ສະພາແຫ່ງຊາດໄຂຂຶ້ນ ທ່າມກາງຄວາມຫຍຸ້ງຍາກ ດ້ານເສດຖະກິດ

ຈຳປາທອງ
2024.06.10
ສະພາແຫ່ງຊາດໄຂຂຶ້ນ ທ່າມກາງຄວາມຫຍຸ້ງຍາກ ດ້ານເສດຖະກິດ ເປີດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9. ນະຄອນຫຼວງວຽງຈັນ ວັນທີ 10 ມິຖຸນາ 2024.
Photo Credit ຄວາມສະຫງົບ Lao Security News

ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພະແຫ່ງຊາດຊຸດທີ 9 ຂອງ ສປປ ລາວ ໄດ້ໄຂຂຶ້ນທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໃນມື້ວັນທີ 10 ມິຖຸນາ ແລະຈະປິດລົງໃນມື້ວັນທີ 2 ກໍລະກົດ 2024 ລວມເປັນເວລາ 17 ມື້. ໃນນັ້ນ ຈະພິຈາລະນາ ແລະຮັບຮອງເອົາບັນຫາພື້ນຖານຂອງປະເທດ 19 ສະບັບ.

ໃນພິທີໄຂກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວວ່າ:

ໃນໂອກາດທີ່ສະຫງ່າລາສີນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍປະກາດໄຂກອງປະຊູມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການນັບແຕ່ນີ້ເປັນຕົ້ນໄປ ຂໍຂອບໃຈ.

ຫລັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2024.

ໃນນັ້ນ ທ່ານໄດ້ກ່າວເຖິງຫລາຍບັນຫາຫຍຸ້ງຍາກ ເປັນຕົ້ນບັນຫາເສຖກິດ-ການເງິນ ທີ່ລັດຖະບານຈະພະຍາຍາມສືບຕໍ່ສຸມໃສ່ແກ້ໄຂ ຮວມທັງບັນຫາເງິນເຟີ້, ລາຄາສິນຄ້າ, ໜີ້ສິນຕ່າງປະເທດ ແລະບັນຫາອື່ນໆ ທີ່ຫຍຸ້ງຍາກອີກຫລາຍຢ່າງ ຊຶ່ງ ສປປ ລາວ ປະເຊີນຢູ່ໃນຂະນະນີ້.

ສໍາລັບຢູ່ພາຍໃນປະເທດ ພວກເຮົາ ສືບຕໍ່ປະເຊີນໆກັບຄວາມຫຍຸ້ງຍາກຫລາຍດ້ານ ເຊັ່ນກັນ ໃນຖ້າມກາງສະພາບການດັ່ງກ່າວ ລັດຖະບານໄດ້ສຸມໃສ່ແຜນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ແຜນງົບປະມານແຫ່ງລັດ ແລະແຜນເງິນຕາ ປະຈໍາປີ 2024 ພ້ອມກັນນັ້ນກະໄດ້ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ, ໜີ້ສິນຕ່າງປະເທດ.

ທ່ານ ສອນໄຊ ກ່າວວ່າ ຜ່ານການປະຕິບັດວຽກງານຕົວຈິງ ໄດ້ມີຜົນສໍາເລັດ ແລະໝາກຜົນຕົວຈິງຈໍານວນນຶ່ງ ເປັນຕົ້ນໃນໄລຍະ 6 ເດືອນຕົ້ນປີ 2024 ນີ້ ເສດຖະກິດຂອງລາວ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ, ບັນລຸໄດ້ 4.7% ຂອງລວມຍອດມູນຄ່າ ຜະລິດຕະພັນພາຍໃນ ຫລື GDP, ແລະຄາດຄະເນໝົດປີ ຈະບັນລຸໄດ້ ຕາມມະຕິ ຂອງສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ 4.5%, ທ່ານໄດ້ກ່າວຕື່ມເຖິງການຮັກສາສະເຖຍລະພາບທາງດ້ານການເງິນ ທີ່ວ່າໄດ້ສືບຕໍ່ກໍານົດ ແລະບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະເຖຍລະພາບທາງດ້ານເງິນຕາ, ເຖິງແມ່ນວ່າ ຈະຢູ່ໃນສະພາບ ທີ່ມີຄວາມຫຍຸ້ງຍາກ ແລະອ່ອນໄຫວໄດ້ງ່າຍກໍຕາມ ແຕ່ກໍຍັງປະຄັບປະຄອງໄວ້ໄດ້ ໂດຍສະເພາະ ແມ່ນໄດ້ເພີ່ມທະວີການຄຸ້ມຄອງເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາ ທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນ ບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງ ປະເທດ ເຂົ້າສູ່ລະບົບທະນາຄານ ແລະຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອ ໃຫ້ພາກສ່ວນເສດຖະກິດ.

