ການສືບສວນຫາ ອ໊ອດ ໄຊຍະວົງ ບໍ່ຄືບໜ້າ

ຈຳ​ປາ​ທອງ
2021.09.25
ການສືບສວນຫາ ອ໊ອດ ໄຊຍະວົງ ບໍ່ຄືບໜ້າ ທ້າວອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຫາຍສາບສູນ ໃນປະເທດໄທຍ ເປັນເວລາ 2 ປີປາຍ ແຕ່ຍັງບໍ່ມີ ຄວາມຄືບໜ້າ ໃນການສືບສູນສອບສວນ ແຕ່ຢ່າງໃດ.
ນັກຂ່າວ ພົລເມືອງ

ມາເຖິງ ປັດຈຸບັນ ກໍໄດ້ 2 ປີປາຍແລ້ວ ທີ່ການສືບຫາ ທ້າວ ອ໊ອດ ໄຊຍະວົງ ອາຍຸ 35 ປີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນປະເທດລາວ ທີ່ໄດ້ ຫາຍສາບສູນ ຊຶ່ງໝູ່ເພື່ອນ ຂອງລາວເຊື່ອວ່າ ຖືກລັກພາຕົວ ໄປໃນ ບໍຣິເວນ ບ້ານພັກ ຢູ່ເຂດບຶງກຸ່ມ ບາງກອກ ປະເທດໄທຍ ເມື່ອວັນທີ 26 ສິງຫາ 2019 ນັ້ນ ກໍຍັງບໍ່ມີ ຄວາມຄືບໜ້າ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ໄດ້ ພະຍາຍາມ ສືບສວນຫາ ຢ່າງຈິງຈັງ.

ເຣື່ອງການຫາຍສາບສູນ ຂອງທ້າວ ອ໊ອດ ໄຊຍະວົງ ນີ້ ຖືກຍານາງ ອັງຄະນາ ນີລະໄພຈິດ ອະດີດ ຄະນະກໍາມະການ ສິດທິມະນຸດ ຂອງປະເທດໄທຍ ຍົກຂຶ້ນເວົ້າ ຢູ່ໃນກອງປະຊຸມ ທາງໄກ ດ້ານສິ່ງແວດລ້ອມ ແມ່ນໍ້າຂອງ-ອາຊຽນ ທີ່ໄດ້ຈັດຂຶ້ນ ແຕ່ວັນທີ 24 ຫາ 30 ກັນຍາ 2021 ນີ້.

ຍານາງ ອັງຄະນາ ນີລະໄພຈິດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ:

“ທ່ານ ອ໊ອດ ໄຊຍະວົງ ຢູ່ປະເທດໄທຍ ແລະ ໄດ້ສະຖານະ ລີ້ພັຍແລ້ວ ແຕ່ກໍຫາຍໂຕ ໄປຈາກ ບາງກອກຊື່ໆ ໂດຍບໍ່ຮູ້ວ່າ ທ່ານ ອ໊ອດ ຫາຍຕົວໄປໄສ ກໍຍັງຄົງ ບໍ່ມີໃຜຮູ້ວ່າ ທ່ານຫາຍຕົວໄປໄສ ຕັ້ງແຕ່ ປີ 2019, ມາຮອດ ປັດຈຸບັນ ກໍ 2 ປີແລ້ວ ກໍບໍ່ມີໃຜ ຮູ້ຊາຕາກັມ ຂອງທ່ານ.”

ຍານາງ ກ່າວຕື່ມວ່າ ເຖິງແມ່ນທ່ານ ອ໊ອດ ໄຊຍະວົງ ຈະອາສັຍ ຢູ່ປະເທດໄທຍ ແຕ່ທ່ານ ກໍຍັງເປັນ ພົລເມືອງ ຂອງລາວ. ດັ່ງນັ້ນ ຣັຖບານລາວ ຈຶ່ງຄວນຕິດຕາມ ຄະດີ ຂອງທ່ານ ດ້ວຍການຮ່ວມມື ກັບຣັຖບານໄທຍ ໃນການສືບສວນ ຫາຢ່າງຈິງຈັງ. ແຕ່ທີ່ຜ່ານມາ ຣັຖບານລາວ ບໍ່ໄດ້ປະສານງານ ມາຍັງຣັຖບານໄທຍ ຫຼື ແກ້ໄຂຄະດີ ດັ່ງກ່າວ ແຕ່ຢ່າງໃດ ໃນຂະນະທີ່ ຣັຖບານໄທຍ ກໍດໍາເນີນ ການສອບຖາມ ຄວາມຄືບໜ້າ ຈາກຄົນໃກ້ຊິດ ຂອງທ່ານ ອ໊ອດ ໃນລະດັບນຶ່ງ ແລະ ກໍໄດ້ເຊົາໄປ.

