ປີນີ້, ທາງການລາວ ຈະເອົາໃຈໃສ່ ສົ່ງເສີມ, ປົກປ້ອງ ສິດທິມະນຸສ

ພູວົງສ໌
2024.02.21
ປີນີ້, ທາງການລາວ ຈະເອົາໃຈໃສ່ ສົ່ງເສີມ, ປົກປ້ອງ ສິດທິມະນຸສ ທຸກຊາຕ ປະເທດສະມາຊິກອາຊ້ຽນ ຖືກນຳຂຶ້ນເສົາ ປະດັບປະດາ ທີ່ທ່າວັດຈັນ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເມື່ອຄັ້ງປະເທດລາວ ເປັນປະທານວຽນອາຊ້ຽນ ເມື່ອປີ 2016 (PV). ວັນທີ 5 ເດືອນກັນຍາ ປີ 2016.
RFA

ເມື່ອວັນທີ 12 ກຸມພາ ທີ່ຜ່ານມານີ້, ສຳນັກຂ່າວ ໜັງສືພິມວຽງຈັນທາມສ໌ ໄດ້ອອກບົດຣາຍງານ ສັມພາດ ທ່ານ ຢົ້ງ ຈັນທະລັງສີ, ໃນຖານະເປັນນຶ່ງ ໃນຄະນະກັມມາທິການ ລະຫວ່າງຣັຖບານອາຊ້ຽນ ວ່າດ້ວຍສິດທິມະນຸສ ຫຼື ASEAN Intergovernmental Commission on Human Rights ຫຼືເອີ້ນງ່າຍໆວ່າ ໄອ່ເຊີ້ (AICHR) ວ່າ ປີນີ້ ໃນຖານະ ເປັນປະທານວຽນອາຊ້ຽນ, ຣັຖບານລາວ ຈະເອົາໃຈໃສ່ ມີສ່ວນຮ່ວມ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸສ ຮ່ວມກັບບັນດາປະເທດອາຊ້ຽນ.

ທ່ານເນັ້ນໜັກວ່າ ຄະນະຜູ້ແທນລາວ ຈະເອົາໃຈໃສ່ ຮ່ວມກັບຄະນະຜູ້ແທນ ຈາກປະເທດເພື່ອນມິຕໃນອາຊ້ຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິມະນຸສ ໃນພາກພື້ນນີ້.

ທ່ານ ຢົ້ງ ກ່າວວ່າ:

“ໃນຖານະຕາງໜ້າຣັຖບານລາວ ຄະນະຜູ້ແທນລາວ ຖືກຮັບຮູ້ຈາກບັນດາປະເທດອາຊ້ຽນວ່າ ລາວ ເປັນປະເທດທີ່ເອົາໃຈໃສ່ ໃນວຽກງານສິດທິມະນຸສ ໃນຊຸມປີຫຼັງໆມານີ້ ແລະ ພາລະກິຈ ແລະ ຄວາມຄາດຫວັງ ຂອງທ່ານ ແມ່ນຈະສືບຕໍ່ ຮັກສາພາບພົດນີ້ ໄວ້ໃຫ້ດີ.”

ທ່ານກ່າວຕື່ມວ່າ:

“ປະເທດລາວ ຖືເປັນປະເທດນຳໜ້າ ໃນວຽກງານສິດທິມະນຸສ ອັນເປັນຮອງພຽງແຕ່ປະເທດຟິລິບປິນສ໌ ແລະ ອິນໂດເນເຊັຽເທົ່ານັ້ນ, ເຊິ່ງມັນໄດ້ສະແດງອອກຜ່ານ ການເຊັນສົນທິສັນຍາສາກົລຕ່າງໆ ກ່ຽວກັບສິດທິມະນຸສ ທີ່ກວມເອົາ ສິດທິທາງດ້ານການເມືອງ-ພົລເມືອງ, ສິດທິໃນການສະແດງອອກ-ປາກເວົ້າຂີດຂຽນ, ແລະ ສິດທິທາງດ້ານເສຖກິຈ-ວັທນະທັມ.”

