ເຂດຊົນບົດຂາດສິທທິ ທາງສາສນາ


2013.04.30
F-catholic ໂບດຄາໂຕລິກ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ Catholic Seminary, City of Thakhek Khammuan province
wikipedia

 

ຣາຍງານ ຂອງ ສະຫະຣັຖ ຖແລງວ່າ ທາງການລາວ ຍັງຣະເມີດ ສິດທິ ທາງສາສນາ ຢູ່ບາງເຂດ ຊົນນະບົດ ໂດຍສະເພາະ ໃນ ເຂດຊົນເຜົ່າ ສ່ວນນ້ອຍ ທີ່ນັບຖື ສາສນາ ເຍຊູ ນິກາຍ Protestant.

ທາງການລາວ ຈໍາກັດ ການ ປະຕິບັດ ຄວາມເຊື່ອຖື ທາງສາສນາ ໂດຍໃຊ້ ຣະບຽບ ກົດໝາຍ ຂອງຕົນ ແລະ ປ່ອຍ ໃຫ້ມີການ ລ່ວງຣະເມີດ ສິດເສຣີພາບ ທາງສາສນາ ຢູ່ບາງເຂດ ຊົນບົດ, ຕາມຣາຍງານ ຂອງ ຄະນະ ກັມການ ສະຫະຣັຖ ວ່າດ້ວຍ ສິດເສຣີພາບ ທາງສາສນາ ໃນປະເທດ ຕ່າງໆ ທົ່ວໂລກ ຫລື USCIRF ໃນວັນທີ 30 ເມສາ 2013 ນີ້. Dr. Katrina Lantos Swett ປະທານ USCIRF ກ່າວຕໍ່ RFA ວ່າ:

"ໃນຣະຍະ 5 ປີ ຜ່ານມາ ການປະຕິບັດ ສິດເສຣີພາບ ທາງ ສາສນາ ຕໍ່ກຸ່ມ ພຸທສາສນາ ທີ່ ເປັນສ່ວນໃຫຍ່ ໃນລາວ ແລະ ກຸ່ມສາສນາ ອື່ນໆ ທີ່ຢູ່ເຂດ ຕົວເມືອງ ແມ່ນດີຂຶ້ນ. ແຕ່ບັນຫາ ທີ່ພວກທ່ານ ເປັນຫ່ວງ ກໍຄືວ່າ ເຈົ້າໜ້າທີ່ ທ້ອງຖີ່ນ ຂັ້ນແຂວງ ຍັງລ່ວງຣະເມີດ ສິດເສຣີພາບ ທາງສາສນາ ຂອງ ຊົນເຜົ່າ ສ່ວນນ້ອຍ ຂອງລາວ ທີ່ ນັບຖື ສາສນາເຍຊູ ນິກາຍ Protestant. ໂດຍກັກຂັງ ຕິດຕາມ ສິ້ງຊອມ ລົບກວນ ຍຶດສົມບັດ ແລະ ບັງຄັບ ໃຫ້ປະລະ ຄວາມເຊື່ອຖື ຂອງ ພວກເຂົາເຈົ້າ".

ຣາຍງານ ເວົ້າວ່າ ທາງການລາວ ຍັງຖືວ່າ ການເຜີຍແຜ່ ສາສນາ ຄຣິສຕຽນ ໃນຊົນເຜົ່າ ສ່ວນນ້ອຍ ໂດຍສະເພາະ ພວກຄົນທີ່ ບໍ່ເຫັນດີ ຫລື ບໍ່ພໍໃຈນໍາ ການຄວບຄຸມ ຂອງ ຣັຖບານນັ້ນ ເອີ້ນວ່າ ອະເມຣິກັນ ນໍາເຂົ້າມາ ຊຶ່ງ ເປັນພັຍຂົ່ມຂູ່ ຣະບົບ ຄອມມິວນິສ.

ຣັຖບານລາວ ບໍ່ພ້ອມ ຫລື ບໍ່ສາມາດ ເອົາມາຕການ ຢ່າງເປີດແປນ ຕໍ່ອໍານາດ ການປົກຄອງ ທ້ອງຖີ່ນ ຫລື ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ທີ່ລ່ວງຣະເມີດ ສິດທິ ຂອງ ຊົນເຜົ່າ ສ່ວນນ້ອຍ ທີ່ນັບຖື ສາສນາ ເຍຊູນິກາຍ Protestant ຢ່າງໜັກໜ່ວງ ນັ້ນ.

ແຕ່ເຖິງແນວໃດ ແນວລາວ ສ້າງຊາດ ບາງເທື່ອ ກໍໄດ້ຫາທາງ ແກ້ໄຂ ບັນຫາ ຂັດແຍ່ງ ຣະຫວ່າງ ກຸ່ມສາສນາ ແລະ ເຈົ້າໜ້າທີ່ ແຂວງ ແລະ ໄດ້ຊ່ວຍ ໃຫ້ມີການ ປ່ອຍພວກຄົນ ທີ່ຖືກກັກຂັງ ຍ້ອນປະຕິບັດ ຕາມຄວາມເຊື່ອ ທາງສານາ ຫລື ເຜີຍແຜ່ ສາສນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.