ເຈົ້າໜ້າທີ່ ຫ້າມຊາວບ້ານ ທວງຄ່າຊົດເຊີຍ ທີ່ດິນອີກ

0:00 / 0:00

ຊາວ​ບ້ານຊຽງ​ດາ ເມືອງ​ໄຊ​ເສດ​ຖາ, ບ້ານ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟ​ອງ ແລະ ບ້ານ​ໃກ້​ຄຽງ ຢູ່ ນະ​ຄອນ​ຫລວງວຽງ​ຈັນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ໂຄງ​ການເຂ​ດ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິ​ສ​ຕິກສ໌ ພາຣ໌ກ ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ທີ່​ດິນຄົບ​ເທື່ອ.

ສ່ວນ​ວ່າ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກໍ​ໄດ້​ລົງ​ມາ​ພົບ​ຊາວ​ບ້ານທີ່ ​ໄດ້​ຮັບ​ຜົ​ລ​ກະ​ທົບ ແລະ ໄດ້​ຂໍ​ຄວາມ​ຮ່ວມ​ມື ໃນ​ແບບ​ນາບ​ຂູ່​ທາງ​ອ້ອມ ໂດຍບໍ່​ໃຫ້​ທວງ​ຖາມ ​ຄ່າ​ຊົ​ດ​ເຊີຍ​ ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ​ອີກ ແຕ່ບອກ​ໃຫ້​ຊາວ​ບ້ານ​ລໍ​ຖ້າ.

ຊາວ​ບ້ານ​ຜູ້​ທີ່​ຂໍ​ສງວນ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

" ຫຼັງຈາກ ຊາວ ບ້ານປະ ມານ 20 ຄອບ ຄອບ ຢູ່ ເມືອງ ຫາດ ຊາຍ ຟອງ ໄດ້ ຖາມ ທວງ ຖາມຄ່າ ຊົດ ເຊີຍ ຢູ່ ໜ້າ ບໍ ຣິ ສັດ ສິດ ທິ ລາວ ໂລ ຈິ ຕິກສ໌ ຈຳ ກັດ ໃນ ເດືອນ ສິງ ຫາ ທີ່ ຜ່ານ ມາ . ເຈົ້າ ໜ້າ ທີ່ ເມືອງ ໄຊ ເສດ ຖາ ກໍ ໄດ້ ມາ ລົມ ກັບ ຊາວ ບ້ານ ແລ້ວບອກ ​​ ຊາວ ບ້ານ ບໍ່ ໃຫ້ ໄປ ທວງ ຖາມ ເລື່ອງ ຄ່າ ຊົດ ເຊີຍ ຈາກ ພາກ ສ່ວນ ກ່ຽວ ຂ້ອງ ແຕ່ ໃຫ້ ອົດ ໃຈ ລໍ ໄປ ເລື້ອຍໆ ."

ນາງ​ກ່າວ​ຕື່ມ​ວ່າ:

" ຄອບ ຄົວ ຂອງ ລາວ ໄດ້ ເຊັນ ເອກ ສານ ຮັບ ເງິນ ຄ່າ ຊົດ ເຊີຍ ທີ່ ດິນ ໄດ້ ປະ ມານປີ ປາຍ ແລ້ວ ແຕ່ ມາ ຮອດ ປັດ ຈຸ ບັນ ກໍ ບໍ່ ມີ ທ່າ ທີ ວ່າ ຈະ ໄດ້ ຮັບ ຄ່າ ຊົດ ເຊີຍ ໂຕ ຈິງ ເມື່ອ ໄປ ຖາມ ເຈົ້າ ໜ້າ ທີ່ ກໍ ເລື່ອນ ໄປ ເລື່ອນ ມາຢູ່ ຄື ເກົ່າ ແຕ່ ກໍ ມີ ບາງ ຄອບ ຄົວ ທີ່ ໄດ້ ເຊັນ ເອກ ສານ ຮັບ ເງິນ ຄ່າ ຊົດ ເຊີຍພ້ອມ ກັນ ກໍ ພັດ ໄດ້ ຄ່າ ຊົດ ເຊີຍ ໄປ ແລ້ວ ."

