ການເຄົາຣົບ ສິດທິມະນຸສ ຢູ່ລາວ ຍັງບໍ່ດີຂຶ້ນ

ອຸ່ນແກ້ວ
2023.03.21
ການເຄົາຣົບ ສິດທິມະນຸສ ຢູ່ລາວ ຍັງບໍ່ດີຂຶ້ນ ນາງ ໝວຍ ຖືກສານຕັດສິນ ຈຳຄຸກ 5 ປີ ໂດຍ ນັກຂ່າວ ພົລເມືອງ.
ນັກຂ່າວ ພົລເມືອງ

ກະ​ຊວງການຕ່າງປະເທດສະຫະຣັອາເມຣິກາ ໄດ້ອອກບົດຣາຍງານເລື່ອງສິດທິມະນຸສ ໃນທົ່ວໂລກ ໃນນັ້ນ ປະເທດລາວ ກໍເປັນນຶ່ງໃນປະເທດ ທີ່ມີການລະເມີດສິດທິມະນຸສ ແລະ ການເຄົາລົບສິດທິມະນຸສ ຍັງບໍ່ດີຂຶ້ນ.

ທ່ານ ແອນ​ໂທນີ ບລິງເກິນ Antony Blinken ຣັມົນຣີກະຊວງການຕ່າງປະເທດສະຫະຣັອາເມຣິກາ ໄດ້ແລງໃນວັນທີ 20 ມີນາ ຕອນນຶ່ງວ່າ: ເປັນທີ່ກະຈ່າງແຈ້ງວ່າ ບົດຣາງານດ້ານສິດທິມະນຸສ ປີ 2022 ຢູ່ໃນ ບັນດາປະເທດ ຢູ່​​ທຸກໆຂົງເຂດ ພວກເຮົາຍັງສືບຕໍ່ຕິດຕາມສະພາບບັນຫາສິດທິມະນຸສ ເພື່ອປິດຊ່ອງວ່າງໃຫ້ມີການເຄົາຣົບສັກສີຂອງມະນຸສ ໃນຂັ້ນພື້ນຖານ.

ທ່ານ ຍັງ​ກ່າວຕື່ມອີກວ່າ ວ່າ: ບົດຣາຍງານອີງໃສ່ຄວາມຈິງ ພາວະວິໃສ ເພື່ອຄ້ຳປະກັນສິດທິມະນຸສຢູ່ທົ່ວໂລກ. ສະເພາະບັນຫາສິມິມະນຸສ ຢູ່ປະເທດລາວ, ບົດຣາຍງານໄດ້ລະບຸເຖິງ ການບີບບັງຄັບໃຫ້ຫາຍສາຍສູນ ຄື ທ່ານ ສົມບັດ ສົມພອນ ນັກພັທະນາ ອາວຸໂສດີເດັ່ນຂອງລາວ ໃນປີ 2012 ແລະ ຈົນປະເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ມີຄວາມຄືບໜ້າໃນການຊອກຫາໂຕທ່ານສົມບັດ.

ຜູ້​ຣາຍງານພິເສດຂອງອົງການສະຫະປະຊາຊາດ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການດຳເນີນຄະດີ ແລະ ການສອບສວນຄະດີທີ່ໄດ້ລະບຸເຖິງການທໍລະມານ ແລະ ການລະເມີດສິດທິມະນຸສ ລວມທັງການລະເມີດທາເພ. ສະພາບຄຸກ ຫຼື ບ່ອນຄຸມຂັງມີຄວາມແອອັດ, ມີອາຫານການກິນບໍ່ພຽງພໍ, ແລະ ສູນດູແລສຸຂະພາບ ບໍ່ເໝາະສົມ. ຜູ້ທີ່ຖືກຂັງພາງ ຢູ່ປົນກັນກັບນັກໂທດທົ່ວໄປ, ເຍົາວະຊົນ ຖືກນຳມາກັກຂັງກັບນັກໂທດຜູ້ໃຫຍ່. ການຈັບຫຼື ກັກຂັງຄົນໂດຍບໍ່ມີຫຼັກຖານເກີດຂຶ້ນເປັນປະຈຳຢູ່ປະເທດລາວ ເຖິງວ່າ ກົດໝາຍຈະຫ້າມບໍ່ໃຫ້ມີການຈັບກຸມບຸກຄົນໃດນຶ່ງ ໂດຍ ບໍ່ມີຫຼັກຖານ, ແຕ່ເຈົ້າໜ້າທີ່ຣັບາງຄົນ ກໍບໍ່ໄດ້ເຄົາຣົບຕໍ່ລະບຽບກົດໝາຍ. ເຈົ້າໜ້າທີ່ຕຳຣວດ, ທະຫານ ແລະ ພາສີ ມີອຳນາດໃນການຈັບກຸມ. ໂດຍທົ່ວໄປແລ້ວ ໃນທາງປະຕິບັດ ມີພຽງແຕ່ເຈົ້າໜ້າທີ່ຕຳຣວດເທົ່ານັ້ນ ທີ່ກະທຳການຈັບກຸມໄດ້. ຕາມກົດໝາຍແລ້ວ ເຈົ້າໜ້າທີ່ຈະຕ້ອງແຈ້ງຂໍ້ກ່າວຫາ ໃຫ້ແກ່ຜູ້ຖືກຫາ ພາຍໃນ 24 ຊົ່ວໂມງ, ແຕ່ໃນໂຕຈິງແລ້ວ ເຈົ້າໜ້າທີ່ກໍບໍ່ໄດ້ປະຕິບັດແນວນັ້ນ ໂດຍສະເພາະ ຢູ່ເຂດພື້ນທີ່ຫ່າງໄກ ຫຼື ເຂດຊົນນະບົດ.

