ການຖືກບັງຄັບ ໃຫ້ຫາຍສາບສູນ ໃນລາວ ຍັງໜ້າເປັນຫ່ວງ
2023.08.30

ເນື່ອງໃນໂອກາດ “ວັນແຫ່ງການລຳຣຶກ ເຖິງຜູ້ຖືກບັງຄັບ ໃຫ້ຫາຍສາບສູນສາກົລ” ທີ່ຕຣົງກັບວັນທີ 30 ສິງຫາ ຂອງແຕ່ລະປີ, ສໍາລັບປີນີ້ ສະຖານການບັງຄັບໃຫ້ຫາຍສາບສູນ ຢູ່ລາວ ໃນປັດຈຸບັນນີ້ ກໍຍັງມີຄວາມໜ້າເປັນຫ່ວງຫລາຍຢູ່ ເຊິ່ງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ ຫລາຍຄົນບໍ່ຖືກເປີດເຜີຍຂໍ້ມູນ ຄວາມຄືບໜ້າ ໃນການຊອກຫາໂຕ ຈາກເຈົ້າໜ້າທີ່ທາງການລາວ ແລະ ທາງຄອບຄົວ ຂອງຜູ້ຫາຍສາບສູນ ບໍ່ໄດ້ຮັບຂໍ້ມູນທີ່ເປັນປໂຍດ ຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກໍຣະນີຂອງທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນຂອງລາວ ທີ່ຖືກບັງຄັບໃຫ້ຫາຍສາບສູນ ຕັ້ງແຕ່ທ້າຍປີ 2012 ເປັນຕົ້ນມາ ເຊິ່ງໃນວັນບັງຄັບໃຫ້ຫາຍສາບສູນ ສາກົລ ຂອງປີນີ້ ທາງຄອບຄົວຂອງທ່ານ ສົມບັດ ສົມພອນ ບໍ່ໄດ້ມີກິຈກັມຫຍັງ ນອກເໜືອຈາກ ຂຽນຂໍ້ຄວາມເລັກໆໜ້ອຍໆ ຜ່ານທາງສື່ສັງຄົມອອນລາຍນ໌.
ດັ່ງ ຍານາງ ອື້ງ ຊຸ້ຍ ເມັງ ພັນລະຍາຂອງທ່ານ ສົມບັດ ສົມພອນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ສິງຫາ ນີ້ວ່າ:
“ບໍ່ມີຫຍັງທີ່ວ່າ ເຮັດໄດ້ຢູ່ລາວດອກ ໃຊ້ Social Media ໃຫ້ຄົນເຂົ້າໃຈວ່າ ມື້ນີ້ເປັນວັນສາກົລເນາະ ໃຫ້ທຸກຄົນຄິດເຖິງວ່າ ບັນຫາໂຕນີ້ເນາະ ມັນກະຍັງມີຫລາຍປະເທດເນາະ ຄືຢູ່ປະເທດລາວ ຍັງມີຢູ່ ລາວກະບໍ່ໄດ້ນັບຖືເນາະ.”
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕາມ ຫາຕໍາຣວດສືບສວນ-ສອບສວນ ເພື່ອຕິດຕາມຄວາມຄືບໜ້າ ຂອງການຊອກຫາໂຕທ່ານ ສົມບັດ ສົມພອນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ສະດວກທີ່ຈະກ່າວເຖິງເຣື່ອງນີ້.
ສ່ວນສໍາລັບ ວັນບັງຄັບໃຫ້ຫາຍສາບສູນ ສາກົລ ປະຈໍາປີນີ້ ຫລາຍພາກສ່ວນໃນລາວ ທີ່ເຮັດວຽກກ່ຽວຂ້ອງ ກັບດ້ານກົດໝາຍ ຫລື ສິດທິມະນຸສ ບໍ່ໄດ້ມີກິຈກັມໃດໆ ເນື່ອງໃນໂອກາດນີ້ ແລະ ເຖິງແມ່ນວ່າ ບາງພາກສ່ວນ ໄດ້ຮັບຮູ້ກ່ຽວກັບ ຂ່າວການບັງຄັບ ໃຫ້ຫາຍສາບສູນ ຢູ່ລາວກໍຕາມ ແຕ່ກໍບໍ່ສາມາດ ສະແດງຄວາມຄິດເຫັນ ຢ່າງຕຣົງໄປຕຣົງມາໄດ້.
ດັ່ງ ຜູ້ທີ່ຢູ່ໃນວົງການກົດໝາຍ ທ່ານນຶ່ງ ກ່າວວ່າ:
“ເຣື່ອງຫາຍໂຕນີ້ເຮົາກະ ໂອ ບໍ່ຢາກເວົ້າຫລາຍ ວ່າຊັ້ນສາ ສະເພາະສະພາທະນາຍຄວາມ ຍັງບໍ່ມີແຈ້ງການຫຍັງນ່າ ມື້ນີ້ເຂົາເຈົ້າຈັດເຣື້ອງປະກອບຄໍາຄິດຄໍາເຫັນ ໃສ່ວິໄສທັດ ໃນການພັທນາ ສະພາທະນາຍຄວາມລາວ.”
