ຕຣຽມສເນີ ຂໍອະພັຍໂທສ ໃຫ້ແກ່ນັກໂທສ ທົ່ວປະເທດ

ໄຊຍາ
2022.10.11
ຕຣຽມສເນີ ຂໍອະພັຍໂທສ ໃຫ້ແກ່ນັກໂທສ ທົ່ວປະເທດ ຮູບໂຕຢ່າງ: ພິທີ ອະພັຍໂທສ ປ່ອຍໂຕນັກໂທສ ຈໍານວນ 970 ຄົນ ໃນທົ່ວປະເທດ ເນື່ອງໃນໂອກາດ ວັນຊາຕທີ 2 ທັນວາ ຄົບຮອບ 45 ປີ, ນັກໂທສ ທີ່ຖືກປ່ອຍໂຕ ໃນເທື່ອນີ້ ສ່ວນຫຼາຍແມ່ນ ນັກໂທສ ຄະດີ ຢາເສບຕິດ.
ນັກຂ່າວ ພົລເມືອງ

ຄະນະກັມການ ອະພັຍໂທສລະດັບກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຕຣຽມສເນີຂໍອະພັຍໂທສ ຫຼືຫຼຸດໂທສ ໃຫ້ແກ່ນັກໂທສ ຈຳນວນ 1,895 ຄົນ ໃນທົ່ວປະເທດ ຂອງປີ 2022, ໃນນັ້ນປະກອບດ້ວຍ ນັກໂທສຕ່າງປະເທດ 23 ຄົນ, ນັກໂທສຕລອດຊີວິຕ 40 ຄົນ, ນັກໂທສທີ່ຖືກ ສານຕັດສິນ ປະຫານຊີວິຕ 25 ຄົນ ແລະ ອື່ນໆ, ແຕ່ບໍ່ໄດ້ລະບຸວ່າ ມີນັກໂທສທີ່ກ່ຽວຂ້ອງ ກັບຄະດີທາງດ້ານການເມືອງ ຢູ່ນຳແຕ່ຢ່າງໃດ. ອີງຕາມການຣາຍງານ ຂອງຂ່າວໜັງສືພິມ ວຽງຈັນທາມສ໌ ໃນວັນທີ 07 ຕຸລາ ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ກັບການອະພັຍໂທສ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ສັມພາດ.

ສ່ວນເຈົ້າໜ້າທີ່ ລາວທ່ານນຶ່ງກ່າວວ່າ ສຳລັບການສເນີ ຂໍອະພັຍໂທສໃນປີ້ນີ້ ກໍເຊື່ອວ່ານັກໂທສ ທີ່ໄດ້ຮັບການສເນີ ອະພັຍໂທສນັ້ນ ສ່ວນໃຫຍ່ກໍແມ່ນັກໂທສ ທີ່ມີຄະດີບໍ່ຮ້າຍແຮງ ແລະ ກໍມີການປະຕິບັດໂຕດີ ໃນລະຫວ່າງຢູ່ຄ້າຍຄຸມຂັງ ເປັນຕົ້ນຄະດີລັກຊັພ, ຄະດີຢາເສພຕິດເລັກໆນ້ອຍໆ ສ່ວນນັກໂທສຄະດີ ທາງດ້ານການເມືອງ ກໍໜ້າຈະບໍ່ໄດ້ຮັບອະພັຍໂທສ ຄືດັ່ງທີ່ຜ່ານມາ ຍ້ອນເປັນຄະດີ ທີ່ໜັກທີ່ສຸດ.

ດັ່ງທ່ານໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ຕຸລາ ນີ້ວ່າ:

ຄັນວ່າເຣື່ອງນ້ອຍຫັ້ນ ກາໄຄແນ່ ລັກເລັກຂະໂມຍນ້ອຍ ເພິ່ນຕີໃສ່ເຣື່ອງການເມືອງ ກາຍາກ ບໍມີການອະພັຍໂທສໂທສ ໜັກເດ້ໂທສການເມືອງ.

