ຊາວບ້ານ ຢາກໃຫ້ສະພາ ແຂວງຈຳປາສັກ ເລັ່ງແກ້ໄຂຜົນກະທົບທີ່ດິນ
2023.02.01
ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງຈຳປາສັກຊຸດທີ 2 ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາ ປະຊາຊົນແຂວງຈຳປາສັກ ຊຶ່ງຈັດຂຶ້ນລະຫວ່າງວັນທີ 31 ມົກກະຣາ ເຖີງວັນທີ 2 ກຸມພາ 2023 ນີ້.
ທາງດ້ານປະຊາຊົນ ໃນແຂວງຈຳປາສັກ ຈຳນວນນຶ່ງກໍຢາກສເນີໃຫ້ ສະພາປະຊາຊົນແຂວງຈຳປາສັກ ໄດ້ເໜັ້ນໜັກ ໃຫ້ໜ່ວຽງານຂອງຣັຖ ຊ່ອຍເລັ່ງແກ້ໄຂບັນຫາຕ່າງໆ ຕາມທີ່ປະຊາຊົນ ໄດ້ເກີດມີຫາງສຽງຫລື ສເນີໄປກ່ອນໜ້ານີ້ ເພື່ອຫລຸດຜ່ອນບັນຫາ ແລະຜົນກະທົບ ຂອງປະຊາຊົນ ພາຍໃນແຂວງຈຳປາສັກຢ່າງຈິງຈັງ ແລະເປັນຮູບປະທັມ.
ດັ່ງຊາວລາວທ່ານນຶ່ງ ໃນແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ກຸມພາ ນີ້ວ່າ:
“ຢາກໃຫ້ເພິ່ນແກ້ບັນຫາ ໃຫ້ມັນຖືກຕ້ອງຖືກຕ້ອງຕາມຈິດໃຈ ຂອງປະຊາຊົນກາໃຫ້ເຈາະຈົງ ເອົາຫາງສຽງແຫລະ ອັນເປັນໃຫຍ່ຄັນວ່າ ຊິເຮັດແກ້ໄຂຫັ້ນນ່າ ປະຊາຊົນມັກແນວໃດ ແນວນັ້ນແລ້ວ ຈັ່ງຖືກຕ້ອງ.”
ຊາວບ້ານອີກທ່ານນຶ່ງ ໃນເມືອງປາກຊ່ອງແຂວງຈຳປາສັກ ກ່າວວ່າຢາກໃຫ້ທາງການ ແຂວງຈຳປາສັກ ທົບທວນຄືນ ເຣື່ອງການໃຫ້ສັມປະທານ ທີ່ດິນກັບນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເນື່ອງຈາກມີຊາວບ້ານ ເປັນຈຳນວນຫລາຍພັນຄອບຄົວ ມີທີ່ດິນທັມການກະເສຕ ບໍ່ພຽງພໍ ແລະຫລາຍຄອບຄົວ ກໍບໍ່ມີໃບຕາດິນຖາວອນ ດັ່ງນັ້ນທາງການແຂວງຈຳປາສັກ ຄວນຈັດສັນທີ່ດິນທຳການກະເສຕ ໃຫ້ຊາວບ້ານຄົບຖ້ວນ ແລະພຽງພໍກ່ອນທີ່ຈະໃຫ້ສັມປະທານ ກັບນັກລົງທຶນເລົ່ານັ້ນ.
ສ່ວນບັນຫາເຣື່ອງເສຖກິຈ-ການເງິນຕົກຕໍ່າ ຄວນຈະເລັ່ງດຳເນີນການ ແກ້ໄຂຢ່າງໄວວາ ເພື່ອຫລຸດຜ່ອນຜົນກະທົບ ຕໍ່ການດຳເນີນຊີວິດ ຂອງຊາວບ້ານໃນປັດຈຸບັນ ແລະໄລຍະຍາວ.