ທາງດ້ານນັກວິຊາການ ຢູ່ປະເທດໄທຍ ທ່ານນຶ່ງ ທີ່ສຶກສາກ່ຽວກັບດ້ານຕ່າງໆ ໃນລາວ ກ່າວວ່າ ການທີ່ ທາງການລາວ ບໍ່ໃຫ້ຄວາມສໍາຄັນ ກັບວັນບັງຄັບໃຫ້ຫາຍສາບສູນສາກົລ ບໍ່ແມ່ນເຣື່ອງທີ່ໜ້າແປກໃຈຫຍັງ ເພາະວ່າ ທາງການລາວເອງ ບໍ່ໄດ້ໃຫ້ ສັຕຍາບັນ ໃນການເຂົ້າເປັນພາຄີ ຄວາມຕົກລົງ ລະຫວ່າງປະເທດ ວ່າດ້ວຍເຣື່ອງ ອະນຸສັນຍາ ການຄຸ້ມຄອງບຸກຄົນ ຈາກການຖືກບັງຄັບຫາຍສາບສູນ ຈຶ່ງເຮັດໃຫ້ ບໍ່ມີຄວາມຄືບໜ້າ ໃນການຊອກຫາໂຕ ຜູ້ຫາຍສາບສູນໃນລາວ.
ດັ່ງ ທ່ານກ່າວວ່າ:
“ເຣື່ອງພວກນີ້ ເຂົາກໍບໍ່ເຊັນດອກ ບັນຫາກໍມີການອຸ້ມຫາຍ ຫລື ອິຫຍັງຕ່າງໆ ມັນກໍເປັນບັນຫາ ທີບໍ່ມີຫຍັງປ່ຽນແປງ ບໍ່ມີຄວາມຄືບໜ້າ ອິຫຍັງຢູ່ແລ້ວ ກ່ຽວກັບສິດທິມະນຸສ ກໍເປັນເຣື່ອງປົກກະຕິ ເຂົາຄົງບໍ່ອອກມາຊີ້ແຈງ ເຣື່ອງຄວາມຄືບໜ້າ ຂອງການຊອກຫາໂຕ ທ່ານ ສົມບັດ ສົມພອນ ດອກ.”
ນອກຈາກການບັງຄັບໃຫ້ຫາຍສາບສູນ ໃນລັກສະນະຖືກອຸ້ມຫາຍແລ້ວ ໃນປີ 2022 ທີ່ຜ່ານມານີ້ ກໍໄດ້ເກີດເຫຕການລັກພາໂຕ ໃຫ້ຫາຍສາບສູນ ເກີດຂຶ້ນຈໍານວນນຶ່ງ ເປັນຕົ້ນ ເດັກນ້ອຍ ຊາວແຂວງຫລວງນ້ໍາທາ ທີ່ຖືກຕົວະ ໃຫ້ໄປເຮັດວຽກຢູ່ ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ແລ້ວຖືກບັງຄັບ ໃຫ້ໄປເຮັດວຽກຢູ່ ກາຊີໂນ ໃນປະເທດພະມ້າ ເຊິ່ງທາງຜູ້ປົກຄອງຂອງເດັກນ້ອຍເຫລົ່ານັ້ນ ກໍເຫັນວ່າບໍ່ແຕກຕ່າງຫຍັງ ກັບການຖືກບັງຄັບໃຫ້ຫານສາບສູນ ເພາະວ່າບໍ່ສາມາດ ຕິດຕໍ່ກັບລູກໆ ແລະ ບໍ່ຮັບຮູ້ຂ່າວສານຫຍັງອີກເລີຍ ວ່າ ຍັງມີຊີວິຕຢູ່ຫລືບໍ່.
ດັ່ງ ຜູ້ປົກຄອງເດັກນ້ອຍຄົນນຶ່ງ ກ່າວວ່າ:
“ທໍາອິດນີ້ວ່າ ໄປເຮັດວຽກ ຕອບແຊ້ທ ຢູ່ກາຊີໂນຕົ້ນເຜິ້ງ ໄດ້ເງິນດີ ບາດສຸດທ້າຍຄືວ່າ ຕົວະໄປຂາຍຢູ່ພະມ້າພຸ້ນ ເດືອນ 8 ວັນທີ 5 ນີ້ແຫລະ ລູກເຮົາໄປ ເຮັດວຽກ ຕອບແຊັທບໍ່ໄດ້ ເຂົາກໍລົງໂທສໜັກ ເອົາໄຟຊ໋ອຕ ພຽງແຕ່ແນວນັ້ນ ກໍມິດຈີ່ລີ່ເລີຍ ບໍ່ໄດ້ຍິນຫຍັງເລີຍ.”