ກ່ຽວກັບເຣື່ອງນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຜູ້ທີ່ຕິດຕາມ ເຣື່ອງສິດທິມະນຸສໃນລາວ ຫຼາຍຄົນ, ເຊິ່ງແຕ່ລະຄົນ ກໍໃຫ້ທັສນະ ທີ່ແຕກຕ່າງກັນໄປ, ແຕ່ກໍຖືວ່າ ເປັນນິມິຕໝາຍທີ່ດີ ທີ່ຣັຖບານລາວ ມີຄວາມປະສົງ ທີ່ຈະສົ່ງເສີມ ແລະ ປົກປ້ອງສິດທິມະນຸສໃນລາວ ຕາມຄຳກ່າວ ຂອງທ່ານ ຢົ້ງ ຈັນທະລັງສີ, ໃນຖານະຜູ້ແທນຣັຖບານລາວ ແລະ ປະທານ ຄະນະກັມມາທິການ ລະຫວ່າງຣັຖບານອາຊ້ຽນ ວ່າດ້ວຍສິດທິມະນຸສ.

ມາດາມ ອັງຄະນາ ນີລະພັຍຈິຕ, ອະດີດກັມມະການສິດທິມະນຸສ ແຫ່ງປະເທດໄທຍ ທີ່ໄດ້ຕິດຕາມບັນຫາສິດທິມະນຸສໃນລາວ ມາຫຼາຍປີນັ້ນ, ໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອວັນທີ 15 ກຸມພາ ທີ່ຜ່ານມາວ່າ ຖືເປັນເຣື່ອງທີ່ດີ ທີ່ຣັຖບານລາວ ມີຄວາມປະສົງ ຈະສົ່ງເສີມ ແລະ ປົກປ້ອງສິດທິມະນຸສ, ແຕ່ຍານາງ ກໍຢາກໃຫ້ຄຳກ່າວນັ້ນ ຖືກປະຕິບັດ ຢ່າງເປັນຮູບປະທັມ ເປັນຕົ້ນວ່າ ຣັຖບານລາວ ຄວນທົບທວນຄືນ ໃຫ້ມີການຈັດກອງປະຊຸມ ເວທີພາກປະຊາຊົນ ຫຼື (APF) ໃນປະເທດລາວ ໃນປີນີ້ ເພື່ອສະແດງຄວາມຈິງໃຈ ແລະ ຄວາມເປັນຜູ້ນຳ ໃນວຽກງານສິດທິມະນຸສ ເທິງເວທີອາຊ້ຽນ.

“ໃນທຸກປີ, ເວລາທີ່ມີການຈັດກອງປະຊຸມອາຊ້ຽນ ກໍຈະມີການຈັດກອງປະຊຸມ ຄູ່ຂນານພ້ອມ, ໂດຍຈະມີການປະຊຸມ ໃນປະເທດທີ່ເປັນປະທານ. ໃນປີນີ້, ອັນທຳອິດນີ້ ພາກປະຊາສັງຄົມນີ້ ຣາຍງານວ່າ ຣັຖບານສປປລາວ ນີ້, ບໍ່ອະນຸຍາດໃຫ້ຈັດກິຈກັມ ກັບພາກປະຊາສັງຄົມ. ກໍເລີຍຕ້ອງຍ້າຍໄປຈັດທີ່ ຕິມໍຕາເວັນອອກ, ເຊິ່ງກໍຣະນີ ນີ້, ກໍຢາກຈະໃຫ້ ມີການທົບທວນ ແລ້ວກໍໃຫ້ມີການເປີດກວ້າງ ທີ່ຈະຮັບຄວາມຄຶດເຫັນ ຂອງພາກປະຊາສັງຄົມ ແລ້ວກໍນັກສິດທິມະນຸສ ທັງທີ່ເຮັດວຽກ ໃນປະເທດລາວ ແລ້ວກໍເຮັດວຽກ ໃນພາກພື້ນອາຊ້ຽນນຳ.”

ມາດາມ ອັງຄະນາ ກ່າວຕື່ມວ່າ ບໍ່ພຽງແຕ່ໃຫ້ມີການ ຈັດກອງປະຊຸມເທົ່ານັ້ນ, ຣັຖບານລາວ ຄວນເປີດກວ້າງເສຣີພາບ ໃນການສະແດງອອກ ອັນເປັນສ່ວນສຳຄັນ ໃນການສົ່ງເສີມສິດທິມະນຸສ ຢ່າງຈິງໃຈ.