ດັ່ງຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນວ່າເປັນໄປໄດ້ ກາຢາກຂໍຄວາມຊ່ອຍເຫລືອຫັ້ນ ແຫລະທ່ານເອີຍປະຊາຊົນນີ້ ລຳບາກແຮງບ່ອນຊິກີນຊິຢາກກາບໍ່ມີດຽວນີ້ຫັ້ນ ມີໃບຕາດິນຖາວອນ ຫລື ວ່າມີນັ້ນມີນີ້ກາບໍ່ມີເດ້ ຄືປີນີ້ເນາະ ຄືເງິນບາທເງິນຫລຽນກາຂຶ້ນຄ່າ ນໍ້າມັນກາແພງຄ່າລົງທຶນກາແພງ.”
ຊາວລາວອີກທ່ານນຶ່ງ ໃນເມືອງໂຂງແຂວງຈຳປາສັກ ກ່າວວ່າຢາກໃຫ້ທາງການ ແຂວງຈຳປາສັກ ຢຸດການໃຫ້ສັມປະທານ ທີ່ດິນແກ່ນັກລົງທຶນຈີນ ທັງດິນຂອງຣັຖ ແລະ ດິນໄຮ່ດິນສວນ ຂອງຊາວບ້ານເພື່ອພັທນາໂຄງ ການເຂດເສຖກິຈສີທັນດອນ, ໂຄງການກໍ່ສ້າງແຫລ່ງພtລັງງານ ແລະໂຄງການປູກພືດເສຖກິຈຕ່າງໆ ເນື່ອງຈາກຊາວບ້ານ ໃນພື້ນທີ່ເມືອງໂຂງ ເປັນຈຳນວນຫລາຍຄອບຄົວ ບໍ່ໄດ້ມີທີ່ດິນທຳການກະເສຕ ຢ່າງພຽງພໍເທື່ອ.
ດັ່ງຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທາງທີດີມັນກໍບໍ່ຢາກໃຫ້ມາຕັ້ງແຫລະ ຄັນແມ່ນຄັດຄ້ານໄດ້ອັນນີ້ ພັດມັນເວົ້າຄັດຄ້ານ ການກໍ່ສ້າງເນາະສ່ວນຫລາຍ ມັນກາກະທົບໝົດຫັ້ນແລ້ວ ເພາະວ່າມັນດົງບ່ອນທຳມາຫາກິນຫັ້ນນ່າ.”
ຊາວບ້ານອີກທ່ານນຶ່ງ ໃນເມືອງໂພນທອງ ແຂວງຈຳປາສັກ ກ່າວວ່າຢາກໃຫ້ແກ້ໄຂບັນຫາ ເຣື່ອງຄ່າຜ່ານທາງ ເສັ້ນທາງເລຂທີ 16W ນະຄອນປາກເຊ ເມືອງໂພນທອງ ແລະ ເສັ້ນທາງເລຂທີ 16E ນະຄອນປາກເຊ ເມືອງປາກຊ່ອງ ຊຶ່ງໄດ້ສ້າງຄວາມເດືອດຮ້ອນ ໃຫ້ກັບຊາວບ້ານ ພາຍໃນແຂວງຈຳປາສັກ ມາໄດ້ຫລາຍປີແລ້ວ ເນື່ອງຈາກຄ່າຜ່ານທາງມີລາຄາແພງ ຈົນເກີນໄປຂະນະທີ່ລາຍຈ່າຍຂອງຊາວບ້ານ ນັບມື້ຈະເພີ່ມສູງຂຶ້ນເລື້ອຍໆ. ດັ່ງຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຣາຍຈ່າຍເພີ່ມເດ້ ປົກກະຕິເຮົາໄປຊາວ-ມາຊາວກາສິສິບວ່າຊັ້ນ ສະດຽວນີ້ມັນເພີ່ມເປັນ 48,000 ກີບ (ສີ່ສິບແປດພັນກີບ) ກະຊວງໂຍທາທິການ ເປັນຜູ້ອອກໃຫ້ເຂົາເນາະ.”
