ສາກົນຮຽກຮ້ອງຣັຖບານ ລາວ ປະຕິບັດ ສິດທິມະນຸດ

ຈໍາປາທອງ
2019.03.07
F-FIDH ສະຫະພັນສາກົລ ເພື່ອສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ກົດດັນ ຣັຖບານລາວ
Public Domain

ສະຫະພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ຫລື LMHR, ອອກຖແລງການຮ່ວມທີ່ ກຸງປາຣີ ປະເທດຝຣັ່ງເສດ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍຜູ້ຕິຕຽນຣັຖບານລາວ ທຸກຄົນມີອິສຣະ ຊຶ່ງມີຢ່າງໜ້ອຍ 14 ຄົນທີ່ຖືກຄຸມຂັງ ຢູ່ໃນຄຸກ ຈົນຮອດປັດຈຸບັນ, ຊຶ່ງໃນນັ້ນກໍມີທັງ; ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ ແລະ ນາງ ຫຼອດຄໍາ ທໍາມະວົງ, ທີ່ຖືກລົງໂທດຈໍາຄຸກນານເຖິງ 20 ປີກໍມີ, ຍ້ອນຕິຕຽນຣັຖບານລາວວ່າກ່ຽວຂ້ອງ ກັບການສໍ້ຣາດບັງຫຼວງ, ການຕັດໄມ້ທໍາລາຍປ່າ, ແລະ ລະເມີດສິດທິມະນຸດ, ຕາມຄໍາເວົ້າຂອງ ທ່ານ Andrea Giogetta ຜູ້ອໍານວຍການ ປະຈໍາພາກພື້ນເອເຊັຽ ຂອງສະຫະພັນສາກົນ ເພື່ອ ສິດທິມະນຸດ ຕໍ່ວິທຍຸເອເຊັຍເສຣີໃນ ມື້ວັນທີ 7 ມິນາ 2019 ນີ້, ເນື່ອງໃນໂອກາດ ການເຈຣະຈາປະຈໍາປີ ກ່ຽວກັບສິດທິມະນຸດຣະຫວ່າງ ສະຫະພາບຢູໂຣບ ແລະ ສປປ ລາວ ຄັ້ງທີ 9 ທີ່ຈັດຂຶ້ນໃນມື້ດຽວກັນນີ້ ຢູ່ກຸງ Brussels ປະເທດ Belgium:

"Secondly we also call for a thorough investigations into all cases of enforcement disappearances. ທ່ານກ່າວວ່າ ອັນທີ 2 ພວກທ່ານກໍຮຽກຮ້ອງໃຫ້ສືບສວນ ສອບສວນຢ່າງລະອຽດ ທຸກກໍຣະນີການບັງຄັບ ໃຫ້ຫາຍສາບສູນ."

ຮວມທັງ ກໍຣະນີຄົນໄທ 3 ຄົນ ທີ່ລີ້ພັຍຢູ່ໃນລາວ.ແລະ 3 ຮຽກຮ້ອງ ໃຫ້ຊົດເຊີຍ ຄ່າເສັຽຫາຍ ໃຫ້ທຸກຄົນ ທີ່ເປັນຜູ້ເຄາະຮ້າຍ ຈາກການຍຶດ ທີ່ດິນ ແລະການບັງຄັບໃຫ້ຍ້າຍ ອອກຈາກບ້ານເຮືອນໄປ ນອກຈາກຜູ້ລອດຊີວິດ ຈາກເຫດ ເຂື່ອນເຊປຽນ- ເຊນໍ້ານ້ອຍ ແຕກເມື່ອເດືອນ ກໍຣະກະດາ ປີກາຍນັ້ນແລ້ວ.

