ປົກຄອງບ້ານ ຍັງບໍ່ປຸກເຮືອນແທນ ຊາວຄຣິສຕຽນ ເທື່ອ

ໄຊ​ຍາ
2021.09.20
ປົກຄອງບ້ານ ຍັງບໍ່ປຸກເຮືອນແທນ ຊາວຄຣິສຕຽນ ເທື່ອ ຊາວຄຣິສຕຽນ ທີ່ຖືກ ອຳນາດການປົກຄອງບ້ານ ມ້າງເຮືອນຖິ້ມ ຍັງບໍ່ທັນໄດ້ ເຮືອນຫຼັງໃໝ່ເທື່ອ ພາຍຫຼັງ ທີ່ເຈົ້າໜ້າທີ່ເມືອງ ໄດ້ສັ່ງໃຫ້ ຂັ້ນບ້ານ ປຸກເຮືອນຫຼັງໃໝ່ແທນ.
ພາບຈາກ ວີດີໂອ ນັກຂ່າວ ພົລເຮືອນ

ມາຮອດ ປັຈຈຸບັນ ຊາວຄຣິສຕຽນລາວ ທັງໝົດ 5 ຄອບຄົວ ຈຳນວນ 21 ຄົນ ຢູ່ບ້ານປະສິງ-ບ້ານກາງ ແລະ ບ້ານປະເຕັ້ມ ຄຸ້ມປຣຸກ ເມືອງຕະໂອ້ຍ ແຂວງສາຣະວັນ ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ ເຣື່ອງ ການປຸກເຮືອນໃໝ່ເທື່ອ ພາຍຫຼັງ ທີ່ຖືກອຳນາດ ການປົກຄອງ ຂັ້ນບ້ານ ມ້າງເຮືອນຖິ້ມ ຕັ້ງແຕ່ ທ້າຍປີ 2020 ແລະ ຕົ້ນປີ 2021.

ກ່ຽວກັບ ເຣື່ອງນີ້ ຊາວຄຣິສຕຽນລາວ ບ້ານປະເຕັ້ມ ຄຸ້ມປຣຸກ ທີ່ີຖືກອຳນາດ ການປົກຄອງ ຂັ້ນບ້ານ ມ້າງເຮືອນ ເມື່ອຕົ້ນປີ 2021 ໄດ້ກ່າວວ່າ: ປັຈຈຸບັນ ຄອບຄົວ ຂອງລາວ ແລະ ຄອບຄົວ ຂອງຊາວຄຣິສຕຽນ ຄົນອື່ນໆ ຕ້ອງເຂົ້າໄປຫາ ໄມ້ໃນປ່າ ເພື່ອນຳມາ ປຸກເຮືອນ ດ້ວຍຕົນເອງ ແລະ ບໍ່ເຄີຍ ໄດ້ຮັບ ການຊ່ອຍເຫຼືອໃດໆ ຈາກອຳນາດ ການປົກຄອງ ຂັ້ນບ້ານເທື່ອ ເຊິ່ງຕ້ອງໃຊ້ເວລາ ອີກຫຼາຍເດືອນ ຈຶ່ງຈະສາມາດ ສ້າງເຮືອນ ສຳເຣັດ ດ້ວຍຕົນເອງ, ດັ່ງທ່ານ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 17 ກັນຍາ 2021 ນີ້ວ່າ:

“ຫັ້ນ ຍັງຢູ່ປ່າດົງ ຍັງຢູ່ຖຽງໄຮ່ຖຽງນາ ຍັງນອນຢູ່ ຍັງບໍ່ທັນໄດ້ເຮືອນ ບົດບັນທຶກຫັ້ນ ເຂົາສັນຍາແລ້ວ ແຕ່ວ່າ ເຂົາບໍ່ໄດ້ເຮັດ ເຂົາບໍ່ໄດ້ ປະຕິບັດ ຕາມໂຕຈິງ ທາງນາຍບ້ານວ່າ ຍັງລໍຖ້າ ເມືອງກ່ອນ ເມືອງຕັດສິນ ແນວນັ້ນຫັ້ນນ່າ.”