ເຈົ້າ​ໜ້າທີ່ຕຳຣວດຍັງໃຊ້ອຳນາດແບບບໍ່ມີຂອບເຂດໃນການຈັບກຸມຜູ້ຖືກຫາ ໂດຍ ການຈັບແບບບໍ່ມີໝາຍສານ ຫຼື ຈັບແບບກໍລະນີກະທຳຜິດເຊິ່ງໜ້າ.

ອົງ​ການຈັດຕັ້ງພາກປະຊາສັງຄົມ ໄດ້​​ຣາຍງານວ່າ ເຈົ້າໜ້າທີ່ຕຳຣວດ ໄດ້ນາບຂູ່ຄຸກຄາມ ທະນາຍຄວາມ ແລະ ພິຍານ ໃນກໍລະນີຂໍ້ຂັດແຍ່ງທີ່ດິນ ໂດຍສະເພາະ ຜູ້ທີ່ໃຫ້ການຊ່ວຍເຫຼືອດ້ານກົດໝາຍແກ່ປະຊາຊົນຜູ້ອັບປະໂຫຍດທີ່ສູນເສັຽທີ່ດິນ.

ຢູ່​ປະເທດລາວ ຍັງຂາດທະນາຍຄວາມທີ່ມີຄຸນະວຸດ ແລະ ທະນາຍຄວາມບໍ່ຢາກເຂົ້າໄປພົວພັນກັບຄະດີທີ່ຫລໍ້ແຫລມ ຍ້ອນເຂົາເຈົ້າຢ້ານ ເຈົ້າໜ້າທີ່ທ້ອງຖິ່ນຈະມາເອົາເລື່ອງ. ສິ່ງດັ່ງກ່າວ ໄປຈຳກັດສິດຂອງທະນາຍຄວາມ ໃນການໃຫ້ຄຳປຶກສາ ແລະ ຫຼາຍຄົນກໍເຊື່ອວ່າ ຈະມີທະນາຍຄວາມໄປເພື່ອຫຍັງ.

ເຈົ້າ​ໜ້າທີ່ຣັພຽງແຕ່ ໃຫ້ມີທະນາຍຄວາມໄດ້ສະເພາະແຕ່ຄະດີທີ່ກ່ຽວຂ້ອງກັບເດັກນ້ອຍ​, ຄະດີຈຳຄຸກຫຼອດຊີວິດ ຫຼື ຕັດສິນປະຫານຊີວິດ, ແລະ ຄະດີທີ່ຫຍຸ້ງຍາກ ທີ່ພົວພັນກັບຄົນຕ່າງປະເທດ. ກົດໝາຍບໍ່ໃຫ້ສິດທະນາຍຄວາມ ເພື່ອໃຫ້ມີເວລາ ແລະ ສິ່ງອຳນວຍຄວາມສະດວກທີ່ເໝາະສົມ ໃນການກະກຽມວ່າຄວາມ.

