ຫາກວິຈານພັກຣັດໃຫ້ ຣະວັງ

0:00 / 0:00

ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ (Human Rights Watch) ປະຈໍາ ພາກພື້ນ ກ່າວວ່າ ປະຊາຊົນລາວ ທັງຜູ້ທີ່ຢູ່ ໃນລາວ ແລະ ທີ່ ເຮັດວຽກ ຢູ່ໄທ ຕ້ອງໃຫ້ລະວັງ ຫຼາຍຂຶ້ນ ໃນການວິພາກ ວິຈານ ຣັຖບານ ສປປລາວ ຜ່ານ ສື່ສັງຄົມ ອອນລາຍ ຊຶ່ງ ອາດຈະເປັນ ຄືກັບ ຄົນງານລາວ 3 ຄົນ ທີ່ຖືກຈັບ ໃນຂໍ້ຫາໂຈມຕີ ຣັຖບານ ເມື່ອຫຼາຍເດືອນ ກ່ອນ:

"ທ່ານກ່າວວ່າ ເວົ້າເຖິງເຣື່ອງ ສື່ອອນລາຍ ກໍເຂັ້ມງວດ ໃຜເວົ້າບໍ່ດີ ຕໍ່ ຣັຖບານລາວ ຖ້າເປັນຄົນລາວ ທີ່ກັບໄປ ປະເທດລາວ ກໍຕ້ອງ ຣະວັງຕົວ ເພາະວ່າ ອາດຖືກຈັບກຸມ ໄດ້ ຣັຖບານລາວ ກໍາລັງເບິ່ງຢູ່".

ທ່ານກ່າວອີກວ່າ ນັບຕັ້ງແຕ່ ທ້າວ ສຸກັນ ໃຈທັດ, ນາງ ຫຼອດຄໍາ ທໍາມະວົງ, ແລະ ທ້າວ ສົມພອນ ພິມມະສອນ ຖືກ ທາງການລາວ ຈັບໄປຂັງຄຸກ ຍ້ອນຂໍ້ຫາ ທາງການເມືອງນັ້ນ ເຮັດໃຫ້ ທາງການລາວ ເຂັ້ມງວດ ກວດກາ ຜູ້ໃຊ້ ສື່ສັງຄົົມ ອອນລາຍ ຫຼາຍຂຶ້ນ ແລະ ອາດອອກ ກົດໝາຍໃໝ່ ເພື່ອໃຫ້ ການວິພາກ ວິຈານ ການເມືອງ ເປັນສິ່ງທີ່ ຜິດກົດໝາຍ. ດັ່ງນັ້ນ ຈຶ່ງຢາກໃຫ້ ທຸກຄົນ ມີສະຕິ ເພີ່ມຕື່ມ ໃນການສະແດງ ຄວາມຄິດເຫັນ ຜ່ານສື່ຕ່າງໆ ເພື່ອບໍ່ໃຫ້ ຕົກເປັນ ຜູ້ຕ້ອງຫາ ອີກຕື່ມ.

ທ່ານ Phil Robertson ກ່າວອີກວ່າ ປັດຈຸບັນ ອົງການ ສິ້ງຊອມ ສິດທິມະນຸດ ກໍາລັງ ຕິດຕາມ ຊະຕາກັມ ຂອງ ຄົນງານລາວ ທັງ 3 ຄົນ ທີ່ຖືກຈັບ ນັ້ນຢູ່ຕລອດ ຍ້ອນ ການກະທໍາ ຂອງທາງການລາວ ນັ້ນ ເປັນເຣື່ອງ ທີ່ຜິດຕໍ່ ສິດທິມະນຸດ ຂັ້ນພື້ນຖານ ຢ່າງ ຮ້າຍແຮງ.

ເຖິງແມ່ນວ່າ ສປປລາວ ຈະໄດ້ລົງນາມ ໃນ ອະນຸສັນຍາ ຕ່າງໆ ກ່ຽວກັບ ສິດທິມະນຸດ ຫຼາຍສະບັບ ກໍຕາມ, ແຕ່ກໍ່ຍັງ ຣະເມີດ ອະນຸສັນຍາ ບາງສະບັບ ນັ້ນຢູ່.