ຮຽກຮ້ອງ ໃຫ້ກົດດັນ ຣັຖບານລາວ ປັບປຸງສິດທິມະນຸດ
2021.12.09
ອົງການສິທທິມະນຸດສາກົລ ຫຼື Human Rights Watch ຮຽກຮ້ອງ ຣັຖບານ ອັອສເຕຣເລັຽ ເມື່ອເດືອນພຶສຈິກາ ທີ່ຜ່ານມາ ໃຫ້ກົດດັນ ຣັຖບານລາວ ປັບປຸງເຣື່ອງສິທທິມະນຸດ ໃຫ້ສອດຄ່ອງກັບ ຫຼັກການສາກົລ ຂອງອົງການສິທທິມະນຸດ ກຳນົດໄວ້ ໃນວາຣະກອງປະຊຸມ ກ່ຽວກັບ ເຣື່ອງສິທທິມນຸດ ຄັ້ງທີ 7 ຜ່ານຣະບົບທາງໄກ ລະຫວ່າງ ຣັຖບານລາວ ແລະ ຣັຖບານ ອັອສເຕຣເລັຽ ໃນວັນທີ 9 ທັນວາ 2021 ນີ້.
ທ່ານ ຟິລ ໂຣເບີຣທ໌ເຊິນ (Phil Robertson), ຮອງຜູ້ອຳນວຍການ ອົງການສິທທິມະນຸດ ປະຈຳພູມມີພາກເອເຊັຽຕາເວັນອອກ, ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວາ ນີ້ວ່າ:
ທ່ານວ່າ: “ເຮົາຍັງບໍ່ຮູ້ວ່າ ອັອສເຕຣເລັຽ ຈະຍົກປະເດັນຫຍັງຂຶ້ນມາເວົ້າກັບ ສປປ ລາວ ເຊິ່ງຄວນຈະເວົ້າ ໃນປະເດັນສິທທິມະນຸດ ຫຼາຍຢ່າງ ກັບ ສປປ ລາວ, ໃຫ້ ສປປ ລາວ ປັບປຸງປ່ຽນແປງ ທັງນະໂຍບາຍກົດໝາຍ ແລ້ວກໍການປະຕິບັດ ໃຫ້ມັນສອດຄ່ອງ ກັບມາຕຖານສາກົລ ຂອງອົງການສິທທິມະນຸດ.”
ທ່ານ ຟີລ ຍັງກ່າວອີກວ່າ: ໃນໄລຍະຜ່ານມາ ຍັງບໍ່ເຫັນ ຣັຖບານລາວ ພຍາຍາມ ປັບປຸງແກ້ໄຂ ແລະ ປະຕິບັດຕາມ ຫຼັການສິທທິມະນຸດສາກົລ, ໂດຍສະເພາະ ເຣື່ອງການສືບສວນສອບສວນ ກໍຣະນີ ການຫາຍສາບສູນ ຂອງທ່ານສົມບັດ ສົມພອນ, ນັກພັທນາຊຸມຊົນລາວ ດີເດັ່ນ ເມື່ອວັນທີ 15 ທັນວາ ປີ 2012 ທີ່ນະຄອນຫຼວງວຽງຈັນ ກໍຍັງມິດງຽບ ໂດຍບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.
ນອກຈາກນັ້ນ, ຍັງມີກຸ່ມຜູ້ລີ້ພັຍ ທາງການເມືອງ ຊາວໄທຍ ຈຳນວນ 5 ຄົນ ທີ່ຫາຍສາບສູນໄປ ຢູ່ລາວ ແຕ່ກໍຍັງບໍ່ມີການຕິດຕາມຫາ ແລະ ສືບສວນສອບສວນ, ຮວມເຖິງ ກຸ່ມຄົນລາວ ອີກຈຳນວນນຶ່ງ ທີ່ຖືກບັງຄັບ ໃຫ້ຫາຍສາບສູນໄປ ທັງໃນໄທຍ ແລະ ລາວ ກໍບໍ່ມີການສືບສວນສອບສວນ ເຊັ່ນດຽວກັນ.
ສິ່ງທີ່ ຣັຖບານລາວ ຄວນປະຕິບັດ ເພື່ອໃຫ້ສອດຄ່ອງກັບ ຫຼັກການສາກົລ ກໍຄື ຢຸດການບັງຄັບ ໃຫ້ບຸກຄົນຫາຍສາບສູນ ແລະ ຖືກຈຳຄຸກ ຍ້ອນຮຽກຮ້ອງ ສິທທິເສຣີພາບ ຫຼື ສະແດງຄວາມຄຶດຄວາມເຫັນ ໃນທຸກໆ ເຣື່ອງ ທີ່ຕ່າງຈາກແນວຄິດ ຂອງຣັຖບານ ແລະ ຕ້ອງໃຫ້ ສິທ ເສຣີພາບ ຢ່າງເສຣີ ກັບປະຊາຊົນ ນຳດ້ວຍ.
