ມີຄຳສັ່ງໃຫ້ ທ່ານ ສາຍສະໝອນ ຊີ້ແຈງ ກໍຣະນີວິຈານ ສະມາຄົມມວຍໄທຍ
2023.03.20
ຫຼັງຈາກ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວ ແຫ່ງຊາຕ ໄດ້ອອກວິຈານສະມາຄົມມວຍໄທຍ ນານາຊາຕ ຫຼື IFMA, ນັ້ນເຮັດໃຫ້ເກີດກະແສວິຈານ ຢ່າງກວ້າງຂວາງ ຈົນຣັຖມົນຕຣີກະຊວງສຶກສາທິການ ແລະ ກິລາ ຕ້ອງມີຄໍາສັ່ງໃຫ້ ປະທານຄົນດັ່ງກ່າວ ເຂົ້າມາຊີ້ແຈງ. ມີບຸກຄົນຢູ່ໃນວົງການກິລາ ຢ່າງຫຼາຍຄົນ ໄດ້ຢືນຢັນກັບວິທຍຸເອເຊັຽເສຣີ ວ່າ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳສັ່ງໃຫ້ ທ່ານ ສາຍສະໝອນ ປະທານສະຫະພັນມວຍລາວ ເຂົ້າພົບໃນອາທິດທີ່ຜ່ານມາ.
ໃນເບື້ອງຕົ້ນ ໜ່ວຍງານສະພາແຫ່ງຊາຕ ໄດ້ແຈ້ງການຫາ ກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ປະທານສະຫະພັນ ມວຍລາວແຫ່ງຊາຕ ຂຽນໜັງສືຊີ້ແຈງ ວ່າເປັນຫຍັງຈຶ່ງອອກມາເວົ້າແນວນັ້ນ, ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ.
ທຸກໆສະຫະພັນກິລາ ໃນປະເທດລາວ ຢູ່ພາຍໃຕ້ກົມກິລາລະດັບສູງ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຫຼັງຈາກຣັຖບານ ໄດ້ໂອນຄະນະກັມມະການກິລາແຫ່ງຊາຕ ເຂົ້າມາຂຶ້ນກັບກະຊວງສຶກສາທິການ ແລະ ກິລາ.
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ມີນາ ວ່າ:
“ເຂົາໃຫ້ປະທານ ຄົນດັ່ງກ່າວ ເຮັດໜັງສືເປັນລາຍລັກອັກສອນ ເພື່ອຊີ້ແຈງວ່າ ເປັນຫຍັງຈຶ່ງເວົ້າແນວນີ້ ຄໍາເວົ້າດັ່ງກ່າວ ມັນສົ່ງຜົລກະທົບຕໍ່ຄວາມສັມພັນ ລະຫວ່າງປະເທດ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
“ໜ່ວຍງານສະພາແຫ່ງຊາຕ ໄດ້ແຈ້ງການມາຫາກະຊວງສຶກສາທິການ ແລະ ກິລາ ໃຫ້ມີການຊີ້ແຈງ ກ່ຽວກັບບັນຫາດັ່ງກ່າວ ແລະ ຫຼັງຈາກນັ້ນ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ມີຄຳສັ່ງລົງມາຫາກົມກິລາລະດັບສູງ ເພື່ອໃຫ້ປະທ່ານຄົນດັ່ງກ່າວ ໄດ້ຊີ້ແຈງ.”
ແຕ່ເຖິງຢ່າງໃດກໍຕາມ, ມີຂໍ້ມູນອອກມາຈາກ ຫະພັນມວຍລາວ ວ່າ ທ່ານ ສາຍສະໝອນ ໄຊຍະສອນ ປະທານມວຍລາວ ຈະອອກມາຖແລງຂ່າວຂໍໂທດ ຕໍ່ກໍລິນີທີ່ໄດ້ວິຈານ ສະຫະພັນມວຍໄທຍນາໆຊາຕ.
ເຈົ້າໜ້າທີ່ ສະຫະພັນມວຍລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 16 ມີນາ ວ່າ:
“ຈາກນີ້ເພິ່ນ ທາງເພິ່ນກຳລັງຊິອອກມາຂໍໂທດ ທາງເຟສບຸກຂອງສະຫະພັນ ກະຍັງບໍ່ແນ່ໃຈວ່າ ເພິ່ນຊິເຮັດແນວໃດ.”
