ສິດທິຂັ້ນພື້ນຖານ ຂອງຄົນລາວ ຍັງຖືກຈໍາກັດ

ອຸ່ນແກ້ວ
2024.07.31
ສິດທິຂັ້ນພື້ນຖານ ຂອງຄົນລາວ ຍັງຖືກຈໍາກັດ ຮູບປະກອບ ເຊິ່ງແມ່ນ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຄາດຕະກຳ ຢູ່ທ້າຍບ້ານໂນນຈິກ ຕາແສງວາຣິນ ເມືອງສີເມືອງໃໝ່ ແຂວງອຸບົນຣາຊະທານີ ປະເທດໄທ. ວັນທີ 16 ພຶດສະພາ 2023.
RFA

ຄະນະຜູ້ແທນລາວ ແລະ ສະຫະພາບຢູ່ໂຣບ ປະຊຸມກັນເລື່ອງສິດທິມະນຸດ ເປັນຄັ້ງທີ 13 ແລ້ວ ກໍຕາມ, ແຕ່ ສິດທະມະນຸດ ຫຼື ສິດທິຂັ້ນພື້ນຖານ ຂອງປະຊາຊົນລາວ ຍັງຖືກຈໍາກັດ. ປະຊາຊົນທີ່ໃຊ້ສິດເສລີພາບໃນການປາກເວົ້າ ຜ່ານສື່ສັງຄົມອອນລາຍຖືກຈັບກຸມ ໂຕຢ່າງ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ, ປະຊາຊົນຜູ້ທີ່ໂຮມຊຸມນຸມ ກໍຈັບກຸມ, ຊາວຄຣິສຕຽນຖືກຈັບ.

ບາງກໍລະນີ ເຈົ້າໜ້າທີ່ກໍມີການໃຊ້ຄວາມຮຸນແຮງ ກັບປະຊາຊົນ.

ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 31 ກໍລະກົດວ່າ:

ແນວຄິດແບບຄອມມຸນິສຕ໌ມາເຕັມເລີຍ ຂໍ້ມູນ, ຂ່າວສານ, ກົດໝາຍຕ່າງໆ ທີ່ເຂົ້າເຖິງຍັງຍາກ ເຈົ້າໜ້າທີ່ ເຫຼືອວ່າ ລັດຖະບານຈັ່ງຊີ້ມັກໃຊ້ຄວາມຮຸນແຮງ ມັກໃຊ້ຄໍາເວົ້າທີ່ທາລຸນ.

ປັດຈຸບັນ ປະເທດລາວ ໄດ້ມີພັນທະສັນຍາສາກົນ ເລືື່ອງສິດທິມະນຸດ ແລະ ສິດທິພົນລະເມືອງ ເປັນຕົ້ນວ່າ ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ, ການເຂົ້າເຖິງຂະບວນການຍຸດຕິທໍາ, ເສລີພາບ ໃນການ ສະແດງຄໍາຄິດ-ຄໍາເຫັນ, ການໂຮມຊຸມນຸມໂດຍສັນຕິ, ການເຊື່ອຖືສາສະໜາ, ຄວາມເທົ່າທຽມບົດບາດຍິງ-ຊາຍ, ສິດທິເດັກ ແລະ ສິດທິຄົນພິການ.

ສະພາບເສດຖະກິດ-ການເງິນ ທີ່ຈົກຕໍ່າ ໃນປັດຈຸບັນ ຍັງສົ່ງຜົນກະທົບຕໍ່ປະຊາຊົນລາວ ຈໍານວນຫຼາຍໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ແລະ ຄອບຄົວທຸກຍາກ ບໍ່ສາມາດເຂົ້າເຖິງສິດທິ ໃນດ້ານຕ່າງໆ ໄດ້ຢ່າງເທົ່າທຽມ ເຊັ່ນສິດທິດ້ານການສຶກສາ ທີ່ນັບມື້ນັບຂາດການເອົາໃຈໃສ່ ຈາກພາກລັດ ເຮັດໃຫ້ການຮໍ່າຮຽນ ບໍ່ເປັນສິ່ງດຶງດູດໃຈ ຈົນເຮັດໃຫ້ເດັກນ້ອຍລາວ ຈໍານວນຫຼາຍ ພາກັນປະລະການຮຽນ ຍ້ອນສະພາບທາງດ້ານເສດຖະກິດ.

ຊາວລາວ ທ່ານນີ້ ກ່າວຕື່ມອີກວ່າ:

ໄປເຫັນສະພາບຂະເຈົ້າ ໂອ້ຍ... ເປັນຕາອິຕົນເນາະ ຜູ້ໃດທຸກກະບໍ່ໄດ້ຮຽນ ກະຮຽນຮອດແຕ່ ປ.5 ບາງຄົນກະໄດ້ອອກຈັ່ງຊີ້ນ່າ ກະຢາກຍາກເນາະ ກວ່າຊິຮອດ ມ.7 ຫັ້ນນ່າ. ສະພາບຄອບຄົວ ສ່ວນຫຼາຍມັນກະບໍ່ໂອເຄ ເພາະການສຶກສາເຂົາເຈົ້ານ້ອຍ ແລ້ວບາດນີ້ ແຕ່່ງງານໄວ.