ຍານາງ ອີເລນ ເພັຽເຊິນ (Elaine Pearson), ຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິທທິມະນຸດ ປະຈຳປະເທດ ອັອສເຕຣເລັຽ, ກ່າວໃນຖແລງການ ທີ່ເຜີຍແຜ່ໃນວັນທີ 8 ທັນວາ ວ່າ: ການລະເມີດສິທທິມະນຸດ ຂັ້ນພື້ນຖານ ແລະ ຂາດຄວາມຮັບຜິດຊອບ ຕໍ່ການລະເມີດສິທທິມະນຸດ ໄດ້ກາຍເປັນສິ່ງທີ່ພົ້ນເດັ່ນ ໃນທຸກດ້ານ ໃນຖານະຄູ່ຮ່ວມພັທນາຫຼັກ. ຣັຖບານ ອັອສເຕຣເລັຽ ຄວນຈະໃຊ້ ມາຕການກົດດັນ ຣັຖບານລາວ ເພື່ອປັບປຸງ ການເຄົາຣົບ ສິທທິມະນຸດ. ປະເທດລາວ ມີພັນທະ ພາຍໃຕ້ກົດໝາຍ ສິທທິມະນຸດສາກົລ ເພື່ອປ້ອງກັນ ກວດສອບ ແລະ ແກ້ໄຂ ການບັງຄັບ ໃຫ້ຫາຍສາບສູນ ແລະ ການປະຕິເສດ ການກັກຂັງນັກໂທດ ຫຼື ບໍ່ເປີດເຜີຍ ບ່ອນຄຸມຂັງ, ຣັຖບານລາວ ໄດ້ຕອບສນອງ ຕໍ່ຄຳຮ້ອງ ຂອງສາກົລ ກ່ຽວກັບ ການບັງຄັບ ໃຫ້ຫາຍສາບສູນ ດ້ວຍການປະຕິເສດ ແລະ ມິດງຽບ, ອີງຕາມຖແລງການ ຂອງອົງການສິ້ງຊອມ ດ້ານສິທທິມະນຸດ.
ສຳລັບ ເຣື່ອງສິທທິ ເສຣີພາບ ການສະແດງຄວາມຄຶດຄວາມເຫັນ ຕ່າງໆ ໃນປະເທດລາວ, ຊາວລາວ ຈຳນວນນຶ່ງ ຍັງເຫັນວ່າ ຫາກເປັນເຣື່ອງ ທີ່ກະທົບຕໍ່ເຈົ້າໜ້າທີ່ ພັກ-ຣັຖ ໂດຍກົງ, ເປັນຕົ້ນ ການພິພາກວິຈານ ໂຄງການພັທນາ ຂອງຣັຖ ຫຼື ປະເດັນການເມືອງ ຍັງຖືວ່າ ເປັນເຣື່ອງຍາກ ທີ່ອອກມາເວົ້າໄດ້ ແລະ ເຫັນວ່າ ຄົນລາວ ຈຳນວນຫຼາຍ ກໍບໍ່ມີສິທ ທີ່ຈະສະແດງອອກໄດ້ 100% ເພາະຍັງຕ້ອງເພິ່ງພາ ການຊ່ອຍເຫຼືອ ຈາກຣັຖບານລາວ ຈາກຄວາມທຸກຍາກ.
ຊາວລາວຜູ້ນຶ່ງ ໃນນະຄອນຫຼວງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວານີ້ວ່າ:
“ບໍ່ຕ້ອງຕໍ່ຕ້ານຫຍັງ ບໍ່ມີສິທທິມະນຸດພິສັງແລ້ວ ປະເທດອັນນີ້ ໄປຮຽກຮ້ອງອັນນັ້ນ, ໄປຮຽກຮ້ອງອັນນີ້ ຈະແກ້ຈັ່ງໃດ ມັນບໍ່ຕອບຊ້ຳນ່າ.”
ເຖິງກົດໝາຍ ໃນລາວ ຈະອະນຸຍາດໃຫ້ສິທເສຣິພາບ ກັບສື່ມວນຊົນ ແລະ ພົລເມືອງລາວ ໄດ້ສະແດງຄວາມຄຶດຄວາມເຫັນໄດ້ ຢ່າງເສຣີ ໂດຍບໍ່ຖືກດຳເນີນຄະດີ ແຕ່ໃນທາງປະຕິບັດ ກໍເປັນເຣື່ອງຍາກຫຼາຍ ແລະ ບໍ່ມີຄົນໃດ ກ້າອອກມາເວົ້າ ຫຼື ວິພາກວິຈານໄດ້ ຍ້ອນທີ່ຜ່ານມາ ກໍມີຫຼາຍບຸກຄົນໃນລາວ ທີ່ອອກມາວິພາກວິຈານ ເຣື່ອງຕ່າງໆ ແລ້ວຖືກດຳເນີນຄະດີ ຈຶ່ງເຮັດໃຫ້ຄົນລາວ ເກີດຄວາມຢ້ານກົວ. ຊາວລາວຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວານີ້ວ່າ:
“ຍາກໆ ບໍ່ຢາກດຳເນີນໄດ້ເລີຽແຫລະ ຢູ່ທາງພີ້ນ່າ ມີຂໍ້ຈຳກັດແມ່ນແຫລະ ຄົນອັນໃດ ທີ່ກະທົບຕໍ່ຣັຖບານ ຫຼືວ່າ ອັນໃດກໍແລ້ວແຕ່ ຖ້າວ່າເຮົາເຮັດນອກຂອບ ເພິ່ນກະເອີ້ນວ່າ ໄປລົມເລີຽ.”