ບັນຫາດັ່ງກ່າວ ເປັນການໄປແຊກແຊງເຣື່ອງ ຂອງອື່ນໂດຍບໍ່ມີຜົລປໂຍດຫຍັງ ຈົນເຮັດໃຫ້ຜູ້ໃຫຍ່ໃນລະດັບຣັຖບານ ຕ້ອງມີຄວາມກັງວົນໃຈ.
ບຸກຄົນຢູ່ໃນວົງການກິລາລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ມີນາ ວ່າ:
“ຜູ້ໃຫຍ່ ໝາຍເຖິງຣັຖບານລາວ ກະບໍ່ຢາກເຫັນດີນຳ [ປະທານມວຍລາວ] ເພາະມັນເປັນເຣື່ອງຄວາມສັມພັນ ລະຫວ່າງປະເທດ ມັນເປັນເຣື່ອງລະອຽດອ່ອນ.”
ບຸກຄົນຢູ່ໃນວົງການກິລາ ທ່ານນີ້ ກ່າວຕື່ມອີກວ່າ:
“ເຈົ້າຢູ່ດີດີແລ້ວໄປເສືອກ ເຣື່ອງຂອງເຂົາເຮັດຫຍັງ ຖ້າລາວຢາກສົ່ງນັກມວຍໄປຮ່ວມກຸນຂະແມ ກະສົ່ງໄປ ກະບໍ່ຕ້ອງໄປເວົ້າຫຍັງ ຖ້າລາວ ບໍ່ຊ່ວຍກັມພູຊາ ກັມພູຊາ ເຂົາກໍຍັງຈັດຢູ່ແລ້ວ ເພາະເຂົາເປັນເຈົ້າພາບ.”
ປະທານ ສະຫະພັນມວຍລາວແຫ່ງຊາຕ ອອກມາເວົ້າ ບໍ່ໄດ້ສ້າງຜົລດີຫຍັງຕໍ່ວົງການກິລາລາວ ແຕ່ ຍິ່ງເຮັດໃຫ້ເກີດສະແສຕໍ່ຕ້ານ ທັງຄົນໄທຍ ແລະ ຄົນລາວ ລວມທັງຄົນໃນວົງການກິລາເອງ ບໍ່ເຫັນດີນຳ.
ອະດີດກັມມະການມວຍລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ມີນາ ວ່າ:
“ຜູ້ໃຫຍ່ແທ້ໆ ເພິ່ນກະບໍ່ເຫັນດີດອກ ກັບການທີ່ປະທານມວຍລາວ ອອກມາເວົ້າແນວນັ້ນ ເພິ່ນກະມອບໃຫ້ພາກສ່ວນກິລາວ່າໄປແນວນັ້ນເນາະ ຜູ້ໃຫຍ່ແທ້ເພິ່ນກະຊິບໍ່ເຫັນດີນຳດອກ.”
ອະດີດກັມມະການມວຍລາວ ທ່ານນີ້ ກ່າວຕື່ມອີກວ່າ:
“ປະທານມວຍລາວ ຫັ້ນເວົ້າຫຼາຍໂພດແດ່ ຫຼາຍຄົນຢູ່ໃນວົງການກິລາ ແລະ ນັກກິລາເອງ ເຂົາກະບໍ່ເຫັນດີນຳສິ່ງທີ່ປະທານເວົ້າ ການທີ່ປະທານມວຍລາວ ອອກມາເວົ້າແນວນັ້ນ ມັນບໍ່ໄດ້ໃຫ້ຜົລດີຫຍັງ ຕໍ່ວົງການກິລາ.”
ຢູ່ປະເທດລາວ ມີຄ້າຍມວຍທັງໝົດປະມານ 10 ຄ້າຍ ເຊິ່ງສ່ວນຫຼາຍແລ້ວຍັງບໍ່ທັນຍົກລະດັບ ເປັນຄ້າຍມວຍອາຊີບ ຄືປະເທດເພື່ອນບ້ານ ເຊັ່ນໄທຍ.
ສະຫະພັນມວຍລາວ ແຫ່ງຊາຕ ບໍ່ຄ່ອຍມີຈັດການແຂ່ງຂັນ ຢ່າງເປັນປະຈຳ ຢູ່ພາຍໃນປະເທດ, ແຕ່ ສ່ວນຫຼາຍແລ້ວ ຄ້າຍມວຍລາວ ຈະດຳເນີນເອົານັກກິລາ ຂອງໂຕເອງໄປແຂ່ງຂັນ.