ຜູ້​ຖືກຫາ ແລະ ນັກໂທດການເມືອງ ບໍ່ມີສິດຂໍຍື່ນອຸທອນ. ໂຕຢ່າງ ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ ແລະ ນາງ ຫຼອດຄຳ ທຳມະວົງ ຖືກສານຕັດສິນໃນປີ 2017 ໃນຫຼາຍຂໍ້ຫາ ເປັນຕົ້ນ ຂໍ້ຫາທໍລະຍົດຊາດ, ໂຄສະນາມຕ້ານຣັ, ສ້າງຄວາມວຸ້ນວາຍໃນສັງຄົມ.

ຜູ້​ຖືກຫາທັງສາມຄົນ ບໍ່ມີສິດທີ່ຈະຂໍຍື່ນອຸທອນໃນການຕໍ່ສູ້ຄະດີ ແລະ ກໍບໍ່ມິທະນາຍຄວາມຄົນລາວກ້າເຂົ້າໄປຊ່ວຍເຫຼືອ.

ອີກ​ກໍລະນີນຶ່ງ ກໍຄື ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ຖືກຈັບໃນປີ 2019 ແລະ ຍອມຮັບຜິດ ທີ່ໄດ້ກ່າວປະນາມປະເທດຊາດ ໃນເວລາ ທີ່ລາວວິຈານເຈົ້າໜ້າທີ່ຣັທີ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກນຳຖ້ວມຢູ່ແຂວງສາຣະວັນ ແລະ ແຂວງຈຳປາສັກ ມີຄວາມຊັກຊ້າ.

ຕາມ​ກົດໝາຍແລ້ວ ອົງການພາກປະຊາສັງຄົມ ມີຄວາມເປັນອິດສະຣະ ແຕ່ ກໍບໍ່ຄ່ອຍປະກົດເຫັນເປັຮູບປະທຳ. ປະຊາຊົນ ບໍ່ສາມາດເຂົ້າຫາໜ່ວຍງານກວດສອບຈາກພາກປະຊາສັງຄົມທີ່ມີປະສິດທິພາບ ເພື່ອກວດກາກໍລະນີການລະເມີດສິດທິມະນຸສ ຍ້ອນວ່າ ສານພາຍໃນປະເທດລາວ ບໍ່ມີຄວາມເປັນອິດສະຣະ ແລະ ມີການສໍ້ລາດບັງຫລວງກັນ.

ເຖິງວ່າ ຈະ​ມີການຕັດສິນຄະດີຄວາມກໍຕາມ, ແຕ່ ກໍຍັງມີບັນຫາເລື່ອງການບັງຄັບໃຊ້ກົດໝາຍ.

ຣັ​ບານຍັງຄົງສືບຕໍ່ ຍົກຍ້າຍປະຊາຊົນອອກຈາກໂຄງການພັດທະນາ ແລະ ຫຼາຍຄອບຄົວ ທີ່ຖືກຍົກຍ້າຍ ກໍບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ ຈາກໂຄງການຂອງຣັບານ ເຊັ່ນ ໂຮງງານແປຮູບມັນຕົ້ນ ຢູ່ເມືອງ ບາງຈຽງຈະເລີນສຸກ ແຂວງຈຳປາສັກ ທີ່​​ກະຊວງປ້ອງກັນປະເທດ ໃຫ້ການນັບນູນ. ໂຮງງານດັ່ງກ່າວ ໄປກວມເອົາດິນທຳກິຂອງປະຊາຊົນ.

ປະ​ຊາຊົນຄົນອື່ນໆ ກໍຖືກປັບຄັບໃຫ້ຍົກຍ້າຍອອກຈາກ ທີ່ດິນກະສິກຳທີ່ເໝາະສົມ ຫຼື ຖືກນາບຂູ່. ເຂົາເຈົ້າໄດ້ສູນເສັຽທີ່ດິນ ແລະ ວິຖີຊີວິດ.

ກົດ​ໝາຍຫ້າມບໍ່ໃຫ້ ມີການຄົ້ນ ແລະ ການຈັບ-ຢຶດ ແບບບໍ່ຖືກກົດໝາຍ, ແຕ່ວ່າ ພັດມີຂໍ້ຍົກເວັ້ນໃນກໍລະນີໝາຍສານ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ. ໃນຫຼາຍໆ ກໍລະນີ, ຕາມກົດໝາຍແລ້ວ ເຈົ້າໜ້າທີ່ຕຳຣວດ ຈະຕ້ອງຂໍໝາຍສານ, ແຕ່ວ່າ ໃນການປະຕິບັດໂຕຈິງ ເຈົ້າໜ້າທີ່ບໍ່ເຮັດແນວນັ້ນ ໂດຍ ສະເພາະຢູ່ເຂດຫ່າງໄກສອກຫຼີກ ຫຼື ເຂດຊົນນະບົດ.