ທາງ​ການ​ເຄີຍບອກວ່າ ​ຈະ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ຊາວ​ບ້ານ ​ມາ​ໄດ້​ຫຼາຍ​ປີ​ແລ້ວ ແຕ່ຍັງ​ບໍ່​ຈ່າຍ​ຄົບ​ໝົດນັ້ນ ເຮັດ​ໃຫ້​ຊາວ​ບ້ານ ​ເສັຽ​ໂອ​ກາດໃນ​ການ​ທຳ​ມາ​ຫາ​ກິນ ແລະ ເສັຽ​ໂອ​ກາດ​ປັບ​ປຸງ​ຊີ​ວິ​ຕ ການ​ເປັນ​ຢູ່.

ຊາວ​ບ້ານ ​ເມືອງ​ໄຊ​ເສດ​ຖາ ​ຜູ້​ທີ່​ໄດ້​ຜົ​ລ​ກະ​ທົບ​ ຈາກ​ໂຄງ​ການ​ດັ່ງ​ກ່າວ ໄດ້​ກ່າວ ຕໍ່​ວິທຍຸເອ​ເຊັຽ​ເສ​ຣີວ່າ: " ໂອ້ ເພິ່ນ ເວົ້າ ແຕ່ ປີ 2019. ຍັງ ບໍ່ ພາ ກັນ ເຮັດ ແນວ ໃດ ເຂົາ ບໍ່ ໃຫ້ ເຮົາ ເຮັດ ເຮົາ ສ້າງ . ເຂົາ ອອກ ໃບ ຕາ ດິນ ຂອບ ທອງ ກວມ ເອົາ ດິນ ຂອງ ເຮົາ ໝົດ ແລ້ວ . ຄ່າ ຊົດ ເຊີຍ ຫັ້ນ ເຂົ້າ ຍັງ ບໍ່ ວ່າ ແນວ ໃດ ແຕ່ ວ່າ ກີດ ກັນ ການ ພັ ນາ ຂອງ ປະ ຊາ ຊົນ ການ ທຳ ມາ ຫາ ກິນ ຊິ ເຮັດ ຊິ ສ້າງ ກະ ບໍ່ ໃຫ້ ເຮັດ ໃຫ້ ສ້າງ ."

ປະ​ຊາ​ຊົນ​ບາງ​ຄົນ​ກໍ​ທໍ້​ໃຈ ຫຼັງ​ຈາກ​ໄປ​ຖາມ​ຄ່າ​ຊົດ​ເຊີຍ​ຫຼາຍ​ເທື່ອ​ແລ້ວ ແຕ່ບໍ່​ໄດ້​ຈັກ​ເທື່ອ. ຊາວ​ບ້ານເມືອ​ງ​ຫາດ​ຊາຍ​ຟອງ ຜູ້​ທີ່​ຖືກ​ຜົ​ລ​ກະ​ທົບ ໄດ້​ກ່າວ​ວ່າ:

" ໂອ້ຍ ກະ ເມື່ອ ຍໄປ ແລ້ວ ໄປ ຍາມ ໃດ ກະ ບໍ່ ໄດ້ ຈັກ ເທື່ອ ເງິນ ກະ ດາຍ, ຈັກ ຊິ ເຮັດ ຈັ່ງ ໃດ ກັບ ປະ ຊາ ຊົນ ປະ ຊາ ຊົນ ຊິ ເປັນ ຂໍ ທານ ໝົດ ແລ້ວ. ເລື່ອງ ເງິນນີ້ ກະ ຖືກ ໂຄງ ການ ບໍ່ ໄດ້ ເງິນ ກະ ບໍ່ ໄດ້ ຄື ເກົ່າຫັ້ນ ລະ ບໍ່ ຮູ້ ຈັກ ຊິ ວ່າ ຈັ່ງ ໃດ ແລ້ວ ປະ ຊາ ຊົນ ກະ ບໍ່ ມີ ແນວ ຊິ ວ່າ ລະ ."