ອະດີດກັມມະການ ມວຍລາວ ທ່ານນີ້ ກ່າວວ່າ:
“ຜູ້ສັບສນູນ ບໍ່ເຊື່ອຖືສະຫະພັນມວຍລາວ ແຫ່ງຊາຕ ເພາະວ່າ ບໍ່ຈ່າຍເງິນຄ່າໂຕນັກມວຍເຕັມ ຕາມທີ່ໄດ້ຕົກລົງກັບນັກກິລາເອົາໄວ້.”
ສ່ວນຫຼາຍຢູ່ລາວ ເງິນຄ່າໂຕນັກກິລາມວຍລາວ ບໍ່ໄດ້ຮອດ 1 ລ້ານກີບ ສະນັ້ນ ນັກກິລາລາວ ຫຼື ນັກມວຍລາວ ຈຶ່ງເລືອກໄປແຂ່ງຂັນຢູ່ໄທຍ ຍ້ອນວ່າໄດ້ຄ່າໂຕຢ່າງໜ້ອຍ 5,000 ບາທ ສຳລັບນັກມວຍໃໝ່ ແຕ່ ຖ້າເປັນນັກມວຍທີ່ມີຊື່ສຽງຂຶ້ນໄປ ກໍຈະໄດ້ຄ່າໂຕຢ່າງໜ້ອຍ 20,000-70,000 ບາທ ສະກຸນເງິນໄທຍ.
ທີ່ຜ່ານມາ ມີນັກມວຍລາວ ທີ່ໄປແຂວງຂັນມວຍໄທຍອາຊີບ ໃນລາຍງການໃຫຍ່ ຢູ່ປະເທດໄທຍ ຄື ທ້າວ ຝັ່ງໂຂງ ຫຼື ທອງບາງ, ແຕ່ ປັດຈຸບັນ ກໍມີ ນັກມວຍລາວ ທີ່ຊື່ວ່າ ເມືອງລາວ ແລະ ລາວສະຕາ ທີ່ແຂ່ງຂັນຢູ່ໃນລາຍການໃຫຍ່ຂອງໄທຍ.
ຢູ່ໃນປະເທດລາວ ບໍ່ມີການແຂ່ງຢ່າງເປັນປົກກະຕິ ນັ້ນ ເຮັດໃຫ້ວົງການມວຍລາວ ນັບມື້ ນັບຖອຍຫຼັງລົງ.
ອາດີດກັມມະການມວຍລາວ ທ່ານນີ້ ກ່າວຕື່ມວ່າ:
“ບໍ່ໄປກະໄດ້ຊີເກມສ໌ ຫັ້ນນ່າ ສະຫະພັນຄວນຈັດແຂ່ງຂັນ ພາຍໃນປະເທດໃຫ້ມັນດີຂຶ້ນຊາກ່ອນ ໃຫ້ນັກກິລາເຂົາມີອາຊີບດີ ໄປໃຫ້ໄດ້ເງິນຫຼາຍຊາກ່ອນ ໃຫ້ມັນເກັ່ງກ່ອນ ແລ້ວຄ່ອຍໄປແຂ່ງນຳເຂົາກະໄດ້ ເວລາໃດ ກະບໍ່ຫລ້າບໍ່ສວຍດອກ ຖ້າບໍ່ມີການແຂ່ງຂັນ ກະແຫ່ງຍຸບລົງໄດ໋ນັກກິລາ.”
ນອກຈາກນີ້ ບັນຫາຢູ່ໃນວົງການມວຍລາວອີກ ອັນນຶ່ງ ກໍຄື ການລອກຜົລການແຂ່ງຂັນ ຢູ່ງານມະຫະກັມກິລາແຫ່ງຊາຕ ຄື ການຕັດສິນນັກມວຍ ທີ່ຄວນຈະນະ ພັດວ່າ ໃຫ້ເສັຽ ຈົນເກີດບັນຫາຜິດຖຽງກັນ ທຸກຄັ້ງ ທີ່ມີການແຂ່ງຂັນກິລາແຫ່ງຊາຕ.
ອະດີດກັມມະການ ມວຍລາວທ່ານນີ້ ໄດ້ກ່າວວ່າ:
“ການລອກຜົລການແຂ່ງຂັ້ນ ຖ້າວ່າ ມັນສູສີມັນກະຍັງໄຄ ແຕ່ ອັນນີ້ ນັກມວຍຈົນບໍ່ມີທາງສູ້ແລ້ວ ກະຍົກໃຫ້ອີກຝ່າຍນຶ່ງຊະນະ.”