ເລື່ອງການປາບປາມຢາເສບຕິດ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້ ລັດຖະບານ ໄດ້ມ້າງຄະດີຢາເສບຕິດ 1,680 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 2,616 ຄົນ. ໃນນັ້ນ ເປັນຄົນຕ່າງປະເທດ 96 ຄົນ, ຍຶດຢາເສບຕິດ ປະເພດຢາບ້າ, ຢາໄອ, ເຮໂຣອິນ, ກັນຊາ, ຢາຝິ່ນ, ຢາອີ, ເຄຕາມິນ, ໂຄເຄນ ໄດ້ຈໍານວນຫລາຍສົມຄວນ. ພ້ອມກັນນັ້ນ ກໍໄດ້ຍຶດລົດໃຫຍ່, ລົດຈັກ, ປືນ, ລູກປືນ, ລະເບີດ ແລະທາດແຕກ ເປັນຈໍານວນຫລວງຫລາຍ.

ຕໍ່ກອງປະຊຸມ ສະໄໝສາມັນ ຂອງສະພາແຫ່ງຊາດ ເທື່ອທີ 7 ນີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ກໍໄດ້ກ່າວເຖິງການປະຕິບັດງານ ຂອງ ລັດຖະບານວ່າ ເຖິງຈະພົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນປາກົດການຍໍ້ທໍ້ ຂອງສັງຄົມ ແຕ່ລັດຖະບານ ກໍໄດ້ປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີນີ້ ເຮັດໃຫ້ເສດຖະກິດ ມະຫາພາກເຕີບໂຕໄດ້ 4.7%.

ດັ່ງທີ່ທ່ານກ່າວວ່າ:

ພາຍໃຕ້ສະພາບການ ຂອງພາກພື້ນແລະສາກົນເພາະມີການຜັນແປຢ່າງສັບສົນ ບວກກັບຄວາມຫຍຸ້ງຍາກຈາກປັດໃຈພາຍໃນ ເຊັ່ນ ຂໍ່ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ປາກົດການຫຍໍ້ທໍ້ຂອງສັງຄົມ ແຕ່ລັດຖະບານກະໄດ້ນໍາພາຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ໃນ 6 ເດືອນຕົ້ນປີທີ່ຜ່ານມາ ການເຕີບໂຕຂອງເສດຖະກິດມະຫາພາກ ຄາດຄະເນ 6 ເດືອນຕົ້ນປີຈະປະຕິບັດໄດ້ 4.7 ສ່ວນຮ້ອຍ.

ເວົ້າເຖິງເງິນກີບເຟີ້ ແລະອັດຕາແລະປ່ຽນ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດໃນມື້ວັນທີ 10 ມິຖຸນານີ້ວ່າ ໃນ 5 ເດືອນຕົນປີນີ້ ອັດຕາເງິນກີບເຟີ້ ສະເລ່ຍຢູ່

ໃນລະດັບ 25.1%, ສະເພາະເດືອນພຶດສະພາທີ່ຜ່ານມາ ເງິນເຟີ້ຢູ່ໃນລະດັບ 25.8% ແລະຄາດຄະເນ 6 ເດືອນຕົ້ນປີນີ້ ເງິນເຟີ້ ຈະຢູ່ໃນລະດັບ 25%. ສະນັ້ນແລ້ວ ການແກ້ໄຂບັນຫາເງິນເຟີ້ ຈະບໍ່ສາມາດປະຕິບັດໄດ້ ຕາມຄາດ  ໝາຍທີ່ກໍານົດໄວ້ ຄືບໍ່ໃຫ້ເກີນ 9%. ສ່ວນອັດຕາແລກປ່ຽນຂອງທະນາຄານ ສະເພາະເດືອນພຶດສະພາປີນີ້ ທຽບໃສ່ທ້າຍປີກາຍ ເງິນກີບທຽບໃສ່ເງິນໂດລ້າຣ໌ສະຫະລັດ ອ່ອນຄ່າລົງ 3.98%, ທຽບໃສ່ເງິນບາດ ອ່ອນຄ່າລັງ 2.96%.

ເວົ້າເຖິງສະພາບເສດຖະກິດຢູ່ລາວ ອີງຕາມຄໍາເວົ້າຂອງພະນັກງານລັດນາງນຶ່ງ ຢູ່ແຂວງຫລວງນໍ້າທາ ແລ້ວແມ່ນວ່າ ບໍ່ໄດ້ດີຂຶ້ນເລີຍ ໂດຍສະເພາະບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າ ຍັງສືບຕໍ່ແພງຂຶ້ນນໍາເລື້ອຍໆ ທຽບໃສ່ເງິນເດືອນ ທີ່ໄດ້ຮັບໃນແຕ່ລະເດືອນ ແມ່ນບໍ່ພໍກິນ ເຮັດໃຫ້ພະນັກງານ-ລັດຖະ ກອນຊັ້ນຜູ້ນ້ອຍ ພົບຄວາມຫຍຸ້ງຍາກຫລາຍ.

