ຜ່ານ ກອງປະຊຸມ ໂຕະມົນ ປະຈຳປີ 2016 ຊຶ່ງ ຈະຖືກຈັດຂຶ້ນ ທີ່ ແຂວງວຽງຈັນ ໃນວັນທີ 24 ແລະ 25 ພຶສຈິການີ້ ໂດຍຈະມີ ຜູ້ຕາງໜ້າ ຈາກ ພາກຣັຖ, ຄູ່ຮ່ວມ ພັທນາ, ອົງການຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບານ ແລະ ຕົວແທນ ພາກ ປະຊາສັງຄົມ ຈຳນວນນຶ່ງ ທີ່ເຂົ້າຮ່ວມ ນັ້ນ, ອົງການ ຈັດຕັ້ງ ທາງສັງຄົມ ຫວັງວ່າ ຕົນຈະໄດ້ເປັນ ຄູ່ຮ່ວມ ພັທນາ ໃນໂຄງການ ຕ່າງໆ ຂອງ ຣັຖບານ ຫຼາຍຂຶ້ນ. ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ພາກ ປະຊາສັງຄົມ ໃຫ້ສັມພາດ ຕໍ່ ວິທຍຸ ເອເຊັຽເສຣີ ວ່າ ມັນເປັນ ນິມິຕໝາຍ ອັນດີ ທີ່ຈະມີການ ຈັດ ກອງປະຊຸມ ໂຕະມົນ ນີ້ຂຶ້ນ:
"ຄັນວ່າ ເປັນໄປໄດ້ ກະຢາກໃຫ້ ເພິ່ນຍົກເອີ່.ຊິໃຫ້ ພວກເຮົານີ້ ມີສ່ວນຮ່ວມ ແນວໃດແນ່່ ໃນການ ຈັດຕັ້ງ ແຜນປະຕິບັດ ພັທນາ ເສຖກິຈ ສັງຄົມ ຄັ້ງທີ 8 ຫັ້ນນ່າ. ສະມາຄົມ ອົງການ ຈັດຕັ້ງ ພາກ ປະຊາສັງຄົມ ຄວນ ເຮັດແນວໃດ ໃນການ ຊ່ວຍຈັດຕັ້ງ ປະຕິບັດ ໂຕນີ້ ຖ້າເພິ່ນຍົກ ຂຶ້ນມາ ໃຫ້ເຫັນລະ ເຮົາກະຊິຮູ້ວ່າ ບົດບາດ ຂອງ ພວກເຮົາ ແມ່ນ ເຮັດຫຍັງແນ່ ຢູ່ໃນ ແຜນເພິ່ນ ຫັ້ນນ່າເນາະ ກະຊິ ເຮັດໃຫ້ບັນດາ ສະມາຄົມ ຕ່າງໆ ໝັ້ນໃຈ ຫຼືວ່າ ຮູ້ວ່າໂຕເອງ ມີບົດບາດຫຍັງ ໃນການຈັດຕັ້ງ ປະຕິບັດ ແຜນໂຕນັ້ນ".
ທີ່ຜ່ານມາ ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ເຮັດວຽກ ຢູ່ ສປປລາວ ເວົ້າວ່າ ພວກຕົນ ມີຄວາມຫຍຸ້ງຍາກ ໃນການ ປະຕິບັດ ວຽກງານ ຍ້ອນ ຕ້ອງໄດ້ຜ່ານ ຫລາຍຂັ້ນຕອນ. ກອງປະຊຸມ ໂຕະມົນ ປະຈຳປີ 2016 ນີ້ ດຣ.ກິແກ້ວ ຈັນທະບູຣີ ຮອງ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ຮວ່ມກັບ ຜູ້ຕາງໜ້າ ສະຫະປະຊາຊາດ ປະຈໍາລາວ ໄດ້ ຈັດກອງປະຊຸມ ຖແລງຂ່າວ ຂື້ນທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 8 ພຶສຈິກາ ກ່ຽວກັບ ຄວາມພ້ອມ ໃນການ ກະກຽມ ຈັດກອງປະຊຸມ ໂຕະມົນນັ້ນ.
ແລະທ່ານ ມໍຣະກົດ ວົງໄຊ, ຫົວໜ້າ ຜແນກ ອົງການ ສະຫະປະຊາຊາຕ, ກະຊວງ ແຜນການ ແລະ ການລົງທຶນ ກໍໄດ້ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ເມື່ອວັນທີ 9 ພຶສຈກາ ນີ້ວ່າ ຈຸດປະສົງ ຂອງ ກອງປະຊຸມ ໂຕະມົນ ຄັ້ງນີ້ ແມ່ນເພື່ອ ທົບທວນ ການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ ຂອງລາວ.
"ຈຸດປະສົງ ຂອງ ກອງປະຊຸມ ນີ້ ກໍ່ແມ່ນເພື່ອ ຣາຍງານ ການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ ຂອງ ຣັຖບານ ລາວ. ຣັຖບານລາວ ຮ່ວມກັບ ບັນດາຄູ່ຮ່ວມ ພັທນາ ທີ່ມາ ຮ່ວມກັນ ເຂົາເອີ້ນວ່າ ມາຕິດຕາມ ການຈັດຕັ້ງ ຄວາມຄືບໜ້າ ການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ ນີ້".
ທ່ານກ່າວ ຕື່ມວ່າ ນອກຈາກ ນັ້ນແລ້ວ ໃນກອງປະຊຸມ ຍັງຈະ ໄດ້ທົບທວນ ແລະ ຕິດຕາມ ຄວາມຄືບໜ້າ ຂອງ ການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ 5 ປີ ຄັ້ງທີ 8 2016 ຫາ 2020 ຂອງ ຣັຖບານລາວ ນຳດ້ວຍ, ເຊິ່ງ ປີ 2016 ນີ້ ຖືວ່າ ເປັນປີທຳອິດ ໃນການ ຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ 5 ປີ ຂອງ ຣັຖບານລາວ.
ກອງປະຊຸມ ໂຕະມົນ ແມ່ນ ກອງປະຊຸມ ທີ່ຈັດຂຶ້ນ ຢ່າງໜ້ອຍ 2 ຄັ້ງ ຕໍ່ປີ ຕາມຖແລງການ ວຽງຈັນ ໂດຍມີ ຣັຖບານ ສປປລາວ, ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບານ, ອົງການ ຈັດຕັ້ງ ພາກ ປະຊາສັງຄົມ ຂອງລາວ ແລະ ອົງການຈັດຕັ້ງ ສາກົນ ທີ່ໃຫ້ທຶນ ຊ່ວຍເຫລືອ ທາງສັງຄົມເຂົ້າຮ່ວມ ເພື່ອ ປຶກສາຫາລື ແລະ ເບິ່ງຄືນ ການຈັດຕັ້ງ ປະຕິບັດ ໂຄງການ ພັທນາຕ່າງໆ ໃນລາວ ທີ່ໄດ້ຮັບ ການ ຊ່ວຍເຫລືອ ຈາກ ສາກົນ, ໂດຍ ແບ່ງອອກ ເປັນ 10 ກຸ່ມ ຂແນງການ ຊຶ່ງ ຫລາຍໂຄງການ ກໍ່ໄດ້ ຖືກຈັດຕັ້ງ ປະຕິບັດ ຜ່ານອົງການ ຈັດຕັ້ງ ພາກ ປະຊາສັງຄົມ ລາວ.