​ເຈົ້າ​ໜ້າ​ທີ່ ​ຫ້າມ​ຊາວ​ບ້ານບໍ່​ໃຫ້​ ໄປ​ທວງເງິນ​ຄ່າ​ຊົດ​ເຊີຍ ນຳ​ບໍ​ຣິ​ສັດ ຫຼື ເປັນ​ການນາບ​ຂູ່​ທາງ​ອ້ອມ. ຊາວ​ເມືອງ​ຫາດ​ຊາຍ​ຟ​ອງ ​ອີກ​ຄົນ​ນຶ່ງ ໄດ້​ກ່າວ​ວ່າ:

" ເພິ່ນ ກະ ບໍ່ ໃຫ້ ເຂົ້າ ໄປ ທວງ ນຳ ບໍ ຣິ ສັດ ພຸ້ນ ແລ້ວ . ເພິ່ນບໍ່ ໃຫ້ ເຂົາ ໄປ ມື້ ໃດ ເພິ່ນ ກະ ບໍ່ ໃຫ້ ເຂົາ ໄປ ທວງ . ເພິ່ນ ກະ ບອກ ເພິ່ນ ກຳ ລັງ ຊິ ຂຶ້ນ ແຜນ ຈ່າຍ ແຕ່ບໍ່ ທັນ ໄດ້ ຈ່າຍ ຊັ້ນ ດອກ . ບໍ່ ທັນ ມີ ຄຳ ຕອບມາ ເທື່ອວ່າ ຊິ ເຮັດ ຈັ່ງ ໃດ ກັບ ປະ ຊາ ຊົນ . ເພິ່ນ ກະ ວ່າ ຊິ ໃຫ້ ໝົດ ແລ້ວ ປີນີ້ແຫຼະ ແຕ່ ວ່າ ຍັງ ບໍ່ ເຫັນ ເພິ່ນ ໂທ ມາ ບອກ ເທື່ອ ວ່າ ຊິ ເປັນ ແນວ ໃດ ."

ກ່ຽວ​ກັບ​ເຣື່ອງນີ້ ວິທຍຸເອ​ເຊັຽເສ​ຣີ ໄດ້​ຕິດ​ຕໍ່​ຫາ​ຫ້ອງ​ການ ​ປົກ​ຄອງ​ເມືອງໄຊ​ເສດ​ຖາ, ຫ້ອງ​ການ​ປົກ​ຄອງ​ເມືອງ​ຫາດ​ຊາຍ​ຟອງ ແລະ ບໍ​ຣິ​ສັດລາວ ໂລ​ຈິ​ສ​ຕິກສ໌ ຈຳ​ກັດ ເພື່ອ​ສອບ​ຖາມ​ ຄວາມ​ຄືບ​ໜ້າ​ ກ່ຽວ​ກັບ​ການ​ຊົດ​ເຊີຍ​ຊາວ​ບ້ານ ແຕ່ ບໍ່​ມີ​ເຈົ້າ​ໜ້າ​ທີ່​ຄົນ​ໃດ ສະ​ດວກ​ໃຫ້​ສັມພາດ.

ຕາມ​ຫຼັກ​ກົດ​ໝາຍ​ແລ້ວ ເຈົ້າ​ໜ້າ​ທີ່ຄົນ​ໃດ ໄປ​ນາບ​ຂູ່​ຊາວ​ບ້ານ ບໍ່​ວ່າຈະ​ທາງ​ກົງ ຫຼື ທາງ​ອ້ອມ ບໍ່​ສົມ​ຄວນ ເພາະ​ວ່າ ມັນ​ເປັນ​ສິທ​ທິ​ຂັ້ນ​ພື້ນ​ຖານ ​ຂອງ​ເຂົາ​ເຈົ້າທີ່​ຈະ​ໄດ້​ຮັບ ​ຄ່າ​ຊົ​ດ​ເຊີ​ຍ​ນັ້ນ.