ທ່ານ Andrea Giorgetta ກ່າວຕໍ່ໄປວ່າ:

"and over the past year since the previous dialogue in March 2018, we have not seen any improvement; ທ່ານກ່າວວ່າ ປີນຶ່ງຜ່ານໄປ ນັບຕັ້ງແຕ່ການເຈຣະຈາ ກ່ຽວກັບບັນຫາສິດທິມະນຸດ ຣະຫວ່າງສະຫະພາບຢູໂຣບ ແລະ ລາວ ເມື່ອເດືອນມິນາ 2018 ຜ່ານມາ ພວກທ່ານກໍບໍ່ເຫັນການປັບປຸງ."

ສະພາບສິດທິມະນຸດໃດໆເກີດຂຶ້ນຢູ່ລາວ ຊຶ່ງໃນຕົວຈິງແລ້ວ ໃນເຫດການເຂື່ອນແຕກ ທີ່ເຮັດໃຫ້ຊາວເມືອງສະໜາມໄຊ ໄດ້ຮັບຄວາມ ເດືອດຮ້ອນ ແລະເສັຽຫາຍໜັກໜ່ວງ ທັງຊີວິດ ແລະ ຊັບສິນນັ້ນ ເຜີຍແບໃຫ້ເຫັນເຖິງການຣະເມີດສິດທິມະນຸດ ຂອງຣັຖບານລາວ, ທີ່ແກ້ໄຂເຫດພັຍພິບັດນັ້ນຊັກຊ້າ, ຄວບຄຸມຂໍ້ມູນຂ່າວສານ ແລະຊົດເຊີຍຄວາມເສັຽຫາຍ ໃຫ້ແກ່ຜູ້ປະສົບເຄາະຮ້າຍ ແລະຜູ້ລອດຊີວິດ ແບບບໍ່ສົມເຫດສົມຜົລ.

ພ້ອມດຽວກັນນັ້ນ ມາດາມ Debbie Stothard ເລຂາທິການ ຂອງສະຫະພັນສາກົນ ເພື່ອສິດທິມະນຸດ ຍັງໄດ້ກ່າວໃນຖແລງການຮ່ວມ ນັ້ນວ່າ, ການຂາດຄວາມກ້າວໜ້າຕລອດມາ ໃນການປະຕິບັດສິດທິມະນຸດ ຢູ່ລາວນີ້ ສະຫະພາບຢູໂຣບ ຄວນເຮັດ ແບບກົງໄປກົງມາ ຫລາຍຂຶ້ນຕື່ມ ໃນການຕິດຕໍ່ພົວພັນ ກັບຣັຖບານລາວ, ຄວນໃຫ້ຣັຖບານລາວ ປະຕິບັດພັລທະຂອງຕົນ ຢ່າງເປັນຮູບປະທັມ, ເຊັ່ນປ່ອຍຕົວ ທຸກຄົນທີ່ຖືກຄຸມຂັງ ຍ້ອນເຫດຜົລທາງການເມືອງນັ້ນ ຢ່າງຮີບດ່ວນ ແລະບໍ່ມີເງື່ອນໄຂ. ສະຫະພາບຢູໂຣບ ບໍ່ຄວນປ່ອຍໃຫ້ຣັຖບານລາວ ບໍ່ໃຫ້ຄວາມສໍາຄັນໃນການເຈຣະຈາບັນຫາສິດທິມະນຸດ.

ໃນຈໍານວນ 14 ຄົນ ທີ່ຍັງບໍ່ຮູ້ຊາຕາກັມນັ້ນ ຖແລງການຮ່ວມເວົ້າວ່າ ມີທັງ ທ່ານ ສົມບັດ ສົມພອນ ຜູ້ນໍາພາກປະຊາສັງຄົມ ທີ່ຖືກ ຫາຍສາບສູນ ໄປຈາກນະຄອນຫລວງວຽງຈັນ ເມື່ອເດືອນທັນວາ ປີ 2012, ແມ່ ຍິງອີກ 2 ຄົນ ຄືນາງ ກິ່ງແກ້ວ ຟອງເສລີ ແລະນາງ ສົມຈິດ ແລະຄົນອື່ນໆອີກຮວມຢູ່ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.