“ແຕ່ວ່າສິ່ງນຶ່ງ, ເຊິ່ງໜ້າຈະຍັງເປັນຂໍ້ກັງວົນ ກໍຄືເຣື່ອງຂອງສິດທິພົລເມືອງ ແລະ ສິດທິທາງການເມືອງ ທີ່ຢາກໃຫ້ ຣັຖບານສປປລາວ ຫຼືຜູ້ແທນ ໄອ່ເຊີ້ ປະຈຳປະເທດລາວ ນີ້, ໃຫ້ຄວາມສຳຄັນ ໃນເຣື່ອງນີ້ຫຼາຍຂຶ້ນ. ເຣື່ອງຂອງເສຣີພາບ ໃນການສະແດງຄວາມຄຶດເຫັນ, ການສະແດງອອກ, ການໃຫ້ສັຕຍາບັນອານຸສັນຍາ ລະຫວ່າງປະເທດ ດ້ານສິດທິມະນຸສ ອີ່ຫຍັງແບບນີ້. ເຊິ່ງກໍຈະຖືວ່າ ຈະເປັນການສະແດງອອກ ຢ່າງສ້າງສັນ ແລ້ວກໍຈະເປັນການສະແດງ ເຈດຈຳນົງທາງການເມືອງ ໃນການທີ່ຈະ ຄຸ້ມຄອງສິດທິມະນຸສ ໃນພາກພື້ນນຳ.

ຂະນະທີ່ທ່ານ ຟີລ ໂຣເບີດເຊີ້ນ, ຮອງຜູ້ອຳນວຍການ ອົງການສິ້ງຊອມດ້ານສິດທິມະນຸສ ປະຈຳພາກພື້ນເອເຊັຽ-ປາຊີຟິກ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ທ່ານເຫັນວ່າ ເປັນສັນຍານທີ່ດີ ທີ່ຣັຖບານລາວ ຈະສົ່ງເສີມ ແລະ ປົກປ້ອງສິດທິມະນຸສ ໃນຖານະ ເປັນປະທານວຽນອາຊ້ຽນ ໃນປີນີ້, ແຕ່ທ່ານບໍ່ແນ່ໃຈວ່າ ຣັຖບານລາວ ຈະປ່ອຍໃຫ້ປະຊາຊົນລາວ ໃຊ້ສິດເສຣີພາບ ອັນສິດທິມະນຸສ ຂັ້ນພື້ນຖານ ຂອງພວກເຂົາເຈົ້າ ໄດ້ຢ່າງຕຣົງໄປຕຣົງມາບໍ່ ໃນເມື່ອຢາກສະແດງ ໃຫ້ປະຊາຄົມອາຊ້ຽນ ເຫັນເຖິງຄວາມຈິງໃຈ ໃນການແກ້ໄຂບັນຫາສິດທິມະນຸສ.

ທ່ານວ່າ: “ຖ້າຫາກຣັຖບານລາວ ຈິງຈັງ ໃນການສົ່ງເສີມສິດທິມະນຸສ ພວກເພິ່ນສາມາດເຮັດໄດ້ ດ້ວຍການຮັບປະກັນ  ການປົກປ້ອງສິດທິພົລເມືອງ ແລະ ການເມືອງ ທີ່ກວມເອົາເສຣີພາບ ໃນການສະແດງອອກ, ເສຣີພາບ ໃນການສ້າງຕັ້ງສະມາຄົມ, ແລະ ເສຣີພາບ ໃນການໂຮມຊຸມນຸມ ຢ່າງສັນຕິ. ສະນັ້ນແລ້ວ, ຣັຖບານລາວ ຈະປ່ອຍໃຫ້ປະຊາຊົນ ວິພາກວິຈານຣັຖບານ ຜ່ານເຟສບຸກຄ໌ ໂດຍປາສະຈາກ ການຄຸກຄາມໄດ້ບໍ່? ຣັຖບານລາວ ຈະປ່ອຍໃຫ້ປະຊາຊົນ ສ້າງຕັ້ງກຸ່ມ ແລະ ອົງການຈັດຕັ້ງ ທີ່ປາສະຈາກ ການອະນຸຍາດ ຂອງຣັຖບານໄດ້ບໍ່? ເປັນຕົ້ນວ່າ ການສ້າງຕັ້ງ ສະຫະພາບການຄ້າ ຫຼືອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ເນື່ອງຈາກປັດຈຸບັນນີ້, ມີການຈຳກັດຮັດແຄບຫຼາຍ ໃນການສ້າງຕັ້ງອົງການຈັດຕັ້ງ ທີ່ດຳເນີນການ ນອກເໜືອຈາກການຄວບຄຸມ ຂອງຣັຖບານ. ສຳຄັນທີ່ສຸດ, ຣັຖບານລາວ ຈະໃຫ້ປະຊາຊົນ ປະທ້ວງຢ່າງສັນຕິໄດ້ບໍ່ ໃນເຂດເມືອງໃຫຍ່ ແລະ ເມືອງນ້ອຍຕ່າງໆ ຕໍ່ບັນຫາການຍຶດດິນ, ການສໍ້ຣາສບັງຫຼວງ ຫຼືບາງນະໂຍບາຍ ຂອງຣັຖບານ? ສິ່ງທີ່ ຂ້າພະເຈົ້າເຫັນ ທຸກເທື່ອທີ່ປະຊາຊົນລາວປະທ້ວງ ພວກເຂົາມັກຈະຖືກຈັບທັນທີ.”

ຊາວຄຣິສຕຽນລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຂອງທ່ານ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 20 ກຸມພາ ນີ້ວ່າ ໃນໄລຍະ 2-3 ປີມານີ້, ເຫັນວ່າ ຣັຖບານລາວ ກໍໄດ້ເອົາໃຈໃສ່ ສົ່ງເສີມ ແລະ ປົກປ້ອງສິດທິມະນຸສແທ້, ໂດຍສະເພາະສິດທິ ໃນການເຊື່ອຖືສາສນາ ຂອງຊາວຄຣິສຕຽນໃນລາວ, ແຕ່ໃນພາກປະຕິບັດ ໃນຂັ້ນທ້ອງຖິ່ນ ແມ່ນສາມາດປະຕິບັດໄດ້ ສ່ວນໃດສ່ວນນຶ່ງເທົ່ານັ້ນ ຍ້ອນອຳນາດການປົກຄອງ ຂັ້ນທ້ອງຖິ່ນ ຍັງມີຄວາມເຂົ້າໃຈ ທີ່ແຄບຢູ່ ຈົນນຳໄປສູ່ບາງບັນຫາ ທີ່ເປັນການລະເມີດສິດທິ ຂອງພົລເມືອງລາວ ທີ່ນັບຖືສາສນາຄຣິສຕຽນ.

“ອັນໂຕນີ້ເນາະ ເພິ່ນເຮັດໄດ້ແຕ່ເຄິ່ງນຶ່ງຫັ້ນແຫຼະ ເພິ່ນມາເວົ້າຢູ່, ມາເຜີຍແຜ່ຢູ່, ແຕ່ວ່າ ການເຜີຍແຜ່ຫັ້ນ ເຂົາເຈົ້າບໍ່ໄດ້ປະຕິບັດເນາະ, ມີແຕ່ເຂົາເຜີຍແຜ່ໄປ. ລະເມື່ອເວລາເກີດບັນຫາ ກະຄືເວົ້າຫັ້ນແຫຼະ ບໍ່ໄດ້ແກ້ໄຂບັນຫາ, ຫັ້ນນ່າ. ກະຄືເວົ້າຫັ້ນແຫຼະ ເຮົາໄປສເນີເພິ່ນ, ເພິ່ນລະຢາກຍາກນ່າ ທາງອຳນາດການປົກຄອງ ທາງອຳນາດການປົກຄອງບ້ານ. ເຖິງແມ່ນວ່າທາງພັກ-ຣັຖ ເພິ່ນໄປເຜີຍແຜ່, ແຕ່ເຂົາກະບໍ່ຮັບເນາະ, ເຂົາກະບໍ່ຍອມຮັບ, ເຂົາກະເອົາໃຊ້ກົດຂອງບ້ານ, ເປັນຈັ່ງຊີ້ເນາະ. ທາງພັກ-ຣັຖຂັ້ນເທິງ ເຂົາກະເຜີຍແຜ່, ແຕ່ຜູ້ບໍ່ຍອມຮັບ ກະຄືບ້ານ, ຫັ້ນນ່າ ອຳນາດການປົກຄອງບ້ານ ຂອງເຮົາເອງ. ແຕ່ວ່າບ້ານໃດ ທີ່ມັນດົນແລ້ວ ຈົນເຂົາຂົ່ມເຫງ ເຮັດແນວໃດ ເຂົາກະບໍ່ຊະນະນີ້, ເຂົາຈັ່ງຢູ່, ຈັ່ງຢຸດ, ຫັ້ນນ່າ ເປັນແບບນັ້ນ. ຄືບ້ານຂ້ານ້ອຍຫັ້ນ ເຂົາຂົ່ມເຫງຈົນເມື່ອຍ, ເຂົາຂົ່ມເຫງ ລະເຂົາຈຶ່ງຢຸດ.” 

