ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ

ອຸ່ນແກ້ວ
2023.02.02
Share on WhatsApp
Share on WhatsApp
ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ ສນາມໄມ້ ຢູ່ ເຂື່ອນນ້ຳກົງ ເມືອງພູວົງ ແຂວງ ອັດຕະປື ໃນເດືອນພຶສຈິກາ 2022.
ນັກຂ່າວ ພົລເມືອງ

ໃນ​ທ້າຍປີ 2022 ທີ່ຜ່ານມາ ແຂວງອັດຕະປື ໄດ້ອອກໂຄ່ຕ້າ ອະນຸຍາດໃຫ້ຫົວໜ່ວຍທຸຣະກິຈ 15 ຫົວໜ່ວຍ ຕັດໄມ້ປະມານ 100,000 ແມັດກ້ອນ. ບຸກຄົນທີ່ໄກ້ຊິດກັບເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຫົວໜ່ວຍທຸຣະກິໃດ ໂດຍສະເພາະໂຮງເລື່ອຍ ແລະ ບໍຣິສັດ ທີ່ຈ່າຍເງິນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປື ກໍຈະໄດ້ໂຄ່ຕ້າຕັດໄມ້ທັນທີ. ການອະນຸຍາດໃຫ້ມີການຕັດໄມ້ ຢູ່ແຂວງອັດຕະປື ໄດ້ມີຂຶ້ນນັບແຕ່ເດືອນພຶຈິກາ 2022 ທີ່ຜ່ານມາ ຫຼັງຈາກທີ່ ມີຜ່ອນຜັນຄຳສັ່ງເລກທີ 15 ວ່າດ້ວຍ ການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸຣະກິໄມ້  ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກຣັມົນຣີ ໃນເວລານັ້ນ ເປັນຜູ້ອອກຄຳສັ່ງດັ່ງກ່າວ.  

ບຸກ​ຄົນທີ່ໃກ້ຊິດເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວວ່າ ການຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດເຂື່ອນນ້ຳກົງ ເມືອງພູວົງ, ເຂື່ອນເຊກະໝານ ເມືອງຊານໄຊ, ແລະ ຢູ່ ເຂດ ເມືອງນາມໄຊ.

ການ​ຕັດໄມ້ ຢູ່ຕາສັນພູ ກວມເອົາບໍຣິເວລາກວ້າງ ໃນເນື້ອທີ່ຫຼາຍກິໂລແມັດມົນ​ທົນ. ຊາວບ້ານແຂວງອັດຕະປື ຜູ້ທີ່ພົບເຫັນການຕັດໄມ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ອ້ມັນກະກວ້າງແຫຼວ ບໄດ້ຮອດ 30-40-50 ຫຼັກ ຕັດເລີຍເຂົາກະຕັດ ຂໍແຕ່ມີໄມ້ວ່າຊັ້ນຊາ ທາງເຂົາກະເອົາຣົດຸດ ຣົຈົກ ຣົອັນນັ້ນ ເຂົາມ້າງ.”

ມີ​ການບຸກເບີກເສັ້ນທາງເຂົ້າໄປ ເພື່ອໃຫ້ຣົສາມາດ ແກ່ໄມ້ອອກມາຈາກນາມນຶ່ງ ແລະ ສນາມສອງ ເຊິ່ງເຣີ່ມຕັດມາແຕ່ເດືອນຕຸລາ 2022 ເປັນຕົ້ນມາ.

ຊາວ​ບ້ານແຂວງອັຕະປື ທ່ານນີ້ ໄດ້ກ່າວຕື່ມວ່າ:

ກະດຽວນີ້ ກະຍັງຕັດຢູ່ນີ້ ແຕ່ວ່າ ເຂົາກະຕັດໃຫ້ໝົດແບບວ່າ ແຕ່ວ່າ ກະໄດ້ຍິນວ່າ ຕັດໄມ້ຢູ່ໃນການເຊາະເຈື່ອນຂອງເຂື່ອນເຊປຽນເຊນ້ຳນ້ອຍແຕກ ແຕ່ວ່າ ບາດນີ້ຫັ້ນຕັດໝົດຈົນບ່ອນໃດກະບໍ່ຍັງ ແມ່ນສາຍໜ່ວຍພູແຖວບ່ອນໃດ ຟາກພູພາກເຫວ ເຂົາເອົາຣົຫຍັງແກ່ອອກ ຫຼາຍໆ ຫຼາຍອີ່ຫຼີ ເຂົາຕັດມາຕັ້ງແຕ່ເດືອນ 10 ພຸ້ນ ເຂົາປ້ຳໄວ້.”

ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ ​ເຂົ້າ​ມາປົນໃສ່ກັບໄມ້ທີ່ຕັດ ຢູ່ເຂດສັມປະທານ. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ລະບົບການຕັດໄມ້ເຂົາເຮັດຈັ່ງຊີ້ ໄມ້ເຂື່ອນຢູ່ດອກ ຫາກເຂົາໄປຕັດຢູ່ບ່ອນອື່ນພຸ້ນ ມັນເປັນແນວນັ້ນດອກ ບ້ານເຮົາ ມັນ ໄປໝາຍຕົ້ນໝາຍຕໍກະຄືເກົ່າຫັ້ນລະ ເຂົາກະໄປຕັດຢູ່ບ່ອນອື່ນພຸ້ນ ແນວພະນັກງານຕິດຕາມເຂົາກະໄປເອົາເງິນຢູ່ຫັ້ນອີກ.”

ເຈົ້າ​ໜ້າທີ່ ກ່ຽວຂ້ອງທ່ານນີ້ ກ່າວວ່າ:

ພວກທີ່ໄດ້ຮັບສັມປະທານຕັດໄມ້ ຂໍພຽງແຕ່ໄດ້ໃບອະນຸຍາດສັມ ປະທານຕັດໄມ້ຈາກຣັບານ ເຖິງວ່າ ໄມ້ຢູ່ເຂດສັມປະທານບໍ່ມີກໍຕາມ ເຂົາເຈົ້າຈະໄປຕັດບ່ອນອື່ນແລ້ວແກ່ເຂົ້າມາ.”

ເຖິງ​ຢ່າງໃດກໍຕາມ, ທ່ານ ເລັດ ໄຊຍະພອນ ເຈົ້າຂອງອັດຕະປື ກໍບໍ່ຕິດເສດວ່າ ບໍ່ມີກາອະນຸມັດຕັດໄມ້. ທ່ານ ໄດ້ກ່າວຕໍ່ເຊັຽເສຣີ ໃນວັນທີ 31 ມົກຣາ ວ່າ:

ອັນນີ້ແມ່ນຂໍ້ມູນປອມ ພວກຄົນບໍ່ດີເຂົາຫາເຣື່ອງ.”

ການ​ຂຶ້ນແຜນເຮັດໂຄງການເພື່ອເປັນຂໍ້ອ້າງໃນການຕັດໄມ້ ຢູ່ແຂວງອັດຕະປື ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ.

ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ. ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ຜູ້ທີ່ຮູ້ເຣື້ອງນີ້ ໄດ້ກ່າວວ່າ ທາງການແຂວງອັດຕະປື ອະນຸຍາດ ໃຫ້ບໍຣິສັດ ບໍຣິສັດ ເອກຊົນ ເຂົ້າມາຕັດໄດ້ ຢູ່ເຂດເມືງນາມໄຊ ແຂວງອັດຕະປື ໂດຍຕັ້ງໂຄງການ ພັນານິເວດກິສິກັມ ທັນສໄມຄົບວົງຈອນ ແລະ ເຂດປູກປ່າໄມ້ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າຣ໌, ແຕ່ໃນຄວາມເປັນຈິກໍເປັນພຽງແຕ່ຂຶ້ນແຜນ ເພື່ອເຂົ້າມາຕັດໄມ້ອອກໄປຂາຍເທົ່ານັ້ນ ແລະ ປຊາຊົນຍັງບໍ່ເຊື່ອວ່າ ໂຄງການດັ່ງກ່າວຈະເກີດຂຶ້ນ ຫຼືບໍ່ ຫຼັງຈາກທີ່ມີການຕັດໄມ້ອອກໝົດແລ້ວ.

ຜ​ແນກກະສິກັມ ແລະ ປ່າໄມ້ ແຂວງອັຕະປື ໄດ້ຂຽນໃບເນີ ເຖິງກະຊວງກະສິກັມ ແລະ ປ່າໄມ້ ໃນວັນທີ 18 ກໍຣະກະດາ 2022 ເພື່ອໃຫ້ຮັບຮອງເອົາ ບໍຣິສັດ ອິນທະວົງ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເຂົ້າເກັບກູ້ທ້ອນໂຮມ ໄມ້ຢູ່ໃນເຂດສັມປະທານ ໂຄງການພັນານິເວດ ກະສິກັມ ທັນສໄມ ຄົບວົງຈອນ ແລະ ເຂດປູກໄມ້ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າຣ໌.  