ທ່ານ ສາຍສະຫມອນ ໄຊຍະສອນ ປະທານ ສະຫະພັນມວຍລາວແຫ່ງຊາຕ ໄດ້ຖແລງຈະຂໍເຂົ້າຮ່ວມ ແລະສນັບສນູນ ການຈັດມວຍ ກຸນ ຂະແມ ເຊິ່ງເປັນມວຍຂອງກັມພູຊາ ບັນຈຸເຂົ້າໃນກິລາຊີເກມສ໌ ຄັ້ງທີ 32 ທີ່ກັມພູຊາ ເປັນເຈົ້າພາບໃນລະຫວ່າງ ເດືອນພຶສພາ ປີ 2023 ທີ່ຈະມາເຖິງນີ້.
ສຳລັບປະເດັນ ທີ່ກໍໃຫ້ເກີດຄວາມບໍ່ພໍໃຈ ກໍຄື ການຖແລງຂອງປະທານ ມວຍລາວ ແຫ່ງຊາຕ ທີ່ໄດ້ພາດພິງເຖິງ ສະມາຄົມມວຍໄທຍນານາຊາຕ ຫລື IFMA ວ່າເປັນພຽງແຕ່ຜູ້ຈັດການ ແຂ່ງຂັນເທົ່ານັ້ນ ບໍ່ມີສິດແບນຊາຕທີ່ເຂົ້າຮ່ວມ ກຸນ ຂະແມ.
ທ່ານ ສາຍສະຫມອນ ໄຊຍະສອນ ປະທານສະຫະພັນ ມວຍລາວແຫ່ງຊາຕ ໄດ້ຖແລງເມື່ອວັນທີ 14 ກຸມພາ 2023 ທີ່ຜ່ານມາວ່າ:
“ບາດນີ້ເວົ້າເຣື່ອງການແບນ IFMA ວ່າຊິແບນປະເທດນັ້ນ ປະເທດນີ້ ມັນບໍ່ກ່ຽວ ເພາະວ່າ IFMA ບໍ່ແມ່ນຜູ້ລົງທຶນ IFMA ເປັນຜູ້ຮັບຈ້າງໄປຈັດການແຂ່ງຂັນ ໃຫ້ເຂົາສື່ໆ ບໍ່ມີສິດໄປແບ໋ນໃຫ້ຜູ້ນັ້ນຜູ້ນີ້ ໄປຕີບໍ່ໄດ້ຈັກເທື່ອຄັນເວົ້າ ເຣື່ອງຊັບສິນທາງປັນຍາ ບໍ່ຜ່ານຕ່າງໆ ຂອງ ກັມພູຊາແມ່ນໄດ້ຮັບຮອງ ຈາກຢູ່ເນສໂກເດືອນ 12 ປີກາຍນີ້.”
ເຖິງຢ່າງໃດກໍຕາມ, ຍານາງ ຊາຣິສາ ໄທແນນ ຜູ້ອຳນວຍການທົ່ວໄປ ຂອງສະຫະພັນມວຍໄທຍນານາຊາຕ ຫຼື IFMA ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ຜ່ານທາງອີເມວ (email) ໃນວັນທີ 16 ມີນາ ວ່າ:
“ສະຫະພັນມວຍໄທຍ ນານາຊາຕ ຫຼື IFMA ບໍ່ມີໄດ້ມີບັນຫາຫຍັງ ກັບ ກຸນ ຂະແມ ແລະ ສິນລະປະການຕໍ່ສູ້ອື່ນໆ ໃນໂລກ. ພວກເຮົາມີ ບັນຫາ ກັບ ທ່ານ ວັດ ຈຳເຣີນ ເລຂາທິການ ສະຫະພັນກຸນຂະແມ ຜູ້ທີ່ນຳໃຊ້ ກຸນຂະແມ ເປັນເຄື່ອງມື ສ້າງຄວາມສັບສົນ, ກໍຍ້ອນຄວາມ ຈິງທີ່ວ່າ ເລຂາທິການຄົນດັ່ງກ່າວ ອ້າງໂຕເປັນ ປະທານມວຍແຫ່ງເອເຊັຽ ເຊິ່ງຄະນະກັມມະການໂອລິມປິກ ສາກົລ ບໍ່ໄດ້ຮັບຮອງ.”