ຣັ​ບານມີການຕິດຕາມການເຄື່ອນໄຫວຂອງບຸກຄົນ ແລະ ລວທັງຕິດຕາມໂທລະສັບ ແລະ ອີເມວ ໂດຍບໍ່ມີສຳສັ່ງສານ.  

ກົດ​ໝາຍໃຫ້ສິດເສຣີພາບໃນການປາກເວົ້າ ລວມທັງສື່ມວນຊົນ, ແຕ່ວ່າ ຣັບານໄດ້ຈຳກັດການເວົ້າ ແລະ ການຂີດຂຽນທີ່ວິຈານດ້ານການເມືອງ. ຣັບານຍັງຫ້າມບໍ່ໃຫ້ວິຈານອອກທາງສາທາລະນະ ທີ່ສົ່ງຜົຕໍ່ພາບພົດຂອງຣັບານ.

ສື່ມວນ​ຊົນພາຍໃນ ຖືກຈຳກັດບໍ່ໃຫ້ມີການຣາຍງານສົງຄາມທີ່ຣັດເຊັຽໃຊ້ກໍລັງທະຫານເຂົ້າໄປໂຈມຕີປະເທດຢູເຄຣນ ຢ່າງກົງໄປກົງມາ ຫຼື ຣາຍງານແບບຂໍ້ມູນສອງດ້ານ ແຕ່ສ່ວນຫຼາຍ ສື່ມວນຊົນຣາຍງານຂໍ້ມູຈາກຣັເຊັຽ ຫຼາຍກວ່າ. ສື່ມວນຊົນຖືກຫ້າມບໍ່ໃຫ້ຣາຍງານຂ່າວ ການປະທ້ວງຢູ່ປະເທດຈີນ ຍ້ອນຣັບານຈີນປິດເມືອງໃນໄລຍະໂຄວິດ-19 ຣະບາດ.

ອົງ​ການຈັດຕັ້ງທີ່ບໍ່ສັງກັດຣັບານ ໄດ້ຣາຍງານວ່າ ປະຊາຊົນຖືກສອນຕັ້ງແຕ່ອາຍຸຍັງນ້ອຍ ບໍ່ໃຫ້ວິຈານຣັບານ.

ຣັ​ບານ ບໍ່ອະນຸຍາດໃຫ້ສຳນັກຂ່າວຕ່າງປະເທດ ເຂົ້າໄປຕັ້ງສຳນັກງານຢູ່ປະເທດລາວ ຍົກເວັ້ນ ສື່ມວນຊົນຈາກປະເທດຈີນ ແລະ ວຽດນາມ. ຣັບຖານ ໄດ້ຈຳກັດ ວຽກງານຂອງສື່ມວນຊົນທີ່ເຂົ້າໄປຣາຍງານໃນປະເທດລາວ ແລະ ຣັບານ ປະຕິເສດທີ່ຈະໃຫ້ສື່ມວນຊົນຕ່າງປະເທດເຂົ້າໄປເຮັດຂ່າວຢ່າງອີຣະ ຖ້າບໍ່ມີເຈົ້າໜ້າທີ່ຣັຕິດຕາມ.

ກົດ​ໝາຍລາວ ບໍ່ອະນຸຍາດໃຫ້ມີການໂຮມຊຸມນຸມຢ່າງງົບ ແລະ ກົດໝາຍຫ້າມຈັດການປະທ້ວງ ທີ່ຈະສ້າງຄວາມວຸ້ນວາຍ ແລະ ຄວາມບໍ່ໝັ້ນຄົງທາງສັງຄົມ. ຜູ້ປະທ້ວງ ຈະຖືກລົງໂທດຈຳຄຸກສູງສຸດ 5 ປີ.

ເຈົ້າ​ໜ້າທີ່ຈຳກັດ ເສຣີພາບໃນການຕັ້ງສະມາຄົມ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງທີ່ບໍ່ສັງກັດຣັບານ ແລະ ອົງການຈັດຕັ້ງພາກປະຊາສັງຄົມອື່ນໆ ໂດຍສະເພາະ ຣັບານບັງຄັບໃຫ້ບາງອົງການ ໃຫ້ປ່ຽນຊື່ ດ້ວຍການ ເອົາຄຳວ່າສິດທິ" ອອກ.

