ຜູ້ນໍາຕ້ອງນັບຖືສິດທິມະນຸດ: ພາກປະຊາສັງຄົມ

ພູວົງສ໌
2019.09.11
F-Asean-f ກອງປະຊຸມ ພາກປະຊາສັງຄົມ ອາຊຽນ ຫຼື ASEAN Civil Society Conference ແລະ ASEAN People Forum 2019 ທີ່ຈັດຂຶ້ນຢູ່ ມະຫາວິທຍາລັຍ ທັມມະສາຕ ເຂດຣັງສິດ ນະຄອນຫຼວງ ບາງກອກ ປະເທສໄທ ເມື່ອວັນທີ 10-12 ກັນຍານີ້.
RFA

ອົງການຈັດຕັ້ງພາກປະຊາສັງຄົມ ຮຽກຮ້ອງໃຫ້ບັນດາ ຜູ້ນຳປະເທສອາຊຽນ ປະຕິບັດກົດໝາຍຕ່າງໆ ຕາມຫຼັກສິທທິມະນຸສ, ເຄົາຣົພສິທທິ ເສຣີພາບ ແລະ ຊີວິຕການເປັນຢູ່ ຂອງປະຊາຊົນຢ່າງເຕັມສ່ວນ. ໃນ ຣະຫວ່າງກອງປະຊຸມ ພາກປະຊາສັງຄົມ ອາຊຽນ ຫຼື ASEAN Civil Society Conference ແລະ ASEAN People Forum 2019 ທີ່ສະມາຄົມອົງກອນ ພາກເອກກະຊົນຂອງໄທ ເປັນເຈົ້າພາບ ຈັດຂຶ້ນ ຢູ່ ມະຫາວິທຍາລັຍ ທັມມະສາຕ ເຂດຣັງສິດ ນະຄອນຫຼວງບາງກອກ ປະເທສໄທ ເມື່ອວັນທີ 10-12 ກັນຍາ ນີ້. ໃນເວທີດັ່ງກ່າວ.

ມາດາມ ອຶ້ງ ຊຸ່ຍ-ເມັ້ງ ເອງ, ໂຕແທນຈາກກຸ່ມບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບ ສູນ ໄດ້ກ່າວໃນກອງປະຊຸມ ຕອນນຶ່ງວ່າ:

“ພວກເຮົາຢູ່ໃນອາຊຽນ ຕ້ອງການສິ່ງດຽວກັນ. ບໍ່ວ່າພວກເຮົາຈະເປັນປະຊາຊົນ ທີ່ມີຖານະ ສູງຫຼືຕ່ຳ ບໍ່ວ່າພວກເຮົາຈະເປັນ ຜູ້ນຳ ຫຼືນັກ ການເມືອງ ຫຼືເປັນພຽງຊາວບ້ານ ທັມມະດາ, ພວກເຮົາຕ້ອງການ ສັນຕິພາບ, ຄວາມປອດພັຍ. ພວກເຮົາຕ້ອງການ ການດຳຣົງຊີວິຕ ດ້ວຍໂຕເອງ. ພວກເຮົາຕ້ອງການ ເບິ່ງແຍງຄອບຄົວ ພວກເຮົາດ້ວຍໂຕເອງ ເພື່ອໃຫ້ມີໂອກາດ ຢ່າງເທົ່າທຽມກັນ ແລະ ເພື່ອຊີວິຕ ການເປັນຢູ່ ທີ່ດີ ສຳລັບພວກເຮົາເອງ.”

ຍານາງ ປະຣິນ ເຊດ, ໂຕແທນຂອງອົງການຈັດຕັ້ງ ພາກປະຊາສັງຄົມ ຈາກປະເທສຟິລິບປິນ ກໍໄດ້ຮຽກຮ້ອງ ໃຫ້ແຕ່ລະປະເທສເນັ້ນໃສ່ ຄວາມສເມີພາບ ຂອງພົລເມືອງ ແລະ ການເປັນຢູ່ທີ່ດີ ຂອງພວກເຂົາ.