ດັ່ງທີ່ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິຖຸນານີ້ວ່າ:

ເລດເງິນອີ່ສັງກະສູງ ຖ້າທຽບໃສ່ເງິນເດືອນຂອງພະນັກງານຫັ້ນເນາະ ຄ່າພັນທະດ້ານນັ້ນດ້ານນີ້ ກະມີຫລາຍຫັ້ນນ່າເນາະ ຂອງພະນັກງານເຮົານີ້ ຖ້າມາທຽບໃສ່ເງິນເດືອນນີ້ ຈ່າຍຄ່າຫັ້ນຄ່ານີ້ ຊິບໍ່ພໍແລ້ວ ຊິກິນຢູ່ຈັ່ງໃດເນາະ ຂະໜາດວ່າເຮົາເກັບຜັກ ເຮັດຮົ້ວເຮັດສວນໄດ໋ຫັ້ນ.

ແລະພະນັກງານລັດທ່ານນຶ່ງ ຢູ່ແຂວງຜົ້ງສາລີ ກໍເວົ້າໃນມື້ດຽວກັນນີ້ວ່າ ເສດ ຖະກິດ ແລະການເງິນຂອງລາວ ບໍ່ໄດ້ດີຂຶ້ນເລີຍ, ລາຄາສິນຄ້າແພງຂຶ້ນນໍາເລື້ອຍໆ ກະທົບໃສ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນຊັ້ນຜູ້ນ້ອຍ, ໃສ່ປະຊາຊົນຜູ້ທຸກຍາກຫລາຍ, ຫາກເປັນໄປໄດ້ ຢາກໃຫ້ລັດຖະບານ ເພີ່ມເງິນເດືອນຂຶ້ນໃຫ້ຕື່ມອີກ.

ພ້ອມກັນນັ້ນ ທ່ານກໍຍັງສະເໜີໃຫ້ກອງປະຊຸມສະພາແຫ່ງຊາດເທື່ອນີ້ ຫາລືກັນເລື່ອງການສ້ອມແປງເສັ້ນທາງໃນລາວ ໂດຍສະເພາະເສັ້ນທາງຢູ່ແຂວງຜົ້ງສາລີ ຮວມທັງເສັ້ນທາງຫລວງ ທີ່ເປ່ເພຫລາຍ ເຮັດໃຫ້ການເດີນທາງໄປມາລໍາບາກ.

ດັ່ງທີ່ທ່ານກ່າວວ່າ:

ໃຫ້ທາງລັດຖະບານຂຶ້ນເງິນເດືອນເພີ້ມເນາະ ເພາະວ່າ ດຽວນີ້ຄ່າຄອງຊີບມັນກະສູງ ຄ່າໃຊ້ຈ່າຍແຮງສິ້ນເປືອງຫລາຍ ສິນຄ້າຢູ່ພີ້ແຮງຖີບຕົວສູງຂຶ້ນ ໃຊ້ຊີວິດແຮງຫຍຸ້ງຍາກກວ່ານະຄອນຫລວງວຽງຈັນ ຄ່າຄອງຊີບນີ້ແຫລະມັນສູງຫລາຍ ເລື້ອງເສັນທາງຫັ້ນດອກ ເປັນຂຸມເປັນບໍ່ໄປໝົດແລ້ວ ເສັ້ນທາງກະມີການເປ່ເພຫລາຍແລ້ວ.

ກອງປະຊຸມສະພາແຫ່ງຊາດເທື່ອນີ້ ຈະພິຈາລະນາ ແລະຮັບຮອງເອົາວຽກງານຂອງລັດຖະບານ 4 ສະບັບ ເປັນຕົ້ນບົດລາຍງານ ຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2024  ທີ່ຕິດພັນກັບສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິ ແລະການເງິນ ແລະການແກ້ໄຂບັນຫາຢາເສບຕິດ; ວຽກງານກວດສອບແຫ່ງລັດ 1 ສະບັບ ຄືບົດລາຍງານກ່ຽວກັບການແກ້ໄຂ ຜົນການກວດສອບ ປະຈໍາປີ 2022; ພິຈາລະນາ ແລະຮັບຮອງເອົາກົດໝາຍ 13 ສະບັບ ທັງກົດໝາຍໃໝ່ ແລະກົດໝາຍສະບັບປັບປຸງ ຊຶ່ງໃນນັ້ນມີທັງ ຮ່າງກົດໝາຍໃໝ່ ວ່າດ້ວຍຊັບພະຍາກອນທີ່ເປັນຢາ, ກົດໝາຍສະບັບປັບປຸງ ວ່າດ້ວຍການສົ່ງເສີມການລົງທຶນ, ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ວ່າດ້ວຍການຕ້ານການສໍ້ລາດບັງຫລວງ. ແລະທັງຈະພິຈາລະນາ ແລະຮັບຮອງເອົາ ບົດລາຍງານ ຂອງສະພາແຫ່ງຊາດ ກ່ຽວກັບຄວາມຈໍາເປັນ ແລະທິດທາງ ໃນການປັບປຸງລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.