ຈັບຊາຍຊາວຈີນ ຖືກສົງໃສ ຄາຕກັມ ແມ່ຍິງລາວ

ມະນີຈັນ
2020.09.21
F-Chinese-murderer ຊາຍຊາວຈີນ ທີ່ຖືກສົງໃສວ່າ ກໍ່ເຫດຄາຕກັມ ແມ່ຍິງລາວ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງ ແລະ ແຂວງດັ່ງກ່າວ ຈັບໂຕແລ້ວ
ນັກຂ່າວພົລເມືອງ

ມື້ວັນທີ 17 ກັນຍາ 2020 ເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ຈັບຜູ້ຕ້ອງຫາ ຊາຍຊາວຈີນ ຄົນນຶ່ງ ທີ່ຍັງບບໍ່ຮູ້ຊື່ ແລະ ອາຍຸ ຢູ່ເຂດບ້ານດອນໜອງເທົາ ເມືອງຕົ້ນເຜິ້ງ, ເຊິ່ງຖືກສົງໃສວ່າ ເປັນຜູ້ກໍ່ເຫດຄາຕກັມ ແມ່ຍິງລາວ ອາຍຸ 33 ປີຢ່າງໂຫດຫ້ຽມ ເມື່ອວັນທີ 15 ກັນຍານີ້ ຢູ່ຫາດແຄມຂອງ ບ້ານວຽງສວັນ. ປັດຈຸບັນ, ເຈົ້າໜ້າທີ່ຕໍາຣວດ ໄດ້ຄວບຄຸມໂຕຜູ້ກ່ຽວ ເພື່ອນໍາໄປສືບສວນ-ສອບສວນ ແລະຍັງບໍ່ທັນ ມີຣາຍລະອຽດ ຫຼາຍໄປກວ່ານີ້, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ທີ່ຮັບຜິດຊອບພື້ນທີ່ ບ່ອນເກີດເຫດ ກ່າວຕໍ່ RFA ໃນມື້ວັນທີ 18 ກັນຍາ ນີ້ວ່າ:

“ຈັບໄດ້ແລ້ວ ໄດ້ຍິນເຂົາລົງເຟສຢູ່ ຜູ້ທີ່ຂ້ານາງອັນນັ້ນຫັ້ນເນາະ ຢູ່ທ່າວຽງສວັນນີ້ນ່າ ເປັນຄົນຈີນ ບໍ່ແມ່ນຜົວເມັຽ ແມ່ນຄົນແນວໃດບໍ່ຮູ້ ຄົນມານໍາກັນ ຂ້ອຍບໍ່ເຂົ້າໃຈ. ອັນນັ້ນແມ່ນເຣື່ອງ ຂອງຕໍາຣວດ. ເພິ່ນຫາກໍສິສືບສວນ-ສອບສວນເນາະ ທາງເຈົ້າໜ້າທີ່ເພິ່ນເອົາໄປ ແລ້ວກໍບໍ່ຮູ້ນໍາເພິ່ນເນາະ.”

RFA ໄດ້ຕິດຕໍ່ໄປຫາ ຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ແລະ ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເພື່ອຂໍຮູ້ຄວາມຄືບໜ້າ ເພີ່ມຕື່ມ, ແຕ່ທາງເຈົ້າໜ້າທີ່ ຍັງບໍ່ສະດວກ ທີ່ຈະໃຫ້ສັມພາດ ແລະ ຍັງບໍ່ແນ່ໃຈວ່າ ຈະມີການຖແລງຂ່າວ ກ່ຽວກັບການຈັບ ຜູ້ຕ້ອງຫາຣາຍນີ້ ຫຼືບໍ່.