ໃນຂະນະທີ່ເຈົ້າໜ້າທີ່ ຂັ້ນບ້ານທ່ານນຶ່ງ ກ່າວວ່າ ສຳລັບນັກໂທສ ທີ່ຈະໄດ້ຮັບການອະພັຍໂທສ ໃນປີນີ້ບໍ່ໜ້າ ຈະມີນັກໂທສ ຄະດີການເມືອງຢູ່ນໍາ ຄືກັນກັບແຕ່ລະປີ ທີ່ຜ່ານມາ. ຊຶ່ງກໍເຄີຍມີອະດີຕ ນັກໂທສທີ່ໄດ້ຮັບການ ອະພັຍໂທສ ແລະຖືກປ່ອຍໂຕ ອອກມາ ກັບຄືນສູ່ບ້ານຂອງທ່ານ ຢູ່ຈຳນວນນຶ່ງ ແລະພາຍຫຼັງທີ່ພວກເຂົາເຈົ້າ ກັບມາສູ່ສັງຄົມ ຕາມປົກກະຕິ ແລ້ວກໍມີທັງຜູ້ທີ່ ກາຍເປັນຄົນດີ ແລະຜູ້ທີ່ກັບໄປ ກໍ່ຄະດີອີກຄືເກົ່າ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນນີ້ວ່າ:

ຕິດຕາມເບິ່ງ ພຶດຕິກັມການເຄື່ອນໄຫວ ເຂົາເຈົ້າວ່າ ເຂົາຜ່ານມານີ້ ຄະດີໂທສນີ້ ແມ່ນຄະດີແນວໃດເນາະ ເຂົາກັບມາບ້ານເທື່ອນຶ່ງ ຊິເຮັດຄືເກົ່າບໍ່ ຫຼືວ່າມີການປ່ຽນແປງ ຫຍັງຕ່າງໆ ບາງຄົນກາຖືວ່າປ່ຽນແປງໄດ້ເນາະ ແລ້ວກາບາງຄົນນີ້ ກໍບໍ່ປ່ຽນ ຍັງມາເຮັດພຶດຕິກັມ ຄືເກົ່າ.

ກ່ຽວກັບເຣື່ອງນີ້ ອະດີຕນັກໂທສ ທີ່ໄດ້ຮັບອະພັຍໂທສ ແລະກັບຄືນສູ່ສັງຄົມນັ້ນ ຖ້າເປັນອະດີຕນັກໂທສ ທີ່ບໍ່ມີຄະດີຮ້າຍແຮງ ແລະສາມາດກັບໂຕ ເປັນຄົນດີໄດ້ແລ້ວນັ້ນ ກໍມີບໍຣິສັດ ຫຼື ນາຍຈ້າງຈຳນວນນຶ່ງມີການຮັບ ພິຈາຣະນາ ໃນການຮັບເຂົ້າເຮັດວຽກ ແຕ່ຄັນເປັນອະດີຕນັກໂທສ ຄະດີຮ້າຍແຮງ ເປັນຕົ້ນຄະດີຄາຕກັມ ຫຼື ລັກຊັພ, ປຸ້ນຊັພ ມູນຄ່າຈຳນວນຫຼາຍ ກໍຈະບໍ່ມີນາຍຈ້າງຜູ້ໃດ ກ້າຮັບເຂົ້າເຮັດວຽກ. ດັ່ງຜູ້ປະກອບການ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄັນວ່າຄະດີເລັກໆນ້ອຍໆ ຖືກລົງໂທສຕາມກົດໝາຽ ແລ້ວພົ້ນໂທສ ແລ້ວອອກມາເຮັດວຽກ ງານທຳນີ້ເຮົາຈະຮັບ ພິຈາຣະນາ ຄັນຖ້າວ່າແມ່ນຄະດີໃຫຍ່ແທ້ ເຮົາບໍ່ຮັບພິຈາຣະນາເນາະ ຄະດີຄາຕກັມບໍ່ ຄະດີລັກຊັພທີ່ວ່າ ເປັນໂທສໜັກຫັ້ນນ່າ ຈະບໍ່ຮັບພິຈາຣະນາ.