ນັກ​ກົດ​ໝາຍ​ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ​ວ່າ:

" ກະ ຜິດ ຫັ້ນ ແຫຼວ ເນາະ . ໄປ ຂົ່ມ ຂູ່ ຈັ່ງ ໃດ ອັນ ນີ້ ແມ່ນ ສິທ ແລະ ພັນ ທະ ຂອງ ພົ ເມືອງ ຕ້ອງ ໄດ້ ຫັ້ນ ນ່າ ພາກ ສ່ວນ ໃດ ກະ ຂຽນ ຄຳ ຮ້ອງ ໃສ່ ຫັ້ນ ໃສ່ ໃນ ຄຳ ຮ້ອງ ຫັ້ນ ຟ້ອງ ໄປ ຫາ ກວດ ກາ ຣັ ບານ ຂໍ ຄວາ ເປັນ ທັມ ."

ໂຄງ​ການ​ເຂດ​ທ່າ​ບົກ-ທ່າ​ນາ​ແລ້ງ ກວມ​ເອົາ​ທີ່​ດິນ ​ຂອງ​ຂາວ​ບ້ານຊຽງ​ດາ​ ທັງ​ໝົດ​ປະ​ມານ 1,000 ຄອບ​ຄົວ ແຕ່ບໍ່​ ໄດ້​ລະ​ບຸ​ເນື້ອ​ທີ່ ​ຖືກ​ຜົ​ລ​ກະ​ທົບ, ໃນ​ນັ້ນ ກໍ​ມີ​ຊາວ​ບານ​ຫຼາຍ​ຄອບ​ຄົວ ຍັງ​ບໍ່​ຍອມ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ ເພາະ​ວ່າ ເຂົາ​ເຈົ້າ​ເຫັນ​ວ່າ ຄ່າ​ຊົດ​ເຊີຍບໍ່​ເໝາະ​ສົມ ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້າ​ນ. ໂຄງ​ການ​ຈະ​ຊົດ​ເຊີຍ​ຊາວ​ບ້ານ ສຳ​ລັບ​ສິ່ງ​ປຸກ​ສ້າງ​ເທົ່າ​ນັ້ນ ແຕ່ຈະ​ບໍ່​ຊົດ​ເຊີຍ​ທີ່​ດິນ​ ໃຫ້​ແກ່​ຊາວ​ບ້ານ.

​ໂຄງ​ການ​ເຂດ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິ​ສ​ຕິກສ໌ ພາຣ໌ກ ທີ່​ໄດ້​ກວ​ມ​ເອົາທີ່​ດິນ​ຂອງ​ຊາວ​ບ້ານ ຢູ່​ເມືອງ​ຫາດ​ຊາຍ​ຟອງ ໄປ​ແລ້ວ​ນັ້ນ ບໍ່​ໄດ້​ລະ​ບຸ​ຢ່າງ​ຄັກ​ແນ່​ວ່າ ເອົາ​ດິນ​ຊາວ​ບ້ານ​ໄປ​ຈັກ​ຄອບ​ຄົວ ແຕ່ຍັງ​ມີ​ຊາວ​ບ້ານ​ອີກ​ປະ​ມານ 50 ຄອບ​ຄົວ ທີ່​ຍັງ​ລໍ​ຖ້າ​ຄ່າ​ຊົດ​ເຊີຍ ຈາກ​ໂຄງ​ການນີ້ ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ.

ໂຄງ​ການ ​ເຂດ​ພັ​ທ​ນາ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດໂລ​ຈິ​ສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່​ທັງ​ໝົດ 417 ເຮັກ​ຕ້າຣ໌.

ເຂດ​ໂລ​ຈິ​ສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່ 327 ເຮັກ​ຕ້າຣ໌ ໄດ້​ເປີດ​ນຳ​ໃຊ້​ໃນ​ເດືນ​ທັນ​ວາ 2021 ສ່ວນ​ວ່າ ເຂ​ດ​ທ່າ​ບົກ-ທ່າ​ນາ​ແລ້ງ ທີ່ມີ​ເນື້ອ​ທີ່ 90 ເຮັກ​ຕ້າຣ໌ ໄດ້​ສ້າງ​ສຳ​ເລັດ​ແລ້ວ 90 ເປີ​ເຊັນ ແລະ ຈະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ 2022.