ທ່ານໄດ້ ກ່າວຕື່ມວ່າ ຄອບຄົວ ຂອງລາວເອງ ແລະ ຊາວຄຣິສຕຽນ ຄົນອື່ນໆ ໄດ້ຫາຢູ່ຫາກິນ ດ້ວຍການເຮັດໄຮ່ເຮັດນາ ແລະ ບໍ່ໄດ້ອອກໄປ ເຮັດວຽກອື່ນ ພາຍນອກບ້ານ ອີກທັງ ພາຍໃນຄອບຄົວ ຂອງລາວ ມີສະມາຊິກ ຫຼາຍຄົນ ຈຶ່ງເຮັດໃຫ້ ປະສົບບັນຫາ ຂາດເຂີນ ເຣື່ອງອາຫານການກິນ. ເຖິງແມ່ນວ່າ ຈະມີ ຊາວຄຣິສຕຽນ ຈາກບ້ານອື່ນໆ ນຳອາຫານ ມາບໍຣິຈາກ ກໍຕາມ ແຕ່ກໍຍັງ ບໍ່ພຽງພໍ ຕໍ່ຄວາມຕ້ອງການເທື່ອ.

ໃນຂນະທີ່ ເຄືອຂ່າຍ ຊາວຄຣິສຕຽນລາວ ເມືອງຕະໂອ້ຍ ແຂວງສາຣະວັນ ທ່ານນຶ່ງ ກ່າວວ່າ ກ່ອນໜ້ານີ້ ລາວເອງ ກໍໄດ້ຖາມ ໄປຍັງ ອຳນາດການປົກຄອງ ຂັ້ນບ້ານ ດັ່ງກ່າວນັ້ນ ກ່ຽວກັບ ຄວາມຄືບໜ້າ ຂອງການປຸກເຮືອນ ໃຫ້ແກ່ ຊາວຄຣິສຕຽນລາວ ທັງ 5 ຄອບຄົວ ເຊິ່ງກໍໄດ້ຮັບ ຄຳຕອບວ່າ ຕ້ອງລໍຖ້າ ຄຳສັ່ງ ຈາກອຳນາດ ການປົກຄອງ ຂັ້ນເມືອງກ່ອນ ຈຶ່ງຈະປຸກເຮືອນ ໃຫ້ໄດ້.

“ທາງບ້ານທາງເມືອງ ຂະເຈົ້າ ກໍມີ ແຕ່ວ່າ ໄປຫາ ນາຍບ້ານ ນາຍບ້ານ ກໍວ່າ ຊຸດເມືອງ ຕອນນີ້ ລໍຖ້າ ຄຳຕອບ ຈາກເມືອງ ມີແຕ່ລໍຖ້າ ຈາກຂັ້ນເມືອງ ແຂວງ ກໍວ່າ ຊຸດເມືອງ.”

ທ່ານກ່າວຕື່ມວ່າ ໃນຂນະດຽວກັນ ທ່ານເອງ ກໍໄດ້ຕິດຕໍ່ ໄປຍັງ ອຳນາດ ການປົກຄອງ ເມືອງຕະໂອ້ຍ ແລະ ກໍໄດ້ ຄຳຕອບວ່າ ຕ້ອງລໍຖ້າ ຄຳຕອບ ຈາກຂັ້ນແຂວງກ່ອນ ເຊິ່ງສະແດງ ໃຫ້ເຫັນວ່າ ເຈົ້າໜ້າທີ່ຣັຖ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ຍັງເມີນເສີຍ ແລະ ບໍ່ໃຫ້ ຄວາມຊ່ອຍເຫຼືອ ໃດໆ ແກ່ຊາວ ຄຣິສຕຽນ ໃນພື້ນທີ່ ດັ່ງກ່າວ.

ທາງດ້ານເຄືອຂ່າຍ ຊາວຄຣິສຕຽນລາວ ເມືອງຕະໂອ້ຍ ອີກທ່ານນຶ່ງ ກ່າວວ່າ ໃນໄລຍະ ຫຼາຍເດືອນ ຜ່ານມາ ນັບແຕ່ ອຳນາດການປົກຄອງ ເມືອງຕະໂອ້ຍ ມີຄຳສັ່ງ ຫ້າມບໍ່ໃຫ້ ອຳນາດ ການປົກຄອງ ຂັ້ນບ້ານ ໄປລົບກວນ ຊາວຄຣິສຕຽນທັງ 5 ຄອບຄົວ ດັ່ງກ່າວອີກ ແລະ ກໍສັນຍາວ່າ ຈະດຳເນີນ ການປຸກເຮືອນຄືນ ໃຫ້ແກ່ ພວກເຂົາເຈົ້າ. ແຕ່ຢ່າງໃດ ກໍຕາມ, ກໍຍັງ ບໍ່ມີ ຄວາມຄືບໜ້າ ແນວໃດ ແລະ ເຫັນວ່າ ພາກສ່ວນ ທີ່ກ່ຽວຂ້ອງ ບໍ່ໄດ້ເຮັດຕາມ ສັນຍາ ທີ່ກ່າວໄວ້.