ຍານາງ ຊາຣິສາ ໄທແນນ ໄດ້ກ່າວຕື່ມອີກວ່າ:
“ຍ້ອນວ່າ ສະຫະພັນມວຍເອເຊັຽ ບໍ່ໄດ້ຖືກຮັບຮອງໃນຄະນະກັມມະການ ໂອລິມປິກສາກົນ. ສະຫະພັນມວຍເອເຊັຽ ບໍ່ສາມາດເປັນອົງການມາຮັບຜິດຊອບ ມວຍ ຫຼື ມວຍໄທຍ ໃນເກມສ໌ ການແຂ່ງຂັນ ເຊັ່ນ ຊີເກມສ໌. ສະຫະພັນມວຍໄທຍ ນານາຊາຕ ເທົ່ານັ້ນ ທີ່ສາມາດເຮັດໄດ້.”
ຍານາງ ຊາຣິສາ ໄທແນນ ຍັງກ່າວຢ້ຳວ່າ:
“ສະນັ້ນ ເລຂາທິການສະຫະພັນ ກຸນ ຂະແມ ໄດ້ນຳໃຊ້ ກຸນ ຂະແມ ເພື່ອແຫວກແນວຈາກມວຍ ຫຼື ມວຍໄທຍ ໃນເກມສ໌ ການແຂ່ງຂັນ ເພື່ອສະກັດກັ້ນຂອບເຂດ ອຳນາດຂອງສະມາຄົມມວຍໄທຍ ນານາຊາຕ ທີ່ເປັນສະຫະພັນຄວບຄຸມ ເກມສ໌ການແຂ່ງຂັນ.”
ນອກຈາກນີ້, ສະມາຄົມມວຍໄທຍ ສະໝັກຫຼິ້ນແຫ່ງປະເທດໄທຍ ກໍເຫັນວ່າ ກຸນຂະແມ ຍັງບໍ່ຖືກຮັບຮອງຈາກຄະນະກັມມະການ ໂອລລິມປິກສາກົນ ແລະ ລວມທັງສະພາໂອລິມປິກ ແຫ່ງເອເຊັຽ.
ຂ່າວສົດອອນລາຍນ໌ ຂອງໄທຍ ໄດ້ຣາຍງານ ໃນວັນທີ 25 ມົກຣາ ໂດຍ ອ້າງເວົ້າຂອງ ທ່ານ ສັກຊາຍ ພັບສຸວັນ ນາຍົກສະມາຄົມມວຍໄທຍສະໝັກຫຼິ້ນແຫ່ງປະເທດໄທຍ ວ່າ “ກັມພູຊາມີການຕັ້ງອົງກອນທີ່ມີຊື່ວ່າ ກຸນຂະແມນາໆຊາຕ ເພື່ອມາດູແລແຂ່ງຂັນໃນຊີເກມສ໌ ເຊິງບໍ່ເປັນສະຫະພັນກິລາ ທີ່ຢູ່ພາຍໃຕ້ການດູແລຂອງ IFMA ບໍ່ເປັນກິລາທີ່ໄດ້ຮັບການຮັບຮອງ ຈາກຄະນະກັມມະການ ໂອລິມປິກສາກົນ ລວມທັງສະພາໂອລິມປິກແຫ່ງເອເຊັຽ.”
ສ່ວນວ່າ ຄົນຢູ່ໃນວົງການມວຍໄທຍ ກໍຢາກໃຫ້ຝ່າຍໄທຍຕອບໂຕ້ ກໍລະນີດັ່ງກ່າວ. ຄຣູຝຶກມວຍໄທຍ ທ່ານນຶ່ງ ໄດ້ກ່າວແບບປຽບທຽບ ວ່າ:
“ບາງຢ່າງ ເຮົາກໍຕ້ອງປົກປ້ອງ ເຂົາເຕະຕີເຮົາຝ່າຍດຽວ ເຮົາບໍ່ອອກອາວຸດເລີຍ ເຖິງວ່າ ໃນເວລາຕີ ເຮົາຈະເປັນຕໍ່ກໍຕາມ ແຕ່ ຖ້າບໍ່ອອກອາວຸດເລີຍ ອາດຈະຖືກໄລ່ລົງ.”
ໃນການແຂ່ງຂັນ ກິລາຊີເກມສ໌ຄັ້ງນີ້ ສະຫະພັນມວຍລາວ ແຫ່ງຊາຕ ຈະສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນມວຍ ກຸນ ຂະແມ 6 ຣຸ້ນ, ຊາຍ 4 ຣຸ້ນ ແລະ ຍິງ 2 ຣຸ້ນ ວາງເປົ້າວ່າ ຈະໃຫ້ໄດ້ 2 ຫລຽນຄຳ ເປັນຢ່າງຕໍ່າ.