ຕໍ່​ມາ ກະ​ຊວງກະສິກັມ ແລະ ປ່າໄມ້ ໄດ້ອອກແຈ້ງການເຖິງຫົວໜ້າ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໃນວັນທີ 19 ກໍຣະກະດາ 2022 ທີ່ຜ່ານມາ.

ແຈ້ງ​ການໄດ້ລະບຸວ່າ ໃຫ້ແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ອອກອະນຸຍາດ ໃຫ້ບໍຣິສັດ ອິນທະວົງ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເພື່ອດຳເນີນການຂຸດຄົ້ນໄມ້ ຈຳນວນເກືອບ 80,000 ຕົ້ນ ເທົ່າກັບ ບໍລິມາດ 38,000 ແມັດກ້ອນ ອອກຈາກເຂດສັມປະທານ ຂອງໂຄງການພັນານິເວດກິສິກັມ ທັນມັຍຄົບວົງຈອນ ແລະ ເຂດພັນາໂຄງການປູກໄມ້ ເປັນສິນຄ້າ ໃນເນື້ອທີ່ 1,500 ເຮັກຕ້າຣ໌ ຢູ່ ເມືອງນາມໄຊ ແຂວງອັດຕະປື.

ແຈ້ງ​ການໄດ້ລະບຸອີກວ່າ: ໃຫ້ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ເປັນເຈົ້າການແລະ ນຳເນີ ຄະນະນຳແຂວງ ແລະ ແຕ່ງຕັ້ງ ຄະນະຮັບຜິດຊອບ ຄຸ້ມຄອງການຂຸດຄົ້ນໄມ້ ຢູ່ເຂດສັມປະທານຂອງໂຄງການ ພັນາຣະບົບສິເວດກະສິກັມ ທັນໄມຄົບວົງຈອນ ແລະ ເຂດພັນາໂຄງການ ປູກໄມ້ເປັນສິນຄ້າ ໃນເນື້ທີ່ 1,500 ຢູ່ ເຮັກຕ້າ ເມືອງນາມໄຊ ແຂວງອັດຕະປື.

ເພື່ອ​ເຮັດໜ້າທີ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມລະບຽບການ, ຮັບປະກັນ ແລະ ຫຼີກເວັ້ນ ບໍ່ໃຫ່ມີການສວຍໂອກາດ ລັກລອບຂຸດຄົ້ນໄມ້, ເກັບກູ້ ແລະ ທ້ອນໂຮມໄມ້ຈາກບ່ອນອື່ນມາຕື່ມໃສ່ ແລະ ຂຸດຄົ້ນນອກເຂດ ໄດ້ຮັບອະນຸຍາດ ຢ່າງເດັດຂາດ ອີງຕາມແຈ້ງການ ດັ່ງກ່າວ.

ນອກ​ຈາກນີ້ ຍັງມີ ຫົວໜ່ວຍທຸຣະກິຈ ລວມທັງໂຮງເຮື່ອຍ ແລະ ບໍຣິສັດ ທີ່ໄດ້ຮັບໂຄ່ຕ້າ ຫຼື ໃບອະນຸຍາດຕັດໄມ້ ເຊິ່ງລວມກັນທັງໝົດແລ້ວ ແຂວງອັດຕະປື ໄດ້ອະນຸຍາດໃຫ້ຕັດໄມ້ປະມານ 100,000 ແມັດກ້ອນ ອີງຕາມບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ລະດັບສູງແຂວງອັດຕະປື.   

ບັນ​ຫາ ​ການ​ລັກ​ລອບ ​ສົ່ງ​ໄມ້​ອອກ​ໄປ​ຕ່າງ​ປະ​ເທດ ຢູ່​ແຂວງ​ອັດ​ຕະ​ປື ທີ່​ຜ່ານ​ມາ. ໃນ​ປີ 2017 ທີ່ຜ່ານມາ, ຣັຖບານ ສັ່ງຈັບ-ຍຶດ ລົດໄມ້ເຖື່ອນ 27 ຄັນ ຢູ່ດ່ານຊາຍແດນ ພູເກືອ ເມືອງພູວົງ ແຂວງອັດຕະປື ໃນຂະນະທີ່ ຣົດໄມ້ດັ່ງກ່າວ ກຳລັງຈະສົ່ງອອກໄປ ປະເທດວຽດນາມ. ອີງ​ຕາມຂໍ້ມູນ ຈາກແຂວງອັດຕະປື ໄດ້ພົບວ່າ, ຣົໄມ້ 27 ຄັນ ທີ່ຖືກຢຶດໄດ້ໃນເວລານັ້ນ ເປັນຂອງຄອບຄົວອະດີດເຈົ້າໜ້າທີ່ ລະດັບສູງຂອງແຂວງອັດ​ຕະ​ປື.

