມ່ຍິງພິການ ໃຫ້ມີອາຊີບ ສ້າງຄວາມອາດສາມາດໃຫ້ແມ່ຍິງພິການລາວ ເຂົ້າໄປແຜນຍຸທສາດ ການພັທນາແມ່ຍິງ ໃນ ສປປລາວ ນໍາດ້ວຍ.

ເນື່ອງຈາກວ່າ ທີ່ຜ່ານມາ ສູນພັທນາ ແມ່ຍິງພິການລາວ ບໍ່ເຄີຍໄດ້ຮັບງົບປະມານ ການຊ່ອຍເຫຼືອ ຈາກທາງການລາວ ຕ້ອງໄດ້ຊອກຫາ ແຫຼ່ງທຶນຈາກພາຍໃນແລະຕ່າງປະເທດ ດ້ວຍຕົນເອງ ເຮັດໃຫ້ແມ່ຍິງພິການຈໍານວນນຶ່ງ ຝຶກອົບຮົມ ຫຼັກສູດ ອົບຮົມ ສ້າງອາຊີບສໍາເຣັດ ແລ້ວຈໍານວນນຶ່ງວ່າງງານ ແລະຈໍານວນນຶ່ງໄປ ເປັນກັມມະກອນ ແຕ່ບໍ່ໄດ້ເປັນເຈົ້າຂອງທຸຣະກິຈ ຍ້ອນວ່າ ສູນ ບໍ່ມີງົບປະມານໃນການ ສນັບສນຸນ ອຸປກອນ ປະກອບອາຊີບ ໃຫ້ພວກເຂົາເຈົ້າ ພາຍຫຼັງທີ່ ຝຶກອົບຮົມສໍາເຣັດ, ດັ່ງທີ່ທ່່ານ ກ່າວວ່າ:

“ພວກເຮົາກໍຍັງເວົ້າເຣື້ອງຂາດເຂີນ ທາງດ້ານງົບປະມານ ທີ່ຈະມາຈັດຊື້ອຸປກອນເຄື່ອງມື ໃຫ້ກັບແມ່ຍິງທີ່ຮຽນຈົບ ຈາກເຮົາ ທີ່ຈະສາມາດ ໃຫ້ເຂົາເຈົ້າ ໄປຣິເຣີ້ມທຸຣະກິຈ ຫຼືວ່າ ຣິເຣີ້ມການດໍາລົງຊີວິດ ຂອງເຂົາເຈົ້າໄດ້.”

ທ່ານກ່າວຕື່ມວ່າ ຂໍ້ສເນີດັ່ງກ່າວ ບໍ່ແມ່ນເຈົ້າໜ້າທີ່ ພາກັນຄິດຂຶ້ນມາເອງ ແຕ່ວ່າ ເປັນການຮວບຮວມຄວາມເຫັນ ຈາກແບບສອບຖາມ ປະເມີນຄວາມເພີງພໍໃຈ ຈາກແມ່ຍິງພິການລາວ ທັງກ່ອນ ແລະຫຼັງ ການຝຶກອົບຮົມສ້າງອາຊີບ ທຸກຄົນຕ່າງກໍລົງ ຄວາມເຫັນເປັນສຽງ ດຽວກັນວ່າ ຢາກໃຫ້ແມ່ຍິງພິການ ໄດ້ເຂົ້າໄປມີສ່ວນຮ່ວມ ກັບບັນດາ ສະຫະພັນແມ່ຍິງ ຫຼືກະຊວງຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ພວກເຂົາ ເຈົ້າມີບົດບາດເທົ່າທຽມ ກັບຄົນໃນສັງຄົມ.

ວັນແມ່ຍິງ ສາກົນ ປີນີ້ ຖືເປັນວັນຄົບຮອບ 110 ປີ, ເຊິ່ງວັນດ່ັງກ່າວ ເກີດຂຶ້ນ ຈາກ ກັມມະກອນແມ່ຍິງ ໃນໂຮງງານຕໍ່າຜ້າ ໃນຣັຖ ນິວຢ໊ອກ ປະເທດສະຫະຣັຖ ອະເມຣິກາ ໄດ້ປະທ້ວງນາຍຈ້າງ ໃຫ້ເພີ້ມຄ່າແຮງງານ ແລະ ຮຽກຮ້ອງ ສິດທິຂອງພວກນາງ ແຕ່ສຸດທ້າຍ ມີແມ່ຍິງ 119 ຄົນ ເສັຍຊີວິດ ຈາກເຫດການດັ່ງກ່າວ ຍ້ອນມີຄົນລັກວາງເພີງເຜົາໂຮງງນ ທີ່ພວກເຂົາເຈົ້າຊຸມນຸມກັນ ເຫດການທັງໝົດນີ້ ເກີດຂຶ້ນໃນວັນທີ 8 ເດືອນ ມີນາ ປີ 1857 ເຮັດໃຫ້ທີ່ປະຊຸມ ສະມັດຊາແມ່ຍິງ ສັງຄົມນິຍົມ ສາກົລ ປີ 1910 ຖືເອົາວັນທີ 8 ເດືອນ ມີນາ ຂອງທຸກປີ ເປັນວັນຣະລຶກເຖິງ ຄວາມສໍາຄັນ ຂອງແມ່ຍິງໄວເຮັດວຽກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.