ທ່ານກ່າວຕື່ມວ່າ ບັນຫາທີ່ເກີດຂຶ້ນ ສະທ້ອນໃຫ້ເຫັນ ເຖິງການປະຕິບັດກົດໝາຍ ທີ່ຍັງບໍ່ສເມີພາບກັນ ຈຶ່ງເຮັດໃຫ້ຊາວຄຣິສຕຽນລາວ ໃນເຂດທ້ອງຖິ່ນ ຖືກເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຂົ່ມເຫງໃນບາງໂອກາດ ແລະ ກໍບໍ່ມີການດຳເນີນຄະດີ ກັບເຈົ້າໜ້າທີ່ທ້ອງຖິ່ນ ຕາມກົດໝາຍ ທີ່ໄດ້ລະບຸໄວ້ ອັນເປັນການເຮັດໃຫ້ເຫັນເຖິງ ວຽກງານການປົກປ້ອງສິດທິມະນຸສ ຍັງຕ້ອງໄດ້ເອົາໃຈໃສ່ຕື່ມ.

“ຖ້າວ່າບຸກຄົນໃດເຮັດ ກະທຳຜິດ. ສົມມຸດວ່າ ຄົນຄຣິສຕຽນ ນີ້ ກະທຳຜິດຄົນບໍ່ຄຣິສຕຽນ ກະມີຜິດກົດໝາຍຄືກັນ, ຫັ້ນນ່າ. ຖ້າວ່າຄົນບໍ່ແມ່ນຄຣິສຕຽນ ນີ້ ຄົນທີ່ບໍ່ເຊື່ອ, ເຊື່ອສາສນາອື່ນ ນີ້ ໄປທຳລາຍຄົນ ຊາວຄຣິສຕຽນ ກະມີຜິດຕາມກົດໝາຍຄືກັນ, ມັນກະຢູ່ໃນກົດໝາຍ ຢູ່ໃນມາຕຣາຄືກັນ. ລະຖ້າຜູ້ໃດເຮັດຜິດ, ເຮົາຕ້ອງເຮັດຕາມກົດໝາຍ. ລະຄັນເຂົາເຮັດແນວນັ້ນ, ບໍ່ແມ່ນວ່ານາຍບ້ານບໍ ຫຼືກອງຫຼອນ, ປ້ອງກັນ ຫຼືວ່າຜູ້ໃດກະຢ່າ ຖ້າຜູ້ໃດເຮັດຜິດ ເຮົາກະຕ້ອງປະຕິບັດ ຕາມກົດໝາຍ, ເຂົາກະຢ້ານ ຄັນເຂົາເຮັດແນວນັ້ນ.”

ສ່ວນ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ທີ່ມີສຳນັກງານ ຕັ້ງຢູ່ປະເທດເຢັຽຣະມັນ ກໍໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 19 ກຸມພາ ທີ່ຜ່ານມາວ່າ ຖ້າຫາກຣັຖບານລາວ ມີຄວາມຈິງໃຈ ຢາກສົ່ງເສີມ ແລະ ປົກປ້ອງສິດທິມະນຸສແທ້ ກໍຄວນເຣີ່ມຕົ້ນ ດ້ວຍການເປີດໂອກາດ ໃຫ້ມີສື່ມວນຊົນ ທີ່ເສຣີ ປາສະຈາກການສິ້ງຊອມຕິດຕາມ, ມີການປ່ອຍໂຕ ນັກໂທສທາງການເມືອງ ແລະ ເປີດໃຫ້ມີການສືບສວນ ບັນຫາສິດທິມະນຸສ ທີ່ຍັງຄ້າງຄາ ໃນລາວ ຢ່າງໂປ່ງໃສ.