ໃນໄລຍະ 2 ປີຜ່ານມາ ອົງການ ສິດທິມະນຸດສາກົນ ໄດ້ຂໍຄວາມຮ່ວມມື ມາຍັງ ຣັຖບານໄທຍ ໃຫ້ຊ່ອຍຮິບໂຮມ ຫລັກຖານ ກ່ຽວກັບ ຄະດີ ການຫາຍສາບສູນ ໄປຂອງທ່ານ ອ໊ອດ ໄຊຍະວົງ, ແຕ່ຕໍາຣວດໄທຍ ຍັງບໍ່ທັນໄດ້ ສະແດງ ຫຼັກຖານ ແລະ ຄວາມຄືບໜ້າ ກ່ຽວກັບ ຄະດີດັ່ງກ່າວ ຢ່າງຈະແຈ້ງເທື່ອ. ເຈົ້າໜ້າທີ່ ຕໍາຣວດ ສະຖານີ ບຶງກຸ່ມ ທີ່ບາງກອກ ທ່ານນຶ່ງ ເວົ້າກ່ຽວກັບ ເຣື່ອງດັ່ງກ່າວ ໃນມື້ດຽວກັນນີ້ວ່າ:

“ອ໊ອດ ໄຊຍະວົງ ຄົນລາວ ອື່ຢາກຂໍຄົ້ນ ກ່ອນນະ.”

ກ່ອນໜ້າທ້າວ ອ໊ອດ ໄຊຍະວົງ ຖືກລັກພາຕົວໄປ ລາວໄດ້ເຄື່ອນໄຫວ ວຽກງານການເມືອງ, ປະທ້ວງ, ຮຽກຮ້ອງ ເພື່ອປະຊາທິປະໄຕ ໃນລາວ ຮ່ວມກັບ ບັນດາຄົນລາວ ທີ່ຢູ່ປະເທດໄທຍ ຢູ່ຕໍ່ໜ້າ ສະຖານທູດລາວ ທີ່ບາງກອກ ຫຼາຍເທື່ອ ຊຶ່ງອາຈເປັນ ສາເຫດນຶ່ງ ທີ່ເຮັດໃຫ້ ຣັຖບານລາວ ບໍ່ພໍໃຈ ແລະ ສັ່ງໃຫ້ຕິດຕາມ ຈັບສົ່ງໄປ ປະເທດລາວ ດັ່ງຄົນລາວ ຜູ້ໃກ້ຊິດ ກັບຄອບຄົວ ຂອງທ້າວ ອ໋ອດ ໄຊຍະວົງ ເວົ້າຕໍ່ ວິທຍະເອເຊັຽເສຣີ ໃນມື້ວັນທີ 24 ກັນຍານີ້ວ່າ:

“ລາວເຄື່ອນໄຫວ ທາງການເມືອງເຍາະ ລາວເລີຍເຄີຍ ພົວພັນ ກັບພວກທີ່ ຈະເຈົ້າ ເປັນຄົນລາວ ອົພຍົບ ທີ່ຢູ່ຕ່າງປະເທດ ເພາະວ່າ ຣັຖບານລາວ ອາຈມອງວ່າ ສັນຍາລັກ ອັນນີ້ ມັນເປັນ ພັຍຄຸກຄາ ແຕ່ຣັຖບານ ປັດຈຸບັນນີ້ ແລ້ວທ່ານອັອດ ກໍມີການປະທ້ວງ ຫຼາຍເທື່ອ ຢູ່ສະຖານທູດ ນີ້ແຫລະ ກໍເລີຍຢູ່ໃນລິສທ ທີ່ວ່າ ຣັຖບານລາວ ຈະຕ້ອງປາບປາມ.”

ນັບຕັ້ງແຕ່ທ້າວ ອ໊ອດ ແລະ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຄົນອື່ນໆ ຢູ່ປະເທດໄທຍ ໄດ້ຫາຍສາບສູນໄປ ເຮັດໃຫ້ ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທຍ ບໍ່ກ້າອອກມາ ເຄື່ອນໄຫວ ທາງການເມືອງ ແບບເປີດແປນອີກ ແລະ ເຣື່ອງຄະດີ ກ່ຽວກັບທ້າວ ອ໊ອດ ກໍຍັງບໍ່ມີ ຫຍັງຄືບໜ້າ ດັ່ງຄົນລາວຜູ້ນຶ່ງ ທີ່ເຄີຍ ເຄື່ອນໄຫວ ຮ່ວມກັບທ້າວ ອ໊ອດ ເວົ້າໃນມື້ດຽວກັນ ນີ້ວ່າ:

