ມາຟັງນໍາກັນ 10/27/19

0:00 / 0:00

ຣາຍການ “ມາຟັງນຳກັນ” ສັປດານີ້ ຈະນຳເອົາຫົວວຂໍ້: ຜູ້ແທນຣັຖບານ ແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ ກຽມຍື່ນໜັງສື ປອງດອງຊາດ ເຖິງຣັຖບານ ສປປລາວ ພາຍ​ຫລັງ ທີ່​ໄດ້​ຈັດ​ກອງ​ປະ​ຊຸມ​ຂຶ້ນ ໃນຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ 3 ມື້ ໃນມື້ວັນທີ 18, 19 ແລະ 21 ຕຸລາ 2019. ກອງປະຊຸມ 2 ມື້ທຳອິດ ໄດ້ຄົ້ນຄວ້າ ຫຼາຍບັນຫາ ເປັນຕົ້ນ ບັນຫາສັນຕິພາບ, ປະຊາທິປະໄຕ ແລະ ສິດທີມະນຸດ ຢູ່ລາວ ແລະ ກັມພູຊາ ແລະ ສັນຍາສັນຕິພາບ ປາຣີສ໌ ກ່ຽວກັບ ກັມພູຊາ ປີ 1991 ແລະ ຣະບອບລ່າເມືອງຂຶ້ນ ແບບໃໝ່ ຂອງພວກຄອມມິວນິສ ວຽດນາມ ທີ່ມີຕໍ່ 2 ປະເທດ ດັ່ງກ່າວ.

ຈັດ​ມາ​ສ​ເນີ​ທ່ານ ໂດຍ​: ໄຊ​ຍາ