ກ່ຽວກັບເຣື່ອງນີ້, ຊາວແຂວງບໍ່ແກ້ວ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຈາກການທີ່ໄດ້ຍິນ ຄົນໃນສັງຄົມເວົ້າກັນ, ຜູ້ເສັຽຊີວິດ ແລະ ຜູ້ຕ້ອງຫາຄົນຈີນນັ້ນ, ເປັນຄູ່ຮັກກັນ, ເຊິ່ງເປັນໄປໄດ້ວ່າ ອາຈເປັນຍ້ອນ ຜິດຖຽງກັນ ຫຼືບໍ່ເຂົ້າໃຈກັນ ຈຶ່ງໄດ້ກໍ່ເຫດນັ້ນຂຶ້ນ ອັນເຮັດໃຫ້ຊາວບ້ານຫຼາຍຄົນ ຮູ້ສຶກສະເທືອນໃຈ:

“ຊາວລາວເຮົາ ເຂົາກໍຄົບກັບຄົນຈີນ ມັນກະຫຼາຍແດ່ດຽວນີ້, ຄົບຫາກັນ ແບບເປັນແຟນ ຫຼືວ່າບໍ່ໄດ້ແຕ່ງງານຫຍັງ ໄປເລາະໄປລຽບ ໄປທ່ຽວຫຍັງ ກໍບໍ່ຮູ້ວ່າສາເຫດ. ມັນຈະເປັນຈັ່ງໃດ ຕ້ອງເປັນຊູ້ເປັນແຟນກັນນະ ບໍ່ແມ່ນວ່າຄົນຈີນ ຈະມາຂ້າຜູ້ສາວງ່າຍໆ ມັນຕ້ອງເປັນ ຊູ້ເປັນແຟນ ບາງເທື່ອ ກະຜິດຖຽງກັນ, ບໍ່ຮູ້.”

ທ່ານເວົ້າຕື່ມວ່າ ເຖິງຢ່າງໃດກໍຕາມ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ລົງສືບສວນ-ສອບສວນ ແລະ ຫາກພົບວ່າ ຊາວຈີນຄົນດັ່ງກ່າວ ໄດ້ລົງມືກໍ່ເຫດ ຂ້າແມ່ຍິງລາວແທ້ ກໍຢາກໃຫ້ດໍາເນີນຄດີເຂົາ ຕາມກົດໝາຍອາຍາ ໃຫ້ເຖິງທີ່ສຸດ ເພື່ອບໍ່ໃຫ້ຄົນໃນສັງຄົມ ເອົາເປັນແບບຢ່າງ.

ແລະ ຊາວແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ອີກທ່ານນຶ່ງ ກໍກ່າວຕໍ່ RFA ໃນມື້ວັນທີ 18 ກັນຍາ ນີ້ວ່າ ຫຼັງຈາກເກີດເຫດນັ້ນ, ມາຮອດປັດຈຸບັນ ກໍຍັງບໍ່ຮູ້ສາເຫດ ທີ່ແນ່ນອນ ຂອງການຄາຕກັມ ນັ້ນເທື່ອ ແລະ ກໍຍັງບໍ່ທັນເຫັນ ເຈົ້າໜ້າທີ່ຕໍາຣວດ ເປີດເຜີຍຄວາມຄືບໜ້າ ໃນການສືບສວນສອບສວນ ຜູ້ຕ້ອງສົງໃສເທື່ອ, ເຊິ່ງຕົນກໍຍັງຕິດຕາມຢູ່:

“ນັ້ນແຫຼະ ມັນເປັນແນວໃດ ກະຍັງບໍ່ຮູ້ນະ ກະຍັງບໍ່ຮູ້ຂ່າວ ຊັດເຈນເທື່ອນ່າ. ຄົນຈີນ, ມັນຈັບໄດ້ແນວໃດ ກະຍັງບໍ່ຮູ້ນະ ຂ້າຢູ່ແຄມຂອງພຸ້ນນະ ກໍນັ້ນລະ ທາງການເພິ່ນ ກໍາລັງຄວບຄຸມໂຕຢູ່ນີ໋ ເຂົາຊິເຮັດແນວໃດ ສອບສວນວ່າ ຂ້າດ້ວຍເຫດໃດ ກະຍັງບໍ່ຮູ້ເທື່ອ.”