ລົດໄມ້ 27 ຄັນ ຖືກກັກ ແລະ ຢຶດ ໄວ້ໃນຊ່ວງເດືອນພຶສພາ 2017 ຢູ່ດ່ານພູເກືອ ແຂວງອັດຕະປື ຕິດກັບຊາຍແດນ ວຽດນາມ ແລະຕໍ່ມາໃນເດືອນ ມິຖຸນາ ຣັຖບານໄດ້ມີຄຳສັ່ງໃຫ້ຍຶດຣົຖໄມ້ທັງຫມົດນັ້ນໄວ້ ຍ້ອນເຫັນວ່າ ບໍ່ຖືກຕ້ອງຕາມກົດໝາຍ.

ຣົດໄມ້ 27 ຄັນນັ້ນເປັນຂອງຄົນ ໃນຄອບຄົວຂອງຂອງ​ອະ​ດີດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ ຂອງ​ແຂວງ​ອັດ​ຕະ​ປື ນອກຈາກນີ້ ຍັງມີ ພະນັກງານ ທີ່ກ່ຽວຂ້ອງ ຂອງແຂວງ ອີກຫລາຍຄົນທີ່ໄປພົວພັນເລື້ອງນີ້ ແລະ ພະນັກງານເຫລົ່ານັ້ນ ກໍຖືກສັ່ງໃຫ້ຢຸດເຊົາ ການປະຕິບັດໜ້າທີ່.

ນອກ​ຈາກນີ້, ໃນ​ວັນ​ທີ 24 ມົກ​ຣາ 2020, ເຈົ້າໜ້າທີ່ ດ່ານສາກົນ ພູເກືອ ແຂວງ ອັດຕະປື ຍຶດຣົຖໄມ້ 7 ຄັນ ທີ່ກຳລັງ ຈະສົ່ງໄມ້ ອອກໄປ ປະເທດ ວຽດນາມ.

ໄມ້ທີ່ຍຶດໄດ້ເປັນ ໄມ້ແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກ ໂຮງເລື່ອຍຫລັກ 16 ຢູ່ເມືອງໄຊເສດຖາ ແລະ ເຈົ້າໜ້າທີ່ ກັກໄວ້ຢູ່ດ່ານ ແລະ ນຳເອົາຣົດໄມ້ ລົງມາໄວ້ຢູ່ໃນກອງກວດກາປ່າໄມ້ ຢູ່ ເທສບານແຂວງອັດຕະປື.

ໄມ້ທີ່ບັນຈຸໄວ້ຢູ່ໃນຣົຖ 7 ຄັນນັ້ນ ເປັນໄມ້ທີ່ຍັງ ບໍ່ທັນມີການແປຮູບ ຫລື ໄມ້ຕັບ ເປັນຂອງຄົນວຽດນາມ ທີ່ກຳລັງຈະສົ່ງໄປ ປະເທດ ວຽດນາມ ແຕ່ຖືກເຈົ້າໜ້າທີ່ ກັກໄວ້ກ່ອນ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ດ່ານພູເກືອ ຍຶດຣົຖໄມ້ 14 ຄັນ ແຕ່ໃນນັ້ນມີຣົຖໄມ້ສັກ ແປຮູບ 7 ຄັນ ຫລັງຈາກກວດສອບແລ້ວ ເຈົ້າໜ້າທີ່ ອະນຸຍາດໃຫ້ເອົາຣົຖຂົນສົ່ງໄມ້ສັກ ອອກໄປວຽດນາມ ແລ້ວຍຶດໄວ້ພຽງແຕ່ 7 ຄັນທີ່ມີໄມ້ແຕ້ ແລະ ໄມ້ແດງ ທີ່ບໍ່ໄດ້ແປຮູບ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ສູງ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ ໃນການເອົາໄມ້ອອກຕ່າງ​ປະ​ເທດ ແຕ່ລະຄັ້ງ ຣົດຄອນເທນເນີນຶ່ງຄັນ ຈະສາມາດບັນຈຸໄມ້ ໄດ້ ແຕ່ 28-30 ແມັດກ້ອນ [ຫລື ຄິວ] ໃນຂນະທີ່ ລາຄາໄມ້ ທີ່ມີການຮັບຊື້ຢູ່ໃນໂຮງເລື່ອຍ ແຂວງອັດຕະປື ປະມານ 4,000,000 ກີບ ຕໍ່ ແມັດກ້ອນ ແຕ່ຖ້າໄມ້ໄປຮອດ ປະ​ເທດວຽດນາມ ແລ້ວຈະຂາຍໃນ ລາຄາ 17,000,000 ກີບ ຕໍ່ ແມັດກ້ອນ.