ທ່ານ ບຸນຄົງ ພັນວົງສາ ສະມາຊິກສະພາ ປະຊາຊົນແຂວງຈຳປາສັກ ຈາກເມືອງໂພນທອງ ກ່າວໃນກອງປະຊຸມສໄມສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງຈຳປາສັກຊຸດ ທີ 2 ໃນມື້ວັນທີ 01 ກຸມພາ 2023 ນີ້ວ່າທ່ານສເນີໃຫ້ໜ່ວຽງານ ຂອງຣັຖທຸກຂແນງການ ຊ່ອຍເອົາໃຈໃສ່ ແລະແກ້ໄຂບັນຫາພັຍສັງຄົມ ຕ່າງໆ ຢ່າງຈິງຈັງ ແລະເປັນຮູບປະທັມ ເພື່ອຫລຸດຜ່ອນຜົນກະທົບ ທີ່ເກີດຂຶ້ນກັບຊາວບ້ານ ໂດຍສະເພາະບັນຫາ ເຣື່ອງຢາເສພຕິດ ແລະຂໍ້ຂັດແຍ່ງເຣື່ອງທີ່ດິນ.
ປັດຈຸບັນ ເມື່ອເກີດບັນຫາຂຶ້ນມາແລ້ວ ໜ່ວຽງານຂອງຣັຖ ຈະຕ້ອງໄດ້ເຂົ້າໄປຄຸ້ມຄອງ ຫລືໄກ່ເກັ່ຽ ເພື່ອໃຫ້ບັນຫາ ຫລືຜົນກະທົບຫລຸດຜ່ອນລົງ ແຕ່ການປະຕິບັດໂຕຈິງ ເຈົ້າໜ້າທີ່ຂອງຣັຖ ບໍ່ໄດ້ເອົາໃຈໃສ່ໃນການແກ້ໄຂ ບັນຫາເຫລົ່ານັ້ນຢ່າງຈິງຈັງ ຈົນກາຍເປັນຂໍ້ຂັດແຍ່ງ ແລະສ້າງຄວາມບໍ່ພໍໃຈ ໃຫ້ກັບຊາວບ້ານໂດຍສະເພາະ ເຣື່ອງການໃຫ້ບໍຣິການຂອງ ເຈົ້າໜ້າທີ່ຣັຖ.
ດັ່ງ ທ່ານ ບຸນຄົງ ພັນວົງສາ ສະມາຊິກສະພາ ປະຊາຊົນ ແຂວງຈຳປາສັກ ຈາກເມືອງໂພນທອງ ກ່າວໃນຕອນນຶ່ງວ່າ:
“ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສັງຄົມຫລືວ່າຂໍ້ຂັດແຍ່ງທີ່ເກີດຂຶ້ນ ໃນສັງຄົມມັນກາຍັງນັບມື້ນັບເພີ່ມຂຶ້ນ ຊຶ່ງມີທ່າອ່ຽງເພີ່ມຂຶ້ນພໍສົມຄວນ ຍົກໂຕຢ່່າງບັນຫາການຢ່າຮ້າງ, ບັນຫາຢາເສພຕິດ, ບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ບັນຫາອື່ນໆ ຍັງມີເປີເຊັນເພີ່ມຂຶ້ນ ຫລວງຫລາຍພໍສົມຄວນ.”
ທ່ານ ສາຍທອງ ໄຊຍະວົງ ປະທານສະພາ ແຂວງຈຳປາສັກ ກ່າວໃນກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຂວງຈຳປາສັກ ຊຸດທີ 2 ໃນມື້ເປີດກອງປະຊຸມວ່າ ຢາກໃຫ້ພາກສ່ວນຕ່າງໆ ເລັ່ງແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ທີ່ສະສົມມາຫລາຍປີ, ແກ້ໄຂອັດຕຣາແລກປ່ຽນເໜັງຕີງ, ລາຄານໍ້າມັນເຊື້ອເພີງ ແລະລາຄາສິນຄ້າເພີ່ມສູງຂຶ້ນ, ການແກ້ໄຂບັນຫາຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ມີຄວາມຝືດເຄືອງ ແລະ ບັນຫາອື່ນໆ ເພື່ອຫລຸດຜ່ອນຫາງສຽງ ຂອງປະຊາຊົນພາຍໃນແຂວງ ເພື່ອສ້າງຄວາມເປັນເອກພາບ ໃນການແກ້ໄຂບັນຫາ ຄວາມຫຍຸ້ງຍາກ ໃຫ້ເບົາບາງລົງເປັນກ້າວໆ.