ທາງການສັ່ງຫ້າມເພງບໍ່ ເໝາະສົມ

0:00 / 0:00

ກະຊວງຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ສປປລາວ ສັ່ງຫ້າມ ເປີດເພງ ທີ່ມີເນື້ອຫາ ບໍ່ເຫມາະສົມ ອອກຜ່ານທາງ ວິທຍຸ ຫລື ໂທຣະທັດ ຫຼາຍໆເພງ ເປັນຕົ້ນ ເພງ ຕຳໝາກແຕງ, ຄັນຫູ ແລະ ນ້ອງຢາກໄດ້ຜົວ, ຊື່ງໃນເວລານີ້ 3 ເພງ ດັ່ງກ່າວ ຍັງສາມາດ ຟັງຜ່ານ ທາງ ອິນເຕີເນັດ ໄດ້ຢູ່. ດັ່ງ ເຈົ້າຫນ້າທີ່ ຜແນກຖແລງຂ່າວ ທ່ານນື່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 18 ຕຸລາ ນີ້ວ່າ:

"ເພິ່ນແຈ້ງມີແຕ່ບໍ່ໃຫ້ ເປີດອອກຕາມ ໂຄສະນາ ວິທຍຸ ໂທຣະພາບ ຊື່ໆ ແຕ່ເປີດທົ່ວໄປ ໄດ້ ແຈ້ງການ ຕົວນີ້ເປັນ ຂອງກະຊວງ, ເຫດຜົລເ ພາະວ່າ ຜູ້ນຳແຈ້ງການ ກະຊວງເຮົາ ກໍທັນໄດ້ເວົ້າ ໄດ້ວ່າ ຍັງບໍ່ເຫັນການ ແຈ້ງການເທືອ".

ການແຈ້ງການດັ່ງກ່າວ ມີຂຶ້ນ ໃນວັນທີ 11 ຕຸລາ ຜ່ານມາ ຊຶ່ງການເປີດເພງ ຜ່ານ ວິທຍຸ ແລະ ໂທຣະທັດ ຂອງຣັດ ຫລື ເອກກະຊົນ ຕ້ອງ ໄດ້ຜ່ານການ ອະນຸຍາດ ຈາກ ບັນນາທິການ ກ່ອນ. ການຫ້າມ ດັ່ງກ່າວ ເຮັດໃຫ້ ປະຊາຊົນ ວິພາກວິຈານ ຢ່າງໃຫຍ່.

ກ່ຽວກັບບັນຫາ ດັ່ງກ່າວ ວິທຍຸເອເຊັຽເສຣີ ກໍໄດ້ ສອບຖາມ ຄວາມເຫັນ ຂອງ ປະຊາຊົນ ໃນເຂດ ນະຄອນຫຼວງ ວຽງຈັນ ປະຊາຊົນ ທ່ານນຶ່ງ ເວົ້າວ່າ, ເພງລາວ ສມັຍໃຫມ່ ໄດ້ຮັບ ອິດທິພົນ ຈາກ ເພງໄທ ຫຼາຍຂຶ້ນ ເຮັດໃຫ້ ການບັນເທີງ ຂອງລາວ ມີການຂຍາຍຕົວ ຢ່າງວ່ອງໄວ ແລະ ການໃຊ້ ຄຳເວົ້າ ທີ່ຍົວະຍົງ ກໍຖືກນຳ ເອົາມາໃຊ້ ໃນເນື້ອຫາ ຂອງເພງ:

"ຫາກເວົ້າມາສ່ວນຫຼາຍ ລາວເຮົາຫັ້ນນະ ດຽວນີ້ຫັ້ນ ເຂົາກໍເຫັນ ເຂົາຮ້ອງເພັງ ກໍຫຼາຍຢູ່ ດາຣາໃຫມ່ ເລື້ອຍໆຢູ່ ເອີຮ້ອງ ເຫມືອນໆກັນ ຄືຄ້າຍຄືກັນ ແຫຼະ ລາວກັບໄທ ເພາະວ່າ ພາສາ ຄ້າຍຄືກັນ ຫມົດ ບໍ່ເຫມາະສົມ ເຂົາກໍບໍ່ເອົາ".

ໃນປັດຈຸບັນເພງລາວ ສາມເພງ ທີ່ ທາງການລາວ ຫ້າມ ອອກອາກາດ ທາງ ວິທຍຸ ແລະ ໂທຣະທັດ ນັ້ນ ຍັງສາມາດ ຟັງຜ່ານທາງ ອິນເຕິເນັດ ໄດ້ ດັ່ງ ຢູທູບ ແລະ ອື່ນໆ.