ມີການຈຳກັດການເດີນທາງຂອງປະຊາຊົນ ເພື່ອໄປຮ່ວມງານກິຈະກຳທາງສານາ ຢູ່ຕ່າງປະເທດ ແຕ່ ຖ້າປະຊາຊົນຜູ້ໃດຢາກໄປ ຈະຕ້ອງໄດ້ຮັບອະນຸຍາດຈາກຣັບານກ່ອນ.

ປະ​ຊາຊົນ ບໍ່ມີສິດທີ່ຈະເລືອກຕັ້ງເອົາຣັບານ ຢ່າງເສຣີ ແລະ ຍຸຕິທັມ. ບໍ່ມີພື້ນທີ່ໃຫ້ປະຊາຊົນ ໄດ້ສະແດງຄວາມຄິດເຫັນ. ເຖິງວ່າ ຣັທຳມະນູນຂອງລາວ ໄດ້ລະບຸເຖິງອົງການບໍຣິຫານ, ນິຕິບັນຍັດ, ແລະ ຕຸລາການ ທີມີຄວາມທຽບເທົ່າກັນ, ແຕ່ ຣັທຳມະນູນ ກໍໃຫ້ສິດພັກຊາຊົນປະຕິວັດລາວ ເປັນຜູ້ຄວບຄຸມການປົກຄອງ ແລະ ການນຳພາ ໃນທຸກຂະແໜງການ.

ການ​ເລືອກຕັ້ງ ແລະ ການມີສ່ວນຮ່ວມທາງດ້ານການເມືອງ ຍັງຄົງເປັນເລື່ອງທີ່ໄກໂຕປະຊາຊົນລາວ.

ສະ​ພາແຫ່ງຊາດ ໄດ້ແຕ່ງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ທີ່ໄດ້ຮັບຮອງເອົາຜູ້ລົງມັກເລືອກຕັ້ງທັງລະດັບແຂວງ ແລະ ລະດັບຊາດ. ຜູ້ມັກເລືອກຕັ້ງ ບໍ່ຈຳເປັນຕ້ອງເປັນມາຊິກພັກ ແຕ່ ໃນໂຕຈິງ ຜູ້ມັກເປັນສະມາຊິກພັກທັງໝົດ.

ເຖິງວ່າ ໃນ​ປີ 2021 ຈະມີຜູ້ລົງມັກເລືອກຕັ້ງ ຈຳນວນ 164 ຄົນ ໃນນັ້ນ ມີຜູ້ມັກອິຣະ 6 ​ຄົນ.

ແມ່​ຍິງຍັງມີສ່ວນຮ່ວມໃນຂບວນທາງການເມືອງ ບໍ່ຫຼາຍ ແລະ ບົດບາດການນຳຂອງແມ່ຍິງ ຍັງຄົງຖືກຈຳກັດ - ຢູ່ເຂດຊົນນະບົດ ມີຜູ້ຍິງໃນອັດຣາສ່ວນພຽງແຕ່ 3 ເປີເຊັນເທົ່ານັ້ນ ທີ່ເປັນນາຍບ້ານ.

ກົດ​ໝາຍໄດ້ກຳນົດບົດລົງໂທດຕໍ່ພະນັກງານທີ່ສໍ້ລາດບັງຫລວງ ແລະ ຣັບານ ກໍມີຄວາມຄືບໜ້າໃນການແກ້ໄຂບັນຫານີ້. ແຕ່ກໍຍັງມີພະນັກງານຫຼາຍຄົນ ຍັງພົວພັນເລື່ອງສຳຣາບັງຫລວງ ໂດຍບໍ່ຖືກລົງໂທດ.

ໂຕ​ຢ່າງ: ຢູ່ແຂວງຈຳປາສັກ ພົບເຈົ້າໜ້າທີ່ສໍ້ຣາບັງຫລວງ 14 ຄົນ ຢູ່ໃນໂຄງການພັດທະນາ ແຕ່ ມີພຽງເຈົ້າໜ້າທີ່ 1 ຄົນເທົ່ານັ້ນ ທີ່ຖືກຕັດສິນຈຳຄຸກ. ຣັບານບໍ່ເປີດເຜີຍຂໍ້ມູນລະອຽດກ່ຽວກັບການດຳເນີນຄະດີ ແລະ ການລົງໂທດເຈົ້າໜ້າທີ່ສໍ້ຣາບັງຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.