ແລະ ຊາວແຂວງ ບໍ່ແກ້ວ ອີກຄົນນຶ່ງ ຜູ້ຂໍສງວນຊື່ຄືກັນ ກໍຮູ້ສຶກ ບໍ່ດີໃຈ ທີ່ເກີດເຫດການແນວນັ້ນ ຂຶ້ນກັບແມ່ຍິງລາວ ແລະ ຍັງບໍ່ຮູ້ວ່າ ຜູ້ຕ້ອງຫາຄົນດັ່ງກ່າວ ຈະຖືກລົງໂທສແນວໃດ. ຄັນມີຫຼັກຖານວ່າ ເຂົາໄດ້ລົງມືຂ້າ ແມ່ຍິງລາວແທ້ ແລະ ຖ້າຜິດແທ້ ກໍຢາກໃຫ້ຖືກລົງໂທສ ໜັກໜ່ວງ ຕາມກົດໝາຍ, ນາງ ກ່າວ:

“ກໍຮູ້ສຶກບໍ່ດີໃຈຫັ້ນແຫຼະ ມາຂ້າຄົນລາວ ທາງການຂະເຈົ້າ ຈະເຄຼັຽກັນ ຈະວ່າແນວໃດ ກະຍັງບໍ່ຮູ້ຫັ້ນນ່າເນາະ. ກະບໍ່ຮູ້ຂະເຈົ້າເຮັດຈັ່ງໃດ ເຫດຜົລອັນໃດ ເອື້ອຍກະຍັງບໍ່ທັນຮູ້ເບາະແສເຈົ້າ, ຫັ້ນນ່າ.”

ກ່ຽວກັບເຣື່ອງທີ່ວ່ານີ້, ເຈົ້າໜ້າທີ່ ໜ່ວຍກູ້ຊີບ ອົງການກາແດງ ແຂວງບໍ່ແກ້ວ ເວົ້າວ່າ ເຫດການຄາຕກັມດັ່ງກ່າວ ຖືເປັນຄັ້ງທໍາອິດ ຢູ່ແຂວງ ບໍ່ແກ້ວ ທີ່ຄົນຈີນ ຕົກເປັນຜູ້ຕ້ອງຫາ. ສ່ວນສົບຂອງແມ່ຍິງລາວນັ້ນ, ທາງໜ່ວຍກູ້ຊີບ ໄດ້ນໍາສົ່ງໂຮງໝໍ ແຂວງບໍ່ແກ້ວ ເພື່ອມອບໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄປສັລສູດຕາມຂັ້ນຕອນ:

“ບໍ່ ກະຫາກໍ່ມີ, ແຕ່ວ່າຕາມຂ່າວຕາມຫຍັງ ໜ່ວຍກູ້ພັຍກະຍັງບໍ່ຮູ້. ມີແຕ່ວ່າຂ່າວຫັ້ນ ກະຕາມທີ່ເຮົາ ມີແຕ່ເຮົາລົງເພຈຫັ້ນແຫຼະ ມີແຕ່ສໍ່າຫັ້ນ. ດຽວນີ້, ມີແຕ່ເອົາໄປໂຮງໝໍ ແຕ່ວ່າອັນນີ້ ແມ່ນວຽກ ຂອງເຈົ້າໜ້າທີ່ ຂອງຂະເຈົ້າ ທາງກູ້ພັຍເຮົານີ້ ຍັງບໍ່ຮູ້ຫຍັງ.”

ແມ່ຍິງລາວ ຜູ້ເສັຽຊີວິດຄົນນີ້ ແມ່ນຊາວບ້ານ ບ້ານນາບວຍ, ເມືອງປາກກະດິງ ແຂວງບໍຣິຄໍາໄຊ, ອາຍຸ 33 ປີ, ຍັງບໍ່ຮູ້ຊື່. ສະພາບສົບ ໃສ່ເສື້ອແຂນຍາວສີແດງ, ນຸ່ງສົ້ງຂາສັ້ນ ມີບາດແຜ ຕາມບໍຣິເວນໃບໜ້າ, ອ້ອມຄໍ ແລະ ຂໍ້ແຂນ ມີຮອຍມີດປາດ ເປັນແຜເລິກ. ຍັງບໍ່ມີ ຂໍ້ມູນຄັກແນ່ວ່າ ນາງມາເຮັດວຽກຫຍັງ ຢູ່ແຂວງບໍ່ແກ້ວ. ສ່ວນຣາຍຣະອຽດອື່ນໆ ຕ້ອງລໍຖ້າ ການເປີດເຜີຍ ຂອງເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.