ຄນະຜູ້ຕາງໜ້າ ອົງການ ລາວເສຣີ ທີ່ ສະຫະຣັຖ ອະເມຣິກາ ນຳໂດຍ ທ່ານ ໂຈ ຣັດຕະນະຄົມ ຜູ້ເປັນປະທານ ຈາກຣັຖ ຈໍເຈັຍ ໄດ້ໄປຄໍານັບ ແລະ ວາງ ພວງມາລາ ທີ່ ສີລາລຶກ ນັກຣົບ ນີຣະນາມລາວ ໃນສຸສານ ແຫ່ງຊາດ ອາກລິງຕັນ ຂົງເຂດ ກຸງ ວໍຊິງຕັນ ດີຊີ ໃນວັນທີ 8 ພຶສພາ ນີ້.
ໃນມື້ຕໍ່ມາ ກໍຈະໄປ ສເນີເຣຶ່ອງ ບັນຫາ ວຽດນາມ ຄອມມິວນິສ ຍຶດຄອງລາວ ຕາມທີ່ເອີ້ນ ກັນວ່າ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ປີ 1977 ແລະ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ໃຫ້ ຣັຖສະພາ ສະຫະຣັຖ ຊາບ ໃນວັນທີ 9 ພຶສພາ ນີ້ ເຊັ່ນກັນ.
ໃນພິທີ ດັ່ງກ່າວ ທ່ານ ໂຈ ຣັດຕະນະຄົມ ໄດ້ກ່າວເຖິງ ເປົ້າໝາຍ ຂອງ ການຄໍານັບ ແລະ ການວາງ ພວງມາລາ ທີ່ ສີລາລຶກ ນັ້ນຕອນ ນຶ່ງວ່າ:
"ເປົ້າໝາຍເຮົາມາມື້ນີ້ ແມ່ນສະແດງ ຄວາມເຄົາຣົບ ນັບຖື ນັກຣົບເກົ່າເຮົາ ຜູ້ໄດ້ເສັຽສຣະ ແລະລັ່ງເລືອດ ປ້ອງກັນ ແຜ່ນດິນເຮົາ ໂດຍສະເພາະ ສັດຕຣູ-ວຽດນາມ ເຂົ້າມາ ຮຸກຮານ ປະເທສບ້ານເມືຶອງ ເຮົານໍ".
ພ້ອມກັນນັ້ນ ຍານາງ ແອນນາ ຄນະນໍາອົງການ ລາວເສຣີ ຈາກ ຣັຖ ອໍຣິກັນ ກໍກ່າວເຖິງ ຄວາມໝາຍ ສຳຄັນ ຂອງ ການຄຳນັບ ແລະ ວາງ ພວງມາລາ ທີ່ ສຸສານ ນັ້ນວ່າ:
"ຮູ້ສຶກພູມໃຈ ເພາະວ່າອັນນີ້ ເທື່ອທໍາອິດ ທີ່ວ່າໄປເຫັນ ແລະ ເຄົາຣົບນັບຖື ຜູ້ທີ່ວ່າ ມາກ່ອນເຮົາ ຜູ້ທີ່ວ່າ ເສັຽສຣະ ເພື່ອເຮົາ ເພື່ອປະເທສ ແລະ ພູມໃຈ ທີ່ວ່າເກີດ ເປັນ ຄົນລາວ ຜູ້ທີ່ວ່າ ມາກ່ອນເຮົາ ທີ່ວ່າເສັຽສຣະ ໃຫ້ ພວກເຮົາ".
ສຸສານແຫ່ງຊາດ ອາກລິງຕັນ ທີ່ ສະຫະຣັຖ ອະເມຣິກາ ຖືກສ້າງຂຶ້ນ ຢູ່ເມືອງ ອາກລິງຕັນ ຣັຖ ເວີຈິເນັຽ ໃນຂົງເຂດ ກຸງ ວໍຊິງຕັນ ດີຊີ ເມື່ອປີ 1864, ມີເນື້ອທີ່ 253 ເຮັກຕາ ແລະ ມີແຜນທີ່ ຈະຂຍາຍ ຕື່ມອີກ. ຄົນທຳອິດ ທີ່ໄດ້ຝັງ ຢູ່ໃນສຸສານ ແຫ່ງນີ້ ຄືມື້ລາງ ທ່ານ ນາຍພົນ Robert E. Lee.
ສຸສານແຫ່ງນີ້ ເປັນບ່ອນ ຝັງສົບ ແລະ ຊາກເສດເຫລືອ ຂອງ ພົລເມືອງ ສະຫະຣັຖ ແລະ ຈາກ ປະເທສອື່ນໆ 11 ປະເທສ ໃນໂລກ ທັງໝດ 4 ແສນ ກວ່າຄົນ ແຕ່ຊຸມປີ 1860 ເປັນຕົ້ນມາ. ໃນຈຳນວນ 4 ແສນ ກວ່າຄົນນັ້ນ ມີຮວມທັງ ຜູ້ເສັຽຊີວິດ ໃນ ປາງສົງຄາມ ໂລກຄັ້ງທີ 1 ແລະ ຄັ້ງທີ 2, ສົງຄາມ ເກົາຫລີ ແລະ ສົງຄາມ ວຽດນາມ.
ສຳລັບຄົນລາວ ຜູ້ທີ່ມີຄຸນງາມ ຄວາມດີ ອັນສູງສົ່ງ ສຳລັບ ປະເທສຊາດ ແລະ ປະຊາຊົນ ສະຫະຣັຖ ທີ່ໄດ້ຝັງຢູ່ ສຸສານ ສຳຄັນ ແຫ່ງນີ້ ແມ່ນ ທ່ານ ຈອນ ດວງດາຣາ ໜ່ວຍ ປະຕິບັດ ການພິເສດ ຂອງ ສະຫະຣັຖ ທີ່ ໄດ້ເສັຽຊີວິດ ໃນສົງຄາມ ອັຟການິສຖານ. ແຕ່ລະປີ ມີຜູ້ຄົນ ມາຢ້ຽມຄຳນັບ ຫຼາຍກວ່າ 4 ລ້ານ ຄົນ.