ນອກ​ຈາກນີ້, ໃນ​ໄລ​ຍະ​ທີ່​ຍັງ​ມີ​ການປະ​ຕິ​ບັດ ຄຳ​ສັ່ງ​ເລ​ກ​ທີ 15 ຂອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ, ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ມີ​ການ​ລັກ​ລອບ​ສົ່ງ​ອອກ ​ໄມ້ຜ່ານ​ດ່ານ​ຊາຍ​ແດນ​ວຽງ​ຈັນ​-ໜອງ.

ໃນ​ປີ 2019 ທີ່​ຜ່ານ​ມາ ພໍ່ຄ້າໄມ້ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ, ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ພວກຄ້າໄມ້ຈາກຫຼາຍແຂວງ ເອົາໄມ້ມາຜ່ານຂົວມິຕພາບ ວຽງຈັນ-ໜອງຄາຍ ຍ້ອນວ່າ ມັນງ່າຍໃນການແລ່ນເອກສານ ແລະ ລາຄາຖືກກວ່າ ຢູ່່ຕ່າງແຂວງ.

ພວກພໍ່ຄ້າ ຈາກແຂວງໄຊຍະບູຣີ, ອັດຕະປື, ສວັນນະເຂດ ແລະ ບໍຣິຄຳໄຊ ຈະມາແລ່ນເອກສານເອົາໄມ້ອອກ ຢູ່ນະຄອນຫລວງວຽງຈັນ ເພື່ອສົ່ງໄມ້ອອກ ຜ່ານ ຂົວມິຕພາບວຽງຈັນ-ໜອງຄາຍ ແລະ ສົ່ງຕໍ່ໄປປະເທດຈີນ ໂດຍທາງເຮືອ.

ພໍ່ຄ້າໄມ້ເຣີ່ມຫັນມາສົ່ງໄມ້ອອກ ທາງດ່ານຂົວມິຕພາບ ວຽງຈັນ-ໜອງຄາຍ ຫລັງຈາກທີ່ມີ ຄຳສັ່ງເລກທີ 15 ຂອງນາຍົກຣັ​ຖ​ມົນ​ຕ​ຣີ ປີ 2016.

ພໍ່ຄ້າໄມ້ທ່ານນີ້ກ່າວວ່າ, ຢູ່ຕ່າງແຂວງ ໃນການແລ່ນເອກສານ ຕ້ອງໄດ້ຈ່າຍເງິນ ແຕ່ 27-33 ພັນ ໂດລ້າຣ໌ ຕໍ່ຣົຖບັນທຸກນຶ່ງຄັນ ທີ່ບັນຈຸໄມ້ ນ້ຳໜັກ 28 ຕັນ, ໃນຂນະທີ່ ຢູ່ນະຄອນຫລວງວຽງຈັນ ຈ່າຍຄ່າແລ່ນເອກສານພຽງແຕ່ 12 ພັນ ໂດລາ ຊຶ່ງເງິນຈຳນວນດັ່ງກ່າວແມ່ນ ຈ່າຍໃຫ້ ເຈົ້າໜ້າທີ່ຂະແໜງການພາສີ, ການຄ້າ, ປ່າໄມ້ ແລະ ຊັບສິນ ເພື່ອອຳນວຍຄວາມສະດວກ.

ລາຄາໄມ້ດູ່ ຢູ່ປະເທດລາວປະມານ 2,000 ໂດລາ ຕໍ່ຕັນ, ແຕ່ ຖ້າໄມ້ໄປເຖິງປາຍທາງ ປະເທດຈີນ ລາຄາໄມ້ຈະເພີ້ມຂຶ້ນເປັນ 5,000 ໂດລ້າຣ໌ຕໍ່ຕັນ ແລະ ໄມ້ ຈຳນວນ 28 ຕັນ ຢູ່ໃນຣົຖບັນທຸກ 1 ຄັນ ຈະມີມູນຄ່າ 140,000 ໂດລ້າຣ໌ ອີງຕາມຂໍ້ມູນຈາກພໍ່ຄ້າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.