ທາງດ້ານ ຊາວລາວ ທີ່ເຮັດວຽກໃນພາກປະຊາສັງຄົມ ຫຼືອົງການຈັດຕັ້ງ ບໍ່ຂຶ້ນກັບຣັຖບານ ຜູ້ທີ່ບໍ່ປະສົງອອກຊື່, ຕຳແໜ່ງ ແລະ ອົງການ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ບັນຫາເຣື່ອງສິທທິມະນຸດ ໃນລາວຍັງມີຄວາມຮຸນແຮງຫຼາຍ, ໂດຍສະເພາະ ກຸ່ມຊາວບ້ານ ທີ່ເປັນກຸ່ມຊົນເຜົ່າ ແລະ ມີຄວາມທຸກຍາກ ໂດຍມັກຖືກກົດຂີ່ ຂົ່ມເຫັງ ຈາກຜູ້ມີອຳນາດ, ຊາວບ້ານ ຍັງຂາດສິທເສຣີພາບ ເກືອບທຸກດ້ານ.
ນອກຈາກນີ້ ບັນຫາການລະເມີດສິທທິມະນຸດ ໃນປະເທດລາວ ຍັງກະທົບໄປເຖິງ ນັກວິຊາການ, ນັກພັທນາສັງຄົມ ແລະ ພາກປະຊາສັງຄົມຕ່າງໆ ທີ່ເຮັດວຽກ ຢູ່ຕາມເຂດຊົນນະບົດ ເພາະບໍ່ສາມາດ ຣາຍງານ ຜົລໄດ້ ຕາມຄວາມເປັນຈິງ ຫຼື ໂຕ້ຖຽງ ແລະ ຄັດຄ້ານໄດ້.
ຊາວລາວຜູ້ນຶ່ງ ທີ່ເຮັດວຽກກັບອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື (NGO) ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວາ ນີ້ວ່າ:
“ຂົງເຂດ ທີ່ຍັງມີບັນຫາເຣື່ອງສິທທິ ເຣື່ອງຄວາມບໍ່ເທົ່າທຽມນີ້ ແມ່ນຂົງເຂດທີ່ເປັນຊົນເຜົ່າ ຖ້າຫາກວ່າ ອຳນາດການປົກຄອງ ໃນເມືອງ ບໍ່ເປັນທັມ ແນ່ນອນແລ້ວ ເຣື່ອງສິທທິ ມັນກະຍັງ ຜູ້ມີອຳນາດ ກະໃຊ້ອຳນາດ ເພາະວ່າ ໄດ້ໄຄວ່ຄວ້າ ສແວງຫາ.”
ອົງການຈັບຕາ ຄວາມເຄື່ອນໄຫວ ດ້ານເສຣີພາບ ຂອງປະຊາກອນໂລກ ຫຼື (Freedom House) ໄດ້ເຜີຍແຜ່ບົດຣາຍງານ ກ່ຽວກັບ ການປະເມີນ ສິທທາງການເມືອງ ແລະ ສິທເສຣີພາບ ຂອງແຕ່ລະປະເທດທົ່ວໂລກ ປະຈໍາປີ 2021 ໂດຍ ສປປລາວ ໄດ້ຖືກຈັດອັນດັບ ໃຫ້ເປັນປະເທດ ທີ່ “ບໍ່ມີສິທເສຣີພາບ”.
ນອກຈາກນີ້ ອົງການ Freedom House ຍັງຣາຍງານອີກວ່າ ປະເທດລາວ ເປັນຣັຖບານພັກດຽວ ຄື ພັກປະຊາຊົນ ປະຕິວັດລາວ ປົກຄອງໃນທຸກດ້ານ ບໍ່ວ່າຈະເປັນດ້ານການເມືອງ ແລະ ຈຳກັດເສຣິພາບພົລເມືອງ ຢ່າງຮຸນແຮງ, ບໍ່ມີການໃຫ້ເວທີ ເພື່ອຄັດຄ້ານ ຢ່າງເປັນລະບົບ, ບໍ່ມີອົງການພາກປະຊາສັງຄົມ ທີ່ເປັນອິສຣະ ຢ່າງແທ້ຈິງ ແລະ ການຣາຍງານຂ່າວ ພາຍໃນປະເທດ ກໍຖືກຈຳກັດ ດ້ວຍອຳນາດ ຂອງພັກ-ຣັຖ.