“ຫາກວ່າ ທາງຣັຖບານສປປລາວ ຈິງໃຈອີ່ຫຼີ ຢາກແກ້ໄຂອີ່ຫຼີ ບັນຫາສິດທິມະນຸສ ໃນລາວ ຢາກໃຫ້ການປົກຄອງໃນລາວ ມີຄວາມເປັນທັມອີ່ຫຼີ. ນຶ່ງ, ຕ້ອງຍອມເປີດຂ່າວ ໃຫ້ມັນເປັນເສຣີ, ປ່ອຍໃຫ້ນັກຂ່າວສາກົລເຂົ້າໄປ ເກັບກັມເອົາຂ່າວ ຢ່າງເສຣີ ຢູ່ໃນລາວໄດ້, ຈະເປັນ CNN, BBC ແລະ ອື່ນໆ, ເຂົ້າໄປເຄື່ອນໄຫວຢ່າງມີອິສຣະພາບ ແລະ ບໍ່ຖືກຈັບ, ຖືກກຸມ ຫຼືຕິດຕາມເນາະ. ສອງມາ, ກະຕ້ອງປ່ອຍ ສິດເສຣີພາບຂ່າວ ຂອງປະຊາຊົນ ຢູ່ໃນປະເທດນີ້ລະ ອັນທາງສື່ສັງຄົມອອນລາຍນ໌ ນີ້ ໃຫ້ເຂົາເຈົ້າມີອິສຣະພາບ. ເຮັດໄດ້ໂຕນີ້ ໃນ 4-5 ເດືອນ ໃຫ້ຄົນເຫັນວ່າ ຈິງໃຈແທ້ບໍ່ ເຮົາກະຍັງພໍຊິເຊື່ອໄດ້ຢູ່. ຍັງບໍ່ທັນເວົ້າເຖິງ ເຣື່ອງຊິປ່ຽນແປງ ລະບົບການປົກຄອງ ເທື່ອໄດ໋ເນາະ, ເວົ້າຂ່າວເສຣີ ນີ້ ກະຍັງໄກຢູ່ແລ້ວ, ຂ້າພະເຈົ້າຄຶດວ່າ. ສະນັ້ນ, ເພິ່ນຄວນແກ້ໄຂໂຕນີ້ ກ່ອນອື່ນໝົດ. ບໍ່ພຽງແຕ່ວ່າຂ່າວເສຣີ ເພິ່ນຕ້ອງປ່ອຍຕົວ ຄົນງານລາວ 3 ຄົນ: ທ້າວ ສົມພອນ ພິມມະສອນ, ນາງ ຫຼອດຄຳ ທັມມະວົງ, ທ້າວ ສຸການ ໃຈທັດ ໃຫ້ພວກນີ້ ມີອິສຣະພາບ ລະກະບໍ່ມີເງື່ອນໄຂ. ນາງ ໝວຍ ຫຼືນາງ ຮ້ວຍເຮືອງ ໄຊຍະບູລີ ເນາະ, ກະຕ້ອງປ່ອຍຕົວລາວ. ພວກນີ້, ເຂົາເຈົ້າບໍ່ໄດ້ທຳຜິດຫຍັງໝົດ, ເຂົາເຈົ້າບໍ່ໄດ້ໃຊ້ອາວຸດ ໄປຄາຕກອນຜູ້ໃດເນາະ. ລະກະຍອມເປີດໃຫ້ ກັມມະການສາກົລ ເຂົ້າໄປກວດກາ, ເກັບກັມຂໍ້ມູນ ເຣື່ອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢ່າງມີອິສຣະພາບ. ຄັນຣັຖບານສປປລາວ ປະກາດອອກມາຈັ່ງຊີ້ນີ້ ໝົດໂລກກະຊິເຊື່ອ ວ່າເພິ່ນຢາກປ່ຽນແປງແທ້ເນາະ. ລະກະບໍ່ພໍພຽງແຕ່ປະກາດ ທໍ່ນັ້ນໄດ໋ເນາະ ຕ້ອງໃຫ້ເຫັນກັບຫູກັບຕາ ລະກະເປີດເຜີຍ ຂ່າວເສຣີອີກໄດ໋. ສອງອັນນີ້, ຕ້ອງໄປນຳກັນ, ເວົ້າງ່າຍໆ.”

ທັງໝົດນັ້ນ, ກໍແມ່ນບາງທັສນະ ຂອງຜູ້ທີ່ຕິດຕາມ ບັນຫາສິດທິມະນຸສໃນລາວ ພາຍຫຼັງທີ່ຜູ້ແທນຣັຖບານລາວ ໄດ້ປະກາດຜ່ານສື່ມວນຊົນວ່າ ຣັຖບານລາວ ຈະເອົາໃຈໃສ່ ມີສ່ວນຮ່ວມ ໃນການສົ່ງເສີມ ແລະ ປົກປ້ອງສິດທິມຸສ ໃນລາວ ແລະ ອາຊ້ຽນ ໃນຖານະທີ່ ເປັນປະທານວຽນອາຊ້ຽນ ໃນປີ 2024 ນີ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.