“ຄັ້ງທຳອິດ ເຂົາສັນຍາວ່າ ຊິເຮັດເຮືອນ ແຕ່ວ່າ ດຽວນີ້ ເຮືອນກໍຍັງ ບໍ່ທັນໄດ້ມີ ຍ້ອນຂັ້ນບ້ານ ເຂົາບໍ່ເຊັນ ເຮັດໃຫ້ ຫັ້ນນ່າວ່າ ຊິເຮັດອີ່ຫຍັງ ແຕ່ເຂົາ ບໍ່ເຊັນອ່າ ເວົ້າທາງຂັ້ນເທິງ ເຂົາວ່າ ສຸດແລ້ວ ແຕ່ພໍ່ບ້ານ ເຂົາວ່າ ແນວນັ້ນ ພໍຢູ່ບ້ານ ບ້ານກໍເວົ້າວ່າ ຊຸດເມືອງ ຈັກບ່ອນ ຊຸດໃດ ກໍບໍ່ຮູ້ ຄືກັນ ກໍຍັງບໍ່ໄດ້ ຄືບໜ້າ ແນວໃດ ຍັງຄືເກົ່າ ຫັ້ນແຫຼະ.”

ໃນຂນະດຽວກັນ ເຄືອຂ່າຍ ຊາວຄຣິສຕຽລາວ ຢູ່ແຂວງພາກໃຕ້ ອີກທ່ານນຶ່ງ ກ່າວວ່າ ກ່ອນໜ້ານີ້ ອຳນາດ ການປົກຄອງ ຂັ້ນບ້ານ ດັ່ງກ່າວ ມັກລົບຫລູ່ ພຣະເຍຊູ ແລະ ຄຳສອນ ຂອງຄຣິສຕຽນລາວ ແຕ່ຫຼັງຈາກນັ້ນ ເປັນຕົ້ນມາ ອຳນາດ ການປົກຄອງ ຂັ້ນເມືອງ ກໍສັ່ງຫ້າມ ບໍ່ໃຫ້ໃຊ້ ຄຳເວົ້າ ດັ່ງກ່າວອີກ ແຕ່ອຳນາດ ການປົກຄອງ ຂັ້ນບ້ານ ຍັງເມີນເສີຽ ແລະ ບໍ່ໃຫ້ ການຊ່ອຍເຫຼືອ ແນວໃດ ແກ່ຊາວ ຄຣິສຕຽນລາວ.

“ໃຫ້ໄປລະ ພີ່ນ້ອງ ບໍ່ໄປໃຫ້ປະ ກໍບໍ່ປະ ແຕ່ວ່າ ຜູ້ໃດປະ ພຣະເຈົ້າ ຜູ້ໃດຍອມຖິ້ມ ຍອມເຊັນ ບໍ່ເຊື່ອບໍ່ຖື ທາງອຳນາດ ການປົກຄອງ ກໍບໍ່ໄລ່ ບໍ່ປະບໍ່ເຮັດຫຍັງ ແຕ່ວ່າ ຄັນວ່າ ເຮັດແນວໃດ ກໍບໍ່ຍອມປະ ເຂົາກໍເລີຍໄລ່ອອກ ຈາກບ້ານ ມ້າງເຮືອນມັນ ເປັນແບບນັ້ນ ສາເຫດນັ້ນ ຂະເຈົ້າ ບໍ່ມັກ ເຣື່ອງພຣະເຈົ້າ ນີ້ແຫຼະ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຫ້ອງການ ແນວລາວສ້າງຊາດ ເມືອງຕະໂອ້ຍ ເພື່ອສອບຖາມ ກ່ຽວກັບ ຄວາມຄືບໜ້າ ໃນການປຸກເຮືອນ ໃຫ້ຊາວຄຣິສຕຽນ ຈຳນວນ 5 ຄອບຄົວ ດັ່ງກ່າວ ພາຍຫຼັງຈາກ ເຮືອນຂອງພວກຂະເຈົ້າຖືກ ອຳນາດ ການປົກຄອງ ຂັ້ນບ້ານ ມ້າງເຮືອນຖິ້ມ ແລະ ໄລ່ອອກ ຈາກບ້ານ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ສັມພາດ.