“ບໍ່ບໍ່ ຍັງບໍ່ມີຄວາມຄືບໜ້າແນວໃດ ແລ້ວອີກຢ່າງ ກຸ່ມການເມືອງ ທີ່ເຄີຍ ຢູ່ຮ່ວມກັນ ທີ່ຢູ່ໃນ ປະເທດໄທຍ ກໍໄດ້ປິດໄປ ບໍ່ຄ່ອຍໄດ້ ມີກິຈກັມ ຫຍັງແລ້ວ ແລ້ວອີກຢ່າງນຶ່ງ ກໍບໍ່ແມ່ນ ມີທ່ານອັອດ ຄົນດຽວເນາະ ມີທັງຄົນ ທີ່ຫາຍໂຕໄປ ຢ່າງທ່ານ ເພັດ ພຸທອນ ຈັ່ງຊີ້ ແລ້ວກໍຄົນ ທີ່ບໍ່ຫາຍ ແຕ່ຖືກຈັບໄປ ກໍຄືເຫັນຫັ້ນແຫລະ 3-4 ຄົນຊີ້ນ່າ.”

ແລະວ່າ ສໍາລັບ ການຕິດຕາມຖາມ ເຖິງຄວາມຄືບໜ້າ ກ່ຽວກັບ ກໍຣະນີ ການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ຜູ້ທີ່ຈະ ສາມາດ ຕິດຕາມໄດ້ ຈະຕ້ອງເປັນ ສະມາຊິກ ຄອບຄົວ ຂອງຜູ້ກ່ຽວ ເທົ່ານັ້ນ ແຕ່ທີ່ຜ່ານມາ ກໍບໍ່ເຫັນວ່າ ທາງຄອບຄົວ ຈະໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປານໃດ ຍ້ອນວ່າ ໄປຖາມຍາມໃດ ກໍບໍ່ສາມາດ ໃຫ້ຄໍາຕອບໄດ້.

ອິງຕາມ ຄໍາເວົ້າ ຂອງຍານາງ ອັງຄະນາ ນີລະໄພຈິດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກັນຍານີ້ ທີ່ຜ່ານມາ ຄວາມຄືບໜ້າ ກ່ຽວກັບ ຄະດີ ການຫາຍສາບສູນ ຂອງບຸກຄົນ ໂດຍສະເພາະ ໃນກຸ່ມປະເທດ ເອເຊັຽຕາເວັນອອກສ່ຽງໃຕ້ ຍັງບໍ່ມີ ຖານຂໍ້ມູນ ທີ່ເປັນລະບົບ ຢ່າງຈະແຈ້ງ ຍ້ອນຣັຖບານ ຂອງແຕ່ລະປະເທດ ຍັງບໍ່ໄດ້ໃຫ້ ຄວາມສໍາຄັນ ກັບປະເດັນ ດັ່ງກ່າວນີ້ ປານໃດ, ເຮັດໃຫ້ ຫລັກຖານ ທີ່ຄະນະເຮັດວຽກ ກ່ຽວກັບ ຄົນຫາຍສາບສູນ ຂອງສະຫະປະຊາຊາດ ໄດ້ຮິບໂຮມໄວ້ ເປັນພຽງສ່ວນນຶ່ງ ຂອງສະພາບຕົວຈິງ ທີ່ເກີດຂຶ້ນ ເທົ່ານັ້ນ.

ປັດຈຸບັນ ອົງການ ອາຊຽນ ຍັງບໍ່ມີ ແນວທາງຮ່ວມກັນ ກ່ຽວກັບ ການຊອກຫາ ບຸກຄົນ ຫາຍສາບສູນ ໃນໄລຍະ ການຍ້າຍ ບ່ອນອາສັຍ ໄປຢູ່ຕ່າງປະເທດ, ບໍ່ມີປະເທດໃດ ຮັັບຜິດຊອບ ເປັນຕົ້ນ ກໍຣະນີ ຄົນໄທຍ 9 ຄົນ ຫາຍສາບສູນ ໄປໃນຂະນະທີ່ ໄປລີ້ພັຍ ຢູ່ປະເທດລາວ ແລະ ກັມພູຊາ ຫຼື ກໍຣະນີ ທ່ານ ອ໊ອດ ໄຊຍະວົງ ທີ່ຖືກລັກພາຕົວ ໄປໃນຂະນະທີ່ ເຮັດວຽກ ແລະ ເຄື່ອນໄຫວ ທາງການເມືອງ ຢູ່ປະເທດໄທຍ ຊຶ່ງຍານາງ ອັງຄະນາ ນີລະໄພຈິດ ກ່າວຕໍ່ ກອງປະຊຸມ ທາງໄກ ດ້ານສິ່ງແວດລ້ອມ ແມ່ນໍ້າຂອງ-ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 03, 2021 05:13 PM

RFA Teams are not response our commends of idea .