“ພວກເຮົາຕ້ອງການ ສະຖານະພາບດ້ານການເມືອງ ຂອງພົລເມືອງ ທີ່ຕັ້ງຢູ່ເທິງພື້ນຖານ ຄວາມສເມີພາບ, ສິທໃນການປາກເວົ້າ ຢ່າງ ເທົ່າທຽມກັນ ຂອງທຸກຄົນ.”

ນອກຈາກນີ້, ກອງປະຊຸມດັ່ງກ່າວຍັງມີເຈົ້າໜ້າທີ່ ເຄືອຂ່າຍພາກປະຊາສັງຄົມ ຈາກລາວຈຳນວນ 15 ອົງກອນ, ເຊິ່ງໂຕແທນຈາກລາວ ທີ່ເຂົ້າມາຮ່ວມງານນັ້ນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽ ເສຣີ ໃນວັນທີ 11 ກັນຍາ ນີ້ວ່າ ປະຈຸບັນ ອົງການຈັດຕັ້ງ ພາກ ປະຊາສັງຄົມ ໃນລາວ ໄດ້ຮັບການສນັບສນູນ ຈາກ ພາກຣັຖບານຢ່າງເຕັມທີ່ ທັງເຣື້ອງການອຳນວຍ ຄວາມສະດວກ ດ້ານວິຊາການ ແລະດ້ານອື່ນໆ ເພື່ອຮ່ວມກັນກັບ ພາກຣັຖ ພັທນາປະເທສ.

“ສນັບສນູນເປັນຢ່າງດີເຈົ້າ. ຣັຖບານຄືເພິ່ນຈະອຳນວຍ ຄວາມສະດວກໃຫ້ທຸກຢ່າງ ໃນຕາມແນວທາງຂອງ ຣັຖບານເຈົ້າ. ບໍ່ວ່າຈະເປັນ ການຊຸກຍູ້ ຄືໂຕຢ່າງ ວິຊາການ ຈາກອົງກອນ ຈະໄປໃຫ້ skill ເນາະ ຫຼື ທັກສະເຈົ້າ. ຈະໄປພັທນາເຣື້ອງທັກສະ ສີມືຕ່າງໆເຈົ້າ.”

ເຈົ້າໜ້າທີ່ໂຕແທນ ອົງການຈັດຕັ້ງພາກປະຊາສັງຄົມລາວ ອີກທ່ານນຶ່ງ ກໍໃຫ້ສັມພາດ ໃນທຳນອງດຽວກັນວ່າ ພາກຣັຖ ກໍໄດ້ໃຫ້ການ ສນັບສນູນ ທີ່ດີແກ່ພວກຕົນຕລອດມາ.

“ຣັຖບານເພິ່ນກະໄດ້ສນັບສູນ ກ່ຽວກັບເຣື້ອງນີ້ວ່າ ຕ້ອງເຮັດແນວໃດ ເພື່ອສ້າງໃຫ້ສະມາຄົມ ເພື່ອສ້າງໃຫ້ຊຸມຊົນ ມີຄວາມເຂັ້ມແຂງ. ຄັນຊັ້ນ, ນີ້ກະເປັນທ່າແຮງ ອັນນຶ່ງ ລະກະເປັນບ່ອນນຶ່ງ ທີ່ພວກເຮົາໄວ້ໃຈ ລະກະມາຮຽນຮູ້ ເອົາບົດຮຽນ ເພື່ອພັທນາ ຮ່ວມກັບທາງ ພັກ-ຣັຖ ໄທເຮົາເນາະ.”

ກອງປະຊຸມອົງການຈັດຕັ້ງພາກປະຊາສັງຄົມອາຊຽນ 2019 ນີ້, ມີອົງການຈັດຕັ້ງພາກປະຊາສັງຄົມ ຈາກ ແຕ່ລະປະເທສ ເຂົ້າຮ່ວມຫຼາຍ ກວ່າ 70 ອົງກອນ ແລະ ມີການນຳຜລິຕພັນ ຈາກ ແຕ່ລະອົງກອນ ທີ່ເປັນເອຄລັກສນະ ເພາະມາຈັດວາງສະແດງ ພາຍໃນງານນຳດ້ວຍ, ເຊິ່ງກໍໄດ້ຮັບຄວາມສົນໃຈ ຈາກຜູ້ເຂົ້າຮ່ວມ ຢ່າງໜາແໜ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.