ກ່ອນໜ້ານີ້ ເມື່ອທ້າຍປີ 2020 ຫາຕົ້ນປີ 2021 ຊາວຄຣິສຕຽນ 5 ຄອບຄົວ ຢູ່ບ້ານປະສິງ, ບ້ານກາງ ແລະ ບ້ານປະເຕັ້ມຄຸ້ມປຣຸກ ເມືອງຕະໂອ້ຍ ແຂວງສາຣະວັນ ຖືກອຳນາດ ການປົກຄອງ ຂັ້ນບ້ານ ມ້າງເຮືອນ ແລະ ໄລ່ອອກ ຈາກບ້ານ ແລະ ຫຼັງຈາກນັ້ນ ໃນເດືອນເມສາ ຫາເດືອນພຶສພາ 2021 ອຳນາດ ການປົກຄອງ ເມືອງຕະໂອ້ຍ ໄດ້ສັ່ງຫ້າມ ບໍ່ໃຫ້ອຳນາດ ການປົກຄອງ ຂັ້ນບ້ານ ໄປລົບກວນ ຊາວຄຣິສຕຽນ ກຸ່ມດັ່ງກ່າວນີ້ ເດັດຂາດ ແລະ ອະນຸຍາດ ໃຫ້ຊາວຄຣິສຕຽນ ກັບມາຢູ່ບ້ານ ແລະ ສັນຍາວ່າ ຊ່ອຍປຸກ ເຮືອນໃຫ້.

ເຖິງຢ່າງໃດ ກໍຕາມ, ປັຈຈຸບັນ ມີຊາວຄຣິສຕຽນລາວ ທີ່ອາສັຍ ຢູ່ຕາມ ບ່ອນຕ່າງໆ ທົ່ວປະເທດ ປະມານ 100,000 ປາຍຄົນ ໂດຍໃນຈຳນວນ ດັ່ງກ່າວ ສ່ວນຫຼາຍ ເປັນຊາວຄຣິສຕຽນລາວ ໃນເມືອງເຊໂປນ ແຂວງສວັນນະຂດ ເຖິງ 30 ພັນຄົນ ເຊິ່ງທີ່ຜ່ານມາ ຊາວຄຣິສຕຽນ ໃນຫຼາຍ ທ້ອງຖິ່ນ ມັນຖືກ ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ແລະ ຊາວບ້ານ ສາສນາອື່ນໆ ລົບກວນ ເປັນຕົ້ນ ມ້າງເຮືອນຖີ້ມ ໄລ່ອອກ ຈາກບ້ານ ໃຊ້ຄຳເວົ້າ ທ້າທາຍ ຄຳສອນ ຂອງພຣະເຈົ້າ ຮວມເຖິງ ບໍ່ອະນຸຍາດ ໃຫ້ເດັກນ້ອຍ ທີ່ນັບຖື ສາສນາ ຄຣິສຄຽນ ບໍ່ໃຫ້ເຂົ້າຮຽນ ໃນໂຮງຮຽນ ຂອງຣັຖ ນຳດ້ວຍ.

ອີງຕາມາຕຣາ 43 ແລະ ມາຕຣາ 9 ຂອງຣັຖທັມມະນູນ ຂອງລາວ ລະບຸວ່າ ພົລເມືອງລາວ ມີສິດເສຣີພາບ ໃນການເຊື່ອຖື ສາສນາ ຫຼື ບໍ່ເຊື່ອຖືສາສນາ ທີ່ບໍ່ຂັດກັບ ກົດໝາຍ ແລະ ຣັຖ ກໍເຄົາຣົບ ແລະ ປົກປ້ອງ ການເຄື່ອນໄຫວ ອັນຖືກກົດໝາຍ ຂອງພຸທສາສະນິກະຊົນ ແລະ ສາສະນິກາຊົນ ອື່ນໆ ຮວມເຖິງ ຫ້າມບໍ່ໃຫ້ ເຮັດການ ກະທຳໃດໆ ທີ່ເປັນ ການແບ່ງແຍກ ສາສນາ ຫຼື ສ້າງຄວາມແຕກແຍກ ໃນສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.