ປັດຈຸບັນ ມີປະຊາຊົນລາວ ອອກມາສະແດງຄໍາຄິດເຫັນ ເລື່ອງບັນຫາເສດຖະກິດການເງິນ ຫຼາຍຂຶ້ນ ຜ່ານສື່ສັງຄົມອອນລາຍ.

ໃນຂະນະດຽວກັນ ການສະແດງຄໍາຄິດເຫັນ ຜ່ານສື່ສັງຄົມອອນລາຍ ແລະ ຜ່ານການລາຍງານຂ່າວ ທຸກຊ່ອງທາງ ກໍຕ້ອງບໍ່ໄປກະທົບກັບຄວາມໝັ້ນຄົງ ຂອງປະເທດ ຫຼື ບໍ່ໃຫ້ເປັນການນໍາສະເໜີ ແບບໃສ່ຮ້າຍປ້າຍສີ ແຕ່ ທັງໝົດ ກໍຕ້ອງຖືກຄວບຄຸມໂດຍລັດຖະບານ.

ນັກຂ່າວລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ເສລີພາບໃນການສະແດງຄວາມຄິດເຫັນຕ່າງໆ ຂອງພົນລະເມືອງກະຍາກ ເຈົ້າໜ້າທີ່ລັດນີ້ ກະມັນມີຄວາມຫຍຸ້ງຍາກ ຄືວ່າຫັ້ນແຫຼະເນາະ ລະບຽບ-ຫຼັກການຕ່າງໆນີ້ ເຂົາກະບໍ່ຢາກໃຫ້ການຮ່ວມມື.

ປະຊາຊົນ ທີ່ສະແດງຄວາມຄິດເຫັນກົງໄປກົງມາ ຈະຖືກຕິດຕາມ ຍ້ອນວ່າ ເຈົ້າໜ້າທີ່ເອງ ບໍ່ໄວ້ໃຈປະຊາຊົນ ທີ່ສະແດງອອກສິດທິຂອງຕົນເອງ.

ທ່ານ Phil Robertson  ຜູ້ອໍານວຍການ ອົງການເຄື່ອນໄຫວ ດ້ານສິດທິມະນຸດ ແລະ ແຮງງານ ປະຈໍາພາກພື້ນເອເຊັຽ ໄດ້ກ່າວວ່າ:

ລັດຖະບານສປປລາວ ບໍ່ຄ່ອຍໄວ້ໃຈປະຊາຊົນເທົ່າໃດ ເຂົາບໍ່ຢາກໃຫ້ປະຊາຊົນມີສິດ ໃນການເວົ້າຢ່າງກົງໄປກົງມາ ໃນຄວາມຄິດເຫັນຂອງເຂົາ ວ່າ ການຄຸ້ມຄອງຂອງປະຊາຊົນ ມີອັນໃດແດ່ ປະຊາຊົນກະເລີຍຖືກຄວບຄຸມ ໂດຍລັດຖະບານລາວ ຫຼາຍຈົນເກີນໄປ ປະຊາຊົນເຂົາກະຢາກມີສິດສະແດງຄວາມຄິດເຫັນ.

ໃນການປະຊຸມດ້ານສິດທະມະນຸດ ແລະ ສິດທິທາງດ້ານພົນລະເມືອງ ຄັ້ງທີ 13 ໃນວັນທີ 2 ກໍລະກົດ ຢູ່ນະຄອນ ບຣັສເຊລສ໌ ປະເທດເບັລຢ້ຽມ ກັບລັດຖະບານລາວ, ສະຫະພາບຢູໂຣບ ສະໜັບສະໜູນໃຫ້ ສປປ ລາວ ລົງສັດຕະຍາບັນສົນທິສັນຍາ ວ່າດວ້ຍສິດທິມະນຸດ, ແຮງງານ ແລະ ສິ່ງແວດລ້ອມ ທີ່ ສປປ ລາວ ຍັງບໍ່ທັນໄດ້ເປັນພາຄີ ເພື່ອສາມາດສືບຕໍ່ໄດ້ຮັບສິດທິພິເສດ ດ້ານການຂ້າຂອງສະຫະພາບຢູໂຣບ ໃນຕໍ່ໜ້າ.

ນອກຈາກນີ້ ຄະນະຜູ້ແທນລາວ ແລະ ສະຫະພາບຢູໂຣບ ຍັງໄດ້ຫາລືກ່ຽວກັບສິດເສລີພາບ ໃນການສະແດງຄໍາເຫັນ ໂດຍຝ່າຍລາວ ໄດ້ເນັ້ນເຖິງ ການປະຕິບັດສິດທິມະນຸດ ແລະ ພັນທະ ແມ່ນຈະຕ້ອງເຮັດຂຶ້ນພ້ອມໆກັນ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ສົນທິສັນຍາທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ແຕະຕ້ອງຕໍ່ຄວາມໝັ້ນຄົງ ຂອງປະເທດ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.