ທາງການບໍ່ມີຂ່າວ ເຣື້ອງທ່ານສົມບັດ

ທາງການລາວ ເວົ້າວ່າ ຍັງບໍ່ມີ ຄວາມຄືບຫນ້າ ໃນກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ສິດນີ
2013.02.04
F-sombat ທ່ານ ສົມບັດ ສົມພອນ ເປັນບຸຄຄົນ ທີ່ຊາວໂລກ ຢາກຮູ້ຂ່າວ ແລະ ຂໍໃຫ້ກັບມາ ດ້ວຍຄວາມ ປອດພັຍ ທຸກຢ່າງ
Screen captured from Sombath Somphone disappearance's video

ເຈົ້າຫນ້າທີ່ລາວ ທ່ານນຶ່ງ ເວົ້າວ່າ ໃນປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ກ່ຽວກັບ ທ່ານ ສົມບັດ ສົມພອນ ນັກພັທນາກອນ ຄົນສຳຄັນ ໃນສປປລາວ ແຕ່ຢ່າງໃດ. ທາງການລາວ ໄດ້ຊີ້ແຈງວ່າ ຈະທຳການ ສືບສວນ ກ່ຽວກັບເຣື້ອງນີ້ ຢ່າງ ຮີບດວ່ນ ແລະ ບໍ່ໄດ້ມີສ່ວນ ກ່ຽວຂ້ອງກັບ ການຫາຍໂຕໄປ ຂອງ ທ່ານສົມບັດ. ດ່ັງທ່ານກ່າວ ໃນຕອນນຶ່ງວ່າ:

"ກ່ຽວກັບ ບັນຫານີ້ຫັ້ນບໍ ຄະດີ ທ້າວສົມບົດ ທາງເຈົ້າຫນ້າທີ່ ນະຄອນຫລວງ ພວກເຮົາ ກະຊວງ ພາກສ່ວນ ກ່ຽວຂ້ອງ ເພີ່ນກໍຍັງດຳເນີນ ສືບຕໍ່ໄປ ກໍດຳເນີນຢູ່ ຮີບດ່ວນ ຫັ້ນແຫລະ".

ໃນວັນທີ 4 ກຸມພາ ປີ 2013 ຫນັງສືພີມ ປະເທດລາວ ໄດ້ອອກຖແລງການ ຂອງ ຣັຖບານ ກ່ຽວກັບ ການສືບຫາ ທ່ານ ສົມບັດ ສົມພອນ ວ່າຍັງບໍ່ພົບເຫັນ ຜູ້ກ່ຽວ ແລະ ຫລັກຖານ ຂໍ້ມູນກ່ຽວກັບ ຜູ້ກ່ຽວ ແຕ່ຢ່າງໃດ ເຈົ້າຫນ້າທີ່ລາວ ບໍ່ໄດ້ຄຸມຂັງ ຜູ້ກ່ຽວ ທີ່ຜ່ານມາ ທາງເຈົ້າຫນ້າທີ່ ຕຳຣວດ ກໍໃຫ້ຄວາມຮ່ວມມື ເປັນຢ່າງດີ ເລີ້ມແຕ່ ການເບີ່ງກ້ອງ ວົງຈອນປິດ ໄປຮອດການ ເກັບກຳ ຂໍ້ມູນຕ່າງໆ ຈາກຜູ້ເຫັນ ເຫດການ ຈາກຍາດພີ່ນ້ອງ ຫຼື ປະຊາຊົນ ໃນບອ່ນເກີດເຫດ ພ້ອມທັງ ໄດ້ແຈ້ງໄປຍັງ ເຈົ້າຫນ້າທີ່ ຕຳຣວດ ໃນທົ່ວປະເທດ ໃຫ້ຕິດຕາມ ສືບຫາ ທ່ານ ສົມບັດ.

ຖແລງການຣະບຸ ອີກວ່າ ຮູບພາບ ທີ່ເຫັນໃນກ້ອງ ວົງຈອນປິດ ໃນມື້ວັນທີ 15 ທັນວາ ປີ 2012 ນັ້ນ ບໍ່ສາມາດ ຢືນຢັນໄດ້ວ່າ ຜູ້ຂັບຣົຖຈິບ ຫລື ຜູ້ມາຮັບເອົາ ຣົຖຈິບ ອອກໄປນັ້ນ ແມ່ນ ທ່ານ ສົມບັດ ຫລືແມ່ນໃຜ ແລະ ຣົຖກະບະ ທີ່ ແລ່ນເຂົ້າມາ ຈອດໃກ້ຣົຖຈິບ ແລ້ວແລ່ນ ອອກໄປນັ້ນ ກໍບໍ່ສາມາດ ຢືນຢັນ ໄດ້ວ່າແມ່ນໃຜ.

ເທົ່າເຖິງ ປັດຈຸບັນ ກໍເປັນເວລາ ເກືອບສອງເດືອນ ແລ້ວ ຫລາຍອົງການ ກໍຕິດຕາມ ກ່ຽວກັບ ເລື້ອງນີ້ ຢ່າງໃກ້ຊິດ ແຕ່ຍັງບໍ່ມີ ຮ່ອງຮອຍ ຂອງ ທ່ານ ສົມບັດ ສົມພອນ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.