ໂດຍສ່ວນໃຫຍ່ ບໍຣິສັດ ແລະບັນດານາຍຈ້າງ ໃນລາວ ຈະບໍ່ຮັບຄົນງານ ຫຼືພນັກງານ ທີ່ເຄີຍເປັນນັກໂທສມາກ່ອນ ບໍ່ວ່າຄະດີໃດກໍຕາມ ຍ້ອນຢ້ານວ່າ ຜູ້ທີ່ເຄີຍເປັນນັກໂທສ ອາຈບໍ່ປ່ຽນພຶດຕິກັມ ບໍ່ດີໄດ້ຢ່າງຖາວອນ ແລະກໍ່ອາຈກໍ່ເຫດ ຫຼັກຊັພສິນ ຫຼືເສພຢາເສພຕິດ ພາຍໃນບໍຣິສັດ ຈົນເຮັດໃຫ້ບໍຣິສັດເສັຽຫາຍ.

ດັ່ງຜູ້ປະກອບການ ບໍຣິສັດຮັບເໝົາ ກໍ່ສ້າງແຫ່ງນຶ່ງກ່າວວ່າ:

ໂອ ບໍ່ໄດ້ຮັບແມ່ນເຮົາເບິ່ງ ເຮົາສືບ ກວດສອບ ປວັດມີຢູ່ມີຫຼາຍຢູ່ ແຕ່ເຮົາກາບໍ່ໄດ້ຮັບເນາະ ຢ້ານມີພຶດຕິກັມເກົ່າ.

ພນັກງານບໍຣິສັດ ຈັດຫາງານແຫ່ງນຶ່ງ ກ່າວວ່າ ເປັນເຣື່ອງຍາກ ທີ່ຜູ້ທີ່ເຄີຍມີປວັດ ເປັນນັກໂທສຈະສາມາດ ຊອກວຽກເຮັດງານທຳ ໄດ້ຍ້ອນປັດຈຸບັນ ຫຼາຍບໍຣິສັດ ແລະນາຍຈ້າງຫຼາຍຄົນ ກໍລ້ວນແຕ່ມີນະໂຍບາຍ ບໍ່ຮັບຜູ້ທີ່ມີປວັດ ເປັນນັກໂທສ ເຂົ້າເຮັດວຽກ ຢ່າງເດັດຂາດ ແຕ່ໃນອະນາຄົຕ ຈະມີການປ່ຽນແປງ ນະໂຍບາຍດັ່ງກ່າວ ຫຼືບໍ່ນັ້ນ ຍານາງກໍຍັງບໍ່ແນ່ໃຈເທື່ອ.

ດັ່ງຍານາງກ່າວວ່າ:

ໂຕນີ້ກາບໍ່ໄດ້ເນາະ ຖ້າມີຄະດີຄວາມ ຫຼືວ່າມີເຮັດອັນໃດຜິດ ມາກ່ອນ ຍັງບໍ່ທັນໄດ້ເປີດຮັບເທື່ອນເນາະ ຈະມີການປ່ຽນແປງແນວໃດ ເຮົາບໍ່ຮູ້ເນາະ.

ສຳລັບປີ 2021 ທີ່ຜ່ານມາ ກອງເລຂາຄະນະກັມການ ອະພັຍໂທສ ລະດັບຊາຕໄດ້ອະພັຍໂທສ ຕາມຣັຖດຳຣັຖ ຂອງປະທານ ປະເທດ ປະຈຳປີ 2021 ແກ່ນັກໂທສ ທັງໝົດ 1,992 ຄົນ ໃນຈຳນວນດັ່ງກ່າວໄດ້ຮັບ ການອະພັຍໂທສ ດ້ວຍການຫຼຸດໂທສ ຈຳນວນ 1,980 ຄົນ ແລະ ໄດ້ອະພັຍໂທສ ດ້ວຍການປ່ອຍໂຕ ຈຳດນວນ 12 ຄົນ ແລະ ໃນສ່ວນຂອງນັກໂທສ ທີ່ຖືກຄະດີທາງ ດ້ານການເມືອງ ເປັນຕົ້ນຍານາງ ຮວາຍເຮືອງ ໄຊຍະບູລີ ຮວມທັງຄົນງານລາວ 3 ຄົນ ທີ່ຖືກຈັບ ຫຼັງຈາກທີ່ກັບມາຈາກ ປະເທດໄທຍ ປະກອບດ້ວຍ ທ່ານ ສຸການ ໃຈທັດ, ທ່ານ ສົມພອນ ພິມມະສອນ ແລະ ຍານາງ ຫຼອດຄຳ ທຳມະວົງ ກໍບໍ່ໄດ້ຮັບການ ອະພັຍໂທສແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.