ພໍ່ຄ້າຈີນຖືກຄາຕກັມ ຍ້ອນເຣື້ອງ ທຸຣະກິດ

ໄມຊູລີ
2018.09.25
F-Killer ເຈົ້າໜ້າທີ່ ຕຳຣວດລາວ ເຂົ້າລວບຕົວ ຄົນຮ້າຍໄດ້ 1 ຄົນ ທີ່ຕລາດຊັງຈ່ຽງ ໃນນະຄອນຫຼວງວຽງຈັນ
ຮູປພາບຈາກ : ຂ່າວ ພັຍສັງຄົມ

ເຈົ້າໜ້າທີ່ຕໍາຣວດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສາມາດຈັບຄົນຮ້າຍ ສອງຄົນ ທີ່ເປັນມືສັງຫານຂ້າ ນາຍ ໄຊຊນະ ຫຍົດສວັດ ຫຼື  ນາຍ ລີຈາວເຜີງ ຊາວຈິນ ສັນຊາດລາວ ປະທານ ສະພາການຄ້າ ແຂວງຢູນ່ານ ປະຈໍາ ສປປລາວ ໄດ້ແລ້ວພ້ອມທັງ ຜູ້ສັ່ງຂ້າອີກ 2 ຄົນ ຊຶ່ງທັງໝົດ ເປັນຄົນຈີນ ຢູ່ລາວ, ສາເຫດຍ້ອນການຂັດແຍ້ງ ທາງດ້ານທຸຣະກິດ ຣະຫວ່າງຄົນຈີນ ດ້ວຍກັນ, ດັ່ງ ທ່ານກ່າວ ໃນຕອນນຶ່ງວ່າ:

“ຄົນຈີນໝົດ ພົວພັນກັບຄົນຈີນຢູ່ລາວ ບໍ່ມີຄົນລາວ ມັນມາເຮັດທຸຣະກິດ ຢູ່ລາວ ເຣື້ອງຂັດແຍ້ງ ເຣື້ອງເສຖກິດ ຜົນປະໂຫຍດສ່ວນຕົວເຂົາ ຫັ້ນແຫລະ ບໍ່ແມ່ນເຣື້ອງ ອິສັງດອກ.”

ເຈົ້າໜ້າທີ່ຕໍາຣວດ ກ່າວວ່າ ຜູ້ສັ່ງຂ້າ ນາຍ ລີຈາວເຜິງ  ຊື່ ທ້າວ ເຕິງຈີຫລິງ ແລະ ທ້າວ ຖັງອິ້ຊຸ້ຍ ທັງສອງເປັນ ນັກທຸຣະກິດຈີນ ຢູ່ ນະຄອນຫລວງ ວຽງຈັນ ໄດ້ສັ່ງໃຫ້ ທ້າວ ຊິງຢົງ ແລະ ທ້າວເຊິນເພີງຜິ້ງ ໄປຂ້າ ນາຍ ລີຈາວເຜິງ ຢູ່ບ້ານຂອງຜູ້ກ່ຽວ ໃນນະຄອນຫຼວງ ວຽງຈັນ ເມື່ອວັນທີ 25 ສິງຫາ ຜ່ານມາ ໂດຍທີ່ຄົນຮ້າຍທັງສອງ ໄດ້ໃຊ້ມິດແຫລມ ແທງດ້ານຫລັງ 3 ຈຸດ ຂອງ ນາຍ ລີຈາວ ຜິງ ແລະ ລັກເອົາເງິນ ຈໍານວນຫລວງຫລາຍ ຫລົບໜີໄປ ປະເທດຈີນ.

ຈາກນັ້ນມາເຖິງ ວັນທີ 31 ສິງຫາ ເຈົ້າໜ້າທີ່ຕໍາຣວດ ສາມາດຈັບຄົນຮ້າຍ ທັງສອງໄດ້ ພ້ອມກັບສົ່ງ ໃຫ້ເຈົ້າໜ້າທີ່ຕໍາຣວດ ສືບສວນ ແລະຕໍ່ມາໃນວັນທີ 2 ກັນຍາ ກໍສາມາດຈັບ ຜູ້ບົ່ງການຂ້າໄດ້ ສອງຄົນ ຢູ່ຕລາດຊັງຈ້ຽງ ຊື່ ທ້າວ ເຕິງຈິຫລິງ ແລະ ທ້າວ ຖັງອິ້ຊຸ້ຍ ທັງສອງເປັນ ຄົນຈີນ ທີ່ມາເຮັດທຸຣະກິດ ຢູ່ລາວ.

ເຈົ້າໜ້າທີ່ຕໍາຣວດ ກ່າວວ່າໃນກໍຣະນີ ຂອງຜູ້ຕ້ອງຫາ ທັງໝົດທີ່ເປັນຄົນຈີນນີ້ ຈະຖືກດໍາເນີນຄະດີ ແລະຮັບໂທດຢູ່ລາວ ເນື່ອງຈາກຜູ້ກ່ຽວ ກະທໍາຜິດຢູ່ລາວ ບໍ່ແມ່ນຢູ່ຈີນ, ຊຶ່ງປັຈຈຸບັນນີ້ ເຈົ້າໜ້າທີ່ ຕໍາຣວດ ເມືອງສີໂຄດຕະບອງ ກໍາລັງສຶບສວນ ຈາກນັ້ນ ກໍຈະນໍາເຂົ້າສູ່ ຂະບວນການ ຍຸຕິທັມ ດໍາເນິນຄະດີຕໍ່ໄປ ຕາມມກົດໝາຍ ຂອງ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.