ກ່ອນໜ້ານີ້ ເມື່ອປີ 2022 ທີ່ຜ່ານມາ ກະຊວງການຕ່າປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານ ສິທິມະນຸສ ຢູ່ລາວວ່າ ບໍ່ມີຣາຍງານ ກ່ຽວກັບຄວາມຄືບໜ້າ ຂອງບຸກຄົນ ທີ່ຖືກບັງຄັບໃຫ້ຫາຍສາບສູນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ໄດ້ພະຍາຍາມສືບສວນ-ສອບສວນ ຫາຜູ້ກະທໍາຜິດ ທີ່ກໍ່ເຫດອູ້ມຫາຍ, ສ່ວນກໍຣະນີ ທ່ານສົມບັດ ສົມພອນ ນັ້ນ ກໍບໍ່ມີຄວາມຄືບໜ້າ ແລະ ບໍ່ມີຫລັກຖານ ໃນການລັກພາໂຕ ທ່ານ ສົມບັດ ສົມພອນ ແລະ ໃນບົດຣາຍງານ ຂອງສະພາ ສິດທິມະນຸສ ຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາຕ ເມື່ອປີ 2022 ໄດ້ຣະບຸວ່າ ກໍຣະນີ ການຫາຍສາບສູນໃນລາວ ມີ 6 ກໍຣະນີ ປະກອບດ້ວຍ:
- ທ່ານ ສົມບັດ ສົມພອນ.
- ທ່ານ ອິດທິພົນ ສຸກປານ.
- ທ່ານ ອ໊ອດ ໄຊຍະວົງ ຫາຍສາບສູນ ຢູ່ບາງກອກ ປະເທດໄທຍ.
- ທ່ານ ວາຈື ເຮີ (ຊົນເຜົ່າມົ້ງ)
- ທ່ານ ຊູເຮີ (ຊົນເຜົ່າມົ້ງ)
- ຊົນເຜົ່າມົ້ງ 2 ຄົນ.
ສໍາລັບ ກໍຣະນີ ຂອງຊົນເຜົ່າມົ້ງ 2 ຄົນ ທີ່ຫາຍສາບສູນ ຢູ່ແຂວງໄຊສມູນ ເມື່ອເດືອນ ມີນາ ປີ 2020 ນັ້ນ ຫລັງຈາກ ເກີດເຫດການດັ່ງກ່າວ ທາງດ້ານຄົນໃນຄອບຄົວ ໄດ້ທັກທວງກັບເຈົ້າໜ້າທີ່ເລື້ອຍໆ ຈົນກະທັ້ງ ຄົນໃນຄອບຄົວຄົນນຶ່ງ ໄດ້ຖືກເຈົ້າໜ້າທີ່ ທະຫານສັງຫານ ເມື່ອເດືອນມີນາ ປີ 2021, ອີງຕາມ ການຣາຍງານ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ເມື່ອຕົ້ນປີ 2023 ນີ້.
ນອກຈາກນັ້ນແລ້ວ ກໍເຄີຍເກີດ ກໍຣະນີ ການບັງຄັບ ໃຫ້ຫາຍສາບສູນໃນລາວ ຫລາຍກໍຣະນີ ແຕ່ບາງກໍຣະນີ ທີ່ສັງຄົມຮູ້ຈັກ ກໍແມ່ນ ກໍຣະນີ ການຫາຍສາບສູນຂອງທ່ານ ສົມພອນ ຂັນຕິສຸກ ເຈົ້າຂອງເຮືອນພັກ Landing Boat ແລະ ນັກທຸຣະກິຈ ຢູ່ແຂວງ ຫລວງນ້ໍາທາ ທີ່ຖືກລັກພາໂຕໃນປີ 2007 ແລະ ຫລັງຈາກນັ້ນ ເກີດກໍຣະນີຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນ ເຈົ້າຂອງລາງວັນ ແມັກໄຊໄຊ ອາວອດ ປີ 2005 ທີ່ຖືກລັກພາໂຕ ໃນວັນທີ 15 ທັນວາ ປີ 2012 ຢູ່ນະຄອນຫລວງວຽງຈັນ ລວມທັງກໍຣະນີ ການຫາຍສາບສູນ ຂອງທ້າວ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ດ້ານສິດທິມະນຸສ ແລະ ປະຊາທິປະໄຕ ໃນລາວ ທີ່ຫາຍສາບສູນ ເມື່ອວັນທີ 26 ສິງຫາ ປີ 2019 ຢູ່ເຂດ ບຶງກຸ່ມ. ນະຄອນຫລວງບາງກອກ ປະເທດໄທຍ.