ຢູ່ລາວໃຫ້ຖື ສັນຊາດດຽວ

0:00 / 0:00

ສປປ ລາວ ບໍ່ມີ ກົດໝາຍ ອະນຸຍາດ ໃຫ້ພົລເມືອງ ລາວ ຖື 2 ສັນຊາດ.

ທາງການລາວ ບໍ່ມີ ນະໂຍບາຍ ທີ່ຈະໃຫ້ ຄົນລາວ ທີ່ມີ ສັນຊາດອື່ນ ແລ້ວ ກັບມາມີ ສັນຊາດລາວ ຕື່ມອີກ ຄືບໍ່ໃຫ້ ພົລເມືອງ ລາວ ມີ 2 ສັນຊາດ ຍ້ອນ ຢ້ານວ່າຈະມີ ບັນຫາ ຕາມມາ ພາຍຫລັງ. ດັ່ງເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ຂອງລາວ ທ່ານນຶ່ງ ເວົ້າວ່າ:

"ກົດໝາຍ ຣັຖທັມນູນ ຂອງລາວ ເຮົາໄດ້ ບົ່ງບອກວ່າ ພົລເມືອງລາວ ຜູ້ນຶ່ງ ບໍ່ມີສິດ ຖື ສອງ ສັນຊາດໄດ້ ຕົວນີ້ ມັນກໍ ຖ້າວ່າມີ ມັນກໍສິເຮັດ ເປັນຊ່ອງຫວ່າງ ໃຫ້ຜູ້ກ່ຽວ ໃຊ້ໄປ ໃນທາງຜິດ ບໍ່ຖືກຕ້ອງ ກ່ອນເຂົາສິເອົາ ສັນຊາດລາວ ຄືນ ເຂົາຕ້ອງປະ ສັນຊາດ ເດີມກ່ອນ".

ເຖິງແມ່ນວ່າ ທາງການລາວ ຈະມີ ນະໂຍບາຍ ດຶງດູດ ເອົາຊາວລາວ ທີ່ມີສັນຊາດ ຕ່າງປະເທດ ແລ້ວນັ້ນ ກັບເຂົ້າໄປ ລົງທຶນ ຢູ່ບ້ານເກີດ ເມືອງນອນ ຫລືວ່າໄປ ຊ່ວຍພັທນາ ປະເທດ ໃນປັດຈຸບັນ ແຕ່ກໍບໍ່ມີ ກົດໝາຍ ທີ່ຈະ ອະນຸຍາດ ໃຫ້ຖືສັນຊາດ ອື່ນຕື່ມໄດ້. ເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າຕື່ມອີກວ່າ:

"ກ່ອນອື່ນໝົດ ຕ້ອງແມ່ນ ໃຫ້ຜູ້ກ່ຽວ ຂໍກັບ ຄືນມາ ຢູ່ລາວ ຖາວອນກ່ອນ ຫລັງຈາກ ນັ້ນ ຈຶ່ງວ່າໄປ ຂໍຟອມ ນໍາກະຊວງ ຍຸຕິທັມ ຂອງລາວ ເອົາມາຂຽນ ແລະ ກະຊວງຍຸຕິທັມ ເພີ່ນກໍຕ້ອງ ຄົ້ນຄວ້າກ່ອນ ຄົ້ນຄວ້າ ແລ້ວຈຶ່ງສເນີ ໄປໃຫ້ສະພາ ແຫ່ງຊາດ ເປັນຜູ້ ພິຈາຣະນາ ໃຫ້ສັນຊາດ ຄືນຫລື ບໍ່ຄືນ".

ກ່ຽວກັບ ບັນຫາ ທີ່ວ່ານີ້ ນອກຈາກ ກະຊວງ ການຕ່າງປະເທດ ຮັບຜິດຊອບ ແລ້ວ ອົງການ ແນວລາວ ສ້າງຊາດ ກໍຍັງມີ ສ່ວນຮ່ວມ ໂດຍກົງ ໃນການຂົນຂວາຍ ແລະ ມີແຜນ ທີ່ຈະສົ່ງ ເຈົ້າໜ້າທີ່ ຂອງຕົນ ໄປປະຈໍາການ ຢູ່ຕາມ ສະຖານທູດ ແລະ ສະຖານ ກົງສຸນ ຕ່າງໆຂອງ ສປປ ລາວ ຊຶ່ງມີໜ້າທີ່ ສະເພາະ ພົວພັນ ກັບຄົນລາວ ຢູ່ຕ່າງປະເທດ ເພື່ອໃຫ້ ເຫັນດີ ເຫັນພ້ອມ ແລະ ສນນັບສນູນ ແນວທາງ ນະໂຍບາຍ ແລະ ແຜນພັທນາ ຂອງພັກ ແລະຣັດ.